ຂໍ້ຕົກລົງວ່າດ້ວຍ ສັນຍາຊື້ ຂາຍ ຝາກເງິນຕາຕ່າງປະເທດ

关于外汇买卖、存款合同的决定

Decision on Foreign Exchange Purchase and Sale, and Deposit Contracts

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະການສັນຍາຊື້-ຂາຍເງິນຕາຕ່າງປະເທດ ແລະ ສັນຍາຝາກເງິນລະຫວ່າງທະນາຄານການຄ້າ ແລະ ລູກຄ້າໃນປະເທດລາວ, ເນື້ອໃນຫຼັກແມ່ນການກຳນົດປະເພດສັນຍາອັດຕາແລກປ່ຽນລ່ວງໜ້າ, ສັນຍາອັດຕາດອກເບ້ຍ ແລະ ກົດລະບຽບການຊຳລະສະສາງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ສັນຍາຊື້ຂາຍຝາກເງິນຕາຕ່າງປະເທດ
ສັນຍາຊື້ຂາຍຝາກເງິນຕາຕ່າງປະເທດ (ວ່າດ້ວຍ) ແມ່ນການຕົກລົງລະຫວ່າງຄູ່ສັນຍາ ໃນການຊື້ຂາຍຝາກເງິນຕາຕ່າງປະເທດສະກຸນໃດໜຶ່ງ ກັບສະກຸນເງິນກີບ ຕາມອັດຕາແລກປ່ຽນທັນທີ ແລະ ຄູ່ສັນຍາຕ້ອງຊື້ ຫຼື ຂາຍເງິນຕາຕ່າງປະເທດດັ່ງກ່າວຄືນ ໃນວັນຄົບສັນຍາ ຕາມອັດຕາແລກປ່ຽນ ຫຼື ອັດຕາດອກເບ້ຍ ທີ່ໄດ້ກຳນົດໄວ້ໃນສັນຍາ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ອັດຕາແລກປ່ຽນທັນທີ ໝາຍເຖິງ ອັດຕາແລກປ່ຽນ ຂອງວັນຕົກລົງ ຊື້ ຂາຍ ເງິນຕາຕ່າງປະເທດ;
2. ອັດຕາແລກປ່ຽນລ່ວງໜ້າ ໝາຍເຖິງ ອັດຕາແລກປ່ຽນ ຂອງວັນ ຊື້ ຂາຍ ເງິນຕາຕ່າງປະເທດ ໃນອະນາຄົດ;
3. ສ່ວນຕ່າງອັດຕາແລກປ່ຽນລ່ວງໜ້າ ໝາຍເຖິງ ສ່ວນຕ່າງ ລະຫວ່າງ ອັດຕາແລກປ່ຽນລ່ວງໜ້າ ແລະ ອັດຕາແລກປ່ຽນທັນທີ;
4. ວັນເລີ່ມສັນຍາ ໝາຍເຖິງ ວັນທີ່ຄູ່ສັນຍາ ຕົກລົງກຳນົດກ່ຽວກັບກົນໄກ ແລະ ເງື່ອນໄຂ ໃນການດຳເນີນທຸລະກຳສັນຍາ ຊື້ ຂາຍ ຝາກເງິນຕາຕ່າງປະເທດ ລະຫວ່າງກັນ;
5. ວັນຄົບສັນຍາ ໝາຍເຖິງ ວັນທີ່ສັນຍາ ຊື້ ຂາຍ ຝາກເງິນຕາຕ່າງປະເທດ ຄົບກຳນົດ ທີ່ຕ້ອງຊຳລະ ຊຶ່ງຄູ່ສັນຍາ ຕ້ອງປະຕິບັດຕາມກົນໄກ ແລະ ເງື່ອນໄຂ ທີ່ໄດ້ຕົກລົງກັນໃນວັນເລີ່ມສັນຍາ;
6. ວັນສົ່ງມອບເງິນ ໝາຍເຖິງ ວັນທີ່ຄູ່ສັນຍາ ຕ້ອງຊຳລະເງິນ ຕາມທີ່ໄດ້ຕົກລົງກັນ ໃນວັນເລີ່ມສັນຍາ ແລະ ວັນຄົບສັນຍາ.

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບກົມພາຍໃນ ທຫລ, ທະນາຄານທຸລະກິດ ແລະ ລູກຄ້າ ທີ່ເຄື່ອນໄຫວກ່ຽວຂ້ອງກັບສັນຍາ ຊື້ ຂາຍ ຝາກເງິນຕາຕ່າງປະເທດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 39 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