ດຳລັດວ່າດ້ວຍ ນະໂຍບາຍຕໍ່ຄະນະກິລາທິມຊາດ
国家体育队政策令
National Sports Team Policy Decree
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຈັດຕັ້ງປະຕິບັດນະໂຍບາຍຂອງທີມກິລາແຫ່ງຊາດລາວ, ເນື້ອໃນຫຼັກກວມເອົາການຄຸ້ມຄອງສິດທິຜົນປະໂຫຍດຂອງນັກກິລາ, ຄູຝຶກ ແລະ ບຸກຄະລາກອນອື່ນໆ ເຊັ່ນ: ຄ່າອາຫານ, ທີ່ພັກ, ເງິນຊ່ວຍເຫຼືອ, ການປະກັນໄພ ແລະ ການຍ້ອງຍໍສັນລະເສີນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ນະໂຍບາຍຕໍ່ຄະນະກິລາທີມຊາດ
ນະໂຍບາຍຕໍ່ຄະນະກິລາທີມຊາດ ແມ່ນ ການປະຕິບັດນະໂຍບາຍ ດ້ານ ອັດຕາກິນ, ຄ່າພັກເຊົາ, ເດີນທາງ, ເງິນອຸດຫຼນແຮງງານ, ການຍ້ອງຍໍ ແລະ ໃຫ້ລາງວັນ, ການປະກັນໄພ ລວມທັງນະໂຍບາຍອື່ນ ສຳລັບ ການເຄື່ອນໄຫວໃນໄລຍະເວລາ ກະກຽມ, ເຂົ້າຮ່ວມ ແລະ ຫຼັງການແຂ່ງຂັນ ໃຫ້ແກ່ຄະນະກິລາທີມຊາດ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ນັກກິລາປະເພດທີມ ໝາຍເຖິງ ປະເພດກິລາທີ່ຫຼີ້ນເປັນທີມ ເປັນຕົ້ນ ບານເຕະ, ບານສົ່ງ, ບານບ້ວງ, ຮັກບີ້, ເບສະບອນ ແລະ ປະເພດກິລາອື່ນ;
2. ນັກກິລາປະເພດບຸກຄົນ ໝາຍເຖິງ ປະເພດກິລາໃດໜຶ່ງທີ່ຫຼີ້ນເປັນບຸກຄົນ ເປັນຕົ້ນ ກະຕໍ້, ລອຍນໍ້າ, ແລ່ນ-ລານ ແລະ ປະເພດກິລາອື່ນ;
3. ນັກຂ່າວກິລາ ໝາຍເຖິງ ນັກຂ່າວຜູ້ທີ່ມີຄວາມຮູ້ທາງດ້ານກິລາ ແລະ ໄດ້ຜ່ານການຈັດຕັ້ງທີ່ກ່ຽວຂ້ອງ ໃຫ້ເຂົ້າຮ່ວມເກັບກຳຂ່າວກ່ຽວກັບວຽກງານກິລາ-ກາຍຍະກຳ;
4. ແພດກິລາ ໝາຍເຖິງ ແພດທີ່ໄດ້ຜ່ານການຮຽນຫຼັກສູດກ່ຽວກັບແພດກິລາ ທີ່ຈົບຈາກພາຍໃນ ແລະ ພາກພື້ນ ແລະ ສາກົນ.
ມາດຕາ ມາດຕາ 3
ມາດຕາ 4 ຫຼັກການ ກ່ຽວກັບການປະຕິບັດນະໂຍບາຍຕໍ່ຄະນະກິລາທີມຊາດ
ການປະຕິບັດນະໂຍບາຍຕໍ່ຄະນະກິລາທີມຊາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ລະບຽບການ ແລະ ແຜນຍຸດທະສາດພັດທະນາກິລາ-ກາຍຍະກຳ;
2. ຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ເປີດເຜີຍ, ໂປ່ງໃສ ແລະ ສາມາດກວດສອບໄດ້;
3. ຮັບປະກັນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