关于对违反铁路法律法规者处以罚款及其他措施的政令
ດຳລັດວ່າດ້ວຍ ການປັບໃໝ່ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ
Decree on Fines and Other Measures for Violations of Railway Laws and Regulations
简介
该政令规定对违反铁路法规但未构成犯罪的行为处以罚款(如未登记列车罚款1000万至1亿基普)及其他措施,适用于老挝境内所有个人与组织。
Summary
This decree imposes fines (e.g., 10 million to 100 million kip for unregistered trains) and other measures for violations of railway regulations that do not constitute crimes, applicable to all individuals and organizations in Laos.
ບົດສະຫຼຸບ
ຂໍ້ກຳນົດດັ່ງກ່າວກຳນົດໃຫ້ປັບໃໝ (ເຊັ່ນ: ປັບໃໝລົດໄຟທີ່ບໍ່ໄດ້ຈົດທະບຽນ 10 ລ້ານຫາ 100 ລ້ານກີບ) ແລະ ມາດຕະການອື່ນໆ ສຳລັບການລະເມີດກົດລະບຽບທາງລົດໄຟທີ່ບໍ່ເປັນຄະດີອາຍາ, ໃຊ້ກັບບຸກຄົນ ແລະ ອົງກອນທັງໝົດໃນປະເທດລາວ.
条文
第ມາດຕາ 1条
第1条 目的
本政令规定关于对违反铁路法律法规者处以罚款及其他措施的原则、规章和措施,为铁路工作人员正确、严格执行罚款及其他措施提供依据,旨在确保铁路在全国范围内统一实现有序、便捷、快速、安全及安全保障,促进国家经济社会发展。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ດໍາລັດສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ເພື່ອເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ລົດໄຟ ໃນການຈັດຕັ້ງປະຕິບັດ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ຮັບປະກັນໃຫ້ການລົດໄຟ ມີຄວາມ ເປັນລະບຽບຮຽບຮ້ອຍ, ສະດວກ, ວ່ອງໄວ, ປອດໄພ ແລະ ການປ້ອງກັນຄວາມປອດໄພ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
第ມາດຕາ 2条
第2条 罚款和其他措施
罚款是对违反有关铁路的法律法规但尚未构成刑事犯罪的行为人采取的经济措施,罚款金额按照本法令规定的标准执行。
其他措施是对违反有关铁路的法律法规但尚未构成刑事犯罪的行为人采取的教育、拆除、搬迁、暂停运营或吊销营业执照等措施。
ພາສາລາວ (老挝语原文)
ມາດຕາ 2 ການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຕາມອັດຕາປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ມາດຕະການອື່ນ ແມ່ນການນຳໃຊ້ມາດຕະການ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ດ້ວຍການ ສຶກສາອົບຮົມ, ທັບມ້າງ, ຍົກຍ້າຍອອກ, ໂຈະການເຄື່ອນໄຫວ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ.
第ມາດຕາ 3条
第3条 词语解释
本法令中使用的词语具有以下含义:
1. 铁路官员 指铁路警察和铁路运行检查员,经任命和授权执行控制、维护安宁、安全及秩序在列车和火车站以及铁路线路上;
2. 火车机车 指用于牵引轮轨系统的机车,标明制造商、功率、品牌和型号,以电力、柴油和蒸汽为动力;
3. 铁路国籍 指火车表明属于某一国家的地位,通过登记和悬挂铁路国籍标志,依照老挝人民民主共和国法律或老挝人民民主共和国为其缔约国的条约;
4. 铁路登记 指火车的编号,已依法正确登记于老挝人民民主共和国法律或老挝人民民主共和国为其缔约国的条约;
