关于林产品管理与加工的决定
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ປຸງແຕ່ງ ເຄື່ອງປ່າຂອງດົງ
Decision on Management and Processing of Forest Products
简介
该法规调整老挝境内非木材林产品的管理与加工活动,核心内容涵盖调查、种植、开采、加工、贸易及进出口等全流程规范。
Summary
This regulation governs the management and processing of non-timber forest products in Laos, covering the entire process from survey, cultivation, harvesting, processing, trade, to import and export.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຈັດການ ແລະ ການປຸງແຕ່ງຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນໄມ້ຢູ່ໃນລາວ, ເນື້ອໃນຫຼັກກວມເອົາຂັ້ນຕອນການສຳຫຼວດ, ການປູກ, ການຂຸດຄົ້ນ, ການປຸງແຕ່ງ, ການຄ້າ ແລະ ການນຳເຂົ້າ-ສົ່ງອອກຢ່າງຄົບຖ້ວນ.
条文
第ມາດຕາ 1条
第2条 非木材林产品的管理和加工
非木材林产品的管理是指在自然林区和种植区内,依法依规正确组织管理非木材林产品的各项活动。
非木材林产品的加工是指将来自自然林区和种植区的非木材林产品原料,经过工厂加工过程,加工成成品和半成品,符合标准且对环境友好。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງ ແລະ ປຸງແຕ່ງ ເຄື່ອງປ່າຂອງດົງ
ການຄຸ້ມຄອງເຄື່ອງປ່າຂອງດົງ ແມ່ນ ການຈັດຕັ້ງປະຕິບັດກິດຈະການຕ່າງໆ ໃນການຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ໃນເຂດປ່າທຳມະຊາດ ແລະ ເຂດປູກ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.
ການປຸງແຕ່ງເຄື່ອງປ່າຂອງດົງ ແມ່ນ ການນຳເອົາວັດຖຸດິບ ເຄື່ອງປ່າຂອງດົງ ຈາກເຂດປ່າທຳມະຊາດ ແລະ ເຂດປູກ ເພື່ອນຳມາປຸງແຕ່ງເປັນຜະລິດຕະພັນ ສຳເລັດຮູບ ແລະ ເຄິ່ງສຳເລັດຮູບ ທີ່ຜ່ານຂະບວນການປຸງແຕ່ງຢູ່ໃນໂຮງງານ ໃຫ້ຖືກຕ້ອງຕາມມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ.
第ມາດຕາ 2条
第2条 词语解释
本协议中使用的词语定义如下:
1. 林产品加工厂:指将天然和种植的、属于消费品、季节性食品和药品类的林产品原料,通过使用机械和人力加工成半成品和成品的工厂;
2. 林产品加工组:指由从事林产品手工艺、贸易的人员自愿组成的合伙组织,旨在成员及其家庭成员之间在生产和服务方面互助;
3. 林产品仓库:指用于收购、集中林产品以进行买卖的场所,并可安装不超过10马力的机械。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັງນີ້:
1. ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ໝາຍເຖິງ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ຊະນິດທີ່ເປັນເຄື່ອງອຸປະໂພກ, ຊະນິດທີ່ເປັນອາຫານ ທີ່ເກີດຕາມລະດູການ ແລະ ຊະນິດທີ່ເປັນຢາ ທີ່ນຳວັດຖຸດິບ ຈາກທຳມະຊາດ, ແລະ ຈາກການປູກ ມາປຸງແຕ່ງໃຫ້ເປັນຜະລິດຕະພັນ ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນ;
2. ກຸ່ມປຸງແຕ່ງເຄື່ອງປ່າຂອງດົງ ໝາຍເຖິງ ການຈັດຕັ້ງລວມຫຸ້ນ ທີ່ມີອາຊີບຫັດຖະກຳ, ຄ້າຂາຍເຄື່ອງປ່າຂອງດົງ ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງສະມາຊິກ ແລະ ຄອບຄົວສະມາຊິກດ້ວຍກັນ ທາງດ້ານການຜະລິດ ແລະ ການບໍລິການ;
3. ສາງເກັບເຄື່ອງປ່າຂອງດົງ ໝາຍເຖິງ ສະຖານທີ່ເກັບຊື້, ທ້ອນໂຮມ ເຄື່ອງປ່າຂອງດົງ ເພື່ອຊື້ ຂາຍ ແລະ ສາມາດຕິດຕັ້ງເຄື່ອງຈັກໄດ້ ບໍ່ເກີນ 10 ແຮງມ້າ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事或涉及非木材林产品管理工作的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ ສປປ ລາວ.
