关于工业产权、植物新品种、版权及相关权利登记行政争议解决协议
ຂໍ້ຕົກລົງວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພຶດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
Agreement on Settlement of Administrative Disputes Concerning Registration of Industrial Property, Plant Varieties, Copyright and Related Rights
简介
该协议调整老挝境内工业产权、植物新品种、版权及邻接权登记引发的行政争议,规定争议解决原则、申请提交程序及所需文件格式。
Summary
This agreement addresses administrative disputes arising from registration of industrial property, new plant varieties, copyright, and related rights in Laos, specifying dispute resolution principles, application submission procedures, and required document formats.
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງການຂັດແຍ່ງທາງບໍລິຫານທີ່ເກີດຈາກການຈົດທະບຽນຊັບສິນທາງອຸດສາຫະກຳ, ພືດພັນໃໝ່, ລິຂະສິດ ແລະ ສິດທີ່ກ່ຽວຂ້ອງໃນ ສປປ ລາວ, ກຳນົດຫຼັກການແກ້ໄຂຂໍ້ຂັດແຍ່ງ, ຂັ້ນຕອນການຍື່ນຄຳຮ້ອງ ແລະ ຮູບແບບເອກະສານທີ່ຕ້ອງການ.
条文
第ມາດຕາ 1条
第2条 行政争议解决 关于工业产权、植物新品种、版权及邻接权登记的行政争议解决,是指由行政争议解决委员会处理有关工业产权和植物新品种登记的异议、驳回、撤销或注销,以及版权及邻接权登记的解释、注销的提案的程序。
ພາສາລາວ (老挝语原文)
ມາດຕາ 2 ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແມ່ນຂະບວນການແກ້ໄຂຄຳສະເໜີ ກ່ຽວກັບການຄັດຄ້ານ, ປະຕິເສດ, ຍົກເລີກ ຫຼື ລົບລ້າງ ການຈົດທະບຽນຊັບສິນອຸດສາຫະກຳ ແລະ ພັນພືດໃໝ່, ການຕີຄວາມໝາຍ, ການລົບລ້າງການແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໂດຍຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
1. “申请人”是指拥有知识产权或在老挝人民民主共和国受到保护的个人、法人或组织,就工业产权、植物新品种、版权及邻接权的注册提出行政争议解决申请的人;
2. “被申请人”是指被提出异议、驳回或撤销工业产权、植物新品种、版权及邻接权注册的个人、法人或组织;
3. “申请”是指以文件形式(包括电子形式)提出的异议、驳回通知、撤销或注销注册以及工业产权、植物新品种、版权及邻接权行政争议解决的申请;
4. “授权书”是指申请人或被申请人以书面形式将其权利授予一人或多人代其处理工业产权、植物新品种、版权及邻接权注册行政争议的文件;
5. “代表”是指代理人、集体管理组织,经申请人或被申请人授权提交申请、答辩或进行其他工业产权、植物新品种、版权及邻接权注册行政争议程序的人;
6. “异议”是指对专利、小专利或工业设计、商标、集成电路布图设计、地理标志和植物新品种注册申请的反对;
7. “驳回”是指对不符合知识产权法规定的条件和禁止性要求的专利、小专利或工业设计、商标、集成电路布图设计、地理标志和植物新品种注册申请的拒绝;
8. “撤销”是指对不符合知识产权法规定条件的专利、小专利、工业设计、集成电路布图设计、商标、地理标志、植物新品种、版权及邻接权的注册全部提出撤销申请;
9. “部分撤销”是指由权利人、所有人、第三方或组织对不符合知识产权法规定条件的专利、小专利、工业设计、集成电路布图设计、商标、地理标志和植物新品种的部分提出撤销申请;
10. “解释”是指对某一作品的版权及邻接权是否构成版权及邻接权的解释。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ສະເໜີ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງ ຊັບສິນທາງປັນຍາ ຫຼື ໄດ້ຮັບການປົກປ້ອງ ຢູ່ ສປປ ລາວ ທີ່ສະເໜີຂໍແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
2. ຜູ້ຖືກສະເໜີ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກສະເໜີຄັດຄ້ານ, ປະຕິເສດ ຫຼື ລົບລ້າງ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
