ຄຳແນະນຳ ກ່ຽວກັບການສ້າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ
关于制定省长委员会主席决定的指导意见
Guidelines on Formulation of Decisions by the Chairman of the Provincial Governor Committee
ບົດສະຫຼຸບ
ຄຳແນະນຳນີ້ຄຸ້ມຄອງຂັ້ນຕອນການສ້າງ ແລະ ປັບປຸງຄຳສັ່ງຂອງເຈົ້າແຂວງ, ຮຽກຮ້ອງໃຫ້ຂະແໜງການຂັ້ນແຂວງດຳເນີນການຮ່າງ, ກວດກາ, ພິຈາລະນາ ແລະ ລົງນາມຕາມແຜນການ, ເພື່ອຮັບປະກັນຄວາມສອດຄ່ອງກັບຫຼັກການເອກະພາບ ແລະ ສິດອຳນາດຂອງກົດໝາຍ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງຈຳປາສັກ
ຄະນະກຳມະການປົກຄອງແຂວງ ເລກທີ: 914/ຄປຂ.ຈສ.
ຄຳແນະນຳ
ກ່ຽວກັບການສ້າງຂໍຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ
ເຖິງ: ບັນດາພະແນກການ, ອົງການທຽບເທົ່າພະແນກການ ຂັ້ນແຂວງ.
ເລື່ອງ: ຄຳແນະນຳກ່ຽວກັບການສ້າງຂໍຕົກລົງທີ່ມີຜົນບັງຄັບໃຊ້ທົ່ວໄປ ຂອງປະທານຄະນະກຳມະການປົກຄອງແຂວງ.
- ອີງຕາມ ມາດຕາ 10,11 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025.
- ອີງຕາມ ກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021.
- ອີງຕາມ ມາດຕາ 14, 15 ຂອງກົດໝາຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 57/ສພຊ, ລົງວັນທີ 28 ມິນາ 2024
ອີງຕາມ ຫັງສືສະເຫີຂອງພະແນກຍຸຕິທຳແຂວງ ສະບັບເລກທີ 320/ພຍທ , ລົງວັນທີ 08 ທັນວາ 2025.
ປະທານຄະນະກຳມະການປົກຄອງແຂວງ ອອກຄຳແນະນຳ :
1. ຈຸດປະສົງ
ຄຳແນະນຳສະບັບນີ ເພືອຜັນຂະຫຍາຍບາງໜວດ, ມາດຕາ ຂອງກົດໜາາຍວ່າດ້ວຍການສ້າງນິຕິກຳໂດຍ
ມູ
ໃຈ
ສະເພາະການສ້າງຂໍ້ຕົກລົງທີ່ມີ ນບັງຄັບໃຊ້ທົ່ວໄປຂອງປະທານຄະນະກຳມະການປົກຄອງແຂວງ ໃຫ້ມີຄວາມ
ເຂົ້າໃຈງ່າຍ, ເປັນບ່ອນອີງໃຫ້ແກ່ ພະແນການ, ອົງການທຽບເທົ່າພະແນການຂັ້ນແຂວງ ໃນການຄົ້ນຄ້ວາສ້າງຂໍ້
ຕົກລົງໃຫ້ຖືກຕ້ອງສອດຄອງຕາມຂັ້ນຕອນ ທີ່ກຳນົດໃວ້ໃນກົດໝາຍ, ມີຄວາມເປັນເອກະພາບ, ຮັບປະກັນໃນການ
ນຳໄປຈັດຕັ້ງປະຕິບັດເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງຄົມ ມີຄວາມເຂັ້ມງວດ, ສັກສິດ ແລະ
ສາມາດຕອບສະບນອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນລາວບັນດາເຜົ່າ.
11. ແນະນຳການສ້າງ ແລະ ປັບປຸງ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ
ການສ້າງຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
- ສ້າງແຜນການສ້າງຂໍ້ຕົກລົງ;
- ການສ້າງຮ່າງຂໍ້ຕົກລົງ;
- ກວດກາຄວາມສອດຄ່ອງຮ່າງຂໍ້ຕົກລົງໂດຍພະແນກຍຸຕິທຳຂັ້ນແຂວງ;
- ພິຈາລະນາຮ່າງຂໍ້ຕົກລົງ ໂດຍອົງການປົກຄອງແຂວງ;
- ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງໂດຍສະພາປະຊາຊົນແຂວງ;
- ລົງລາຍເຊັນປະກາດໃຊ້ ໂດຍປະທານຄະນະກຳມະການປົກຄອງແຂວງ;
1. ການສ້າງແຜນການສ້າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ
ປະທານຄະນະກຳມະການປົກຄອງແຂວງ ມອບໃຫ້ພະແນກການ, ອົງການລັດທຽບເທົ່າພະແນກຂັ້ນແຂວງ ຄົ້ນຄວ້າ ແລະ ນຳສະເໜີແຜນການສ້າງຂໍ້ຕົກລົງ ປະຈຳປີ, ປະຈຳຫົກເດືອນ ໃນຂອບເຂດ
ຄວາມຮັບຜິດຊອບຂອງຕົນ; ການຄົ້ນຄວ້າສ້າງແຜນການສ້າງຂໍ້ຕົກລົງ (ສ້າງນະໂຍບາຍຂໍ້ຕົກລົງ) ຕ້ອງປະຕິບັດຕາມບາດກ້າວດັ່ງນີ້:
- ການຄົ້ນຄວ້າ, ວິໄຈຂໍ້ມູນ;
- ການປະເມີນຜົນກະທົບຂັ້ນເບື້ອງຕົ້ນ ກ່ຽວກັບການສ້າງຂໍ້ຕົກລົງ;
- ການສ້າງສຳນວນເອກະສານ ສະເໜີແຜນການສ້າງຂໍ້ຕົກລົງ (ນະໂຍບາຍການສ້າງຂໍ້ຕົກລົງ);
- ການປະສານສົມທົບ ແລະ ທາບທາມຄຳເຫັນ ກ່ຽວກັບການສະເໜີສ້າງຂໍ້ຕົກລົງ;
- ການຄົ້ນຄວ້າ, ກວດກາ ແລະ ສັງລວມສະເໜີສ້າງຂໍ້ຕົກລົງ ໂດຍພະແນກຍຸຕິທຳ;
- ການພິຈາລະນາການສະເໜີສ້າງຂໍ້ຕົກລົງ ໂດຍຄະນະກຳມະການປົກຄອງແຂວງ;
1.1 ການຄົ້ນຄວ້າ ແລະ ວິໄຈຂໍ້ມູນ
ພະແນກການ, ກົມກອງ, ອົງການລັດທຽບເທົ່າຂັ້ນແຂວງ ທີ່ຈະສ້າງຂໍ້ຕົກລົງ ຕ້ອງຄົ້ນຄວ້າ, ເກັບກຳ, ວິໄຈຂໍ້ມູນຕົວຈິງທີ່ເກີດຂຶ້ນພາຍໃນແຂວງ ເພື່ອເປັນພື້ນຖານ
ຕົກລົງ (ນະໂຍບາຍການສົ່ງຂໍ້ຕົກລົງ) ໂດຍດຳເນີນການີເຕືອນໄຫວດັ້ງນີ້ ສະຫຼຸບ, ຕີລາຄາການປະຕິບັດກົດບນາຍ ໄລະ ບັນດານິຕິກຳທີ່ ທີກ່ຽວິຂ້ ຂ້ອງກັບເນື້ອໃນຕົ້ນຕໍ ຂອງຂໍ້ຕົກລົງ ທີ່ມີຢູ່ບັດຈຸບັນ .ລີວືມທັງສະພາບການຂອງສັງຄົມ; ໃນກໍລະນີທີ່ຈຳເປັນ ອົງການຮັບຜິດຊອບ ສາມາດສະເຫີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດບັນດານິຕິກຳໃນຂົງເຂດທີ່ການຈັດຕັ້ງດັ້ງກ່າວຮັບຜິດຊອບ ທີ່ກ່ຽວຂ້ອງກັບເນື້ອໃນຂໍ້ຕົກລົງທີ່ສະເຫີສ້າງນັ້ນ.
- ຄົ້ນຄວ້າ, ວິໄຈຂໍ້ມູນ, ອະນຸສັນຍາ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ທີ່ກ່ຽວຂ້ອງກັບເນື້ອໃນຂໍ້ຕົກລົງ. ໃນກໍລະນີທີ່ຈຳເປັນ ອົງການຮັບຜິດຊອບ ສາມາດສະເພີຕໍ່ການຈັດຕັ້ງ, ບຸກຄົນ ນທີ່ກ່ຽວຂ້ອງສະບນອງເອກະສານ, ຂຶ້ ຂໍ້ມູນທີ່ກ່ຽວຂ້ອງກັບຮ່າງຂໍ້ຕົກລົງ.
- ການປະເມີນຜົນກະທົບເບື້ອງຕົ້ນ ກ່ຽວກັບການສະເໜີສ້າງຂໍ້ຕົກລົງ
ຕົກລົງ ເປັນຜູ້ຮັບຜິດຊອບ
ໃນການສ້າງແຜນການສ້າງ
ພະແນກການ, ກົມກອງ, ອົງການລັດທຽບເທົ່າຂັ້ນແຂວງ ທີ່ສະເໜີສ້າງຂໍ້ຕົກລົງ
ຜົນກະທົບເບື້ອງຕົ້ນ ເນື້ອໃນການສະເໜີສ້າງຂໍ້ຕົກລົງ (ປະເມີນຜົນກະທົບ ດ້ານນະໂຍບາຍການສ້າງຂໍ້ຕົກລົງ) ຕາມຂໍ້ຕົກລົງຂອງກະຊວງຍຸຕິທຳ ສະບັບເລກທີ 517/ກຍຸ ລົງວັນທີ 7 ກຸມພາ 2014 ວ່າດ້ວຍການປະເມີນຜົນກະທົບຮ່າງນິຕິກຳ.