5. 铁路运行技术手册 指制造厂的文件,规定铁路使用技术的详细说明和指南,以帮助列车控制人员正确操作。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຈົ້າໜ້າທີ່ລົດໄຟ ໝາຍເຖິງ ຕຳຫຼວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍ ໃຫ້ປະຕິບັດໜ້າທີ່ໃນການຄວບຄຸມ, ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນຂະບວນ ແລະ ສະຖານີລົດໄຟ ລວມທັງ ແລວທາງລົດໄຟ;
2. ຫົວຈັກລົດໄຟ ໝາຍເຖິງ ຫົວຈັກທີ່ໃຊ້ສຳລັບລາກແກລະບົບລໍ້ເລື່ອນ ຊຶ່ງມີການລະບຸຜູ້ຜະລິດ, ຄວາມແຮງ, ຍີ່ຫໍ້ ແລະ ລຸ້ນ ທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ, ນ້ຳມັນກາຊວນ, ແລະ ອາຍນ້ຳ;
3. ສັນຊາດລົດໄຟ ໝາຍເຖິງ ຖານະຂອງລົດໄຟທີ່ສະແດງວ່າເປັນຂອງປະເທດໃດໜຶ່ງ ດ້ວຍການຂຶ້ນທະບຽນ ແລະ ຕິດເຄື່ອງໝາຍສັນຊາດລົດໄຟ ຕາມກົດໝາຍຂອງ ສປປ ລາວ ຫຼື ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
4. ທະບຽນລົດໄຟ ໝາຍເຖິງ ເລກລະຫັດຂອງລົດໄຟ ທີ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ ຫຼື ສົນທິສັນຍາທີ່ ສປປ ລາວ ເປັນພາຄີ;
5. ປຶ້ມຄູ່ມືເຕັກນິກການແລ່ນລົດໄຟ ໝາຍເຖິງ ເອກະສານຂອງໂຮງງານຜູ້ຜະລິດ ທີ່ກຳນົດລາຍລະອຽດ ຄຳແນະນຳ ທາງດ້ານເຕັກນິກການນຳໃຊ້ລົດໄຟ ເພື່ອຊ່ວຍໃຫ້ພະນັກງານຄວບຄຸມຂະບວນລົດໄຟ ປະຕິບັດ ຢ່າງຖືກຕ້ອງ.
第ມາດຕາ 4条
第4条 关于罚款和其他措施的原则
罚款和其他措施必须遵循以下原则:
1. 符合法律、法规、老挝人民民主共和国作为缔约方的公约及相关国际条约;
2. 在全国范围内实行集中统一管理;
3. 确保列车运行控制有序、安全、便捷、高效,具有效率和效果;
4. 确保罚款费率的执行统一、正确、透明、公正且可核查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແລະ ມາດຕະການອື່ນ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ້ອງກັບ ກົດໝາຍ ແລະ ລະບຽບການ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;
2. ຄຸ້ມຄອງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍ, ປອດໄພ, ສະດວກ ແລະ ວ່ອງໄວ ໃນການຄວບຄຸມການ ແລ່ນລົດໄຟໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ;
4. ຮັບປະກັນການປະຕິບັດອັດຕາການປັບໃໝໃຫ້ ເປັນເອກະພາບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 4条
第4条 适用范围
本法令适用于在老挝人民民主共和国境内违反有关铁路法律和法规的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ ຢູ່ ສປປ ລາວ.
第ມາດຕາ 5条
第5条 违反关于列车登记和国籍规定的行为
个人和组织违反关于列车登记和国籍规定的,将被处以以下罚款:
1. 未登记的列车
- 对于列车尾车:10,000,000基普;
- 对于列车车厢:10,000,000基普;
- 对于内燃机车:40,000,000基普;
- 对于电力机车:50,000,000基普;
- 对于内燃动车组(DMU):90,000,000基普;
- 对于电力动车组(EMU):100,000,000基普;
2. 20,000,000基普,对于未按规定正确悬挂国籍标志和登记标志的列车;
3. 30,000,000基普,对于未悬挂国籍标志和登记标志的列车;
4. 40,000,000基普,对于使用已在老挝人民民主共和国登记后又到其他国家登记的列车;
5. 50,000,000基普,对于其他国家的列车,其代码编号与进入老挝人民民主共和国的申报单不符。
