ດຳລັດວ່າດ້ວຍ ເຂດເຕັກໂນໂລຊີລະດັບສູງ

关于高科技园区的政令

Decree on High-Tech Parks

ບົດສະຫຼຸບ

ຂໍ້ກຳນົດດັ່ງກ່າວກຳນົດກົດລະບຽບການສ້າງຕັ້ງ, ການບໍລິຫານ ແລະ ການຕິດຕາມກວດກາເຂດເຕັກໂນໂລຊີສູງ, ເພື່ອແນໃສ່ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການພັດທະນາແບບຂຽວ ແລະ ຍືນຍົງ, ແລະ ນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານເຂດເຕັກໂນໂລຊີລະດັບສູງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຖືກຕ້ອງ, ສະດວກ, ວ່ອງໄວ ແລະ ໂປ່ງໃສ ແນໃສ່ດຶງດູດ ແລະ ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ, ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ເຂດເຕັກໂນໂລຊີລະດັບສູງ

ເຂດເຕັກໂນໂລຊີລະດັບສູງ ຂຽນຫຍໍ້ວ່າ “ຂຕສ” ຂຽນເປັນພາສາອັງກິດ: High Technology Zone ແມ່ນສະຖານທີ່ຈຸດສຸມວຽກງານຄົ້ນຄວ້າ ແລະ ພັດທະນາ, ນຳໃຊ້ນະວັດຕະກຳໃນການຜະລິດເປັນສິນຄ້າ, ການບຳລຸງເພາະເຕັກໂນໂລຊີລະດັບສູງ, ການບຳລຸງເພາະວິສາຫະກິດເຕັກໂນໂລຊີລະດັບສູງ, ສູນນະວັດຕະກຳ, ການສ້າງບຸກຄະລາກອນ, ການຜະລິດຜະລິດຕະພັນ, ການບໍລິການ, ທຸລະກິດທີ່ປະຢັດຊັບພະຍາກອນທຳມະຊາດ ແລະ ພະລັງງານ, ນຳໃຊ້ພະລັງງານທົດແທນ ເພື່ອສົ່ງເສີມການລົງທຶນ ແລະ ຮັບປະກັນການພັດທະນາຕາມທິດສີຂຽວ ແລະ ຍືນຍົງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 49 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