第ມາດຕາ 4条
第4条 非木材林产品管理
非木材林产品管理包括以下活动:
1. 非木材林产品的调查和分配;
2. 租赁或特许林地用于种植和恢复非木材林产品;
3. 非木材林产品的育苗;
4. 非木材林产品的种植和恢复;
5. 非木材林产品的登记和统计;
6. 非木材林产品种源地的建立和管理;
7. 非木材林产品的利用;
8. 非木材林产品的勘探;
9. 非木材林产品开采计划的制定;
10. 非木材林产品开采计划的批准;
11. 非木材林产品的开采;
12. 非木材林产品的买卖;
13. 非木材林产品的运输;
14. 非木材林产品的进口和过境;
15. 非木材林产品的出口;
16. 非木材林产品的研究试验;
17. 非木材林产品的信息资料。
ພາສາລາວ (老挝语原文)
ມາດຕາ 4 ການຄຸ້ມຄອງເຄື່ອງປ່າຂອງດົງ
ການຄຸ້ມຄອງເຄື່ອງປ່າຂອງດົງ ປະກອບດ້ວຍ ກິດຈະການ ດັ່ງນີ້:
1. ການສຳຫຼວດ ແລະ ຈັດສັນ ເຄື່ອງປ່າຂອງດົງ;
2. ການເຊົ່າ ຫຼື ສຳປະທານ ທີ່ດິນປ່າໄມ້ ເພື່ອການປູກ ແລະ ຟື້ນຟູ ເຄື່ອງປ່າຂອງດົງ;
3. ການກ້າເບັຍເຄື່ອງປ່າຂອງດົງ;
4. ການປູກ ແລະ ການຟື້ນຟູ ເຄື່ອງປ່າຂອງດົງ;
5. ການຂຶ້ນທະບຽນ ແລະ ປັ້ງປຶນ ເຄື່ອງປ່າຂອງດົງ;
6. ການສ້າງ ແລະ ຄຸ້ມຄອງແຫຼ່ງແນວພັນ ເຄື່ອງປ່າຂອງດົງ;
7. ການນຳໃຊ້ເຄື່ອງປ່າຂອງດົງ;
8. ການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງດົງ;
9. ການສ້າງແຜນການຂຸດຄົ້ນເຄື່ອງປ່າຂອງດົງ;
10. ການອະນຸມັດແຜນການຂຸດຄົ້ນເຄື່ອງປ່າຂອງດົງ;
11. ການຂຸດຄົ້ນເຄື່ອງປ່າຂອງດົງ;
12. ການຊື້ ຂາຍ ເຄື່ອງປ່າຂອງດົງ;
13. ການເຄື່ອນຍ້າຍເຄື່ອງປ່າຂອງດົງ;
14. ການນຳເຂົ້າ ແລະ ສົ່ງຜ່ານ ເຄື່ອງປ່າຂອງດົງ;
15. ການສົ່ງອອກເຄື່ອງປ່າຂອງດົງ;
16. ການຄົ້ນຄວ້າທົດລອງເຄື່ອງປ່າຂອງດົງ;
17. ຂໍ້ມູນ ຂ່າວສານ ເຄື່ອງປ່າຂອງດົງ.
第ມາດຕາ 5条
第5条 非木材林产品的调查和分配
非木材林产品的调查是指收集关于物种、数量和数量的信息,以评估丰富度,包括非木材林产品用途的变化,以便进行分配。
非木材林产品的种植和恢复区域的分配可以在退化林区和空旷土地上进行,在防护林、保护林和生产林区域内,由国家分配的土地或由个人、法人或组织拥有国家授予土地使用权的土地。
ພາສາລາວ (老挝语原文)
ມາດຕາ 5 ການສຳຫຼວດ ແລະ ຈັດສັນ ເຄື່ອງປ່າຂອງດົງ
ການສຳຫຼວດເຄື່ອງປ່າຂອງດົງ ແມ່ນ ການເກັບກຳຂໍ້ມູນ ກ່ຽວກັບຊະນິດພັນ, ຈຳນວນ ແລະ ປະລິມານ ໃນການປະເມີນຄວາມອຸດົມສົມບູນ ລວມທັງການປ່ຽນແປງການນຳໃຊ້ເຄື່ອງປ່າຂອງດົງ ເພື່ອດຳເນີນການຈັດສັນ.
