金融科技测试协议

ຂໍ້ຕົກລົງວ່າດ້ວຍ ການທົດສອບເຕັກໂນໂລຊີດ້ານການເງິນ

Fintech Testing Agreement

简介

该法规调整老挝金融科技测试活动,核心内容规定测试原则、参与条件、申请文件及审批程序,旨在确保金融创新安全有序。

Summary

This regulation governs fintech testing activities in Laos, outlining testing principles, participation conditions, application documents, and approval procedures to ensure safe and orderly financial innovation.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະກຳການທົດສອບເຕັກໂນໂລຊີການເງິນຂອງລາວ, ເນື້ອໃນຫຼັກກຳນົດຫຼັກການທົດສອບ, ເງື່ອນໄຂການເຂົ້າຮ່ວມ, ເອກະສານສະໝັກ ແລະ ຂັ້ນຕອນການອະນຸມັດ, ເພື່ອຮັບປະກັນຄວາມປອດໄພ ແລະ ມີລະບຽບຮຽບຮ້ອຍໃນນະວັດຕະກຳການເງິນ.

条文

第ມາດຕາ 1条

第4条 金融科技测试原则

金融科技测试应遵循以下原则:

1. 确保金融服务具有质量和现代化;
2. 促进用户有多种产品选择;
3. 确保金融机构的稳定;
4. 保护用户的合法权益。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການທົດສອບເຕັກໂນໂລຊີດ້ານການເງິນ

ການທົດສອບເຕັກໂນໂລຊີດ້ານການເງິນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ຮັບປະກັນການບໍລິການດ້ານການເງິນ ໃຫ້ມີຄຸນນະພາບ ແລະ ທັນສະໄໝ;
2. ສົ່ງເສີມໃຫ້ຜູ້ໃຊ້ບໍລິການ ມີທາງເລືອກໃນການນຳໃຊ້ຜະລິດຕະພັນທີ່ຫຼາກຫຼາຍ;
3. ຮັບປະກັນຄວາມໝັ້ນຄົງຂອງສະຖາບັນການເງິນ;
4. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ໃຊ້ບໍລິການ.

第ມາດຕາ 2条

第2条 可参与测试的金融科技的特征

可参与测试的金融科技须具有以下特征:

1. 是在老挝未曾有过的金融科技;

2. 提高现有金融服务的效率;

3. 有助于促进获得金融服务或弥补老挝金融服务的不足;

4. 是可发展为老挝银行业基础设施或中央标准的创新,金融服务提供者必须统一实施;

5. 不影响金融机构的稳健性和/或老挝的货币稳定;

6. 减少现金使用并促进社会使用基普;

7. 促进市场竞争或有测试目标以便未来进入市场;

8. 是需要测试的创新或新型金融科技,在根据老挝中央银行逐案规定开放服务之前;

9. 防止被用作洗钱、资助恐怖主义和逃避法律执行的渠道;

10. 老挝中央银行规定的其他特征。

ພາສາລາວ (老挝语原文)

ມາດຕາ 2 ລັກສະນະຂອງເຕັກໂນໂລຊີດ້ານການເງິນທີ່ສາມາດເຂົ້າຮ່ວມທົດສອບ

ເຕັກໂນໂລຊີດ້ານການເງິນທີ່ສາມາດເຂົ້າຮ່ວມທົດສອບ ຕ້ອງມີລັກສະນະ ດັ່ງນີ້:

1. ເປັນເຕັກໂນໂລຊີດ້ານການເງິນທີ່ບໍ່ເຄີຍມີມາກ່ອນ ຢູ່ ສປປ ລາວ;

2. ເພີ່ມປະສິດທິພາບການບໍລິການດ້ານການເງິນ ທີ່ມີຢູ່ໃນປັດຈຸບັນ;

3. ຊ່ວຍສົ່ງເສີມການເຂົ້າເຖິງການບໍລິການດ້ານການເງິນ ຫຼື ແກ້ໄຂຂໍ້ບົກຜ່ອງຂອງການບໍລິການດ້ານການເງິນ ຢູ່ ສປປ ລາວ;

