关于预防和化解金融体系危机的政令

ດຳລັດວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ

Decree on Prevention and Resolution of Financial System Crises

简介

该法规调整老挝境内金融体系危机的预防与化解工作,核心是建立监测、信息交流及早期干预机制,以维护金融稳定并保护存款人、投保人和投资者权益。

Summary

This regulation addresses the prevention and resolution of financial system crises in Laos, establishing monitoring, information exchange, and early intervention mechanisms to maintain financial stability and protect depositors, policyholders, and investors.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການປ້ອງກັນ ແລະ ແກ້ໄຂວິກິດການລະບົບການເງິນໃນ ສປປ ລາວ, ເນັ້ນໃສ່ການສ້າງກົນໄກຕິດຕາມ, ແລກປ່ຽນຂໍ້ມູນ ແລະ ແຊກແຊງເບື້ອງຕົ້ນ ເພື່ອຮັກສາສະຖຽນລະພາບທາງການເງິນ ແລະ ປົກປ້ອງສິດຂອງຜູ້ຝາກເງິນ, ຜູ້ຖືປະກັນໄພ ແລະ ນັກລົງທຶນ.

条文

第ມາດຕາ 1条

第2条 金融系统危机的预防和解决
金融系统危机的预防是指监测、信息交流以及采取早期措施以防止金融系统危机发生的过程。
金融系统危机的解决是指采取控制和解决金融系统危机的措施,以使金融系统恢复正常状态的过程。

ພາສາລາວ (老挝语原文)

ມາດຕາ 2 ການສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ
ການສະກັດກັ້ນວິກິດການຂອງລະບົບການເງິນ ແມ່ນ ຂະບວນການ ເຝົ້າລະວັງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ນຳໃຊ້ມາດຕະການແຕ່ຫົວທີ ເພື່ອປ້ອງກັນການເກີດວິກິດການຂອງລະບົບການເງິນ.
ການແກ້ໄຂວິກິດການຂອງລະບົບການເງິນ ແມ່ນ ຂະບວນການນຳໃຊ້ ມາດຕະການ ຄວບຄຸມ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ ເພື່ອເຮັດໃຫ້ລະບົບການເງິນກັບດືນສູ່ສະພາວະປົກກະຕິ.

