关于体育运动服装的决定
ຂໍ້ຕົກລົງວ່າດ້ວຍ ຊຸດເຄື່ອງແບບກິລາ-ກາຍຍະກຳ
Decision on Sports Clothing
简介
该法规调整老挝体育管理机构及国家队人员的制服使用,详细规定了国际服、民族服等六类运动服的样式、标志及颜色要求。
Summary
This regulation governs the use of uniforms for sports management agencies and national team personnel in Laos, specifying styles, logos, and colors for six types of sportswear, including international and ethnic attire.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການນຳໃຊ້ເຄື່ອງແບບຂອງອົງການຄຸ້ມຄອງກິລາ ແລະ ພະນັກງານທີມຊາດໃນ ສປປ ລາວ, ກຳນົດລາຍລະອຽດກ່ຽວກັບຮູບແບບ, ເຄື່ອງໝາຍ ແລະ ສີຂອງເຄື່ອງແບບກິລາຫົກປະເພດ ລວມທັງຊຸດສາກົນ ແລະ ຊຸດປະຈຳຊາດ.
条文
第ມາດຕາ 1条
第2条 体育运动制服
体育运动制服是指在正式仪式、比赛以及国内外体育运动活动中使用的制服。
ພາສາລາວ (老挝语原文)
ມາດຕາ 2 ຊຸດເຄື່ອງແບບກິລາ-ກາຍຍະກຳ
ຊຸດເຄື່ອງແບບກິລາ-ກາຍຍະກຳ ແມ່ນຊຸດເຄື່ອງແບບທີ່ນຳໃຊ້ເຂົ້າໃນພິທີທາງການ, ການແຂ່ງຂັນ ແລະ ການເຄື່ອນໄຫວວຽກງານກິລາ-ກາຍຍະກຳ ທັງພາຍໃນ ແລະ ຕ່າງປະເທດ.
第ມາດຕາ 2条
第2条 适用范围
本协议适用于在国内和国外从事体育-体操工作的体育管理委员会和国家体育队委员会。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບຄະນະບໍລິຫານງານກິລາ ແລະ ຄະນະກິລາທີມຊາດ ທີ່ເຄື່ອນໄຫວວຽກງານກິລາ-ກາຍຍະກຳ ທັງພາຍໃນ ແລະ ຕ່າງປະເທດ.
第ມາດຕາ 3条
第4条 运动服种类
运动服有以下6种:
1. 国际服;
2. 民族服;
3. 热身服和T恤;
4. 比赛用服;
5. 体育工作人员服;
6. 国家体育联合会制服。
ພາສາລາວ (老挝语原文)
ມາດຕາ 4 ປະເພດຊຸດເຄື່ອງແບບກິລາ-ກາຍຍະກຳ
ຊຸດເຄື່ອງແບບກິລາ-ກາຍຍະກຳ ມີ 6 ປະເພດ ດັ່ງນີ້:
1. ຊຸດສາກົນ;
2. ຊຸດປະຈຳຊາດ;
3. ຊຸດວອມ ແລະ ເສື້ອຍືດ;
4. ຊຸດນຳໃຊ້ສຳລັບການແຂ່ງຂັນ;
5. ຊຸດບຸກຄະລາກອນກິລາ-ກາຍຍະກຳ;
6. ຊຸດເຄື່ອງແບບສະຫະພັນກິລາແຫ່ງຊາດ.
