ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ປຸງແຕ່ງ ເຄື່ອງປ່າຂອງດົງ

关于林产品管理与加工的决定

Decision on Management and Processing of Forest Products

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການຈັດການ ແລະ ການປຸງແຕ່ງຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ຢູ່ໃນລາວ, ເນື້ອໃນຫຼັກກວມເອົາຂັ້ນຕອນການສຳຫຼວດ, ການປູກ, ການຂຸດຄົ້ນ, ການປຸງແຕ່ງ, ການຄ້າ ແລະ ການນຳເຂົ້າ-ສົ່ງອອກຢ່າງຄົບຖ້ວນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງ ແລະ ປຸງແຕ່ງ ເຄື່ອງປ່າຂອງດົງ
ການຄຸ້ມຄອງເຄື່ອງປ່າຂອງດົງ ແມ່ນ ການຈັດຕັ້ງປະຕິບັດກິດຈະການຕ່າງໆ ໃນການຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ໃນເຂດປ່າທຳມະຊາດ ແລະ ເຂດປູກ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.
ການປຸງແຕ່ງເຄື່ອງປ່າຂອງດົງ ແມ່ນ ການນຳເອົາວັດຖຸດິບ ເຄື່ອງປ່າຂອງດົງ ຈາກເຂດປ່າທຳມະຊາດ ແລະ ເຂດປູກ ເພື່ອນຳມາປຸງແຕ່ງເປັນຜະລິດຕະພັນ ສຳເລັດຮູບ ແລະ ເຄິ່ງສຳເລັດຮູບ ທີ່ຜ່ານຂະບວນການປຸງແຕ່ງຢູ່ໃນໂຮງງານ ໃຫ້ຖືກຕ້ອງຕາມມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັງນີ້:
1. ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ໝາຍເຖິງ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ຊະນິດທີ່ເປັນເຄື່ອງອຸປະໂພກ, ຊະນິດທີ່ເປັນອາຫານ ທີ່ເກີດຕາມລະດູການ ແລະ ຊະນິດທີ່ເປັນຢາ ທີ່ນຳວັດຖຸດິບ ຈາກທຳມະຊາດ, ແລະ ຈາກການປູກ ມາປຸງແຕ່ງໃຫ້ເປັນຜະລິດຕະພັນ ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນ;
2. ກຸ່ມປຸງແຕ່ງເຄື່ອງປ່າຂອງດົງ ໝາຍເຖິງ ການຈັດຕັ້ງລວມຫຸ້ນ ທີ່ມີອາຊີບຫັດຖະກຳ, ຄ້າຂາຍເຄື່ອງປ່າຂອງດົງ ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງສະມາຊິກ ແລະ ຄອບຄົວສະມາຊິກດ້ວຍກັນ ທາງດ້ານການຜະລິດ ແລະ ການບໍລິການ;
3. ສາງເກັບເຄື່ອງປ່າຂອງດົງ ໝາຍເຖິງ ສະຖານທີ່ເກັບຊື້, ທ້ອນໂຮມ ເຄື່ອງປ່າຂອງດົງ ເພື່ອຊື້ ຂາຍ ແລະ ສາມາດຕິດຕັ້ງເຄື່ອງຈັກໄດ້ ບໍ່ເກີນ 10 ແຮງມ້າ.

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 75 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