ດຳລັດວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ

关于预防和化解金融体系危机的政令

Decree on Prevention and Resolution of Financial System Crises

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການປ້ອງກັນ ແລະ ແກ້ໄຂວິກິດການລະບົບການເງິນໃນ ສປປ ລາວ, ເນັ້ນໃສ່ການສ້າງກົນໄກຕິດຕາມ, ແລກປ່ຽນຂໍ້ມູນ ແລະ ແຊກແຊງເບື້ອງຕົ້ນ ເພື່ອຮັກສາສະຖຽນລະພາບທາງການເງິນ ແລະ ປົກປ້ອງສິດຂອງຜູ້ຝາກເງິນ, ຜູ້ຖືປະກັນໄພ ແລະ ນັກລົງທຶນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ
ການສະກັດກັ້ນວິກິດການຂອງລະບົບການເງິນ ແມ່ນ ຂະບວນການ ເຝົ້າລະວັງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ນຳໃຊ້ມາດຕະການແຕ່ຫົວທີ ເພື່ອປ້ອງກັນການເກີດວິກິດການຂອງລະບົບການເງິນ.
ການແກ້ໄຂວິກິດການຂອງລະບົບການເງິນ ແມ່ນ ຂະບວນການນຳໃຊ້ ມາດຕະການ ຄວບຄຸມ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ ເພື່ອເຮັດໃຫ້ລະບົບການເງິນກັບດືນສູ່ສະພາວະປົກກະຕິ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ລະບົບການເງິນ ໝາຍເຖິງ ບັນດາໂຄງລ່າງພື້ນຖານດ້ານການເງິນ, ເງິນຕາ ທີ່ພົວພັນກັນ ເພື່ອອຳນວຍຄວາມສະດວກ ໃນການລະດົມທຶນ ຈາກສາທາລະນະ ແລະ/ຫຼື ຈັດສັນທຶນດັ່ງກ່າວ ເພື່ອສະໜັບສະໜູນກິດຈະກຳທາງເສດຖະກິດ-ສັງຄົມ ຊຶ່ງເຄື່ອນໄຫວໂດຍຫົວໜ່ວຍໃນລະບົບການເງິນ;
2. ຫົວໜ່ວຍໃນລະບົບການເງິນ ໝາຍເຖິງ ທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ບໍລິສັດປະກັນໄພ, ບໍລິສັດຫຼັກຊັບ, ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ, ຕະຫຼາດຫຼັກຊັບ ແລະ ຫົວໜ່ວຍອື່ນ ທີ່ເຄື່ອນໄຫວກ່ຽວກັບລະບົບການເງິນ ແລະ ໂຄງລ່າງພື້ນຖານດ້ານການເງິນ, ເງິນຕາ ຕາມການກຳນົດຂອງຄະນະກຳມະການສະຖຽນລະພາບຂອງລະບົບການເງິນ;
3. ລະບົບຕາໜ່າງຄວາມປອດໄພດ້ານການເງິນ ໝາຍເຖິງ ລະບົບການຮັກສາຄວາມໝັ້ນຄົງຂອງລະບົບການເງິນ ຊຶ່ງປະກອບດ້ວຍ ຂະແໜງການຄຸ້ມຄອງ, ສຳນັກງານປົກປ້ອງເງິນຝາກ, ນິຕິກຳ ແລະ ຂະບວນການຈັດຕັ້ງປະຕິບັດ ເພື່ອຊ່ວຍສ້າງຄວາມເຂັ້ມແຂງ ແລະ ຫຼຸດຜ່ອນຜົນກະທົບ ຈາກວິກິດການຂອງລະບົບການເງິນ;
4. ຂະແໜງການຄຸ້ມຄອງ ໝາຍເຖິງ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຫົວໜ່ວຍອື່ນ ທີ່ຮັບຜິດຊອບຄຸ້ມຄອງ ແລະ ຕິດຕາມ ກວດກາ ຫົວໜ່ວຍໃນລະບົບການເງິນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