第ມາດຕາ 4条
第4条 国际制服
国际制服的形式如下:
1. 老挝国家奥林匹克委员会:左胸上方有老挝国家奥林匹克委员会标志,为五个环组成五种颜色:蓝、黑、红、黄、绿,位于国旗图案下方;
2. 老挝国家残疾人奥林匹克委员会:左胸上方有老挝国家残疾人奥林匹克委员会标志,上方为老挝国旗图案,下方有三条线组成三种颜色:红、蓝、绿,位于国旗图案下方;
3. 体育-体操人员:左胸上方有体育-体操标志,为火炬形状,红色覆盖金色龙头,下方有跑道标志,有法语数字“1/108”;
4. 国家体育联合会人员:左胸上方有体育联合会标志,为联合会专用旗帜图案、运动项目标志,有老挝文和国际文字。
ພາສາລາວ (老挝语原文)
ມາດຕາ 4 ຊຸດສາກົນ
ຊຸດສາກົນ ມີຮູບແບບ ດັ່ງນີ້:
1. ຄະນະກຳມະການກິລາໂອແລມປີກແຫ່ງຊາດລາວ: ເທິງບ່າເບື້ອງຊ້າຍ ມີເຄື່ອງໝາຍຄະນະກຳມະການໂອແລມປີກແຫ່ງຊາດລາວ ເປັນຮູບວົງແຫວນ 5 ວົງ ປະກອບກັນ 5 ສີ ດັ່ງນີ້: ສີຟ້າ, ສີດຳ, ສີແດງ, ສີເຫຼືອງ ແລະ ສີຂຽວ ຢູ່ດ້ານລຸ່ມຂອງຮູບທຸງຊາດ;
2. ຄະນະກຳມະການກິລາພາຣາແລມປີກແຫ່ງຊາດລາວ: ເທິງບ່າເບື້ອງຊ້າຍ ມີເຄື່ອງໝາຍຄະນະກຳມະການພາຣາແລມປີກແຫ່ງຊາດລາວ ເປັນຮູບທຸງຊາດລາວຢູ່ດ້ານເທິງ ແລະ ມີ 3 ຂີດ ປະກອບມີ 3 ສີ ດັ່ງນີ້: ສີແດງ, ສີຟ້າ ແລະ ສີຂຽວ ຢູ່ດ້ານລຸ່ມຂອງຮູບທຸງຊາດ;
3. ບຸກຄະລາກອນກິລາ-ກາຍຍະກຳ: ເທິງບ່າເບື້ອງຊ້າຍ ມີເຄື່ອງໝາຍກິລາ-ກາຍຍະກຳ ເປັນຮູບທວນໄຟ, ສີແດງກວມຫົວນາກສີຄຳ, ມີສັນຍາລັກທາງແລ່ນຢູ່ເບື້ອງລຸ່ມ, ມີຕົວເລກພາສາຝຣັ່ງ “1/108”;
4. ບຸກຄະລາກອນສະຫະພັນກິລາແຫ່ງຊາດ: ເທິງບ່າເບື້ອງຊ້າຍ ມີເຄື່ອງໝາຍສະຫະພັນກິລາ ເປັນຮູບທຸງສະເພາະຂອງສະຫະພັນກິລາ, ສັນຍາລັກຂອງປະເພດກິລາ, ມີຕົວໜັງສືເປັນພາສາລາວ ແລະ ພາສາສາກົນ.
第ມາດຕາ 5条
第5条 体育-健身人员制服
体育-健身人员制服样式如下:
1. 体育-健身人员制服在左胸上方有体育-健身标志;
2. 浅蓝色长袖衬衫(男女);
3. 黑色长裤(男);
4. 深蓝色筒裙和裙带(女);
5. 深蓝色领带(男)。
体育-健身人员制服的颜色将定期更换。
ພາສາລາວ (老挝语原文)
ມາດຕາ 5 ຊຸດບຸກຄະລາກອນກິລາ-ກາຍຍະກຳ
ຊຸດບຸກຄະລາກອນກິລາ-ກາຍຍະກຳ ມີຮູບແບບ ດັ່ງນີ້:
1. ຊຸດບຸກຄະລາກອນກິລາ-ກາຍຍະກຳ ເທິງຫົວເອິກເບື້ອງຊ້າຍມີເຄື່ອງໝາຍກິລາ-ກາຍຍະກຳ;
2. ເສື້ອເຊີດແຂນຍາວສີຟ້າອ່ອນ (ຊາຍ-ຍິງ);
3. ໂສ້ງຂາຍາວສີດຳ (ຊາຍ);
4. ຜ້າສິ້ນ ແລະ ຕິນສິ້ນເປັນສີຟ້າແກ່ (ຍິງ);
5. ກາລະວັດສີຟ້າແກ່ (ຊາຍ).