4. ເປັນນະວັດຕະກຳ ທີ່ສາມາດພັດທະນາເປັນໂຄງລ່າງພື້ນຖານ ຫຼື ມາດຕະຖານກາງ ສຳລັບຂະແໜງທະນາຄານຂອງ ສປປ ລາວ ທີ່ຜູ້ໃຫ້ບໍລິການດ້ານການເງິນ ຕ້ອງຈັດຕັ້ງປະຕິບັດຢ່າງເປັນເອກະພາບ;

5. ບໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງສະຖາບັນການເງິນ ແລະ/ຫຼື ສະຖຽນລະພາບດ້ານເງິນຕາຂອງ ສປປ ລາວ;

6. ຫຼຸດຜ່ອນການນຳໃຊ້ເງິນສົດ ແລະ ສົ່ງເສີມການນຳໃຊ້ເງິນກີບໃນສັງຄົມ;

7. ສົ່ງເສີມການແຂ່ງຂັນໃນຕະຫຼາດ ຫຼື ມີເປົ້າໝາຍທົດສອບ ເພື່ອເຂົ້າຮ່ວມຕະຫຼາດໃນອະນາຄົດ;

8. ເປັນນະວັດຕະກຳ ຫຼື ເຕັກໂນໂລຊີດ້ານການເງິນໃໝ່ ທີ່ຈຳເປັນຕ້ອງທົດສອບ ກ່ອນເປີດໃຫ້ບໍລິການ ຕາມການກຳນົດຂອງ ທຫລ ເປັນແຕ່ລະກໍລະນີ;

9. ປ້ອງກັນການນຳໃຊ້ ເປັນຊ່ອງທາງໃນການຟອກເງິນ, ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ເພື່ອຫຼີກເວັ້ນການປະຕິບັດກົດໝາຍ;

10. ລັກສະນະອື່ນ ຕາມການກຳນົດຂອງ ທຫລ.

第ມາດຕາ 3条

第3条 适用范围
本协议适用于与金融科技测试相关的个人、法人及组织。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວກ່ຽວຂ້ອງກັບການທົດສອບເຕັກໂນໂລຊີດ້ານການເງິນ.

第ມາດຕາ 4条

第4条 参与测试
有意参与金融科技测试者,须向支付系统管理司申请许可,条件如下:
1. 金融机构
1.1. 有明确的创新开发计划和参与目的;
1.2. 有充足且可核查的资金来源;
1.3. 有足够数量的员工;
1.4. 具备信息技术系统方面的准备,包括持续提供服务的准备、网络安全保护、系统和数据安全保护;
1.5. 其他由老挝中央银行规定的条件。
2. 非金融机构的法人
2.1. 具备本条1.1至1.5项规定的条件;
2.2. 至少有一名持有老挝国籍并在老挝人民民主共和国有住所的管理人员,且从未在任何案件中被法院判处刑罚。

ພາສາລາວ (老挝语原文)

ມາດຕາ 4 ການເຂົ້າຮ່ວມທົດສອບ
ຜູ້ທີ່ມີຈຸດປະສົງເຂົ້າຮ່ວມທົດສອບເຕັກໂນໂລຊີດ້ານການເງິນ ຕ້ອງຂໍອະນຸຍາດນຳກົມຄຸ້ມຄອງລະບົບການຊຳລະ ໂດຍມີເງື່ອນໄຂ ດັ່ງນີ້:
1. ສະຖາບັນການເງິນ
1.1. ມີແຜນພັດທະນານະວັດຕະກຳ ແລະ ຈຸດປະສົງການເຂົ້າຮ່ວມຢ່າງຈະແຈ້ງ;
1.2. ມີແຫຼ່ງທຶນພຽງພໍ ແລະ ສາມາດກວດສອບໄດ້;
1.3. ມີພະນັກງານໃນຈຳນວນທີ່ພຽງພໍ;
1.4. ມີຄວາມພ້ອມທາງດ້ານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເປັນຕົ້ນ ມີຄວາມພ້ອມໃນການໃຫ້ບໍລິການຢ່າງຕໍ່ເນື່ອງ, ມີການຮັກສາຄວາມປອດໄພທາງໄຊເບີ, ມີການຮັກສາຄວາມປອດໄພຂອງລະບົບ ແລະ ຂໍ້ມູນ;
1.5. ມີເງື່ອນໄຂອື່ນ ຕາມການກຳນົດຂອງ ທຫລ.
2. ນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ
2.1. ມີເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1 ຫາ 1.5 ຂອງມາດຕານີ້;
2.2. ມີຜູ້ບໍລິຫານ ທີ່ຖືສັນຊາດລາວ ແລະ ມີພູມລຳເນົາຢູ່ ສປປ ລາວ ຢ່າງໜ້ອຍ ໜຶ່ງຄົນ ແລະ ບໍ່ເຄີຍຖືກສານຕັດສິນລົງໂທດໃນທຸກກໍລະນີ.