第ມາດຕາ 2条

第2条 词语解释
本法令中使用的词语具有以下含义:
1. 金融体系 指相互关联的金融和货币基础设施,以便利从公众筹集资金和/或分配该资金以支持经济社会活动,由金融体系中的实体运作;
2. 金融体系中的实体 指银行、非银行金融机构、保险公司、证券公司、投资基金管理公司、证券交易所以及根据金融体系稳定委员会确定的其他从事金融体系和金融、货币基础设施活动的实体;
3. 金融安全网 指维护金融体系稳定的系统,包括监管部门、存款保护机构、法律法规及实施程序,以帮助增强金融体系实力并减轻金融危机的影响;
4. 监管部门 指老挝中央银行、财政部、证券管理委员会以及其他负责根据相关法律法规管理和监督金融体系实体的单位。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ລະບົບການເງິນ ໝາຍເຖິງ ບັນດາໂຄງລ່າງພື້ນຖານດ້ານການເງິນ, ເງິນຕາ ທີ່ພົວພັນກັນ ເພື່ອອຳນວຍຄວາມສະດວກ ໃນການລະດົມທຶນ ຈາກສາທາລະນະ ແລະ/ຫຼື ຈັດສັນທຶນດັ່ງກ່າວ ເພື່ອສະໜັບສະໜູນກິດຈະກຳທາງເສດຖະກິດ-ສັງຄົມ ຊຶ່ງເຄື່ອນໄຫວໂດຍຫົວໜ່ວຍໃນລະບົບການເງິນ;
2. ຫົວໜ່ວຍໃນລະບົບການເງິນ ໝາຍເຖິງ ທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ບໍລິສັດປະກັນໄພ, ບໍລິສັດຫຼັກຊັບ, ບໍລິສັດບໍລິຫານກອງທຶນເພື່ອການລົງທຶນ, ຕະຫຼາດຫຼັກຊັບ ແລະ ຫົວໜ່ວຍອື່ນ ທີ່ເຄື່ອນໄຫວກ່ຽວກັບລະບົບການເງິນ ແລະ ໂຄງລ່າງພື້ນຖານດ້ານການເງິນ, ເງິນຕາ ຕາມການກຳນົດຂອງຄະນະກຳມະການສະຖຽນລະພາບຂອງລະບົບການເງິນ;
3. ລະບົບຕາໜ່າງຄວາມປອດໄພດ້ານການເງິນ ໝາຍເຖິງ ລະບົບການຮັກສາຄວາມໝັ້ນຄົງຂອງລະບົບການເງິນ ຊຶ່ງປະກອບດ້ວຍ ຂະແໜງການຄຸ້ມຄອງ, ສຳນັກງານປົກປ້ອງເງິນຝາກ, ນິຕິກຳ ແລະ ຂະບວນການຈັດຕັ້ງປະຕິບັດ ເພື່ອຊ່ວຍສ້າງຄວາມເຂັ້ມແຂງ ແລະ ຫຼຸດຜ່ອນຜົນກະທົບ ຈາກວິກິດການຂອງລະບົບການເງິນ;
4. ຂະແໜງການຄຸ້ມຄອງ ໝາຍເຖິງ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຫົວໜ່ວຍອື່ນ ທີ່ຮັບຜິດຊອບຄຸ້ມຄອງ ແລະ ຕິດຕາມ ກວດກາ ຫົວໜ່ວຍໃນລະບົບການເງິນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

第ມາດຕາ 3条

第4条 关于预防和化解金融体系危机的原则
预防和化解金融体系危机的工作应遵循以下原则:
1. 符合国家法律、战略规划和社会经济发展计划;
2. 保障金融体系的稳定;
3. 保障客观、公正和及时的实施;
4. 保障协调配合和信息交流的及时性;
5. 保护存款人、投保人和投资者的合法权益。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ
ວຽກງານສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ;
2. ຮັບປະກັນຄວາມໝັ້ນຄົງຂອງລະບົບການເງິນ;
3. ຮັບປະກັນການຈັດຕັ້ງປະຕິບັດຢ່າງ ພາວະວິໄສ, ເປັນທຳ ແລະ ທັນເວລາ;
4. ຮັບປະກັນການ ປະສານສົມທົບ ແລະ ແລກປ່ຽນ ຂໍ້ມູນ ຂ່າວສານ ໃຫ້ທັນສະພາບການ;
5. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງ ຜູ້ຝາກເງິນ, ຜູ້ຊື້ປະກັນໄພ ແລະ ຜູ້ລົງທຶນ.

第ມາດຕາ 4条

第4条 适用范围
本令适用于在老挝人民民主共和国境内从事和涉及金融系统危机预防与化解工作的个人、法人及组织,无论是国内还是国外的。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງິນ ຢູ່ ສປປ ລາວ.

第ມາດຕາ 5条

第5条 国际合作
国家促进在预防和解决金融体系危机方面的国际合作,通过交流经验、信息、科学、技术、人力资源开发以发展上述工作,执行老挝人民民主共和国作为缔约方的相关公约和国际条约。

ພາສາລາວ (老挝语原文)

ມາດຕາ 5 ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມມືກັບສາກົນ ກ່ຽວກັບວຽກງານສະກັດກັ້ນ ແລະ ແກ້ໄຂ ວິກິດການຂອງລະບົບການເງີນ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ ເພື່ອພັດທະນາວຽກງານດັ່ງກ່າວ, ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