ການຈັດສັນເຂດ ປູກ ແລະ ຟື້ນຟູ ເຄື່ອງປ່າຂອງດົງ ສາມາດດຳເນີນໃນເຂດປ່າຊຸດໂຊມ ແລະ ທີ່ດິນເປົ່າຫວ່າງ ໃນເຂດທີ່ດິນ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ທີ່ລັດຈັດສັນໃຫ້ ຫຼື ທີ່ດິນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລັດໄດ້ໃຫ້ສິດນຳໃຊ້ທີ່ດິນ.
第ມາດຕາ 6条
第6条 租赁或特许经营林地用于种植和恢复林产品
为商业目的租赁或特许经营林地用于种植和恢复林产品,应在退化林地和荒芜林地内进行,这些土地位于生产林中,按照分配计划并按照授权范围执行如下:
1. 农林环境部批准每个投资项目面积从一百到一万公顷,期限不超过五十年,并可续期,视情况而定,最长不超过三十年,根据林业局的提议,经相关部门和地方行政机关协商一致。面积超过一万公顷的,应提交政府依法依规审议批准;
2. 省级管理委员会批准每个投资项目面积低于一百公顷,期限不超过五十年,并可续期,视情况而定,最长不超过三十年,根据省级农林环境厅的提议,在与省级相关部门和其他相关方协商一致的基础上。
ພາສາລາວ (老挝语原文)
ມາດຕາ 6 ການເຊົ່າ ຫຼື ສຳປະທານ ທີ່ດິນປ່າໄມ້ ເພື່ອການປູກ ແລະ ຟື້ນຟູ ເຄື່ອງປ່າຂອງດົງ
ການເຊົ່າ ຫຼື ສຳປະທານ ທີ່ດິນປ່າໄມ້ ເພື່ອການປູກ ແລະ ຟື້ນຟູ ເຄື່ອງປ່າຂອງດົງ ເພື່ອຈຸດປະສົງທາງດ້ານການຄ້າ ໃຫ້ດຳເນີນໃນເຂດ ທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫ້ນ ທີ່ຢູ່ໃນປ່າຜະລິດ ຕາມແຜນຈັດສັນ ແລະ ປະຕິບັດຕາມຂອບເຂດສິດອະນຸຍາດ ດັ່ງນີ້:
1. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ອະນຸຍາດເນື້ອທີ່ ແຕ່ ໜຶ່ງຮ້ອຍ ຫາ ສິບພັນ ເຮັກຕາ ຕໍ່ ໜຶ່ງໂຄງການລົງທຶນ ໃນກຳນົດໄລຍະເວລາບໍ່ເກີນ ຫ້າສິບປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ ສູງສຸດບໍ່ໃຫ້ເກີນ ສາມສິບປີ ຕາມການສະເໜີຂອງກົມປ່າໄມ້ ໂດຍການເຫັນດີເປັນເອກະພາບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ໃນກໍລະນີ ເນື້ອທີ່ຫຼາຍກວ່າ ສິບພັນ ເຮັກຕາ ໃຫ້ສະເໜີລັດຖະບານ ພິຈາລະນາອະນຸຍາດ ຕາມກົດໝາຍ ແລະ ລະບຽບການ;
2. ຄະນະກຳມະການປົກຄອງ ຂັ້ນແຂວງ ອະນຸຍາດເນື້ອທີ່ຕໍ່າກວ່າ ໜຶ່ງຮ້ອຍ ເຮັກຕາ ລົງມາ ຕໍ່ ໜຶ່ງໂຄງການລົງທຶນ ໃນກຳນົດເວລາບໍ່ເກີນ ຫ້າສິບປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີ ສູງສຸດບໍ່ໃຫ້ເກີນ ສາມສິບປີ ຕາມການສະເໜີຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບົນພື້ນຖານຄວາມເປັນເອກະພາບກັບພະແນກການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຂັ້ນແຂວງ.