第ມາດຕາ 5条

第5条 申请文件
申请参与金融科技测试的文件如下:
1. 金融机构:
1.1. 按照支付系统管理司规定的格式提交申请书;
1.2. 拟测试的金融科技的详细说明;
1.3. 测试计划、步骤和范围,包括测试时间、测试目标群体、测试结果评估、测试期间的风险应对计划、测试期间的用户管理以及测试结束;
1.4. 用于测试的资金来源证明(如有);
1.5. 需求分析,特别是商业模式和预期收益;
1.6. 技术分析,特别是关于拟测试系统安全性的信息,包括系统架构设计、用户身份验证机制、符合国际标准的系统安全标准、数据存储;
1.7. 风险管理计划和关键绩效指标;
1.8. 退出测试后的备用计划和过渡期运营计划;
1.9. 与测试合作伙伴、业务合作伙伴或外部服务提供商就金融科技开发签订的合作协议副本(如有),该协议必须明确规定各方的责任,包括保密义务;
1.10. 支付系统管理司规定的其他文件。
2. 非金融机构法人:
2.1. 本条1.1至1.10项规定的文件;
2.2. 企业登记证副本;
2.3. 公司内部组织结构;
2.4. 申请人及管理人员的简历和住址证明;
2.5. 老挝公民的户籍证明和身份证或护照副本;
2.6. 外国人的户籍证明和护照或类似文件副本,需经相关国家主管机构认证;
2.7. 股东名册副本;
2.8. 提交申请文件前一年的经营报告和财务报表,新设立的企业除外。

ພາສາລາວ (老挝语原文)

