"ຮ່າງ"ດຳລັດວ່າດ້ວຍ ການຖອນສິດນຳໃຊ້ທີ່ດິນ
【草案·未生效】“草案”关于收回土地使用权政令
Draft Decree on Recovery of Land Use Rights
ມາດຕາ
ມາດຕາ ມາດຕາ 1
ມາດຕາ 17 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
1. ບຸກລຸກ ຫຼື ຕັ້ງຖິ່ນຖານຢູ່ເຂດບໍລິເວນທີ່ດິນປ່າປ້ອງກັນ, ປ່າສະຫງວນ, ທີ່ດິນບໍລິເວນແຫຼ່ງນ້ຳ ທີ່ສະຫງວນໄວ້ ແລະ ເຂດສະຫງວນຂອງລັດ;
2. ປອມແປງ ໃບຕາດິນ, ຕາປະທັບ, ລາຍເຊັນ ຫຼື ເອກະສານອື່ນ ກ່ຽວກັບທີ່ດິນ;
3. ນຳໃຊ້ທີ່ດິນ ໂດຍບໍ່ຖືກຕ້ອງຕາມເປົ້າໝາຍ ຫຼື ກົດໝາຍ;
4. ຍ້າຍ, ປ່ຽນແປງ ຫຼື ທຳລາຍ ຫຼັກເຂດແດນທີ່ດິນ;
5. ຊື້ ຂາຍສິດນຳໃຊ້ທີ່ດິນ ໂດຍບໍ່ຖືກຕ້ອງຕາມກົດໝາຍ;
6. ເອົາທີ່ດິນຂອງລັດ ລວມທັງທີ່ດິນລວມໝູ່ຂອງບ້ານ ໃຫ້ເຊົ່າ, ແລກປ່ຽນ, ຂາຍ, ຄຳປະກັນ ຫຼື ມອບ ໂດຍບໍ່ຖືກຕ້ອງຕາມກົດໝາຍ;
7. ຫັນປ່ຽນປະເພດທີ່ດິນ ແລະ ເປົ້າໝາຍການນຳໃຊ້ທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດ;
8. ລະເມີດສັນຍາ ຊື້ ຂາຍ ສິດນຳໃຊ້ທີ່ດິນ, ເຊົ່າ ຫຼື ສຳປະທານທີ່ດິນ, ຫຼີກລ່ຽງການເສຍຄ່າເຊົ່າ ຫຼື ຄ່າສຳປະທານທີ່ດິນ, ຄ່າຊັບພະຍາກອນທຳມະຊາດ, ຄ່າທຳນຽມການນຳໃຊ້ທີ່ດິນ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ;
9. ໃຊ້ຄວາມຮຸນແຮງ ຫຼື ນາບຂູ່ເຈົ້າໜ້າທີ່ ຫຼື ພະນັກງານ;
10. ປະຕິເສດການໃຫ້ການຮ່ວມມື ຫຼື ຂັດຂວາງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ;
11. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