第ມາດຕາ 7条
第7条 非木材林产品种植
个人、法人及组织依法依规在非木材林产品种植方面得到促进,以满足市场需求和非木材林产品的发展。
ພາສາລາວ (老挝语原文)
ມາດຕາ 7 ການກ້າເບັຍເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ຮັບການສົ່ງເສີມໃນການກ້າເບັຍເຄື່ອງປ່າຂອງດົງ ຕາມກົດໝາຍ ແລະ ລະບຽບການ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ການພັດທະນາ ເຄື່ອງປ່າຂອງດົງ.
第ມາດຕາ 8条
第8条 非木材林产品的种植和恢复
国家鼓励个人、法人实体和组织开展非木材林产品的种植和恢复,以作为商品并为非木材林产品加工厂提供原材料,通过制定适当的政策。
在防护林、保护林和生产林区内外的非木材林产品种植,可以在无法自然恢复的退化区域或国家划拨的裸露林地上进行,并须按照相关规定进行管理,例如选址、开垦、选择非木材林产品物种,包括引进、采种、育苗、种植、养护、防火、树木病虫害、虫害和鼠害,以及种植的非木材林产品的登记。
非木材林产品的恢复应在退化状态的自然林区和林缘区内进行,位于国家划拨的防护林、保护林和生产林区内外,通过补植或促进自然恢复。
对于在其合法获得使用权的土地上进行商品性非木材林产品的种植和恢复,可以无需申请许可。
ພາສາລາວ (老挝语原文)
ມາດຕາ 8 ການປູກ ແລະ ການຟື້ນຟູ ເຄື່ອງປ່າຂອງດົງ
ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ດຳເນີນການປູກ ແລະ ການຟື້ນຟູ ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າ ແລະ ຕອບສະໜອງວັດຖຸດິບ ໃຫ້ແກ່ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ດ້ວຍການວາງນະໂຍບາຍທີ່ເໜາະສົມ.
ການປູກເຄື່ອງປ່າຂອງດົງ ຢູ່ໃນ ແລະ ນອກເຂດ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ສາມາດດຳເນີນໄດ້ໃນເຂດປາຊຸດໂຊມ ທີ່ບໍ່ສາມາດຟື້ນຟູໂດຍທຳມະຊາດ ຫຼື ທີ່ດິນປ່າປອກໂຫ້ນ ທີ່ລັດຈັດສັນໃຫ້ ແລະ ຕ້ອງໄດ້ຮັບການຄຸ້ມຄອງຕາມລະບຽບການ ເຊັ່ນ ການຄັດເລືອກເນື້ອທີ່, ການບຸກເບີກ, ການຄັດເລືອກຊະນິດພັນເຄື່ອງປ່າຂອງດົງ ລວມທັງການນຳເຂົ້າ, ການເກັບແກ່ນພັນ, ການຜະລິດເປັຍ, ການປູກ, ການບົວລະບັດຮັກສາ, ການປ້ອງກັນໄຟ, ພະຍາດໄມ້, ບັ້ງ ແນງ ແລະ ການຂຶ້ນທະບຽນເຄື່ອງປ່າຂອງດົງ ທີ່ປູກ.
ການຟື້ນຟູເຄື່ອງປ່າຂອງດົງ ໃຫ້ດຳເນີນໃນເຂດປ່າໄມ້ທຳມະຊາດ ທີ່ມີສະພາບຊຸດໂຊມ ແລະ ເຂດປ່າເຫຼົ່າ ຢູ່ໃນ ແລະ ນອກເຂດ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ທີ່ລັດຈັດສັນໃຫ້ ດ້ວຍການປູກເສີມ ຫຼື ບູລະນະໃຫ້ພື້ນຟູໂດຍທຳມະຊາດ.
ສຳລັບ ການປູກ ແລະ ການຟື້ນຟູ ເຄື່ອງປ່າຂອງດົງ ເປັນສິນຄ້າ ໃສ່ເນື້ອທີ່ດິນທີ່ຕົນໄດ້ຮັບສິດນຳໃຊ້ ຢ່າງຖືກຕ້ອງຕາມກົດໝາຍ ສາມາດດຳເນີນໄດ້ໂດຍບໍ່ຕ້ອງຂໍອະນຸຍາດ.