ພາສາລາວ (老挝语原文)
ມາດຕາ 5 ການລະເມີດລະບຽບການກ່ຽວກັບການຂຶ້ນທະບຽນ ແລະ ສັນຊາດລົດໄຟ
ບຸກຄົນ ແລະ ການຈັດຕັ້ງທີ່ລະເມີດລະບຽບການກ່ຽວກັບການຂຶ້ນທະບຽນ ແລະ ສັນຊາດລົດໄຟ ຈະຖືກປັບໃໝ ດັ່ງນີ້:
1. ລົດໄຟທີ່ບໍ່ຂຶ້ນທະບຽນ
- 10,000,000 ກີບ ສຳລັບຫາງລາກລົດໄຟ;
- 10,000,000 ກີບ ສຳລັບຕູ້ລົດໄຟ;
- 40,000,000 ກີບ ສຳລັບຫົວຈັກນ້ຳມັນ;
- 50,000,000 ກີບ ສຳລັບຫົວຈັກໄຟຟ້າ;
- 90,000,000 ກີບ ສຳລັບລົດໄຟດວນໃຊ້ນ້ຳມັນ (DMU);
- 100,000,000 ກີບ ສຳລັບລົດໄຟດວນໃຊ້ໄຟຟ້າ (EMU);
2. 20,000,000 ກີບ ສຳລັບລົດໄຟທີ່ຕິດເຄື່ອງໝາຍສັນຊາດ ແລະ ເຄື່ອງໝາຍທະບຽນ ບໍ່ຖືກຕ້ອງຕາມລະບຽບການ;
3. 30,000,000 ກີບ ສຳລັບລົດໄຟທີ່ບໍ່ຕິດເຄື່ອງໝາຍສັນຊາດ ແລະ ເຄື່ອງໝາຍທະບຽນ;
4. 40,000,000 ກີບ ສຳລັບການນຳໃຊ້ລົດໄຟທີ່ຂຶ້ນທະບຽນ ຢູ່ ສປປ ລາວ ແລ້ວໄປຂຶ້ນທະບຽນຢູ່ປະເທດອື່ນ;
5. 50,000,000 ກີບ ສຳລັບຂະບວນລົດໄຟຂອງປະເທດອື່ນ ທີ່ມີເລກລະຫັດບໍ່ຖືກຕາມໃບແຈ້ງເຂົ້າ ສປປ ລາວ.
第ມາດຕາ 6条
第6条 违反关于列车和车次文件规定的行为
运输旅客和货物的列车,如果没有列车和车次的任何文件,将按每项处以10,000,000基普的罚款,具体如下:
1. 登记证书;
2. 技术检查证书;
3. 列车运行记录簿;
4. 列车运行技术手册;
5. 保险单;
6. 营业执照副本;
7. 货物运单(适用于货运列车);
8. 货物托运单(适用于货运列车)。
ພາສາລາວ (老挝语原文)
ມາດຕາ 6 ການລະເມີດລະບຽບການກ່ຽວກັບເອກະສານປະຈຳລົດໄຟ ແລະ ຖ້ຽວລົດໄຟ
ລົດໄຟຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ທີ່ບໍ່ມີເອກະສານໃດໜຶ່ງປະຈຳລົດໄຟ ແລະ ຖ້ຽວລົດໄຟ ຈະຖືກປັບໃໝ 10,000,000 ກີບ ຕາມແຕ່ລະລາຍການ ດັ່ງນີ້:
1. ໃບຢັ້ງຢືນການຂຶ້ນທະບຽນ;
2. ໃບຢັ້ງຢືນການກວດກາເຕັກນິກ;
3. ປຶ້ມບັນທຶກການແລ່ນລົດໄຟ;
4. ປຶ້ມຄູ່ມືເຕັກນິກການແລ່ນລົດໄຟ;
5. ໃບປະກັນໄພ;
6. ສຳເນົາໃບອະນຸຍາດດຳເນີນທຸລະກິດ;
7. ໃບກຳກັບສິນຄ້າ ສຳລັບລົດໄຟຂົນສົ່ງສິນຄ້າ;
8. ໃບນຳສົ່ງສິນຄ້າ ສຳລັບລົດໄຟຂົນສົ່ງສິນຄ້າ.
第ມາດຕາ 7条
第7条 违反关于火车机车和火车驾驶证签发规定的行为
个人或法人违反关于火车机车和火车驾驶证签发规定的,将被处以罚款如下:
1. 15,000,000基普,用于签发不符合火车类型或种类的火车机车和火车驾驶证;
2. 35,000,000基普,用于向未通过考试或考试未通过者签发火车机车和火车驾驶证。
ພາສາລາວ (老挝语原文)
ມາດຕາ 7 ການລະເມີດລະບຽບການກ່ຽວກັບການອອກໃບຂັບຂີ່ຫົວຈັກລົດໄຟ ແລະ ລົດໄຟ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດລະບຽບການກ່ຽວກັບການອອກໃບຂັບຂີ່ຫົວຈັກລົດໄຟ ແລະ ລົດໄຟ ຈະຖືກປັບໃໝ ດັ່ງນີ້:
1. 15,000,000 ກີບ ສຳລັບການອອກໃບຂັບຂີ່ຫົວຈັກລົດໄຟ ແລະ ລົດໄຟ ບໍ່ຖືກຕ້ອງຕາມປະເພດ ຫຼື ຊະນິດ ຂອງລົດໄຟ;
2. 35,000,000 ກີບ ສຳລັບການອອກໃບຂັບຂີ່ຫົວຈັກລົດໄຟ ແລະ ລົດໄຟ ໃຫ້ແກ່ຜູ້ທີ່ບໍ່ໄດ້ຜ່ານການສອບເສັງ ຫຼື ສອບເສັງບໍ່ຜ່ານ.