3. ຄຳສະເໜີ ໝາຍເຖິງ ສຳນວນເອກະສານ ລວມທັງຮູບແບບເອເລັກໂຕຣນິກ ທີ່ສະເໜີ ຂໍຄັດຄ້ານ, ແຈ້ງປະຕິເສດ, ຍົກເລີກ ຫຼື ລົບລ້າງ ການຈົດທະບຽນ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
4. ໃບມອບສິດ ໝາຍເຖິງ ເອກະສານທີ່ເປັນລາຍລັກອັກສອນ ຊຶ່ງຜູ້ສະເໜີ ຫຼື ຜູ້ຖືກສະເໜີ ໄດ້ມອບສິດຂອງຕົນໃຫ້ ບຸກຄົນໜຶ່ງ ຫຼື ຫຼາຍຄົນປະຕິບັດໜ້າທີ່ແທນຕົນ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
5. ຜູ້ຕາງໜ້າ ໝາຍເຖິງ ຕົວແທນ, ອົງການຈັດຕັ້ງລິຂະສິດລວມໝູ່ ທີ່ໄດ້ຮັບມອບສິດຈາກຜູ້ສະເໜີ ຫຼື ຜູ້ຖືກສະເໜີ ໃນການຍື່ນຄຳສະເໜີ, ຄຳໂຕ້ແຍ້ງ ຫຼື ດຳເນີນການອື່ນ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
6. ການຄັດຄ້ານ ໝາຍເຖິງ ການຄັດຄ້ານຄຳສະເໜີ ຂໍຮັບສິດທິບັດ, ອະນຸສິດທິບັດ ຫຼື ຄຳສະເໜີຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ແບບຜັງວົງຈອນລວມ, ຖິ່ນກຳເນີດ ແລະ ພັນພືດໃໝ່;
7. ການປະຕິເສດ ໝາຍເຖິງ ການປະຕິເສດຄຳສະເໜີ ຂໍຮັບສິດທິບັດ, ອະນຸສິດທິບັດ ຫຼື ຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ແບບຜັງວົງຈອນລວມ, ຖິ່ນກຳເນີດ ແລະ ພັນພືດໃໝ່ ທີ່ບໍ່ສອດຄ່ອງກັບເງື່ອນໄຂ ແລະ ຂໍ້ຫ້າມ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍຊັບສິນທາງປັນຍາ;
8. ການລົບລ້າງ ໝາຍເຖິງ ການຍື່ນຄຳສະເໜີຂໍລົບລ້າງທັງໝົດ ຂອງສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ການແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ບໍ່ສອດຄ່ອງກັບເງື່ອນໄຂ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍຊັບສິນທາງປັນຍາ;
9. ການຍົກເລີກ ໝາຍເຖິງ ການຍື່ນຄຳສະເໜີ ຂໍຍົກເລີກບາງສ່ວນຂອງ ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ ແລະ ພັນພືດໃໝ່ ທີ່ບໍ່ສອດຄ່ອງກັບເງື່ອນໄຂ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໂດຍຜູ້ຖືສິດ, ເຈົ້າຂອງສິດ, ບຸກຄົນທີສາມ ຫຼື ການຈັດຕັ້ງ;
10. ການຕີຄວາມໝາຍ ໝາຍເຖິງ ການຕີຄວາມໝາຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນຜົນງານໃດໜຶ່ງ ວ່າເປັນ ຫຼື ບໍ່ເປັນ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ.
第ມາດຕາ 3条
第4条 行政争议解决原则
有关工业产权、植物新品种、版权及邻接权登记的行政争议解决,应遵循以下原则:
1. 当事人的自愿性;
2. 确保公正、迅速并符合法律规定;
3. 当事人的平等性;
4. 以老挝语进行;
5. 保密。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ
ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ຄວາມສະໝັກໃຈຂອງຄູ່ກໍລະນີ;
2. ຮັບປະກັນຄວາມຍຸຕິທຳ, ວ່ອງໄວ ແລະ ສອດຄ່ອງກັບກົດໝາຍ;
3. ຄວາມສະເໝີພາບຂອງຄູ່ກໍລະນີ;
4. ການດຳເນີນເປັນພາສາລາວ;
5. ການຮັກສາຄວາມລັບ.
第ມາດຕາ 4条
第4条 适用范围
本协议适用于在老挝人民民主共和国境内从事或涉及与工业产权、植物新品种、版权及邻接权登记有关的行政争议解决工作的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຢູ່ ສປປ ລາວ.
