ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງການນຳເງິນສົດ ເງິນຕາຕ່າງປະເທດ ເຂົ້າ - ອອກ ສປປ ລາວ

老挝人民民主共和国现金及外币出入境管理协议

Agreement on Management of Cash and Foreign Currency Inbound and Outbound Transactions in the Lao People's Democratic Republic

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ຄຸ້ມຄອງການນຳເງິນສົດຕ່າງປະເທດເຂົ້າ ແລະ ອອກ ສປປ ລາວ ໂດຍບຸກຄົນ ແລະ ນິຕິບຸກຄົນ, ກຳນົດໃຫ້ຕ້ອງແຈ້ງ ຫຼື ຂໍອະນຸຍາດ ຖ້ານຳເງິນເກີນ 10,000 ໂດລາສະຫະລັດ, ເວັ້ນເສຍແຕ່ທະນາຄານ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງການນຳເງິນສົດເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ
ການຄຸ້ມຄອງການນຳເງິນສົດເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ແມ່ນ ການຈັດຕັ້ງປະຕິບັດ
ບັນດາຫຼັກການ, ລະບຽບການ ແລະ ມາດຕະການ ໃນການເຄື່ອນຍ້າຍເງິນສົດເງິນຕາຕ່າງປະເທດ ຈາກປະເທດ
ໃດໜຶ່ງ ເຂົ້າ ສປປ ລາວ ຫຼື ຈາກ ສປປ ລາວ ໄປຕ່າງປະເທດ.

ມາດຕາ ມາດຕາ 2

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບຜູ້ມີ ແລະ ບໍ່ມີ ພູມລຳເນົາ ຢູ່ ສປປ ລາວ, ກົມຄຸ້ມຄອງເງິນຕາຕ່າງປະເທດ ແລະ ທະນາຄານແຫ່ງ ສປປ ລາວ ປະຈຳພາກ ທີ່ເຄື່ອນໄຫວກ່ຽວຂ້ອງກັບການນຳເງິນສົດເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ.
ຂໍ້ຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບການນຳເງິນສົດເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ຂອງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ.

ມາດຕາ ມາດຕາ 3

ມາດຕາ 4 ການນຳເງິນສົດເງິນຕາຕ່າງປະເທດເຂົ້າ ສປປ ລາວ
ຜູ້ມີ ແລະ ບໍ່ມີ ພູມລຳເນົາ ຢູ່ ສປປ ລາວ ສາມາດນຳເງິນສົດເງິນຕາຕ່າງປະເທດເຂົ້າ ສປປ ລາວ ໂດຍບໍ່ຈຳກັດຈຳນວນ. ໃນນັ້ນ, ການນຳເງິນສົດເງິນຕາຕ່າງປະເທດເຂົ້າ ສປປ ລາວ ທີ່ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ ເພື່ອອອກເອກະສານຢັ້ງຢືນກ່ຽວກັບການນຳເງິນສົດເງິນຕາຕ່າງປະເທດເຂົ້າ ສປປ ລາວ ຕາມກໍລະນີ ດັ່ງນີ້:
1. ການນຳເງິນສົດເຂົ້າ ສປປ ລາວ ເກີນຈຳນວນ ສິບພັນ (10,000) ໂດລາສະຫະລັດ ຫຼື ທຽບເທົ່າ ຕໍ່ຄັ້ງ;
2. ການນຳເງິນສົດຂອງຜູ້ລົງທຶນຕ່າງປະເທດ ທີ່ມີຈຸດປະສົງນຳທຶນເຂົ້າມາລົງທຶນໂດຍກົງ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