第ມາດຕາ 6条

第6条 金融系统危机预防程序
金融系统危机的预防应按照以下程序进行:
1. 监测;
2. 交换信息和数据;
3. 采取早期措施。

ພາສາລາວ (老挝语原文)

ມາດຕາ 6 ຂະບວນການສະກັດກັ້ນວິກິດການຂອງລະບົບການເງິນ
ການສະກັດກັນວິກິດການຂອງລະບົບການເງິນ ໃຫ້ປະຕິບັດຕາມຂະບວນການ ດັ່ງນີ:
1. ການເຝົ້າລະວັງ;
2. ການແລກປ່ຽນ ຂໍ້ມູນ ຂ່າວສານ;
3. ການນຳໃຊ້ມາດຕະການແຕ່ຫົວທີ.

第ມາດຕາ 7条

第7条 监测
金融体系中的单位必须对其活动或业务经营进行定期监测,通过风险管理,包括识别、衡量、评估、跟踪、报告和控制或降低风险,并符合相关法律法规。
管理部门必须通过跟踪检查金融体系中单位的活动或业务经营,按照相关法律法规进行监测,并定期和持续地评估其管理下的单位在活动或业务经营中的风险。

ພາສາລາວ (老挝语原文)

ມາດຕາ 7 ການເຝົ້າລະວັງ
ຫົວໜ່ວຍໃນລະບົບການເງິນ ຕ້ອງເຝົ້າລະວັງໃນການເຄື່ອນໄຫວ ຫຼື ດຳເນີນທຸລະກິດຂອງຕົນ ຢ່າງເປັນປະຈຳ ໂດຍມີການບໍລິຫານຄວາມສ່ຽງ ດ້ວຍການ ກຳນົດ, ວັດແທກ, ປະເມີນ, ຕິດຕາມ, ລາຍງານ ແລະ ຄວບຄຸມ ຫຼື ຫຼຸດຜ່ອນຄວາມສ່ຽງ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
ຂະແໜງການຄຸ້ມຄອງ ຕ້ອງເຝົ້າລະວັງ ດ້ວຍການ ຕິດຕາມ ກວດກາ ການເຄື່ອນໄຫວ ຫຼື ດຳເນີນທຸລະກິດ ຂອງຫົວໜ່ວຍໃນລະບົບການເງິນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ພ້ອມທັງປະເມີນຄວາມສ່ຽງໃນການເຄື່ອນໄຫວ ຫຼື ດຳເນີນທຸລະກິດ ຂອງຫົວໜ່ວຍທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

第ມາດຕາ 8条

第8条 信息交换
各管理部门必须建立相互之间的信息交换机制,以确保对金融体系中实体的财务状况进行分析和利用,并将其纳入各部门工作的管理中,做到全面、准确、清晰和及时。所接收或交换的信息必须保密,除非根据相关法律需要披露。

ພາສາລາວ (老挝语原文)

ມາດຕາ 8 ການແລກປ່ຽນຂໍ້ມູນຂ່າວສານ
ຂະແໜງການຄຸ້ມຄອງ ຕ້ອງສ້າງກົນໄກ ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງກັນ ເພື່ອຮັບປະກັນໃຫ້ການວິເຄາະ ແລະ ນຳໃຊ້ຂໍ້ມູນຂ່າວສານ ກ່ຽວກັບຖານະການເງິນຂອງຫົວໜ່ວຍໃນລະບົບການເງິນ ເຂົ້າໃນການຄຸ້ມຄອງວຽກງານຂອງແຕ່ລະຂະແໜງການ ໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ທັນສະພາບການ.
ຂໍ້ມູນຂ່າວສານ ທີ່ໄດ້ຮັບ ຫຼື ແລກປ່ຽນກັນນັ້ນ ຕ້ອງຖືກຮັກສາເປັນຄວາມລັບ, ຍົກເວັ້ນກໍລະນີທີ່ຕ້ອງເປີດເຜີຍຕາມກົດໝາຍທີ່ກ່ຽວຂ້ອງ.