ມາດຕາ 5 ເອກະສານປະກອບ
ເອກະສານປະກອບການຂໍອະນຸຍາດເຂົ້າຮວມທົດສອບເຕັກໂນໂລຊີດ້ານການເງິນ ມີດັ່ງນີ້:
1. ສະຖາບັນການເງິນ:
1.1. ຫັງສືສະເຫີ ຕາມແບບພີ້ມຂອງກົມຄຸ້ມຄອງລະບົບການຊຳລະ;
1.2. ລາຍລະອຽດຂອງເຕັກໂນໂລຊີດ້ານການເງິນ ທີ່ຕ້ອງການທົດສອບ;
1.3. ແຜນການ, ຂັ້ນຕອນ ແລະ ຂອບເຂດ ຂອງການທົດສອບ ເປັນຕົ້ນ ກຳນົດເວລາທົດສອບ, ກຸ່ມເປົ້າໝາຍທົດສອບ, ການປະເມີນຜົນການທົດສອບ, ແຜນການຮັບມືຄວາມສ່ຽງໃນລະຫວ່າງການທົດສອບ, ການຄຸ້ມຄອງຜູ້ໃຊ້ບໍລິການໃນໄລຍະການທົດສອບ ແລະ ການສິ້ນສຸດການທົດສອບ;
1.4. ໃບຢັ້ງຢືນແຫຼ່ງທີ່ມາຂອງທຶນທີ່ນຳໃຊ້ເຂົ້າໃນການທົດສອບ (ຖ້າມີ);
1.5. ບົດວິເຄາະຄວາມຕ້ອງການ (Needs Analysis) ໂດຍສະເພາະຮູບແບບການດຳເນີນທຸລະກິດ ແລະ ຄາດຄະເນຜົນປະໂຫຍດທີ່ຈະໄດ້ຮັບ;
1.6. ບົດວິເຄາະທາງດ້ານເຕັກນິກ (Technical Analysis) ໂດຍສະເພາະຂໍ້ມູນກ່ຽວກັບຄວາມປອດໄພຂອງລະບົບທີ່ຕ້ອງການທົດສອບ ເປັນຕົ້ນ ການອອກແບບໂຄງສ້າງລະບົບ, ກົນໄກການຢັ້ງຢືນຕົວຕົນຂອງຜູ້ໃຊ້ບໍລິການ, ມາດຕະຖານຄວາມປອດໄພຂອງລະບົບ ຕາມມາດຕະຖານສາກົນ, ການເກັບຮັກສາຂໍ້ມູນ;
1.7. ແຜນການບໍລິຫານຄວາມສ່ຽງ ແລະ ກຳນົດຕົວຊີ້ວັດ (Risk Management Plan and KPIs);
1.8. ແຜນຮອງຮັບພາຍຫຼັງອອກຈາກການທົດສອບ ແລະ ແຜນການດຳເນີນງານໃນໄລຍະຂ້າມຜ່ານ;
1.9. ສຳເນົາສັນຍາການຮ່ວມມືກັບຄູ່ຮ່ວມທົດສອບ, ຄູ່ຮ່ວມທຸລະກິດ ຫຼື ຜູ້ໃຫ້ບໍລິການຈາກພາຍນອກ ກ່ຽວກັບການພັດທະນາເຕັກໂນໂລຊີດ້ານການເງິນ (ຖ້າມີ), ສັນຍາດັ່ງກ່າວ ຕ້ອງກຳນົດຄວາມຮັບຜິດຊອບຂອງແຕ່ລະຝ່າຍຢ່າງຈະແຈ້ງ ລວມທັງການເກັບຮັກສາຄວາມລັບ;
1.10. ເອກະສານອື່ນ ຕາມການກຳນົດຂອງກົມຄຸ້ມຄອງລະບົບການຊຳລະ.
2. ນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ:
2.1. ເອກະສານຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1 ຫາ 1.10 ຂອງມາດຕານີ້;
2.2. ສຳເນົາໃບທະບຽນວິສາຫະກິດ;
2.3. ໂຄງປະກອບການຈັດຕັ້ງພາຍໃນບໍລິສັດ;
2.4. ຊີວະປະຫວັດ ແລະ ໃບຢັ້ງຢືນທີ່ຢູ່ ຂອງຜູ້ຂໍອະນຸຍາດ ແລະ ຜູ້ບໍລິຫານ;
2.5. ໃບແຈ້ງໂທດ ແລະ ສຳເນົາບັດປະຈຳຕົວ ຫຼື ໜັງສືຜ່ານແດນ ສຳລັບພົນລະເມືອງລາວ;
2.6. ໃບແຈ້ງໂທດ ແລະ ສຳເນົາໜັງສືຜ່ານແດນ ຫຼື ເອກະສານທີ່ຄ້າຍຄືກັນ ໂດຍມີການຢັ້ງຢືນຈາກອົງການທີ່ມີສິດອຳນາດຂອງປະເທດທີ່ກ່ຽວຂ້ອງ ສຳລັບຄົນຕ່າງປະເທດ;
2.7. ສຳເນົາປຶ້ມບັນຊີທະບຽນຜູ້ຖືຮຸ້ນ;
2.8. ບົດລາຍງານການດຳເນີນທຸລະກິດ ແລະ ເອກະສານລາຍງານການເງິນ ໜຶ່ງປີ ຢ້ອນຫຼັງ ກ່ອນຍື່ນເອກະສານປະກອບການຂໍອະນຸຍາດ, ຍົກເວັ້ນວິສາຫະກິດທີ່ສ້າງຕັ້ງຂຶ້ນໃໝ່.

第ມາດຕາ 6条

第6条 审议
支付系统管理司自收到按照本协议第8条规定正确且完整的证明文件之日起三十日内,审议并出具研究结果通知书。如拒绝,须书面通知申请人并说明理由。

ພາສາລາວ (老挝语原文)

ມາດຕາ 6 ການພິຈາລະນາ
ກົມຄຸ້ມຄອງລະບົບການຊຳລະ ພິຈາລະນາອອກໜັງສືແຈ້ງຜົນການຄົ້ນຄວ້າ ພາຍໃນເວລາ ສາມສິບວັນ ນັບແຕ່ວັນທີໄດ້ຮັບເອກະສານປະກອບ ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້. ໃນກໍລະນີປະຕິເສດ ຕ້ອງແຈ້ງຕອບຜູ້ຂໍອະນຸຍາດ ຢ່າງເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ.