第ມາດຕາ 9条
第9条 违反关于火车运行指挥中心主任职责规定的行为
违反关于火车运行指挥规定的火车运行指挥中心主任将被处以以下罚款:
1. 5,000,000基普,对于没有铁路局颁发的火车司机资格证书的;
2. 6,000,000基普,对于不接受各站区火车运行控制人员报告的;
3. 7,000,000基普,对于在火车运行指挥中不通知分控中心、车站、列车的;
4. 8,000,000基普,对于不按规定时间控制、监控和指挥火车运行的;
5. 12,000,000基普,对于不安排、指挥列车会让或指挥列车变更运行线路或指挥列车停车的。
ພາສາລາວ (老挝语原文)
ມາດຕາ 9 ການລະເມີດລະບຽບການກ່ຽວກັບການປະຕິບັດໜ້າທີ່ຂອງຫົວໜ້າສູນບັນຊາການແລ່ນລົດໄຟ
ຫົວໜ້າສູນບັນຊາການແລ່ນລົດໄຟຜູ້ທີ່ລະເມີດລະບຽບການກ່ຽວກັບການປະຕິບັດການແລ່ນລົດໄຟຈະຖືກປັບໃໝດັ່ງນີ້:
1. 5.000.000 ກີບ ສຳລັບການບໍ່ມີໃບຮັບຮອງເປັນພະນັກງານຂັບລົດໄຟຈາກກົມທາງລົດໄຟ;
2. 6,000,000 ກີບ ສຳລັບການບໍ່ຮັບການລາຍງານຂອງພະນັກງານຄວບຄຸມການແລ່ນລົດໄຟໃນແຕ່ລະເຂດສະຖານີ;
3. 7,000,000 ກີບ ສຳລັບການບໍ່ແຈ້ງໃຫ້ສູນຄວບຄຸມຍ່ອຍ, ສະຖານີ, ຂະບວນລົດໄຟ ໃນການບັນຊາການແລ່ນລົດໄຟ;
4. 8.000,000 ກີບ ສຳລັບການບໍ່ຄວບຄຸມ, ຕິດຕາມ ແລະ ສັ່ງການແລ່ນລົດໄຟຕາມກຳນົດເວລາ;
5. 12,000,000 ກີບ ສຳລັບການບໍ່ຈັດການ, ສັ່ງການຫຼີກຂະບວນລົດໄຟ ຫຼື ສັ່ງການປ່ຽນທາງແລ່ນຂອງຂະບວນລົດໄຟ ຫຼື ສັ່ງຢຸດຂະບວນລົດໄຟ.