第ມາດຕາ 5条
第5条 申请的提交
有意就工业产权、植物新品种、版权及与版权相关权利的登记提出行政争议解决申请的人,应向知识产权局或省、首都的工业与商业厅提交申请,或根据具体情况通过电子方式提交,具体如下:
1. 就专利申请、实用新型专利或集成电路布图设计、原产地、植物新品种、版权及与版权相关权利的登记提出行政争议解决申请,应向知识产权局提交;
2. 就工业设计、商标、版权及与版权相关权利的登记提出行政争议解决申请,应向省、首都的工业与商业厅提交;
对于作为外国人的行政争议解决申请人,在老挝人民民主共和国没有用于官方联系的营业场所或住所的,必须按照法律法规指定其在老挝人民民主共和国的代表,代为进行行政争议解决。
ພາສາລາວ (老挝语原文)
ມາດຕາ 5 ການຍື່ນຄຳສະເໜີ
ຜູ້ທີ່ມີຈຸດປະສົງສະເໜີຂໍແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ຍື່ນຄຳສະເໜີຕໍ່ກົມຊັບສິນທາງປັນຍາ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຜ່ານທາງເອເລັກໂຕຣນິກ ຕາມແຕ່ລະກໍລະນີ ດັ່ງນີ້:
1. ການຍື່ນຄຳສະເໜີຂໍແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຂໍຮັບສິດທິບັດ, ອະນຸສິດທິບັດ ຫຼື ການຈົດທະບຽນ ແບບຜັງວົງຈອນລວມ, ຖິ່ນກຳເນີດ, ພັນພືດໃໝ່, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ຍື່ນຕໍ່ກົມຊັບສິນທາງປັນຍາ;
2. ການຍື່ນຄຳສະເໜີຂໍແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ຍື່ນຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
ສຳລັບຜູ້ຍື່ນຄຳສະເໜີຂໍແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ທີ່ເປັນຄົນຕ່າງປະເທດ ແລະ ບໍ່ມີສຳນັກງານດຳເນີນທຸລະກິດ ຢູ່ ສປປ ລາວ ທີ່ໃຊ້ເປັນບ່ອນຕິດຕໍ່ທາງການ ຫຼື ບໍ່ມີທີ່ຢູ່ອາໄສຢູ່ ສປປ ລາວ ຕ້ອງແຕ່ງຕັ້ງຜູ້ຕາງໜ້າຂອງຕົນ ຢູ່ ສປປ ລາວ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການ ເພື່ອດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານແທນ.
第ມາດຕາ 6条
第6条 申请书的格式
关于对工业产权或植物新品种注册申请的异议、驳回、撤销或注销;版权及相关权的撤销或注销的申请书必须使用老挝语并包含以下文件:
1. 异议
1) 按照知识产权局格式的申请书;
2) 如通过代理人提交,需授权委托书;
3) 信息、证据或答辩;
4) 在原属国的工业产权或植物新品种注册证书或工业产权或植物新品种所有权证明;
5) 费用和服务费收据。
申请终局审查时,须提交以下文件:
1) 按照知识产权局格式的申请书;
2) 异议结果通知书的副本,以获取工业产权或植物新品种证书;
3) 新的信息、证据或答辩;
4) 费用和服务费收据。
2. 驳回
1) 关于专利和工业产权或植物新品种注册申请的初步或终局驳回通知的说明函;
2) 国内或国外的工业产权或植物新品种注册证书副本,或工业产权或植物新品种所有权证明副本;
3) 如通过代理人提交,需授权委托书;
4) 信息、证据或说明;
5) 专利和实用新型修改情况下的费用和服务费收据。
申请终局审查时,须提交以下文件:
1) 按照知识产权局格式的申请书;
2) 申请获取工业产权或植物新品种证书的终局驳回结果通知书的副本;
3) 新的信息、证据或答辩;
4) 费用和服务费收据。
3. 申请撤销或注销
1) 按照知识产权局格式的申请书;
2) 如通过代理人提交,需授权委托书;
3) 专利、实用新型和国内或国外的工业产权注册证书副本,或工业产权或植物新品种所有权证明副本,或版权及相关权登记证明;
4) 信息、证据或说明;
5) 费用和服务费收据。
申请终局审查时,须提交以下文件:
1) 按照知识产权局格式的申请书;
2) 申请获取工业产权或植物新品种证书的撤销或注销结果通知书的副本;
3) 新的信息、证据或答辩;
4) 费用和服务费收据。
4. 版权及相关权争议的解决
1) 按照知识产权局格式的申请书;
2) 如通过代理人提交,需授权委托书;
3) 信息、证据或说明;
4) 费用和服务费收据。
如果申请书为英文,申请人必须在向知识产权局提交申请书之日起三十日内提供老挝语翻译件,逾期知识产权局将不予审查该申请书并视为放弃权利。
ພາສາລາວ (老挝语原文)
ມາດຕາ 6 ສຳນວນຄຳສະເໜີ
ຄຳສະເໜີ ກ່ຽວກັບ ການຄັດຄ້ານ, ປະຕິເສດ, ຍົກເລີກ ຫຼື ລົບລ້າງ ຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່; ຍົກເລີກ ຫຼື ລົບລ້າງ ການແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕ້ອງເປັນພາສາລາວ ແລະ ປະກອບມີເອກະສານ ດັ່ງນີ້:
1. ການຄັດຄ້ານ
1) ຄຳສະເໜີ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2) ໃບມອບສິດ ກໍລະນີ ຍື່ນຜ່ານຜູ້ຕາງໜ້າ;
3) ຂໍ້ມູນ, ຫຼັກຖານ ຫຼື ຄຳໂຕ້ແຍ້ງ;