1.3 ການສ້າງສຳນວນເອກະສານສະເໜີສ້າງຂໍ້ຕົກລົງ (ນະໂຍບາຍການສ້າງຂໍ້ຕົກລົງ)
ພາຍຫຼັງສຳເລັດການຄົ້ນຄວ້າ, ວິໄຈຂໍ້ມູນ ແລະ ການປະເມີນຜົນກະທົບເບື້ອງຕົ້ນ ກ່ຽວກັບການສະເໜີສ້າງຂໍ້ຕົກລົງ (ນະໂຍບາຍການສ້າງຂໍ້ຕົກລົງ) ຕ້ອງໄດ້ສ້າງສຳນວນເອກະສານດັ່ງນີ້:
- ຫຼັກສູດສະເໜີສ້າງຂໍ້ຕົກລົງ ຊຶ່ງຕ້ອງຍົກໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບບັນຫາ ແລະ ສາເຫດຂອງບັນຫາທີ່ຕ້ອງແກ້ໄຂ, ຈຸດປະສົງທີ່ຕ້ອງການບັນລຸ, ວິທີການແກ້ໄຂບັນຫາ (ຕາມມາດຕາ 14 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 57/ສພຊ, ລົງວັນທີ 28 ມີຖຸນາ 2024).
- ບົດປະເມີນຜົນກະທົບເບື້ອງຕົ້ນ ຊຶ່ງຕ້ອງຍົກໃຫ້ເຫັນຈະແຈ້ງ ກ່ຽວກັບບັນຫາທີ່ຕ້ອງໄດ້ແກ້ໄຂ, ຈຸດປະສົງທີ່ຕ້ອງການບັນລຸ, ຜົນກະທົບທີ່ຄາດວ່າຈະເກີດຂຶ້ນ ແລະ ມາດຕະການແກ້ໄຂ.
- ການປະສານສົມທົບ ແລະ ການທາບທາມຄຳເຫັນ ສາມາດດຳເນີນດ້ວຍການຈັດຕັ້ງກອງປະຊຸມປຶກສາຫາລື ຫຼື ສົ່ງເອກະສານສະເໜີສ້າງຂໍ້ຕົກລົງ ໃຫ້ພະແນກການທີ່ກ່ຽວຂ້ອງ ປະກອບຄຳເຫັນ ຫຼື ໃຊ້ວິທີການອື່ນທີ່ເໝາະສົມ.
- ການທາບທາມຄຳເຫັນ ຕ້ອງໄດ້ສ້າງຄຳຖາມເຈາະຈື່ມສະເພາະ ຕໍ່ແຕ່ລະເປົ້າໝາຍທີ່ຈະທາບທາມ ໂດຍຍົກໃຫ້ເຫັນບັນຫາທີ່ເກີດຂຶ້ນ, ຜົນກະທົບທີ່ເກີດຈາກບັນຫາດັ່ງກ່າວ, ວິທີການແກ້ໄຂບັນຫາ, ທັງນີ້ກໍເພື່ອເຮັດໃຫ້ເນື້ອໃນໜັງສືສະເໜີສ້າງຂໍ້ຕົກລົງ (ນະໂຍບາຍການສ້າງຂໍ້ຕົກລົງ) ມີຄວາມສອດຄ່ອງເໝາະສົມກັບບັນຫາທີ່ເກີດຂຶ້ນ.
- ພາຍຫຼັງສຳເລັດການປະສານສົມທົບ ແລະ ທາບທາມຄຳເຫັນ ຈາກພາກສ່ວນທີ່ກ່ຽວຂ້ອງ ພະແນກການສະເໜີສ້າງຮ່າງຂໍ້ຕົກລົງ ຕ້ອງສະເໜີແຜນສ້າງຮ່າງຂໍ້ຕົກລົງ ຕໍ່ພະແນກຍຸຕິທຳແຂວງ ເພື່ອຄົ້ນຄວ້າ, ກວດກາ ແລະ ສັງລວມ ໂດຍປະກອບເອກະສານດັ່ງນີ້:
- ໜັງສືສະເໜີການສ້າງຂໍ້ຕົກລົງ (ນະໂຍບາຍການສ້າງຂໍ້ຕົກລົງ);
- ບົດປະເມີນຜົນກະທົບຂອງການສະເໜີສ້າງຂໍ້ຕົກລົງ;
- ບົດສັງລວມຄຳເຫັນທີ່ໄດ້ຈາກການທາບທາມ.