第ມາດຕາ 7条

第7条 测试期限

测试期限应根据合理和充分的基础确定,以满足测试目的,每次最长不超过一年,并可延长一次,最长不超过一年。有意延长测试期限的测试参与者必须在测试期限届满前三十天内向支付系统管理司提出申请以供审议。

申请延长测试期限的附件文件如下:

1. 关于服务状况、便利条件、困难和挑战以及测试期间发生的各种错误的测试结果报告;

2. 绩效指标评估报告,该报告必须至少完成支付系统管理司规定的指标数量的百分之七十(70%)。

支付系统管理司应在收到正确和完整的附件文件之日起十五天内审议并通知同意延长测试期限。如拒绝,必须以书面形式通知并说明理由。

ພາສາລາວ (老挝语原文)

ມາດຕາ 7 ກຳນົດເວລາການທົດສອບ

ກຳນົດເວລາການທົດສອບ ປະຕິບັດຕາມພື້ນຖານຄວາມເໝາະສົມ ແລະ ພຽງພໍຕໍ່ຈຸດປະສົງການທົດສອບ ຊຶ່ງສູງສຸດບໍ່ເກີນ ໜຶ່ງປີ ຕໍ່ຄັ້ງ ແລະ ສາມາດຕໍ່ກຳນົດເວລາດັ່ງກ່າວໄດ້ ໜຶ່ງຄັ້ງ ສູງສຸດບໍ່ເກີນ ໜຶ່ງປີ ຊຶ່ງຜູ້ເຂົ້າຮ່ວມທົດສອບ ທີ່ມີຈຸດປະສົງຕໍ່ກຳນົດເວລາການທົດສອບ ຕ້ອງສະເໜີຕໍ່ກົມຄຸ້ມຄອງລະບົບການຊຳລະ ເພື່ອພິຈາລະນາ ພາຍໃນເວລາ ສາມສິບວັນ ກ່ອນວັນໝົດກຳນົດເວລາການທົດສອບ.

ເອກະສານປະກອບການຂໍຕໍ່ກຳນົດເວລາການທົດສອບ ມີດັ່ງນີ້:

1. ບົດລາຍງານຜົນການທົດສອບ ກ່ຽວກັບສະພາບການໃຫ້ບໍລິການ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ລວມທັງບັນດາຂໍ້ຜິດພາດທີ່ເກີດຂຶ້ນໃນລະຫວ່າງການທົດສອບ;

2. ບົດປະເມີນຕົວຊີ້ວັດຄວາມສຳເລັດ ຊຶ່ງຕ້ອງສຳເລັດຢ່າງໜ້ອຍ ເຈັດສິບສ່ວນຮ້ອຍ (70%) ຂອງຈຳນວນຕົວຊີ້ວັດ ທີ່ກົມຄຸ້ມຄອງລະບົບການຊຳລະ ກຳນົດ.

ກົມຄຸ້ມຄອງລະບົບການຊຳລະ ພິຈາລະນາແຈ້ງຕອບເຫັນດີໃຫ້ຕໍ່ກຳນົດເວລາການທົດສອບ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນໄດ້ຮັບເອກະສານປະກອບ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ. ໃນກໍລະນີປະຕິເສດ ຕ້ອງແຈ້ງຕອບ ຢ່າງເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ.

第ມາດຕາ 8条

第12条 测试实施

测试参与者必须按以下方式进行测试:

1. 按照批准的范围和时间进行测试;

2. 确定跟踪测试进度、重大变更、问题和突出事件的机制;

3. 按照测试格式披露准确、完整和一致的信息,并确定测试中相关方知悉其产品信息的部分;

4. 按照支付系统管理司规定的格式,每月提交测试实施情况报告。

如果测试参与者需要更新范围、目标、用户和产品信息,必须向支付系统管理司申请许可。

ພາສາລາວ (老挝语原文)

ມາດຕາ 12 ການດຳເນີນການທົດສອບ

ຜູ້ເຂົ້າຮ່ວມທົດສອບ ຕ້ອງດຳເນີນການທົດສອບ ດັ່ງນີ້:

1. ດຳເນີນການທົດສອບຕາມຂອບເຂດ ແລະ ກຳນົດເວລາທີ່ໄດ້ຮັບອະນຸຍາດ;