4) ໃບຢັ້ງຢືນການຈົດທະບຽນຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່ ຢູ່ປະເທດຕົ້ນກຳເນີດ ຫຼື ຫຼັກຖານການເປັນເຈົ້າຂອງຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່;
5) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
ກໍລະນີ ຂໍພິຈາລະນາຂັ້ນສຸດທ້າຍ ຕ້ອງປະກອບເອກະສານ ດັ່ງນີ້:
1) ຄຳສະເໜີ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2) ສຳເນົາໜັງສືແຈ້ງຜົນການຄັດຄ້ານ ຂໍຮັບໃບຢັ້ງຢືນຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່;
3) ຂໍ້ມູນ, ຫຼັກຖານ ຫຼື ຄຳໂຕ້ແຍ້ງໃໝ່;
4) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
2. ການປະຕິເສດ
1) ໜັງສືຊີ້ແຈງ ການແຈ້ງປະຕິເສດເບື້ອງຕົ້ນ ຫຼື ຂັ້ນສຸດທ້າຍ ກ່ຽວກັບການຂໍອະນຸສິດທິບັດ ແລະ ການຈົດທະບຽນຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່;
2) ສຳເນົາໃບຢັ້ງຢືນການຈົດທະບຽນ ຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່ ຢູ່ພາຍໃນ ຫຼື ຕ່າງປະເທດ ຫຼື ສຳເນົາຫຼັກຖານການເປັນເຈົ້າຂອງຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່;
3) ໃບມອບສິດ ກໍລະນີ ຍື່ນຜ່ານຜູ້ຕາງໜ້າ;
4) ຂໍ້ມູນ, ຫຼັກຖານ ຫຼື ຄຳຊີ້ແຈງ;
5) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ ກໍລະນີການຕັດແກ້ສິດທິບັດ ແລະ ອະນຸສິດທິບັດ.
ກໍລະນີ ຂໍພິຈາລະນາຂັ້ນສຸດທ້າຍ ຕ້ອງປະກອບເອກະສານ ດັ່ງນີ້:
1) ຄຳສະເໜີ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2) ສຳເນົາໜັງສືແຈ້ງຜົນການປະຕິເສດຂັ້ນສຸດທ້າຍຂອງການຂໍຮັບໃບຢັ້ງຢືນ ຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່;
3) ຂໍ້ມູນ, ຫຼັກຖານ ຫຼື ຄຳໂຕ້ແຍ້ງໃໝ່;
4) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
3. ການຂໍຍົກເລີກ ຫຼື ລົບລ້າງ
1) ຄຳສະເໜີ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2) ໃບມອບສິດ ໃນກໍລະນີທີ່ຍື່ນຜ່ານຜູ້ຕາງໜ້າ;
3) ສຳເນົາສິດທິບັດ, ອະນຸສິດທິບັດ ແລະ ໃບຢັ້ງຢືນການຈົດທະບຽນຊັບສິນອຸດສາຫະກຳຢູ່ ພາຍໃນ ຫຼື ຕ່າງປະເທດ ຫຼື ສຳເນົາຫຼັກຖານການເປັນເຈົ້າຂອງຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່ ຫຼື ການແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
4) ຂໍ້ມູນ, ຫຼັກຖານ ຫຼື ຄຳຊີ້ແຈງ;
5) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
ກໍລະນີ ຂໍພິຈາລະນາຂັ້ນສຸດທ້າຍ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:
1) ຄຳສະເໜີ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2) ສຳເນົາໜັງສືແຈ້ງຜົນການຍົກເລີກ ຫຼື ລົບລ້າງ ຂອງການຂໍຮັບໃບຢັ້ງຢືນ ຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່;
3) ຂໍ້ມູນ, ຫຼັກຖານ ຫຼື ຄຳໂຕ້ແຍ້ງໃໝ່;
4) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
4. ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
1) ຄຳສະເໜີ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2) ໃບມອບສິດ ກໍລະນີທີ່ຍື່ນຜ່ານຜູ້ຕາງໜ້າ;
3) ຂໍ້ມູນ, ຫຼັກຖານ ຫຼື ຄຳຊີ້ແຈງ;
4) ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
ກໍລະນີ ສຳນວນຄຳສະເໜີ ເປັນພາສາອັງກິດ ຜູ້ຍື່ນຕ້ອງສະໜອງເອກະສານ ສະບັບແປພາສາລາວ ພາຍໃນ ສາມສິບວັນ ນັບແຕ່ວັນທີຍື່ນຄຳສະເໜີ ນຳກົມຊັບສິນທາງປັນຍາ ຖ້າພົ້ນກຳນົດເວລາດັ່ງກ່າວ ກົມຊັບສິນທາງປັນຍາ ຈະບໍ່ພິຈາລະນາຄຳສະເໜີ ແລະ ຖືວ່າສະຫຼະສິດ.