第ມາດຕາ 9条

第9条 早期干预措施的使用

在监测和信息交换之后,如果发现金融体系中的机构有陷入危机状态的风险,监管部门应与受其监管的机构协商,或通知该机构制定计划并采取早期纠正措施,从而使用早期干预措施。

早期干预措施可以通过以下任何一种方式进行:

1. 调整对债权人的债务结构;
2. 改善流动性状况和资产管理,使其与资金来源状况相适应;
3. 在规定期限内增加注册资本;
4. 减少运营支出,包括行政支出;
5. 降低因交易、产品及管理运营产生的风险;
6. 调整股权结构或公司形式、业务经营战略、组织架构及风险管理体系;
7. 其他相关法律法规规定的方法。

在使用早期干预措施期间,监管部门必须定期向金融体系稳定委员会报告情况和使用该措施的结果,直至金融体系中的机构恢复正常状态。

ພາສາລາວ (老挝语原文)

ມາດຕາ 9 ການນຳໃຊ້ມາດຕະການແຕ່ຫົວທີ

ພາຍຫຼັງການເຝົ້າລະວັງ ແລະ ການແລກປ່ຽນຂໍ້ມູນຂ່າວສານ ຫາກເຫັນວ່າ ຫົວໜ່ວຍໃນລະບົບການເງິນ ມີຄວາມສ່ຽງທີ່ຈະຕົກຢູ່ໃນສະພາວະວິກິດ ໃຫ້ຂະແໜງການຄຸ້ມຄອງ ນຳໃຊ້ມາດຕະການແຕ່ຫົວທີ ດ້ວຍການປຶກສາຫາລືຮ່ວມກັບຫົວໜ່ວຍ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ຫຼື ແຈ້ງໃຫ້ຫົວໜ່ວຍດັ່ງກ່າວ ສ້າງແຜນການ ແລະ ດຳເນີນການແກ້ໄຂແຕ່ຫົວທີ.

ການນຳໃຊ້ມາດຕະການແຕ່ຫົວທີ ສາມາດດຳເນີນດ້ວຍວິທີການໃດໜຶ່ງ ດັ່ງນີ້:

1. ປັບປຸງໂຄງສ້າງໜີ້ກັບເຈົ້າໜີ້;
2. ແກ້ໄຂສະພາບຄ່ອງ ແລະ ບໍລິຫານຊັບສິນ ໃຫ້ເໝາະສົມກັບສະພາບແຫຼ່ງທຶນ;
3. ເພີ່ມທຶນຈົດທະບຽນ ພາຍໃນໄລຍະເວລາທີ່ກຳນົດ;
4. ຫຼຸດລາຍຈ່າຍໃນການດຳເນີນງານ ລວມທັງລາຍຈ່າຍດ້ານບໍລິຫານ;
5. ຫຼຸດຜ່ອນຄວາມສ່ຽງທີ່ເກີດຈາກທຸລະກຳ, ຜະລິດຕະພັນ ແລະ ການຄຸ້ມຄອງບໍລິຫານ;
6. ປັບປຸງໂຄງສ້າງການຖືຮຸ້ນ ຫຼື ຮູບແບບບໍລິສັດ, ຍຸດທະສາດການດຳເນີນທຸລະກິດ, ໂຄງສ້າງການຈັດຕັ້ງ ແລະ ລະບົບການບໍລິຫານຄວາມສ່ຽງ;
7. ວິທີການອື່ນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ໃນໄລຍະການນຳໃຊ້ມາດຕະການແຕ່ຫົວທີ ຂະແໜງການຄຸ້ມຄອງ ຕ້ອງລາຍງານສະພາບການ ແລະ ຜົນການນຳໃຊ້ມາດຕະການດັ່ງກ່າວ ໃຫ້ຄະນະກຳມະການສະຖຽນລະພາບຂອງລະບົບການເງິນ ຢ່າງເປັນປະຈຳ ຈົນກວ່າຫົວໜ່ວຍໃນລະບົບການເງິນ ຈະກັບຄືນສູ່ສະພາບປົກກະຕິ.