ສຳລັບສີຊຸດບຸກຄະລາກອນກິລາ-ກາຍຍະກຳ ຈະມີການປ່ຽນແປງໃນແຕ່ລະໄລຍະ.
第ມາດຕາ 6条
第6条 国家体育联合会人员制服
国家体育联合会人员制服样式如下:
国家体育联合会人员制服左胸前有联合会徽章;
长袖衬衫颜色不限(男女);
黑色或深色长裤(男);
筒裙和裙边颜色不限(女);
领带颜色不限(男)。
ພາສາລາວ (老挝语原文)
ມາດຕາ 6 ຊຸດບຸກຄະລາກອນສະຫະພັນກິລາແຫ່ງຊາດ
ຊຸດບຸກຄະລາກອນສະຫະພັນກິລາແຫ່ງຊາດ ມີຮູບແບບ ດັ່ງນີ້:
ຊຸດບຸກຄະລາກອນສະຫະພັນກິລາແຫ່ງຊາດ ເທິງຫ້າເອ໊ກເບື້ອງຊ້າຍມີກາບນາຍຂອງສະຫະພັນ;
ເສື້ອເຊີດແຂນຍາວບໍ່ຈຳກັດສີ (ຊາຍ-ຍິງ);
ໂສ້ງຂາຍາວສີດຳ ຫຼື ສີກົມ (ຊາຍ);
ຜືນສິ້ນ ແລະ ຕີນສິ້ນບໍ່ຈຳກັດສີ (ຍິງ);
ກາລະວັດບໍ່ຈຳກັດສີ (ຊາຍ).
第ມາດຕາ 7条
第7条 民族服装
在正式仪式、体育-体操活动中穿着的民族服装样式如下:
1. 男性民族服装
1.1 上衣
- 衣料:老挝生产的丝绸或棉布;
- 衣领:立领或翻领;
- 衣袖:长袖,直筒形,袖口钉三粒纽扣;
- 上衣颜色:不限颜色;
- 衣袋:左上方一个挖袋,无袋盖,下方两个口袋,有袋盖;
- 纽扣:五至七粒;
- 上衣后背:分为两片。
1.2 裤子
- 裤料:黑色或深色;
- 裤子:长裤,直筒形。
1.3 腰带
- 腰带:黑白相间花纹。
1.4 鞋
- 黑色皮鞋和黑色袜子。
2. 女性民族服装
2.1 上衣
- 衣料:老挝丝绸或棉布,为老挝产品;
- 上衣颜色:不限;
- 衣领:宽四至七厘米,领口向右至左斜开,用棉线或丝线绣花或镶边,并钉三粒与衣料颜色相协调的纽扣于领边;
- 衣袖:长袖,直筒形,长度超过肘部至手腕。
2.2 筒裙
- 筒裙:有裙头和裙身;
2.3 披肩
- 老挝手工花纹披肩,圆形,长二百二十五厘米,宽三十六至四十厘米,与筒裙布相协调,筒裙布长二百二十至二百二十五厘米。
2.4 鞋
- 鞋:高跟鞋,包头包跟,有跟,黑色、棕色或其他与服装相协调的颜色。
ພາສາລາວ (老挝语原文)
ມາດຕາ 7 ຊຸດປະຈຳຊາດ
ຊຸດປະຈຳຊາດ ທີ່ໃສ່ເຂົ້າໃນພິທີທາງການ ກິລາ-ກາຍຍະກຳ ມີຮູບແບບ ດັ່ງນີ້:
1. ຊຸດປະຈຳຊາດ ສຳລັບເພດຊາຍ
1.1 ເສື້ອ
- ແພເສື້ອ: ແພໄໝ ຫຼື ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ;
- ຄໍເສື້ອ: ຄໍຕັ້ງປິດ ຫຼື ເຊີດ;
- ແຂນເສື້ອ: ແຂນຍາວຊົງກະບອກ ຕິດກະດຸມສາມເມັດຢູ່ປາຍແຂນເສື້ອ;
- ສີເສື້ອ: ບໍ່ຈຳກັດສີ;
- ຖົງເສື້ອ: ເປັນຖົງເຈາະຢູ່ເທິງເບື້ອງຊ້າຍ ໜຶ່ງຖົງບໍ່ມີຝາປິດ ມີຖົງເສື້ອດ້ານລຸ່ມສອງຖົງ ມີຝາປິດ;
- ກະດຸມເສື້ອ: ຫ້າ ຫາ ເຈັດ ເມັດ;
- ດ້ານຫຼັງຂອງເສື້ອ: ແຈກເປັນສອງເບື້ອງ.