第ມາດຕາ 7条
第7条 申请的受理
申请的受理应按以下每种情况执行:
1. 如果在知识产权局提交申请,必须受理文件齐全且符合本协议第7条规定正确的申请;
2. 如果通过省、首都的工业和商业厅或通过电子系统提交申请,必须受理文件齐全且符合本协议第7条规定正确的申请,并在收到申请之日起三个工作日内将上述文件送交知识产权局,以便进行审议处理。
ພາສາລາວ (老挝语原文)
ມາດຕາ 7 ການຮັບຄຳສະເໜີ
ການຮັບຄຳສະເໜີ ໃຫ້ປະຕິບັດ ຕາມແຕ່ລະກໍລະນີ ດັ່ງນີ້:
1. ຖ້າຫາກຍື່ນຄຳສະເໜີ ຢູ່ກົມຊັບສິນທາງປັນຍາ ຕ້ອງຮັບເອົາຄຳສະເໜີ ທີ່ມີສຳນວນເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້;
2. ກໍລະນີ ຍື່ນຄຳສະເໜີ ຜ່ານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຜ່ານລະບົບເອເລັກໂຕຣນິກ ຕ້ອງຮັບຄຳສະເໜີ ທີ່ມີສຳນວນເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ແລະ ນຳສົ່ງສຳນວນເອກະສານດັ່ງກ່າວ ໃຫ້ກົມຊັບສິນທາງປັນຍາ ພາຍໃນ ສາມວັນລັດຖະການ ນັບແຕ່ວັນທີຮັບຄຳສະເໜີ ເພື່ອດຳເນີນການພິຈາລະນາແກ້ໄຂ.
第ມາດຕາ 8条
第8条 对工业产权或植物新品种异议申请的审议
对工业产权或植物新品种异议申请的审议,应按以下规定进行:
1. 在收到异议申请后,知识产权局必须在收到申请之日起七个工作日内通知被异议的注册申请人,以便其在通知发出之日起六十天内提供说明和证据材料;如果未在规定期限内履行,知识产权局将根据已收到的证据材料进行审议;
2. 如果证据材料不完整或不明确,知识产权局必须向异议人和/或被异议人发出通知,要求其在通知发出之日起六十天内向知识产权局提供补充信息;如果未按通知履行,知识产权局将根据现有证据进行审议;
3. 知识产权局必须在三十天内研究并审议异议是否成立,并应将注册申请异议的结果通知当事人;
4. 如果当事人对上述审议结果不满意,可以在通知发出之日起三十天内向知识产权局提出复审请求。如果超过规定期限,则视为接受审议结果,并应按照本协议第4章规定的程序执行。
ພາສາລາວ (老挝语原文)
ມາດຕາ 8 ການພິຈາລະນາຄຳສະເໜີຂໍ້ຄັດຄ້ານຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່
ການພິຈາລະນາຄຳສະເໜີຂໍ້ຄັດຄ້ານຊັບສິນອຸດສາຫະກຳ ຫຼື ພັນພືດໃໝ່ ໃຫ້ປະຕິບັດດັ່ງນີ້:
1. ພາຍຫຼັງໄດ້ຮັບຄຳສະເໜີ ກົມຊັບສິນທາງປັນຍາ ຕ້ອງແຈ້ງໃຫ້ຜູ້ຖືກຄັດຄ້ານການຂໍຈົດທະບຽນຊາບ ພາຍໃນ ເຈັດວັນລັດຖະການ ນັບແຕ່ວັນທີຮັບຄຳສະເໜີ ເພື່ອສະໜອງຄຳຊີ້ແຈງ ແລະ ຂໍ້ມູນຫຼັກຖານ ພາຍໃນ ຫົກສິບວັນ ນັບແຕ່ວັນອອກແຈ້ງການ, ຖ້າບໍ່ປະຕິບັດຕາມການກຳນົດເວລາ ກົມຊັບສິນທາງປັນຍາ ຈະພິຈາລະນາຕາມຂໍ້ມູນຫຼັກຖານທີ່ໄດ້ຮັບ;