1.5 ການຄົ້ນຄວ້າ, ກວດກາ ແລະ ສັງລວມການສະເໜີສ້າງຂໍ້ຕົກລົງ ໂດຍພະແນກຍຸຕິທຳແຂວງ:
ພາຍຫຼັງທີ່ໄດ້ຮັບເອກະສານສະເໜີສ້າງຂໍ້ຕົກລົງ ຈາກພະແນກ, ກົມກອງ, ອົງການລັດທຽບເທົ່າຂັ້ນແຂວງ ໄດ້ສຳເລັດການຄົ້ນຄວ້າສ້າງແຜນການສ້າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງແລ້ວ, ພະແນກຍຸຕິທຳແຂວງຈະໄດ້ຄົ້ນຄວ້າ, ກວດກາ, ສັງລວມ ແລະ ປະສານສົມທົບກັບພະແນກການເງິນແຂວງ, ກຳມະການຍຸຕິທຳ ແລະ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງສະພາປະຊາຊົນແຂວງ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າການສະເໜີສ້າງຂໍ້ຕົກລົງ ໂດຍເນັ້ນໃສ່ບັນຫາດັ່ງນີ້:
- ຄວາມຈຳເປັນໃນການອອກຂໍ້ຕົກລົງ, ເປົ້າໝາຍ, ຂອບເຂດການດັດປັບຂອງຂໍ້ຕົກລົງ;
- ຄວາມສອດຄ່ອງຂອງເນື້ອໃນການສະເໜີສ້າງຂໍ້ຕົກລົງ ກັບແນວທາງ, ມະຕິຂອງພັກ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ;
- ບັນດາວິທີການແກ້ໄຂບັນຫາ ແລະ ຄວາມເປັນໄປໄດ້ໃນການແກ້ໄຂບັນຫາ;
- ຄາດຄະເນເນື້ອໃນຂໍ້ຕົກລົງທີ່ສະເໜີສ້າງ;
- ເງື່ອນໄຂຮັບປະກັນການປະຕິບັດຂໍ້ຕົກລົງ, ຄ່າໃຊ້ຈ່າຍການຈັດຕັ້ງປະຕິບັດ ຕາມລະບຽບບໍລິຫານ ຂອງຂໍ້ຕົກລົງທີ່ສະເໜີສ້າງ;
- ການປະຕິບັດຕາມຂັ້ນຕອນ, ລະບຽບການສະເໜີສ້າງຂໍ້ຕົກລົງ;
ຖ້າເຫັນວ່າມີຄວາມຈຳເປັນ ຜ່ານການຄົ້ນຄວ້າ ຕາມບັນຫາທີ່ຕັ້ງຂຶ້ນມາໃນຂ້າງເທິງມີເຫດຜົນພຽງພໍ, ພະແນກຍຸຕິທຳແຂວງ ຕ້ອງເປັນເຈົ້າການສັງລວມແຜນການສ້າງຂໍ້ຕົກລົງ ຂອງບັນດາພະແນກການ ກົມກອງ, ອົງການລັດທຽບເທົ່າຂັ້ນແຂວງ ເຂົ້າແຜນສ້າງຂໍ້ຕົກລົງ ປະຈຳປີ, ປະຈຳເດືອນ ລາຍງານຕໍ່ ຄະນະກຳມະການປົກຄອງແຂວງ.
1.6 ການພິຈາລະນາການສະເໜີສ້າງຂໍ້ຕົກລົງ ໂດຍຄະນະກຳມະການປົກຄອງແຂວງ
ພາຍຫຼັງທີ່ໄດ້ຮັບການລາຍງານກ່ຽວກັບການຄົ້ນຄວ້າ, ກວດກາ ແລະ ສັງລວມການສະເໜີແຜນການສ້າງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ຈາກພະແນກຍຸຕິທຳແຂວງແລ້ວ, ຄະນະກຳມະການປົກຄອງແຂວງ ຕ້ອງພິຈາລະນາກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນແຕ່ລະບັນຫາ ທີ່ສະເໜີສ້າງເປັນຂໍ້ຕົກລົງແຕ່ລະສະບັບ, ໃນກໍລະນີຫາກເຫັນວ່າບໍ່ມີຄວາມຈຳເປັນ ຕ້ອງແຈ້ງເປັນລາຍລັກອັກສອນໄປຍັງພະແນກການ, ກົມກອງ, ອົງການລັດທຽບເທົ່າພະແນກຂັ້ນແຂວງ ທີ່ສະເໜີສ້າງຂໍ້ຕົກລົງຮັບຊາບຢ່າງເປັນທາງການ. ໃນກໍລະນີຄະນະກຳມະການປົກຄອງແຂວງ ພິຈາລະນາກ່ຽວກັບການສະເໜີສ້າງຂໍ້ຕົກລົງ ມີຄວາມຈຳເປັນຕ້ອງສ້າງຂໍ້ຕົກລົງ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ຫຼື ເຫັນວ່າຕ້ອງໄດ້ປັບປຸງບາງດ້ານຂອງແຜນສ້າງຂໍ້ຕົກລົງ ຄະນະກຳມະການປົກຄອງແຂວງ ຕ້ອງໄດ້ຮ່ວມທົບທວນຄືນກັບພະແນກຍຸຕິທຳແຂວງ, ພະແນກ
ການ, ກົມກອງ, ອົງການທຽບເທົ່າຂັ້ນແຂວງ ປັບປຸງຄືນໃຫ້ສຳເລັດ; ການສົ່ງຮ່າງຂໍ້ຕົກລົງ ໄປຍັງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຕ້ອງປະກອບເອກະສານດັ່ງນີ້:
1) ໜັງສືສະເໜີແຜນການສ້າງຂໍ້ຕົກລົງ ຂອງຄະນະກຳມະການປົກຄອງແຂວງ;
2) ບົດສະເໜີສ້າງຂໍ້ຕົກລົງ (ນະໂຍບາຍການສ້າງຂໍ້ຕົກລົງ) ຂອງພະແນກການ ທີ່ສະເໜີສ້າງຂໍ້ຕົກລົງ;
3) ບົດປະເມີນຜົນກະທົບ ຂອງການສະເໜີສ້າງຂໍ້ຕົກລົງ;
4) ບົດລາຍງານການກວດກາ, ສັງລວມຂອງພະແນກຍຸຕິທຳແຂວງ.
