ດຳລັດວ່າດ້ວຍ ການປັບໃໝ່ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ

关于对违反铁路法律法规者处以罚款及其他措施的政令

Decree on Fines and Other Measures for Violations of Railway Laws and Regulations

ບົດສະຫຼຸບ

ຂໍ້ກຳນົດດັ່ງກ່າວກຳນົດໃຫ້ປັບໃໝ (ເຊັ່ນ: ປັບໃໝລົດໄຟທີ່ບໍ່ໄດ້ຈົດທະບຽນ 10 ລ້ານຫາ 100 ລ້ານກີບ) ແລະ ມາດຕະການອື່ນໆ ສຳລັບການລະເມີດກົດລະບຽບທາງລົດໄຟທີ່ບໍ່ເປັນຄະດີອາຍາ, ໃຊ້ກັບບຸກຄົນ ແລະ ອົງກອນທັງໝົດໃນປະເທດລາວ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ເພື່ອເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ລົດໄຟ ໃນການຈັດຕັ້ງປະຕິບັດ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ຮັບປະກັນໃຫ້ການລົດໄຟ ມີຄວາມ ເປັນລະບຽບຮຽບຮ້ອຍ, ສະດວກ, ວ່ອງໄວ, ປອດໄພ ແລະ ການປ້ອງກັນຄວາມປອດໄພ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຕາມອັດຕາປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ມາດຕະການອື່ນ ແມ່ນການນຳໃຊ້ມາດຕະການ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ດ້ວຍການ ສຶກສາອົບຮົມ, ທັບມ້າງ, ຍົກຍ້າຍອອກ, ໂຈະການເຄື່ອນໄຫວ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 44 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