第ມາດຕາ 9条
第9条 非木材林产品的登记和认证
种植非木材林产品的个人、法人实体和组织必须向省农林环境厅或县农林环境办公室按管理分工进行登记,具体如下:
1. 种植面积超过五公顷以上的非木材林产品,由省农林环境厅出具非木材林产品登记证,并定期向林业局报告;
2. 种植面积在一千六百平方米至五公顷的非木材林产品,由县农林环境办公室出具非木材林产品登记证,并定期向省农林环境厅报告;
3. 种植面积低于一千六百平方米或分散种植的非木材林产品,由村委会依法依规出具非木材林产品认证证书,并定期向县农林环境办公室报告。
ພາສາລາວ (老挝语原文)
ມາດຕາ 9 ການຂຶ້ນທະບຽນ ແລະ ຢັ້ງຢືນ ເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ປູກເຄື່ອງປ່າຂອງດົງ ຕ້ອງໄດ້ຂຶ້ນທະບຽນ ນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຫຼື ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຕາມການແບ່ງຂັ້ນຄຸ້ມຄອງ ດັ່ງນີ້:
1. ເຄື່ອງປ່າຂອງດົງທີ່ປູກ ເນື້ອທີ່ຫຼາຍກວ່າ ຫ້າ ເຮັກຕາ ຂຶ້ນໄປ ແມ່ນ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນຜູ້ອອກໃບທະບຽນເຄື່ອງປ່າຂອງດົງ ແລ້ວລາຍງານໃຫ້ກົມປ່າໄມ້ ເປັນແຕ່ລະໄລຍະ;
2. ເຄື່ອງປ່າຂອງດົງທີ່ປູກ ເນື້ອທີ່ ພັນຫົກຮ້ອຍຕາແມັດ ຫາ ຫ້າ ເຮັກຕາ ແມ່ນ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນຜູ້ອອກໃບທະບຽນເຄື່ອງປ່າຂອງດົງ ແລ້ວລາຍງານໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນແຕ່ລະໄລຍະ;
3. ເຄື່ອງປ່າຂອງດົງທີ່ປູກ ເນື້ອທີ່ຕໍ່າກວ່າ ໜຶ່ງພັນຫົກຮ້ອຍ ຕາແມັດ ຫຼື ແບບກະແຈກກະຈາຍ ແມ່ນ ຄະນະກຳມະການປົກຄອງຕາແສງ ເປັນຜູ້ອອກໃບຢັ້ງຢືນເຄື່ອງປ່າຂອງດົງ ຕາມກົດໝາຍ ແລະ ລະບຽບການ ແລ້ວລາຍງານໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນແຕ່ລະໄລຍະ.
第ມາດຕາ 10条
第10条 建立和管理非木材林产品种质资源
在天然林和人工林中由国家确定的非木材林产品种质资源,旨在为个人、法人及组织提供非木材林产品种质,以有效和高效地扩大非木材林产品种质。
建立和管理非木材林产品种质资源的责任划分如下:
1. 省级农业和环境厅与相关部门、县级行政管理委员会及相关村级行政管理委员会协调,建立和管理面积超过五公顷的非木材林产品种质资源;
2. 县级农业和环境办公室与其他办公室及相关村级行政管理委员会协调,建立和管理面积在五公顷以下的非木材林产品种质资源;
3. 村级行政管理委员会与相关村庄协调,建立和管理面积低于一千六百平方米的非木材林产品种质资源。
ພາສາລາວ (老挝语原文)
ມາດຕາ 10 ການສ້າງ ແລະ ຄຸ້ມຄອງແຫຼ່ງແນວພັນເຄື່ອງປ່າຂອງດົງ
ແຫຼ່ງແນວພັນເຄື່ອງປ່າຂອງດົງ ທີ່ເກີດຂຶ້ນໃນປ່າທຳມະຊາດ ແລະ ປ່າປູກ ທີ່ລັດກຳນົດຂຶ້ນ ເພື່ອຕອບສະໜອງແນວພັນເຄື່ອງປ່າຂອງດົງ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຂະຫຍາຍແນວພັນເຄື່ອງປ່າຂອງດົງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ການສ້າງ ແລະ ຄຸ້ມຄອງແຫຼ່ງແນວພັນເຄື່ອງປ່າຂອງດົງ ໄດ້ແບ່ງຄວາມຮັບຜິດຊອບ ດັງນີ້:
1. ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ປະສານສົມທົບກັບ ພະແນກການອື່ນ, ຄະນະກຳມະການປົກຄອງຂຶ້ນເມືອງ ແລະ ຄະນະກຳມະການປົກຄອງຕາແສງ ທີ່ກ່ຽວຂ້ອງ ສ້າງ ແລະ ຄຸ້ມຄອງແຫຼ່ງແນວພັນເຄື່ອງປ່າຂອງດົງ ໃນເນື້ອທີ່ຫຼາຍກວ່າຫ້າເຮັກຕາຂຶ້ນໄປ;
2. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ປະສານສົມທົບກັບ ຫ້ອງການອື່ນ ແລະ ຄະນະກຳມະການປົກຄອງຕາແສງ ທີ່ກ່ຽວຂ້ອງ ສ້າງ ແລະ ຄຸ້ມຄອງແຫຼ່ງແນວພັນເຄື່ອງປ່າຂອງດົງ ໃນເນື້ອທີ່ຫ້າເຮັກຕາລົງມາ;
3. ຄະນະກຳມະການປົກຄອງຕາແສງ ປະສານສົມທົບກັບ ບ້ານທີ່ກ່ຽວຂ້ອງ ສ້າງ ແລະ ຄຸ້ມຄອງແຫຼ່ງແນວພັນເຄື່ອງປ່າຂອງດົງ ໃນເນື້ອທີ່ຕຳກວ່າໜຶ່ງພັນຫົກຮ້ອຍຕາແມັດ.
第ມາດຕາ 11条
第11条 非木材林产品的利用
非木材林产品的利用分为四类如下:
1. 为公共利益利用非木材林产品,如科学研究、自然旅游、环境保护、装饰、展览、治病用药等,应在已划定的林区内采集;
2. 为家庭利用非木材林产品,是指作为食物、治病用药和人民日常消费,可在村庄管理使用区内采集,符合分配计划和法律;
3. 按传统利用非木材林产品,是指为文化或信仰需要而消费非木材林产品,这些传统一直在村庄管理使用区内实行,符合法律和法规;
4. 为商业利用非木材林产品,是指用于旅游、休闲场所、森林生态系统服务、向加工厂供应非木材林产品以及作为商品。对于作为商品利用非木材林产品,应在国家划定的林区、林地转换区、基础设施建设区以及个人、法人或组织依法获得土地使用权的土地上进行。
ພາສາລາວ (老挝语原文)
ມາດຕາ 11 ການນຳໃຊ້ເຄື່ອງປ່າຂອງດົງ
ການນຳໃຊ້ເຄື່ອງປ່າຂອງດົງ ໄດ້ຈັດແບ່ງອອກເປັນ ສີ່ ປະເພດ ຄື:
1. ການນຳໃຊ້ເຄື່ອງປ່າຂອງດົງ ເພື່ອສາທາລະນະປະໂຫຍດ ເຊັ່ນ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ການທ່ອງທ່ຽວທຳມະຊາດ, ການຮັກສາສິ່ງແວດລ້ອມ, ການປະດັບປະດາ, ການວາງສະແດງ, ເປັນຢາປົວພະຍາດ ແລະ ອື່ນໆ ໃຫ້ເກັບກູ້ຕາມເຂດປ່າໄມ້ ທີ່ໄດ້ຈັດສັນໃຫ້;
2. ການນຳໃຊ້ເຄື່ອງປ່າຂອງດົງ ເພື່ອຄອບຄົວ ແມ່ນ ການນຳໃຊ້ເປັນອາຫານ, ຢາປົວພະຍາດ ແລະ ຊົມໃຊ້ໃນຊີວິດປະຈຳວັນ ຂອງປະຊາຊົນ ໃຫ້ເກັບກູ້ ໄດ້ໃນເຂດຄຸ້ມຄອງນຳໃຊ້ຂອງບ້ານ ໂດຍສອດຄ່ອງກັບ ແຜນຈັດສັນ ແລະ ກົດໝາຍ;
3. ການນຳໃຊ້ເຄື່ອງປ່າຂອງດົງ ຕາມປະເພນີ ແມ່ນ ການຊົມໃຊ້ເຄື່ອງປ່າຂອງດົງ ເພື່ອຄວາມຈຳເປັນ ທາງດ້ານວັດທະນະທຳ ຫຼື ຄວາມເຊື່ອຖືທີ່ເຄີຍປະຕິບັດກັນມາ ໃນເຂດຄຸ້ມຄອງນຳໃຊ້ຂອງບ້ານ ໂດຍສອດຄ່ອງກົດໝາຍ ແລະ ລະບຽບການ;