2. ກຳນົດກົນໄກໃນການຕິດຕາມຄວາມຄືບໜ້າຂອງການທົດສອບ, ການປ່ຽນແປງທີ່ສຳຄັນ, ບັນຫາ ແລະ ສິ່ງພົ້ນເດັ່ນທີ່ເກີດຂຶ້ນ;

3. ເປີດເຜີຍຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງຕາມຮູບແບບການທົດສອບ ພ້ອມທັງກຳນົດສ່ວນທີ່ກ່ຽວຂ້ອງໃນການທົດສອບຮັບຊາບ ຂໍ້ມູນຜະລິດຕະພັນຂອງຕົນ;

4. ນຳສົ່ງບົດລາຍງານສະພາບການດຳເນີນການທົດສອບເປັນປະຈຳເດືອນ ຕາມແບບພິມທີ່ກົມຄຸ້ມຄອງລະບົບການຊຳລະ ກຳນົດ;

ໃນກໍລະນີຜູ້ເຂົ້າຮ່ວມທົດສອບ ຕ້ອງການປັບປຸງຂອບເຂດ ແລະ ເປົ້າໝາຍ ຜູ້ໃຊ້ບໍລິການ ແລະ ຂໍ້ມູນກ່ຽວກັບຜະລິດຕະພັນ ຕ້ອງຂໍອະນຸຍາດນຳກົມຄຸ້ມຄອງລະບົບການຊຳລະ.

第ມາດຕາ 9条

第9条 测试评估
支付系统管理司连同相关部门,必须在整个测试期间至少进行一次实地检查,以根据支付系统管理司确定的测试指标评估测试。

ພາສາລາວ (老挝语原文)

ມາດຕາ 9 ການປະເມີນການທົດສອບ
ກົມຄຸ້ມຄອງລະບົບການຊຳລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕ້ອງລົງກວດກາຢ່າງໜ້ອຍໜຶ່ງຄັ້ງ ຕະຫຼອດໄລຍະເວລາການທົດສອບ ເພື່ອປະເມີນການທົດສອບ ຕາມຕົວຊີ້ວັດການທົດສອບ ທີ່ກົມຄຸ້ມຄອງລະບົບການຊຳລະ ກຳນົດ.

第ມາດຕາ 10条

第14条 退出测试
参加测试的人员可以在下列任一情况下退出测试:

1. 测试按时完成;
2. 测试未按时完成;

ພາສາລາວ (老挝语原文)

ມາດຕາ 14 ການອອກຈາກການທົດສອບ
ຜູ້ເຂົ້າຮ່ວມທົດສອບ ສາມາດອອກຈາກການທົດສອບ ໃນກໍລະນີໃດໜຶ່ງ ດັ່ງນີ້:

1. ການທົດສອບທີ່ສຳເລັດຕາມກຳນົດເວລາ;
2. ການທົດສອບທີ່ບໍ່ສຳເລັດຕາມກຳນົດເວລາ;

第ມາດຕາ 11条

第11条 按时完成的测试

按时完成的测试是指参与者能够按照技术计划执行并遵守支付系统管理司规定的规章。在退出测试前,参与者必须向支付系统管理司提交其已进行测试的金融技术,并提交主要内容如下的报告:

1. 根据既定指标总结测试执行成果;
2. 用户满意度统计;
3. 后续实施计划。

支付系统管理司应在完成金融技术介绍和相关报告提交之日起十五日内,审议并向参与者出具测试通过证明。

获得测试通过证明的参与者,可以依法依规自行申请金融服务许可或与支付业务经营者合作开展金融服务。

ພາສາລາວ (老挝语原文)

ມາດຕາ 11 ການທົດສອບທີ່ສຳເລັດຕາມກຳນົດເວລາ

ການທົດສອບທີ່ສຳເລັດຕາມກຳນົດເວລາ ແມ່ນ ຜູ້ເຂົ້າຮ່ວມທົດສອບສາມາດຈັດຕັ້ງປະຕິບັດຕາມແຜນການດ້ານເຕັກນິກ ແລະ ສາມາດປະຕິບັດລະບຽບການ ທີ່ກົມຄຸ້ມຄອງລະບົບການຊຳລະ ກຳນົດ. ກ່ອນການອອກຈາກການທົດສອບ ຜູ້ເຂົ້າຮ່ວມທົດສອບ ຕ້ອງນຳສະເໜີເຕັກໂນໂລຊີດ້ານການເງິນ ທີ່ຕົນໄດ້ດຳເນີນການທົດສອບ ຕໍ່ກົມຄຸ້ມຄອງລະບົບການຊຳລະ ພ້ອມທັງນຳສົ່ງບົດລາຍງານທີ່ມີເນື້ອໃນຕົ້ນຕໍ ດັ່ງນີ້:

1. ສະຫຼຸບຜົນສຳເລັດການດຳເນີນການທົດສອບ ຕາມຕົວຊີ້ວັດທີ່ກຳນົດ;
2. ສະຖິຕິຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການ;
3. ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ກົມຄຸ້ມຄອງລະບົບການຊຳລະ ພິຈາລະນາອອກໜັງສືຮັບຮອງການຜ່ານການທົດສອບ ໃຫ້ຜູ້ເຂົ້າຮ່ວມທົດສອບ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນສຳເລັດການນຳສະເໜີເຕັກໂນໂລຊີດ້ານການເງິນ ແລະ ນຳສົ່ງບົດລາຍງານທີ່ກ່ຽວຂ້ອງ.

ຜູ້ເຂົ້າຮ່ວມທົດສອບ ທີ່ໄດ້ຮັບໜັງສືຮັບຮອງການຜ່ານການທົດສອບ ສາມາດສະເໜີຂໍອະນຸຍາດການບໍລິການດ້ານການເງິນດ້ວຍຕົນເອງ ຫຼື ຮ່ວມມືກ່ຽວກັບການບໍລິການດ້ານການເງິນ ກັບຜູ້ດຳເນີນທຸລະກິດການຊຳລະ ຕາມກົດໝາຍ ແລະ ລະບຽບການ.

第ມາດຕາ 12条

第12条 未按时完成的测试
未按时完成的测试是指测试参与者未能按照技术计划执行,或未能在测试期间内解决问题,或未能遵守支付系统管理司规定的规则。在退出测试前,测试参与者必须提交包含以下内容的报告:
1. 测试结果,显示表明未按时完成原因的指标;
2. 后续实施计划(如需参加下一次测试)。
支付系统管理司应在测试结果评估完成之日起十五日内,向测试参与者发出关于未按时完成测试退出的通知。

ພາສາລາວ (老挝语原文)

ມາດຕາ 12 ການທົດສອບທີ່ບໍ່ສຳເລັດຕາມກຳນົດເວລາ
ການທົດສອບທີ່ບໍ່ສຳເລັດຕາມກຳນົດເວລາ ແມ່ນ ຜູ້ເຂົ້າຮ່ວມທົດສອບບໍ່ສາມາດຈັດຕັ້ງປະຕິບັດຕາມແຜນການດ້ານເຕັກນິກ ຫຼື ບໍ່ສາມາດປັບປຸງແກ້ໄຂບັນຫາໃນໄລຍະເວລາການດຳເນີນການທົດສອບ ຫຼື ບໍ່ສາມາດປະຕິບັດລະບຽບການ ທີ່ກົມຄຸ້ມຄອງລະບົບການຊຳລະ ກຳນົດ. ກ່ອນອອກຈາກການທົດສອບ ຜູ້ເຂົ້າຮ່ວມທົດສອບ ຕ້ອງນຳສົ່ງບົດລາຍງານທີ່ມີເນື້ອໃນຕໍ່ໄປນີ້:
1. ຜົນການທົດສອບ ໂດຍສະແດງໃຫ້ເຫັນຕົວຊີ້ວັດທີ່ບົ່ງບອກເຖິງສາເຫດ ທີ່ບໍ່ສຳເລັດຕາມກຳນົດເວລາ;
2. ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ (ໃນກໍລະນີທີ່ຕ້ອງການເຂົ້າຮ່ວມການທົດສອບໃນຄັ້ງຕໍ່ໄປ).
ກົມຄຸ້ມຄອງລະບົບການຊຳລະ ພິຈາລະນາອອກຫັງສືແຈ້ງກຽວກັບການອອກຈາກການທົດສອບທີ່ບໍ່ສຳເລັດຕາມກຳນົດເວລາ ໃຫ້ຜູ້ເຂົ້າຮ່ວມທົດສອບ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນສຳເລັດການປະເມີນຜົນການທົດສອບ.

本页展示前 12 条,全文共 22 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译