2. ຖ້າຫາກຂໍ້ມູນຫຼັກຖານ ບໍ່ຄົບຖ້ວນ ຫຼື ບໍ່ຊັດເຈນ ກົມຊັບສິນທາງປັນຍາ ຕ້ອງອອກແຈ້ງການ ເຖິງຜູ້ຂໍຄັດຄ້ານ ແລະ/ຫຼື ຜູ້ຖືກຄັດຄ້ານ ເພື່ອສະໜອງຂໍ້ມູນເພີ່ມເຕີມ ໃຫ້ກົມຊັບສິນທາງປັນຍາ ພາຍໃນ ຫົກສິບວັນ ນັບແຕ່ວັນອອກແຈ້ງການ, ຖ້າບໍ່ປະຕິບັດຕາມແຈ້ງການ ກົມຊັບສິນທາງປັນຍາ ຈະພິຈາລະນາຕາມຫຼັກຖານທີ່ມີ;
3. ພາຍໃນ ສາມສິບວັນ ກົມຊັບສິນທາງປັນຍາ ຕ້ອງຄົ້ນຄວ້າ ແລະ ພິຈາລະນາ ການຄັດຄ້ານວ່າເປັນຜົນ ຫຼື ບໍ່ເປັນຜົນ ແລະ ຕ້ອງແຈ້ງຜົນການຄັດຄ້ານຄຳຮ້ອງຂໍຈົດທະບຽນ ໃຫ້ຄູ່ກໍລະນີຊາບ;
4. ຖ້າຄູ່ກໍລະນີ ບໍ່ພໍໃຈຕໍ່ຜົນການພິຈາລະນາດັງກ່າວ, ສາມາດສະເໜີຄຳຮ້ອງຂໍພິຈາລະນາຄືນ ຕໍ່ກົມຊັບສິນທາງປັນຍາ ພາຍໃນ ສາມສິບວັນ ນັບແຕ່ວັນອອກແຈ້ງການເປັນຕົ້ນໄປ. ຖ້າກາຍເວລາທີ່ກຳນົດໄວ້ ຖືວ່າຍິນຍອມຕໍ່ຜົນການພິຈາລະນາ ແລະ ໃຫ້ປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ໃນໝວດ 4 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 9条
第9条 知识产权所有人提出的撤销或注销申请的审查
所有人提出的撤销或注销申请的审查应按以下程序进行:
1. 在知识产权局收到所有人提出的撤销或注销工业产权、植物新品种注册或版权登记的申请后,知识产权局必须研究和审查证据材料,并必须在收到申请之日起六十日内将撤销或注销申请的结果通知申请人;
2. 如果证据材料不完整或不明确,知识产权局必须发出通知或邀请函给所有人提出的撤销或注销申请人,以便在通知发出之日起三十日内向知识产权局提供补充材料,如果不遵守通知,将根据现有证据进行审查。
ພາສາລາວ (老挝语原文)
ມາດຕາ 9 ການພິຈາລະນາຄຳສະເໜີຂໍ້ຍົກເລີກ ຫຼື ລົບລ້າງ ໂດຍເຈົ້າຂອງຊັບສິນທາງປັນຍາ
ການພິຈາລະນາ ການຂໍຍົກເລີກ ຫຼື ລົບລ້າງໂດຍເຈົ້າຂອງ ຕ້ອງດຳເນີນການ ດັ່ງນີ້:
1. ພາຍຫຼັງກົມຊັບສິນທາງປັນຍາ ໄດ້ຮັບຄຳສະເໜີຂໍຍົກເລີກ ຫຼື ລົບລ້າງ ການຈົດທະບຽນຊັບສິນອຸດສາຫະກຳ, ພັນພືດໃໝ່ ຫຼື ການແຈ້ງຂໍ້ມູນລິຂະສິດ ໂດຍເຈົ້າຂອງ, ກົມຊັບສິນທາງປັນຍາ ຕ້ອງຄົ້ນຄວ້າ ແລະ ພິຈາລະນາຂໍ້ມູນຫຼັກຖານ ແລະ ຕ້ອງແຈ້ງຜົນການຂໍຍົກເລີກ ຫຼື ລົບລ້າງ ໃຫ້ຜູ້ຮ້ອງຂໍຊາບ ພາຍໃນ ຫົກສິບວັນ ນັບແຕ່ວັນທີ່ໄດ້ຮັບຄຳສະເໜີ;
2. ກໍລະນີ ຂໍ້ມູນຫຼັກຖານ ບໍ່ຄົບຖ້ວນ ຫຼື ບໍ່ຊັດເຈນ, ກົມຊັບສິນທາງປັນຍາ ຕ້ອງອອກແຈ້ງການ ຫຼື ຈົດໝາຍ ເຊີນ ເຖິງຜູ້ຂໍຍົກເລີກ ຫຼື ລົບລ້າງ ໂດຍເຈົ້າຂອງ ເພື່ອສະໜອງຂໍ້ມູນເພີ່ມເຕີມ ໃຫ້ກົມຊັບສິນທາງປັນຍາ ພາຍໃນ ສາມສິບວັນ ນັບແຕ່ວັນທີ່ອອກແຈ້ງການ, ຖ້າບໍ່ປະຕິບັດຕາມແຈ້ງການ ຈະພິຈາລະນາຕາມຫຼັກຖານທີ່ມີ.