4. ການນຳໃຊ້ເຄື່ອງປ່າຂອງດົງ ເພື່ອທຸລະກິດ ແມ່ນ ການນຳໃຊ້ເຂົ້າໃນການທ່ອງທ່ຽວ, ເປັນສະຖານທີ່ພັກຜ່ອນ, ການບໍລິການດ້ານລະບົບນິເວດປ່າໄມ້, ການສະໜອງເຄື່ອງປ່າຂອງດົງ ໃຫ້ແກ່ໂຮງງານປຸງແຕ່ງ ແລະ ເປັນສິນຄ້າ. ສຳລັບການນຳໃຊ້ເຄື່ອງປ່າຂອງດົງ ເພື່ອເປັນສິນຄ້າ ໃຫ້ດຳເນີນໃນເຂດປ່າໄມ້ ທີ່ລັດຈັດສັນໃຫ້, ເຂດຫັນປ່ຽນທີ່ດິນປ່າໄມ້, ເຂດກໍ່ສ້າງພື້ນຖານໂຄງລ່າງ ແລະ ເຂດເນື້ອທີ່ດິນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລັດໄດ້ມອບສິດນຳໃຊ້ທີ່ດິນ ໃຫ້ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条 为开采林产品进行的调查
为开采林产品进行的调查是指在林地、林地转换区和基础设施建设区收集林产品的种类和数量信息。各区域的调查实施如下:
1. 生产林区、防护林和保护区内的土地利用管理区以及国家分配的使用区,应通过抽样调查收集种类、数量和产量信息,抽样比例为调查总面积的百分之十;
2. 林地转换区和基础设施建设区,应通过抽样调查收集种类和数量信息,抽样比例为森林面积的百分之五至百分之十。
对于个人、法人及组织依法获得国家授权使用土地的区域,无需进行调查,但必须持有林产品种植区的登记证和证明书。
为开采林产品进行的调查责任划分如下:
1. 林业局负责与中央其他相关部门及省级相关管理委员会协调,对一百公顷及以上面积进行为开采林产品的调查;
2. 省级农业与环境厅负责与省级其他部门及县级相关管理委员会协调,对三十公顷至不足一百公顷面积进行为开采林产品的调查;
3. 县级农业与环境办公室负责与县级其他部门及乡级相关管理委员会协调,对不足三十公顷面积进行为开采林产品的调查。
完成调查后,应对全部面积的数量和产量数据进行分析,并按照清单1、2和3详细、清晰、准确地分类林产品类型。
对于药用林产品的调查,必须有公共卫生部门参与。
ພາສາລາວ (老挝语原文)
ມາດຕາ 12 ການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງດົງ
ການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງດົງ ແມ່ນ ການເກັບກຳຂໍ້ມູນ ທາງດ້ານຊະນິດ ແລະ ຈຳນວນ ເຄື່ອງປ່າຂອງດົງ ຢູ່ໃນເຂດທີ່ດິນປ່າໄມ້, ເຂດຫັນປ່ຽນທີ່ດິນປ່າໄມ້ ແລະ ເຂດກໍ່ສ້າງໂຄງລ່າງພື້ນຖານ. ການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງດົງ ຢູ່ໃນແຕ່ລະເຂດໃຫ້ປະຕິບັດ ດັ່ງນີ້:
1. ເຂດປ່າຜະລິດ, ເຂດຄຸ້ມຄອງນຳໃຊ້ທີ່ດິນໃນ ປ່າປ້ອງກັນ, ປ່າສະຫງວນ ແລະ ເຂດປາຊົມໃຊ້ທີ່ລັດຈັດສັນໃຫ້ ໃຫ້ເກັບກຳຂໍ້ມູນຊະນິດພັນ, ຈຳນວນ ແລະ ປະລິມານ ໂດຍການສຸ່ມຕົວຢ່າງ ສິບສ່ວນຮ້ອຍ ຂອງເນື້ອທີ່ສະເບີຂໍສຳຫຼວດທັງຫົົດ;
2. ເຂດທັນປ່ຽນທີ່ດິນປ່າໄມ້ ແລະ ເຂດກໍ່ສ້າງໂຄງລ່າງພື້ນຖານ ເກັບກຳຂໍ້ມູນຊະນິດພັນ ແລະ ຈຳນວນ ໂດຍການສຸ່ມຕົວຢ່າງແຕ່ ຫ່ງ ຫາ ສິບສ່ວນຮ້ອຍ ຂອງເນື້ອທີ່ປ່າໄມ້.