1.2 ໂສ້ງ
- ແພໂສ້ງ: ສີດຳ ແລະ ສີມືດ;
- ໂສ້ງ: ຂາຍາວຊົງກະບອກ.
1.3 ແພຂາວມ້າ
- ແພຂາວມ້າ ລາຍສີຂາວ ແລະ ດຳ.
1.4 ເກີບ
- ຂັດມັນສີດຳ ແລະ ຖົງເທົ້າດຳ.
2. ຊຸດປະຈຳຊາດ ສຳລັບເພດຍິງ
2.1 ເສື້ອ
- ແພເສື້ອ: ແພໄໝລາວ ຫຼື ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ;
- ສີເສື້ອ: ບໍ່ຈຳກັດ;
- ຄໍເສື້ອ: ຂະໜາດສີ່ ຫາ ເຈັດ ຊັງຕີແມັດ, ຄໍປ້າຍໃສ່ແຂບ ບ່າຍຂວາ ຫາ ຊ້າຍ, ຕໍ່າ ຫຼື ປັກແສ່ວ ດ້ວຍຝ້າຍ ຫຼື ໄໝ ແລະ ຕິດກະດຸມ ທີ່ມີສີກົມກືນກັບສີແພເສື້ອ ສາມເມັດ ຢູ່ປ້າຍແຂບເສື້ອ;
- ແຂນເສື້ອ: ແຂນຍາວຊົງກະບອກ ຍາວກາຍແຂນສອກເຖິງຂໍ້ແຂນ.
2.2 ຜ້າສິ້ນ
- ຜ້າສິ້ນ: ມີທົວສິ້ນ ແລະ ມິຕິນສິ້ນ;
2.3 ແພບ່ຽງ
- ແພບ່ຽງລາຍຫັດຖະກຳລາວ ເບັນຊຸດກົມ ສອງຮ້ອຍຊາວຫ້າ ຊັງຕີແມັດ, ລວງກ້ວາງ ສາມສິບຫົກ ຫາ ສີ່ສິບ ຊັງຕີແມັດ, ກົມກືນກັບຜືນສິ້ນ ຂະໜາດລວງຍາວ ສອງຮ້ອຍຊາວ ຫາ ສອງຮ້ອຍຊາວຫ້າ ຊັງຕີແມັດ.
2.4 ເກີບ
- ເກີບ: ເກີບສູບ ປິດສົ້ນ ປິດບາຍ ມີສົ້ນ, ສີດຳ, ສີນ້ຳຕານ ຫຼື ສີອື່ນ ທີ່ກົມກືນກັບເຄື່ອງນຸ່ງ.
第ມາດຕາ 8条
第8条 运动服和T恤参加比赛
参加比赛的运动服和T恤采用老挝国旗的颜色,具体如下:
1. 运动服:左胸前有国旗图案,衣服背面有法文字母“LAO”;
颜色基调:白-蓝-红;
2. T恤:左胸前有国旗图案,衣服背面有法文字母“LAO”;
颜色基调:白-蓝-红。
服装的款式设计应贴近国服和比赛的特色。
ພາສາລາວ (老挝语原文)
ມາດຕາ 8 ຊຸດວອມ ແລະ ເສື້ອຍືດ ເຂົ້າຮ່ວມການແຂ່ງຂັນ
ຊຸດວອມ ແລະ ເສື້ອຍືດ ເຂົ້າຮ່ວມການແຂ່ງຂັນ ມີໂທນສີທຸງຊາດລາວ ດັ່ງນີ້:
1. ຊຸດວອມ: ເທິງຫົວເອິກເບື້ອງຊ້າຍ ມີຮູບທຸງຊາດ, ດ້ານຫຼັງຂອງເສື້ອມີຕົວໜັງສືເປັນພາສາຝຣັ່ງ “LAO”;
ໂທນສີ ຂາວ-ຟ້າ-ແດງ;
2. ເສື້ອຍືດ: ເທິງຫົວເອິກເບື້ອງຊ້າຍ ມີຮູບທຸງຊາດ, ດ້ານຫຼັງຂອງເສື້ອມີຕົວໜັງສືເປັນພາສາຝຣັ່ງ “LAO”;
ໂທນສີ ຂາວ-ຟ້າ-ແດງ.