ພາຍຫຼັງຄະນະຮັບຜິດຊອບ ປັບປຸງສຳເລັດແລ້ວ ຕ້ອງລາຍງານການປັບປຸງແຜນສ້າງຂໍ້ຕົກລົງ ໃຫ້ຄະນະກຳມະການປົກຄອງແຂວງ ເພື່ອສະເໜີຕໍ່ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ພິຈາລະນາ ແລະ ຮັບຮອງແຜນການສ້າງຂໍ້ຕົກລົງແຕ່ລະສະບັບ.
2. ການສ້າງຮ່າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ
ພາຍຫຼັງທີ່ໄດ້ຮັບແຜນສ້າງ ແລະ ມະຕິຂອງກອງປະຊຸມ ສະພາປະຊາຊົນຂັ້ນແຂວງ ວ່າດ້ວຍການຮັບຮອງເອົາແຜນການສ້າງຂໍ້ຕົກລົງ ບັນດາພະແນກການຮູ້ກົມກອງ, ອົງການທຽບເທົ່າພະແນກຂັ້ນແຂວງ ໃຫ້ປະຕິບັດຕາມຂັ້ນຕອນ ດັງນີ້:
1) ແຕ່ງຕັ້ງຄະນະຮັບຜິດຊອບ;
2) ເກັບກຳ, ຄົ້ນຄວ້າ ແລະ ວິໄຈຂໍ້ມູນ;
3) ຂຽນເນື້ອໃນຂອງຮ່າງຂໍ້ຕົກລົງ;
4) ທາບທາມຄຳເຫັນ.
2.1. ການແຕ່ງຕັ້ງຄະນະຮັບຜິດຊອບ ສ້າງຮ່າງຂໍ້ຕົກລົງ
ປະທານຄະນະກຳມະການປົກຄອງແຂວງ ເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບ ສ້າງຮ່າງຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ໂດຍແມ່ນຮອງປະທານຄະນະກຳມະການປົກຄອງແຂວງ ເປັນຫົວໜ້າຄະນະ, ຫົວໜ້າພະແນກການ, ກົມກອງ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ທີ່ກ່ຽວຂ້ອງໂດຍກົງເປັນຮອງຫົວໜ້າຄະນະ, ມີຜູ້ຕາງໜ້າພະແນກຍຸຕິທຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເປັນກຳມະການ ແລະ ມີກອງເລຂາຊ່ວຍວຽກ.
22. ການເກັບກຳ, ຄົ້ນຄວ້າ ແລະ ວິໄຈຂໍ້ມູນ
ຄະນະຮັບຜິດຊອບທີ່ຖືກແຕ່ງຕັ້ງ ຕ້ອງເອົາໃຈໃສ່ ເກັບກຳຂໍ້ມູນ ເພື່ອວິເຄາະ ແລະ ວິໄຈຂໍ້ມູນ
ສຳຄັນດັ່ງນີ້:
- ນະໂຍບາຍ ແລະ ນິຕິກຳທີ່ພົວພັນກັບຂໍ້ຕົກລົງ;
- ສະພາບການຈັດຕັ້ງປະຕິບັດນິຕິກຳອື່ນ ທີ່ພົວພັນກັບຮ່າງຂໍ້ຕົກລົງ;
- ສະພາບຄວາມເປັນຈິງທາງດ້ານເສດຖະກິດ ແລະ ສັງຄົມ ໃນປັດຈຸບັນ, ສະພາບການກ່ຽວກັບສາຍພົວພັນສັງຄົມ ທີ່ກ່ຽວຂ້ອງກັບເນື້ອໃນຕົ້ນຕໍຂອງຮ່າງຂໍ້ຕົກລົງ;
- ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ບົດຮຽນຂອງຕ່າງປະເທດ.
2.3. ການຂຽນເນື້ອໃນຂອງຮ່າງຂໍ້ຕົກລົງ
ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ຕ້ອງຂຽນຮ່າງຂໍ້ຕົກລົງຕາມໂຄງປະກອບ ທີ່ໄດ້ຕົກລົງເບັນ
ເອກະພາບ ກັບພະແນກຍຸຕິທຳແຂວງ ແລະ ຕ້ອງຂຽນເນື້ອໃນໃຫ້ມີຄວາມຊັດເຈນ, ຈະແຈ້ງ, ກະທັດຮັດ, ຮັດກຸມ, ນຳໃຊ້ຄຳສັບທີ່ມີຄວາມໝາຍແນ່ນອນ, ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້. ໃນກໍລະນີມີການນຳໃຊ້ຄຳສັບເຕັກນິກ ຫຼື ດ້ານວິຊາການ ຕ້ອງມີການອະທິບາຍຄຳສັບ ຢູ່ໃນຮ່າງຂໍ້ຕົກລົງ. ພາຍຫຼັງຂຽນເນື້ອໃນ ຂອງຮ່າງຂໍ້ຕົກລົງເບື້ອງຕົ້ນສຳເລັດແລ້ວ ຄະນະຮັບຜິດຊອບດັ່ງກ່າວຕ້ອງນຳສະເໜີຮ່າງຂໍ້ຕົກລົງ ຕໍ່ຫົວໜ້າອົງການຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ເພື່ອພິຈາລະນາ ແລະ ໃຫ້ການຊີ້ນຳ.