第ມາດຕາ 10条
第10条 提案审议
提案审议必须按以下步骤进行:
1. 在收到完整的提案后,知识产权局必须在七个工作日内通知被反对或拒绝、撤销或注销的一方,以便其提供说明和证据材料给知识产权局,自通知发出之日起三十日内;如不按时履行,知识产权局将根据已收到的证据进行审议;
2. 若证据材料不完整或不明确,知识产权局必须向当事方发出通知,以便在十五日内向知识产权局提供补充信息,自通知发出之日起;如不遵守通知,知识产权局将根据现有证据进行审议;
3. 知识产权局必须进行研究并在认为提案有效或无效后,必须在十个工作日内将结果通知当事方;
4. 若当事方对审议结果不满意,可以在结果通知发出之日起三十日内,向知识产权局提交新的提案卷宗,包括说明和新的证据材料,要求重新审议;若超过上述期限,则视为接受审议结果。
ພາສາລາວ (老挝语原文)
ມາດຕາ 10 ການພິຈາລະນາຄຳສະເໜີ
ການພິຈາລະນາຄຳສະເໜີ ຕ້ອງດຳເນີນການຕາມຂັ້ນຕອນ ດັ່ງນີ້:
1. ພາຍຫຼັງໄດ້ຮັບຄຳສະເໜີຄົບຖ້ວນ ກົມຊັບສິນທາງປັນຍາ ຕ້ອງແຈ້ງໃຫ້ຜູ້ຖືກຄັດຄ້ານ ຫຼື ປະຕິເສດ,
-ຂ ຖະ
ກເລີກ ຫຼື ລືບລ້າງ ຮັບຊາບ ພາຍໃນ ເຈັດວັນລັດຖະການ ເພື່ອສະໜອງຄຳຊີ້ແຈງ ແລະ ຂໍ້ມູນຫຼັກຖານ
ຈ
ກົມຊັບສິນທາງປັນຍາ ພາຍໃນ ສາມສິບວັນ ນັບແຕ່ວັນທີອອກແຈ້ງການ, ຖ້າບໍ່ປະຕິບັດຕາມກຳນົດເວລາ
ກົມຊັບສິນທາງປັນຍາ ຈະພິຈາລະນາຕາມຫຼັກຖານທີ່ໄດ້ຮັບ:
2. ກໍລະນີ ຂໍ້ມູນຫຼັກຖານ ບໍ່ຄົບຖ້ວນ ຫຼື ບໍ່ຊັດເຈນ ກົມຊັບສິນທາງປັນຍາ ຕ້ອງອອກແຈ້ງການ ເຖິງຄູ່
ກໍລະນີຊາບ ເພື່ອສະໜອງຂໍ້ມູນເພີ່ມເຕີມ ໃຫ້ກົມຊັບສິນທາງປັນຍາ ພາຍໃນ ສິບຫ້າວັນ ນັບແຕ່ວັນທີອອກແຈ້ງການ,
ຖ້າບໍ່ປະຕິບັດຕາມແຈ້ງການ ກົມຊັບສິນທາງປັນຍາ ຈະພິຈາລະນາຕາມຫຼັກຖານທີ່ມີ;
3. ກົມຊັບສິນທາງປັນຍາ ຕ້ອງຄົ້ນຄວ້າ ແລະ ພິຈາລະນາພາຍຫຼັງເຫັນວ່າຄຳສະເໜີ ເປັນຜົນ ຫຼື ບໍ່ເປັນ
ຜົນ ຕ້ອງອອກແຈ້ງຜົນ ໃຫ້ຄູ່ກໍລະນີຊາບ ພາຍໃນ ສິບວັນລັດຖະການ:
4. ຖ້າຫາກຄູ່ກໍລະນີ ບໍ່ພໍໃຈຕໍ່ຜົນການພິຈາລະນາ, ສາມາດປະກອບສຳນວນຄຳສະເໜີພ້ອມດ້ວຍ ຄຳຊີ້ແຈງ
ແລະ ຂໍ້ມູນຫຼັກຖານໃໝ່ ໃຫ້ກົມຊັບສິນທາງປັນຍາ ພິຈາລະນາຄືນໃໝ່ ພາຍໃນ ສາມສິບວັນ ນັບແຕ່ວັນອອກແຈ້ງຜົນ,
ຖ້າພົ້ນກຳນົດເວລາດັ່ງກ່າວ ໃຫ້ຖືວ່າຍອມຮັບຕໍ່ຜົນການພິຈາລະນາ.