第ມາດຕາ 9条
第9条 违反关于站长职责规定的行为
违反关于铁路运行规定的站长,将被处以罚款如下:
1. 4,000,000基普,因其收取收入不正确、不完整,未按其职责范围执行;
2. 5,000,000基普,因其没有铁路局颁发的站长资格证书;
3. 5,000,000基普,因其未按照其车站范围内的铁路运行规定允许列车进出;
4. 15,000,000基普,因其疏忽、大意,导致损失或非严重事故;
5. 12,000,000基普,因其在未向铁路局报告的情况下暂停火车站服务;
6. 12,000,000基普,因其未履行职责并管理其职责范围内的工作,使其符合法律和规定。
ພາສາລາວ (老挝语原文)
ມາດຕາ 9 ການລະເມີດລະບຽບການກ່ຽວກັບການປະຕິບັດໜ້າທີ່ຂອງຫົວໜ້າສະຖານີ
ຫົວໜ້າສະຖານີທີ່ລະເມີດລະບຽບການກ່ຽວກັບການປະຕິບັດການແລ່ນລົດໄຟ ຈະຖືກປັບໃໝ ດັ່ງນີ້:
1. 4,000,000 ກີບ ສຳລັບການເກັບລາຍຮັບ ບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
2. 5,000,000 ກີບ ສຳລັບການບໍ່ມີໃບຮັບຮອງເປັນຫົວໜ້າສະຖານີຈາກກົມທາງລົດໄຟ;
3. 5,000,000 ກີບ ສຳລັບການບໍ່ອະນຸຍາດໃຫ້ຂະບວນລົດໄຟແລ່ນເຂົ້າ-ອອກ ຕາມລະບຽບການແລ່ນລົດໄຟພາຍໃນເຂດສະຖານີຂອງຕົນ;
4. 15,000,000 ກີບ ສຳລັບການມີຄວາມປະໝາດ, ເລິນເລີ ຊຶ່ງເປັນເຫດໃຫ້ເກີດຄວາມເສຍຫາຍ ຫຼື ອຸບປະຕິເຫດ ທີ່ບໍ່ຮ້າຍແຮງ;
5. 12,000,000 ກີບ ສຳລັບການໂຈະການໃຫ້ບໍລິການສະຖານີລົດໄຟໂດຍບໍ່ມີການລາຍງານໃຫ້ກົມທາງລົດໄຟ;
6. 12,000,000 ກີບ ສຳລັບການບໍ່ປະຕິບັດໜ້າທີ່ ແລະ ຄວບຄຸມວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງ ກັບກົດໝາຍ ແລະ ລະບຽບການ.
第ມາດຕາ 10条
第10条 违反火车司机职责规定
违反火车运行操作规定的火车司机,将被处以如下罚款:
1. 1,800,000基普,针对无火车机车和火车驾驶证或使用过期火车机车和火车驾驶证;
2. 5,000,000基普,视具体情况如下:
- 未检查文件,包括火车技术系统和信号灯证明、根据火车运行计划允许停车或避让火车;
- 驾驶火车机车时体内含有酒精;
- 疏忽大意,可能对紧急情况或事故造成损害;
- 在离开火车站前,未遵守站长和火车运行控制人员的放行命令;
- 未遵守火车运行时刻表规定的各路段速度;
- 在认为不安全的情况下运行火车,且未立即向火车运行控制人员报告;
- 未遵守火车运行交通信号;
3. 5,000,000基普,针对没有铁路局颁发的火车司机资格证书;
4. 6,000,000基普,针对允许他人驾驶火车。
ພາສາລາວ (老挝语原文)
ມາດຕາ 10 ການລະເມີດລະບຽບການກ່ຽວກັບການປະຕິບັດໜ້າທີ່ຂອງພະນັກງານຂັບລົດໄຟ
ພະນັກງານຂັບລົດໄຟຜູ້ທີ່ລະເມີດລະບຽບການກ່ຽວກັບການປະຕິບັດການແລ່ນລົດໄຟຈະຖືກປັບໃໝດັ່ງນີ້:
1. 1,800,000 ກີບ ສຳລັບການບໍ່ຖືໃບຂັບຂີ່ຫົວຈັກລົດໄຟ ແລະ ລົດໄຟ ຫຼື ນຳໃຊ້ໃບຂັບຂີ່ຫົວຈັກລົດໄຟ ແລະ ລົດໄຟໝົດອາຍຸ;
2. 5,000,000 ກີບ ຕາມແຕ່ລະກໍລະນີ ດັ່ງນີ້:
- ບໍ່ກວດກາເອກະສານເປັນຕົ້ນ ໃບຢັ້ງຢືນລະບົບເຕັກນິກ ແລະ ໄຟສັນຍານຂອງລົດໄຟ, ໃບອະນຸຍາດໃຫ້ຢຸດ ຫຼື ຫຼີກຂະບວນລົດໄຟ ຕາມແຜນການແລ່ນລົດໄຟ;
- ມີທາດເຫຼົ້າໃນຮ່າງກາຍ ໃນເວລາຂັບຂີ່ຫົວຈັກລົດໄຟ;
- ມີຄວາມປະໝາດ ອາດຈະພາໃຫ້ເກີດມີຄວາມເສຍຫາຍຕໍ່ເຫດສຸກເສີນ ຫຼື ອຸບັດຕິເຫດ ໃນເວລາຂັບຂີ່ລົດໄຟ;
- ບໍ່ປະຕິບັດຕາມຄຳສັ່ງປ່ອຍຂະບວນລົດໄຟຂອງຫົວໜ້າສະຖານີ ແລະ ພະນັກງານຄວບຄຸມຂະບວນລົດໄຟ ກ່ອນອອກຈາກສະຖານີລົດໄຟ;
- ບໍ່ປະຕິບັດຕາມຄວາມໄວທີ່ກຳນົດໄວ້ໃນຕາຕະລາງການແລ່ນລົດໄຟ ໃນແຕ່ລະຊ່ວງທາງ;
- ແລ່ນລົດໄຟ ເມື່ອເຫັນວ່າບໍ່ຮັບປະກັນຄວາມປອດໄພ ແລະ ບໍ່ລາຍງານດ່ວນໃຫ້ພະນັກງານຄວບຄຸມຂະບວນລົດໄຟ;
- ບໍ່ປະຕິບັດຕາມສັນຍານຈະລາຈອນການແລ່ນລົດໄຟ;
3. 5,000,000 ກີບ ສຳລັບການບໍ່ມີໃບຮັບຮອງເປັນພະນັກງານຂັບລົດໄຟຈາກກົມທາງລົດໄຟ;
4. 6,000,000 ກີບ ສຳລັບການອະນຸຍາດໃຫ້ຜູ້ອື່ນຂັບຂີ່ລົດໄຟ.
第ມາດຕາ 11条
第11条 违反车站操作人员职责规定的行为
违反有关职责规定的车站操作人员将被处以以下罚款:
1. 3,500,000基普,对于未安排列车编组以及未履行有关接待旅客、在车站装卸货物按照时刻表和列车运行计划的行为;
2. 4,000,000基普,对于未按照列车运行规定中确定的程序批准列车运行的行为;
3. 4,000,000基普,对于在发现存在安全风险时批准列车驶离车站且未及时通知列车运行控制人员的行为;
4. 5,000,000基普,对于未检查车辆和设备是否符合技术规范、铁路技术标准和人员标准的行为。
ພາສາລາວ (老挝语原文)
ມາດຕາ 11 ການລະເມີດລະບຽບການກ່ຽວກັບການປະຕິບັດໜ້າທີ່ຂອງພະນັກງານປະຕິບັດການຢູ່ສະຖານີລົດໄຟ
ພະນັກງານປະຕິບັດການຢູ່ສະຖານີລົດໄຟຜູ້ລະເມີດລະບຽບການກ່ຽວກັບການປະຕິບັດໜ້າທີ່ຈະຖືກປັບໃໝດັ່ງນີ້:
1. 3,500,000 ກີບ ສຳລັບການບໍ່ຈັດຂະບວນລົດໄຟ ແລະ ບໍ່ປະຕິບັດໜ້າທີ່ກ່ຽວກັບການຮັບຕ້ອນຜູ້ໂດຍສານ, ການຂຶ້ນຖາຍສິນຄ້າ ຢູ່ສະຖານີລົດໄຟ ຕາມຕາຕະລາງ ແລະ ແຜນການແລ່ນລົດໄຟ;
2. 4,000,000 ກີບ ສຳລັບການອະນຸຍາດການແລ່ນລົດໄຟ ບໍ່ຖືກຕ້ອງຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນລະບຽບການແລ່ນລົດໄຟ;
3. 4,000,000 ກີບ ສຳລັບການອະນຸຍາດໃຫ້ຂະບວນລົດໄຟແລ່ນອອກຈາກສະຖານີ ເມື່ອເຫັນວ່າມີຄວາມສ່ຽງຕໍ່ຄວາມປອດໄພ ແລະ ບໍ່ແຈ້ງໃຫ້ພະນັກງານຄວບຄຸມການແລ່ນລົດໄຟ ຢ່າງທັນການ;
4. 5,000,000 ກີບ ສຳລັບການບໍ່ກວດກາ ພາຫະນະ ແລະ ວັດຖຸປະກອນ ໃຫ້ສອດຄ້ອງກັບກຳນົດໜາຍເຕັກນິກ, ມາດຕະຖານເຕັກນິກ ລົດໄຟ ແລະ ມາດຕະຖານຂອງພະນັກງານ.
本页展示前 12 条,全文共 44 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读