2.4. ການທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງ
ເພື່ອຮັບປະກັນໃນດ້ານຫຼັກການສ້າງນິຕິກຳ ແລະ ເປັນການສັງລວມຍາດແຍ່ງຄຳເຫັນ ຈາກທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ພາຍໃນແຂວງຈຳປາສັກ ການທາບທາມຄຳ
ເຫັນໃສ່ຮ່າງຂໍ້ຕົກລົງ ໃຫ້ປະຕິບັດດັ່ງນີ້:
- ສົ່ງຮ່າງຂໍ້ຕົກລົງ ແລະ ຄຳຖາມເຈາະຈີ້ມ ໄປທາບທາມຄຳເຫັນນຳພະແນການເງິນແຂວງ
ພະແນກການຕ່າງປະເທດແຂວງ, ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ, ຫ້ອງວ່າການເມືອງ-ນະຄອນ
ແລະ ພະແນກການຮ້ອມຂ້າງແຂວງ, ອ້ອມຂ້າງເມືອງ-ນະຄອນ ທີ່ກ່ຽວຂ້ອງ ໂດຍປະກອບຄຳເຫັນເປັນ
ລາຍລັກອັກສອນ ສົ່ງໃຫ້ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ພາຍໃນເວລາສີບຫ້າວັນ (15 ວັນ) ນັບແຕ່
ວັນໄດ້ຮັບຮ່າງຂໍ້ຕົກລົງເປັນຕົ້ນໄປ.
- ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ຕ້ອງຈັດກອງປະຊຸມປຶກສາຫາລື ທາບທາມຄຳເຫັນ ແລະ
ເອົາເນື້ອໃນຂອງຮ່າງຂໍ້ຕົກລົງທັງບນົດ ລວມທັງບົດສະເພີຮ່າງຂໍ້ຕົກລົງ ລົງໃບໄຊ ຂອງຄະນະກຳມະ
ການປົກຄອງແຂວງ ຫຼື ຜ່ານສື່ມວນຊົນອື່ນຢ່າງຫ້ອຍ ສານີ້ສິບວັນ (30 ວັນ) ເພື່ອໃຫ້ປະຊາຊົນ ແລະ
ທຸກພາກສ່ວນສາມາດປະກອບຄຳເຫັນ.
- ນຳເອົາຮ່າງຂໍ້ຕົກລົງ ລົງປຶກສາຫາລືກັບປະຊາຊົນລາວບັນດາເຜົ່າ ຢູ່ຂັ້ນເມືອງ-ນະຄອນ ດ້ວຍຮູບແບບຕ່າງໆ ( ອີງຕາມມາດຕາ 15 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 57/ສພຊ , ລົງວັນທີ 28 ມີຖຸນາ 2024 ).
- ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ຕ້ອງລວບລວມຄຳເຫັນ ແລ້ວນຳມາພິຈາລະນາປັບປຸງຮ່າງຂໍ້ຕົກລົງ.
- ພາຍຫຼັງໄດ້ທາບທາມຄຳເຫັນ ແລະ ຮຽບຮຽງຄືນສຳເລັດແລ້ວ ອົງການຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ຕ້ອງສະເຫີຮ່າງຂໍ້ຕົກລົງ ພ້ອມດ້ວຍບົດສະເຫຼີຮ່າງຂໍ້ຕົກລົງ ຕໍ່ພະແນກຍຸຕິທຳແຂວງ ເພື່ອກວດກາທາງດ້ານເຕັກນິກໃນການສ້າງນິຕິກຳ ແລະ ຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງຂໍ້ຕົກລົງຢ່າງຊ້າທົກສິບວັນ ( 60 ວັນ ) ກ໋ອນວັນເປີດກອງປະຊຸມສະໄພສາມັນ ຂອງສະພາປະຊາຊົນແຂວງ. ການກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງຂໍ້ຕົກລົງ ໂດຍພະແນກຍຸຕິທຳແຂວງ.
ຍຸຕິທຳແຂວງ. :
ພະແນກຍຸຕິທຳແຂວງ ຈະຮັບເຮົາຮ່າງຂໍ້ຕົກລົງໃດໜຶ່ງ ຊຶ່ງລົງການທີ່ຮັບຜິດຊອບສ້າງຮ່າງຂໍ້ຕົກລົງ
ສະເບີມາ ເພື່ອໃຫ້ກວດກາຕີວົາມສອດຄ່ອງທາງດ້ານກົດໝາຍ ຕ້ອງມີເອກະສານປະກອບຄົບຖ້ວນດັ່ງນີ້:
- ພັງສືສະເຫຼີຂອງອົງການຮັບຜິດຊອບສ້າງຮ່າງຂໍ້ຕົກລົງ;
- ບົດສະເບພີຮ່າງຂໍ້ຕົກລົງ:
- ນະໂຍບາຍໃນການສ້າງຮ່າງຂໍ້ຕົກລົງ;
- ບົດປະເມີນຜົນກະທົບຂອງນະໂຍບາຍ;
- ຮ່າງຂໍ້ຕົກລົງ;
- ຄຳຖາມເຈາະຈື່ມ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການສ້າງນິຕິກຳ.
ການກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງຂໍ້ຕົກລົງຕ້ອງເຮັດຢ່າງລະອຽດຮອບດ້ານ ໂດຍເນັ້ນໃສ່ຄວາມສອດຄ່ອງຂອງຮ່າງຂໍ້ຕົກລົງ ຕໍ່ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ສົນທິສັນຍາ, ຄວາມສະເໝີພາບຍິງ-ຊາຍ; ຄວາມຈຳເປັນ, ຄວາມເໝາະສົມ ແລະ ຜົນກະທົບຕໍ່ຂັ້ນຕອນບໍລິຫານ ແລະ
ເຕັກນິກການສ້າງນິຕິກຳ ເຊັ່ນ: ການຈັດວາງພາກ, ໝວດ ແລະ ມາດຕາ ຂອງຮ່າງຂໍ້ຕົກລົງ ພາຍໃນສິບຫ້າວັນ (15 ວັນ) ນັບແຕ່ວັນໄດ້ຮັບຮ່າງຂໍ້ຕົກລົງເປັນຕົ້ນໄປ.
ໃນກໍລະນີເຫັນວ່າ ຍັງມີບັນຫາໃດໜຶ່ງບໍ່ຈະແຈ້ງ ພະແນກຍຸຕິທຳແຂວງ ຕ້ອງມີຄຳເຫັນເປັນລາຍລັກອັກສອນ ແລ້ວສົ່ງໄປຍັງອົງການທີ່ຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ເພື່ອພິຈາລະນາຄືນໃໝ່ ແລ້ວສົ່ງຮ່າງຂໍ້ຕົກລົງດັ່ງກ່າວ ກັບຄືນມາຍັງພະແນກຍຸຕິທຳແຂວງ ພາຍໃນເວລາ ສີ່ສິບຫ້າວັນ (45 ວັນ) ນັບແຕ່ວັນໄດ້ຮັບຄຳເຫັນເປັນຕົ້ນໄປ.
ໃນການກວດກາຮ່າງຂໍ້ຕົກລົງ ຕ້ອງມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະກຳມະການອື່ນທີ່ກ່ຽວຂ້ອງ ຂອງສະພາປະຊາຊົນແຂວງ, ຫ້ອງວ່າການແຂວງ ເພື່ອຕິດຕາມການສ້າງຮ່າງຂໍ້ຕົກລົງດັ່ງກ່າວ.
ໃນກໍລະນີເຫັນວ່າ ຮ່າງຂໍ້ຕົກລົງມີເນື້ອໃນຄົບຖ້ວນ ໂດຍພື້ນຖານແລ້ວ ພະແນກຍຸຕິທຳແຂວງ ກໍຈະສົມທົບກັບຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ແລະ ພາກສ່ວນທີ່ກ່ຽວຂ້ອງປັບປຸງ ແລະ ຮຽບຮຽງ ເພື່ອໃຫ້ມີຄວາມເປັນເອກະພາບ ກ່ອນຈະສະເໜີຮ່າງຂໍ້ຕົກລົງດັ່ງກ່າວ ໄປຍັງຄະນະກຳມະການປົກຄອງແຂວງ.
ເອກະສານປະກອບໃນການສະເໜີຮ່າງຂໍ້ຕົກລົງ ຕໍ່ຄະນະກຳມະການປົກຄອງແຂວງ ມີດັ່ງນີ້:
- ຫັງສືຢັ້ງຢືນການກວດກາ ຂອງພະແນກຍຸຕິທຳແຂວງ;
- ບົດສະເໜີຮ່າງຂໍ້ຕົກລົງ;
- ນະໂຍບາຍໃນການສ້າງຮ່າງຂໍ້ຕົກລົງ;
- ບົດປະເມີນຜົນກະທົບຂອງນະໂຍບາຍ;
- ຮ່າງຂໍ້ຕົກລົງ;
- ຄຳຖາມເຈາະຈື້ມ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບການສ້າງນິຕິກຳ.
4. ການພິຈາລະນາຮ່າງຂໍ້ຕົກລົງ ໂດຍຄະນະກຳມະການປົກຄອງແຂວງ
ພາຍຫຼັງທີ່ໄດ້ຮັບຮ່າງຂໍ້ຕົກລົງ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງຄົບຖ້ວນ ຫ້ອງວ່າການແຂວງ ຕ້ອງໄດ້ຄົ້ນຄວ້າກ່ຽວກັບນະໂຍບາຍ, ບັນຫາທີ່ບໍ່ທັນເປັນເອກະພາບ, ບັນຫາຂໍການຊີ້ນຳ ແລະ ຈັດເຂົ້າວາລະກອງປະຊຸມ ຂອງຄະນະກຳມະການປົກຄອງແຂວງ ແລະ ຕ້ອງສົ່ງຮ່າງຂໍ້ຕົກລົງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປົກຄອງແຂວງ ຢ່າງຊ້າ ຫ້າວັນ (5 ວັນ) ກ່ອນເປີດກອງປະຊຸມຄະນະກຳມະການປົກຄອງແຂວງ. ກອງປະຊຸມຄະນະກຳມະການປົກຄອງແຂວງ ຈະພິຈາລະນາຮ່າງຂໍ້ຕົກລົງ ສະເພາະບັນຫາທີ່ບໍ່ທັນເປັນເອກະພາບ, ບັນຫາຂໍການຊີ້ນຳ ແລະ ທາງເລືອກໃນການແກ້ໄຂບັນຫາ, ຈາກນັ້ນ ຄະນະຮັບຜິດຊອບ ຕ້ອງປະສານສົມທົບກັບພະແນກຍຸຕິທຳແຂວງ ເພື່ອປັບປຸງຮຽບຮຽງຄືນຕາມຄຳຫຼັນຂອງກອງປະຊຸມ. ພາຍຫຼັງສຳເລັດການປັບປຸງຮຽບຮຽງຄືນແລ້ວ ຄະນະຮັບຜິດຊອບຕ້ອງລາຍງານເປັນລາຍລັກອັກສອນ.