ສຳລັບແບບລວດລາຍຂອງເຄື່ອງນຸ່ງ ແມ່ນໃຫ້ອອກແບບໃຫ້ໃກ້ຄຽງກັບກາບນາຍ ແລະ ເອກະລັກຂອງງານແຂ່ງຂັນ.
第ມາດຕາ 9条
第9条 运动服。
运动服的形式如下:
1. 某些体育项目的运动服可根据相关体育联合会的规则和原则确定,例如:足球、排球、篮球、藤球等;
2. 某些体育项目的运动服有体育联合会规定的专用比赛服,例如:柔道、跆拳道、拳击等;
3. 佩戴老挝国旗图案并印有法文“14.08”字样,须依据各体育项目的规程。
ພາສາລາວ (老挝语原文)
ມາດຕາ 9 ຊຸດນຳໃຊ້ສຳລັບການແຂ່ງຂັນກິລາ.
ຊຸດນຳໃຊ້ສຳລັບການແຂ່ງຂັນກິລາ ມີຮູບແບບ ດັ່ງນີ້ :
1. ຊຸດນຳໃຊ້ສຳລັບການແຂ່ງຂັນ ບາງປະເພດກິລາ ສາມາດກຳນົດຕາມລະບຽບທຫຼັກການ ຂອງສະຫະພັນກິລາ ທີ່ກ່ຽວຂ້ອງເປັນຕົ້ນ: ກິລາ ບານເຕະ, ບານສົ່ງ, ບານບ້ວງ, ກະຕໍ້ ແລະ ອື່ນໆ;
2. ຊຸດນຳໃຊ້ສຳລັບການແຂ່ງຂັນ ບາງປະເພດກິລາທີ່ມີການກຳນົດຊຸດແຂ່ງຂັນສະເພາະຂອງສະຫະພັນກິລາ ເປັນຕົ້ນ: ກິລາ ຢູໂດ, ເທຄວັນໂດ, ປັນຈັກສີລັດ ແລະ ອື່ນໆ;
3. ການຕິດຮູບທຸງຊາດລາວ ແລະ ມີຫຼັງສືເປັນພາສາຝຣັ່ງ "14.08" ຕ້ອງອີງໃສ່ລະບຽບກະຕິກາ ຂອງ ແຕ່ລະປະເພດກິລາ.
第ມາດຕາ 10条
第10条 国旗图案和文字的尺寸确定
国旗图案和文字的尺寸确定如下:
1. 国旗图案位于文件左上角,尺寸为5.9厘米乘以3.5厘米,
7.5厘米乘以4.5厘米;
2. 文字尺寸为18厘米乘以6厘米。
ພາສາລາວ (老挝语原文)
ມາດຕາ 10 ການກຳນົດຂະໜາດ ຂອງຮູບທຸງຊາດ ແລະ ຕົວໜັງສື
ການກຳນົດຂະໜາດ ຂອງຮູບທຸງຊາດ ແລະ ຕົວໜັງສື ມີດັ່ງນີ້:
1. ຮູບທຸງຊາດ ຢູ່ເທິງຫ້າເອກະສານ ເບື້ອງຊ້າຍ ມີຂະໜາດ ຫ້າຈຸດເກົ້າ ຊັງຕີແມັດ ຄູນ ສາມຈຸດຫ້າ ຊັງຕີແມັດ,
ເຈັດຈຸດຫ້າ ຊັງຕີແມັດ ຄູນ ສີ່ຈຸດຫ້າ ຊັງຕີແມັດ;
2. ຕົວໜັງສື ມີຂະໜາດ ສິບແປດ ຊັງຕີແມັດ ຄູນ ຫົກ ຊັງຕີແມັດ.