ສຳລັບ ເຂດທີ່ດິນຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລັດມອບສິດໃຫ້ນຳໃຊ້ທີ່ດິນຢ່າງຖືກຕ້ອງ ຕາມກົດບພາຍ ບໍ່ຈຳເປັນຕ້ອງສຳຫຼວດ ແຕ່ຕ້ອງມືໃບທະບຽນ ແລະ ໃບຢັ້ງຢືນ ເຂດປູກເຄື່ອງປ່າຂອງດົງ.
ການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງດົງ ໄດ້ແບ່ງຄວາມຮັບຜິດຊອບ ດັ່ງນີ້:
1. ກົມປ່າໄມ້ ເປັນເຈົ້າການປະສານສົມທົບ ກັບພາກສ່ວນອື່ນ ຢູ່ຂັ້ນສູນກາງ ແລະ ຄະນະກຳມະການປົກຄອງ ຂັ້ນແຂວງ ທີ່ກ່ຽວຂ້ອງ ດຳເນີນການສຳຫຼວດເພື່ອຂຸດຄື້ນເຄື່ອງປ່າຂອງດົງ ໃນເນື້ອທີ່ແຕ່ ຫຶ່ງຮ້ອຍ ເຮັກຕາ ຂຶ້ນໄປ;
2. ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນເຈົ້າການ ປະສານສົມທົບກັບພະແນກການ ອື່ນຂັ້ນແຂວງ ແລະ ຄະນະກຳມະການປົກຄອງຂັ້ນເມືອງ ທີ່ກ່ຽວຂ້ອງ ດຳເນີນການສຳຫຼວດເພື່ອຂຸດຄົ້ນເຄື່ອງ ປ່າຂອງດົງ ໃນເນື້ອທີ່ແຕ່ ສາມສິບ ຫາ ຕຳກວ່າ ພຶ່ງຮ້ອຍ ເຮັກຕາ;
3. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນເຈົ້າການ ປະສານສົມທົບກັບ ຫ້ອງການອື່ນ ຂັ້ນເມືອງ ແລະ ຄະນະກຳມະການປົກຄອງຕາແສງ ທີ່ກ່ຽວຂ້ອງ ດຳເນີນການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງ ດົງ ໃນເນື້ອທີ່ ຕຳກວ່າ ສາມສິບ ເຮັກຕາ.
ພາຍຫຼັງ ສຳເລັດການສຳຫຼວດເພື່ອຂຸດຄົ້ນເຄື່ອງປ່າຂອງດົງ ໃຫ້ດຳເນີນການວິເຄາະຂໍ້ມູນທາງດ້ານຈຳນວນ ແລະ ປະລິມານໃນເນື້ອທີ່ທັງໜົດ ແລ້ວຈຳແນກປະເພດເຄື່ອງປາຂອງດົງ ຕາມບັນຊີ 1, 11 ແລະ 11 ໃຫ້ ລະອຽດ, ຈະແຈ້ງ ແລະ ຊັດເຈນ.
ສຳລັບ ການສຳຫຼວດເພື່ອຂຸດຄື້ນເຄື່ອງປ່າຂອງດົງທີ່ເປັນຢາ ຕ້ອງມີຂະແປນງການສາທາລະນະສຸກ ເຂົ້າຮ່ວມ.
本页展示前 12 条,全文共 75 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读