ອັກສອນ ໃນການປັບປຸງຮຽບຮຽງຮ່າງຂໍ້ຕົກລົງ ໄປຫ້ອງວ່າການແຂວງ ເພື່ອສະເໜີຕໍ່ປະທານຄະນະ
ກຳມະການປົກຄອງແຂວງ ນຳສະເໜີຄະນະປະຈຳສະພາປະຊາຊົນແຂວງ ຢ່າງຊ້າ ຫົກສິບວັນ (60 ວັນ)
ກ່ອນເປີດກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ.
+ ການສົ່ງຮ່າງຂໍ້ຕົກລົງ ໄປຫາຄະນະປະຈຳສະພາປະຊາຊົນແຂວງ ຕ້ອງປະກອບເອກະ
ສານດັ່ງນີ້:
- ໜັງສືສະເໜີຂອງອົງການປົກຄອງແຂວງ;
- ຮ່າງຂໍ້ຕົກລົງ;
- ບົດສະເໜີຮ່າງຂໍ້ຕົກລົງ;
- ບົດປະເມີນຜົນກະທົບຂອງຮ່າງຂໍ້ຕົກລົງ;
- ຄຳຖາມເຈາະຈີ້ມ ແລະ ເອກະສານທີ່ກ່ຽວຂ້ອງ ໃນການສ້າງຮ່າງຂໍ້ຕົກລົງ.
"ທ : 2
ພາຍຫຼັງກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ຮັບຮອງເອົາຂໍ້ຕົກລົງແລ້ວ ຄະນະ
ກຳມະການທີ່ກ່ຽວຂ້ອງ ຕ້ອງປະສານສົມທົບກັບ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ- ປ້ອງກັນ
ຄວາມສະຫງົບ, ຄະນະຮັບຜິດຊອບສ້າງຮ່າງຂໍ້ຕົກລົງ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງຮ່າງ ຂໍ້ຕົກລົງ ຕາມຄຳເຫັນຂອງກອງປະຊຸມ ແລະ ທິດຊີ້ນຳຂອງປະທານກອງປະຊຸມ.
ຄະນະປະຈຳສະພາປະຊາຊົນແຂວງ ສົ່ງມະຕິຂອງກອງປະຊຸມ ວ່າດ້ວຍການຮັບຮອງເອົາຂໍ້ຕົກລົງ, ພ້ອມທັງບັງສືສະເຫຼີໃຫ້ປະທານຄະນະກຳມະການປົກຄອງແຂວງ ພິຈາລະນາລົງລາຍເຊັນ ພາຍໃນເວລາ ຊາວວັນ (20 ວັນ) ນັບແຕ່ວັນທີ່ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ໄດ້ຮັບຮອງເອົາ ເປັນຕົ້ນໄປ.
ປະທານຄະນະກຳມະການປົກຄອງແຂວງ ພິຈາລະນາລົງລາຍເຊັນປະກາດນຳໃຊ້ ພາຍໃນສິບຫ້າ ວັນ (15 ວັນ) ນັບແຕ່ວັນໄດ້ຮັບຂໍ້ຕົກລົງເປັນຕົ້ນໄປ.
ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ຈະມີຜົນສັກສິດ ພາຍຫຼັງໄດ້ລົງຈົດໝາຍ ເຫດທາງລັດຖະການ ສິບຫ້າວັນ (15 ວັນ).
ພ ມອບໃຫ້ພະແນກຍຸຕິທຳແຂວງ ເປັນເຈົ້າການປະສານສົມທົບກັບພະແນກການ, ກົມກອງ, ອົງການທຽບເທົ່າພະແນກຂັ້ນແຂວງ ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງເຜີຍແຜ່ຄຳແນະນຳສະບັບນີ້ໃຫ້ທົ່ວເຖິງ;
2. ພະແນກການ, ກົມກອງ, ອົງການທຽບເທົ່າພະແນກຂັ້ນແຂວງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ຢ່າງເຂັ້ມງວດ, ມີປະສິດທິພາບ ແລະ ປະສິດທິຜົນ;
3. ຜ່ານການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ຫາກມີຂໍ້ຫຍຸ້ງຍາກ ແລະ ຍັງມີບັນຫາໃດທີ່ຍັງບໍ່ຈະແຈ້ງ ໃຫ້ປະສານສົມທົບກັບພະແນກຍຸຕິທຳແຂວງ ແລະ ຄະນະກຳມະການສ້າງຂໍ້ຕົກລົງ ເພື່ອລາຍງານຂໍທິດຊີ້ນຳ ຈາກທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອມີທິດຊີ້ນຳແກ້ໄຂໃຫ້ທັນເວລາ.
ຜົນສັກສິດ.
ຄຳແນະນຳສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ຕາງໜ້າ ຄະນະກຳມະການປົກຄອງແຂວງ:
ງີໜ. , ທຊ .. :- : ມູໄ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