ຂໍ້ຕົກລົງວ່າດ້ວຍ ການທົດສອບເຕັກໂນໂລຊີດ້ານການເງິນ

金融科技测试协议

Fintech Testing Agreement

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະກຳການທົດສອບເຕັກໂນໂລຊີການເງິນຂອງລາວ, ເນື້ອໃນຫຼັກກຳນົດຫຼັກການທົດສອບ, ເງື່ອນໄຂການເຂົ້າຮ່ວມ, ເອກະສານສະໝັກ ແລະ ຂັ້ນຕອນການອະນຸມັດ, ເພື່ອຮັບປະກັນຄວາມປອດໄພ ແລະ ມີລະບຽບຮຽບຮ້ອຍໃນນະວັດຕະກຳການເງິນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 4 ຫຼັກການກ່ຽວກັບການທົດສອບເຕັກໂນໂລຊີດ້ານການເງິນ

ການທົດສອບເຕັກໂນໂລຊີດ້ານການເງິນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ຮັບປະກັນການບໍລິການດ້ານການເງິນ ໃຫ້ມີຄຸນນະພາບ ແລະ ທັນສະໄໝ;
2. ສົ່ງເສີມໃຫ້ຜູ້ໃຊ້ບໍລິການ ມີທາງເລືອກໃນການນຳໃຊ້ຜະລິດຕະພັນທີ່ຫຼາກຫຼາຍ;
3. ຮັບປະກັນຄວາມໝັ້ນຄົງຂອງສະຖາບັນການເງິນ;
4. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ໃຊ້ບໍລິການ.

ມາດຕາ ມາດຕາ 2

ມາດຕາ 2 ລັກສະນະຂອງເຕັກໂນໂລຊີດ້ານການເງິນທີ່ສາມາດເຂົ້າຮ່ວມທົດສອບ

ເຕັກໂນໂລຊີດ້ານການເງິນທີ່ສາມາດເຂົ້າຮ່ວມທົດສອບ ຕ້ອງມີລັກສະນະ ດັ່ງນີ້:

1. ເປັນເຕັກໂນໂລຊີດ້ານການເງິນທີ່ບໍ່ເຄີຍມີມາກ່ອນ ຢູ່ ສປປ ລາວ;

2. ເພີ່ມປະສິດທິພາບການບໍລິການດ້ານການເງິນ ທີ່ມີຢູ່ໃນປັດຈຸບັນ;

3. ຊ່ວຍສົ່ງເສີມການເຂົ້າເຖິງການບໍລິການດ້ານການເງິນ ຫຼື ແກ້ໄຂຂໍ້ບົກຜ່ອງຂອງການບໍລິການດ້ານການເງິນ ຢູ່ ສປປ ລາວ;

4. ເປັນນະວັດຕະກຳ ທີ່ສາມາດພັດທະນາເປັນໂຄງລ່າງພື້ນຖານ ຫຼື ມາດຕະຖານກາງ ສຳລັບຂະແໜງທະນາຄານຂອງ ສປປ ລາວ ທີ່ຜູ້ໃຫ້ບໍລິການດ້ານການເງິນ ຕ້ອງຈັດຕັ້ງປະຕິບັດຢ່າງເປັນເອກະພາບ;

5. ບໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງສະຖາບັນການເງິນ ແລະ/ຫຼື ສະຖຽນລະພາບດ້ານເງິນຕາຂອງ ສປປ ລາວ;

6. ຫຼຸດຜ່ອນການນຳໃຊ້ເງິນສົດ ແລະ ສົ່ງເສີມການນຳໃຊ້ເງິນກີບໃນສັງຄົມ;

7. ສົ່ງເສີມການແຂ່ງຂັນໃນຕະຫຼາດ ຫຼື ມີເປົ້າໝາຍທົດສອບ ເພື່ອເຂົ້າຮ່ວມຕະຫຼາດໃນອະນາຄົດ;

8. ເປັນນະວັດຕະກຳ ຫຼື ເຕັກໂນໂລຊີດ້ານການເງິນໃໝ່ ທີ່ຈຳເປັນຕ້ອງທົດສອບ ກ່ອນເປີດໃຫ້ບໍລິການ ຕາມການກຳນົດຂອງ ທຫລ ເປັນແຕ່ລະກໍລະນີ;

9. ປ້ອງກັນການນຳໃຊ້ ເປັນຊ່ອງທາງໃນການຟອກເງິນ, ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ເພື່ອຫຼີກເວັ້ນການປະຕິບັດກົດໝາຍ;

10. ລັກສະນະອື່ນ ຕາມການກຳນົດຂອງ ທຫລ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 22 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