第ມາດຕາ 11条
第11条 运动-体操制服的管理
教育部和体育部的高水平运动司和大众体育、体育与艺术教育司负责在全国范围内统一管理运动-体操制服的使用,并与老挝国家奥林匹克委员会、老挝国家残疾人奥林匹克委员会、国家体育联合会、老挝大学体育联合会、老挝普通学生体育联合会、运动-体操协会、运动-体操俱乐部以及相关部门协调。
ພາສາລາວ (老挝语原文)
ມາດຕາ 11 ການຄຸ້ມຄອງຊຸດເຄື່ອງແບບກິລາ-ກາຍຍະກຳ
ກົມກິລາລະດັບສູງ ແລະ ກົມກິລາມວນຊົນ, ພະລະ ແລະ ສິປະລະສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຄຸ້ມຄອງ ການນຳໃຊ້ຊຸດເຄື່ອງແບບກິລາ-ກາຍຍະກຳ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ສະຫະພັນກິລາແຫ່ງຊາດ, ສະຫະພັນກິລາມະຫາວິທະຍາໄລລາວ, ສະຫະພັນກິລານັກຮຽນສາມັນລາວ, ສະມາຄົມກິລາ-ກາຍຍະກຳ, ສະໂມສອນກິລາ-ກາຍຍະກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ.
第ມາດຕາ 12条
第12条 运动服装的使用
运动服装的使用如下:
1. 国际套装用于国内外的官方仪式;
2. 民族套装用于官方仪式、经政府批准的地区和国际体育赛事开幕式;
3. 老挝国家奥林匹克委员会、老挝国家残疾人奥林匹克委员会、体育工作人员和国家体育联合会的制服用于体育工作活动或各种仪式;
4. 国家队运动员的训练服、T恤和比赛服用于经政府批准的地区和国际比赛活动。
ພາສາລາວ (老挝语原文)
ມາດຕາ 12 ການນຳໃຊ້ຊຸດເຄື່ອງແບບກິລາ-ກາຍຍະກຳ
ການນຳໃຊ້ຊຸດເຄື່ອງແບບກິລາ-ກາຍຍະກຳ ມີດັ່ງນີ້:
1. ຊຸດສາກົນ ໃຫ້ນຳໃຊ້ເຂົ້າໃນງານພິທີທາງການ ທັງພາຍໃນ ແລະ ຕ່າງປະເທດ;
2. ຊຸດປະຈຳຊາດ ໃຫ້ນຳໃຊ້ ໃນພິທີທາງການ, ພິທີເປີດງານແຂ່ງຂັນກິລາ ໃນລະດັບພາກພື້ນ ແລະ ສາກົນທີ່ໄດ້ຮັບການອະນຸມັດຈາກລັດຖະບານ;
3. ຊຸດເຄື່ອງແບບຄະນະກຳມະການໂອແລມປີກແຫ່ງຊາດລາວ, ຄະນະກຳມະການພາລາແລມປີກແຫ່ງຊາດລາວ, ບຸກຄະລາກອນກິລາ-ກາຍຍະກຳ ແລະ ສະຫະພັນກິລາແຫ່ງຊາດ ໃຫ້ນຳໃຊ້ໃນການເຄື່ອນໄຫວວຽກງານກິລາ-ກາຍຍະກຳ ຫຼື ພິທີການຕ່າງໆ;
4. ຊຸດວອມ, ເສື້ອຍືດ ແລະ ຊຸດແຂ່ງຂັນ ຂອງນັກກິລາທີມຊາດ ໃຫ້ນຳໃຊ້ ໃນການເຄື່ອນໄຫວກິດຈະກຳການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ທີ່ໄດ້ຮັບການອະນຸມັດຈາກລັດຖະບານ.
本页展示前 12 条,全文共 16 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读