第ມາດຕາ 11条
第11条 版权及相关权登记争议的审理
版权及相关权登记争议的审理必须按以下程序进行:
1. 进行调查并审议关于获得保护的解释的申请,按照《知识产权法》第5条、第91条和第95条及相关法规的规定,并在审议之日起十个工作日内将审议结果通知申请人;
2. 如发生争议,可向知识产权局提出行政争议解决申请,该局审议后必须在十个工作日内通知结果;
3. 如发生关于版权及相关权作品所有权的争议,可向人民法院提起诉讼,以对该争议作出裁决。
ພາສາລາວ (老挝语原文)
ມາດຕາ 11 ການພິຈາລະນາຂໍ້ຂັດແຍ່ງ ກ່ຽວກັບແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
ການພິຈາລະນາຂໍ້ຂັດແຍ່ງ ກ່ຽວກັບແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕ້ອງດຳເນີນການ ຕາມຂັ້ນຕອນ ດັງນີ້:
1. ດຳເນີນການຄົ້ນຕວ້າ ແລະ ພິຈາລະນາຕຳສະເຫີ ກ່ຽວກັບການຕີຄວາມບນາຍໃນການໄດ້ຮັບການປົກປ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 5, 91 ແລະ 95 ຂອງກົດບນາຍ ວ່າດ້ວຍຊັບສິນທາງປັນຍາ, ລະບຽບການທີ່ກ່ຽວຂ້ອງ ແລະ ແຈ້ງຜົນການພິຈາລະນາໃຫ້ຜູ້ສະເຫພືຊາບ ພາຍໃນ ສິບວັນ ລັດຖະການ ນັບແຕ່ວັນທີພິຈາລະນາເເລ້ວ;
2. ກໍລະນີ ມີຂໍ້ຂັດແຍ່ງເກີດຂຶ້ນ ສາມາດຍືນຄຳສະເຫີຂໍແກ້ ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ນຳກົມຊັບສິນ ທາງປັນຍາ, ພາຍຫຼັງກົມພິຈາລະນາແລ້ວຕ້້ອງແຈ້ງຜົນ ພາບໃນ ສິບວັນ ລັດຖຖະການ;
3. ກໍລະນີ ມີຂໍ້ຂັດແຍ່ງເກີດຂຶ້ນ ກ່ຽວກັບການເປັນເຈົ້າຂອງຜົນງານແເຈ້ງລິຂະສິດ ແລະ ຮິດກ່ຽວຂ້ອງ ກັບລິຂະສິດ, ສາມາດດຳເນີນການຮ້ອງຟ້ອງຢູ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຂໍ້ຂັດແຍ່ງດັງກ່າວ.
第ມາດຕາ 12条
第12条 委员会审议解决争议
行政争议解决委员会在收到复议申请书及证据材料后,须按以下步骤进行:
1. 须任命行政争议解决委员会进行研究和复议;
2. 须在任命之日起十五日内召开会议审议解决申请;
3. 必要时可在五个工作日内邀请当事人前来说明或提供补充信息;
4. 会议结束后,行政争议解决委员会须立即完成解决申请结果的记录,最迟不超过会议结束后三个工作日。
ພາສາລາວ (老挝语原文)
ມາດຕາ 12 ການພິຈາລະນາແກ້ໄຂຂໍ້ຂັດແຍ່ງ ໂດຍຄະນະກຳມະການ
ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ໄດ້ຮັບສຳນວນຄຳສະເໜີຂໍພິຈາລະນາຄືນ ແລະ ຂໍ້ມູນຫຼັກຖານແລ້ວ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ຕ້ອງແຕ່ງຕັ້ງຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ເພື່ອຄົ້ນຄວ້າ ແລະ ພິຈາລະນາຄືນ;
2. ຕ້ອງເປີດກອງປະຊຸມ ເພື່ອພິຈາລະນາແກ້ໄຂຄຳສະເໜີ ພາຍໃນ ສິບຫ້າວັນ ນັບແຕ່ວັນທີໄດ້ຮັບການແຕ່ງຕັ້ງ;
3. ກໍລະນີ ຈຳເປັນສາມາດເຊີນຄູ່ກໍລະນີ ມາຊີ້ແຈງ ຫຼື ສະໜອງຂໍ້ມູນເພີ່ມເຕີມ ພາຍໃນ ຫ້າວັນ ລັດຖະການ;
4. ພາຍຫຼັງສຳເລັດກອງປະຊຸມ ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ຕ້ອງສ້າງບົດບັນທຶກຜົນການແກ້ໄຂຄຳສະເໜີ ໃຫ້ສຳເລັດໂດຍທັນທີ ຫຼື ຊ້າສຸດບໍ່ໃຫ້ເກີນ ສາມວັນ ລັດຖະການ ນັບແຕ່ວັນທີສຳເລັດກອງປະຊຸມ.
本页展示前 12 条,全文共 25 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读