第ມາດຕາ 10条

第10条 金融危机
金融危机是指金融体系无法运行或履行其职能,或表明存在严重问题或严重流动性不足的情况,从而对金融体系产生影响,例如银行系统挤兑、不良贷款率上升、广泛丧失信心或大规模破产。

ພາສາລາວ (老挝语原文)

ມາດຕາ 10 ວິກິດການຂອງລະບົບການເງິນ
ວິກິດການຂອງລະບົບການເງິນ ແມ່ນ ສະຖານະການທີ່ລະບົບການເງິນ ບໍ່ສາມາດດຳເນີນການ ຫຼື ປະຕິບັດພາລະບົດບາດຂອງຕົນ ຫຼື ສະຖານະການທີ່ບົ່ງບອກເຖິງບັນຫາ ຫຼື ການຂາດສະພາບຄ່ອງທີ່ຮຸນແຮງ ຊຶ່ງສົ່ງຜົນກະທົບຕໍ່ລະບົບການເງິນ ເປັນຕົ້ນ ການແຫ່ຖອນເງິນອອກຈາກລະບົບທະນາຄານ, ອັດຕາສ່ວນໜີ້ຕ້ອງຮັບທວງຍາກເພີ່ມຂຶ້ນ, ການສູນເສຍຄວາມເຊື່ອໝັ້ນໃນວົງກວ້າງ ຫຼື ມີການລົ້ມລະລາຍເປັນວົງກວ້າງ.

第ມາດຕາ 11条

第11条 金融系统危机的确定
金融系统稳定委员会负责确定金融系统处于危机状态的情况,具体如下:
1. 所提出的问题不影响金融系统的,由主管部门在其职责范围内对金融系统问题进行处理;
2. 所提出的问题影响金融系统的,提交总理审议批准。

ພາສາລາວ (老挝语原文)

ມາດຕາ 11 ການກຳນົດວິກິດການຂອງລະບົບການເງິນ
ຄະນະກຳມະການສະຖຽນລະພາບຂອງລະບົບການເງິນ ເປັນຜູ້ກຳນົດສະຖານະພາບຂອງລະບົບການເງິນ ທີ່ຢູ່ໃນສະພາວະວິກິດ ໃນກໍລະນີໃດໜຶ່ງ ດັ່ງນີ້:
1. ບັນຫາທີ່ສະເໜີນັ້ນ ບໍ່ສົ່ງຜົນກະທົບຕໍ່ລະບົບການເງິນ ໃຫ້ຂະແໜງການຄຸ້ມຄອງ ດຳເນີນການແກ້ໄຂບັນຫາຂອງລະບົບການເງິນໃນຂະແໜງການຂອງຕົນ;
2. ບັນຫາທີ່ສະເໜີນັ້ນ ສົ່ງຜົນກະທົບຕໍ່ລະບົບການເງິນ ໃຫ້ສະເໜີນາຍົກລັດຖະມົນຕີ ພິຈາລະນາຮັບຮອງ.

第ມາດຕາ 12条

第12条 金融系统危机的认定
总理根据金融系统稳定委员会的提议,审议认定金融系统危机。

ພາສາລາວ (老挝语原文)

ມາດຕາ 12 ການຮັບຮອງວິກິດການຂອງລະບົບການເງິນ
ນາຍົກລັດຖະມົນຕີ ພິຈາລະນາຮັບຮອງວິກິດການຂອງລະບົບການເງິນ ຕາມການສະເໜີຂອງຄະນະກຳມະການສະຖຽນລະພາບຂອງລະບົບການເງິນ.

本页展示前 12 条,全文共 32 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译