ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງອົງການລິຂະສິດລວມໝູ່
关于设立集体著作权组织的决定
Decision on Establishment of Collective Copyright Organizations
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນງານຂອງອົງການຈັດການລິຂະສິດລວມໝູ່ໃນ ສປປ ລາວ, ກຳນົດລັກສະນະບໍ່ຫາກຳໄລ, ເງື່ອນໄຂການສ້າງຕັ້ງ, ເຈັດປະເພດອົງການ ແລະ ຂັ້ນຕອນການຍື່ນຄຳຮ້ອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ອົງການລິຂະສິດລວມໝູ່
ອົງການລິຂະສິດລວມໝູ່ ແມ່ນການຈັດຕັ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ສ້າງຕັ້ງຂຶ້ນຕາມການຕົກລົງເຫັນດີ ພາຍໃນກຸ່ມຂອງບັນດາເຈົ້າຂອງຜົນງານ, ເຈົ້າຂອງລິຂະສິດ, ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ, ເພື່ອປົກປ້ອງ, ຄຸ້ມຄອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດຂອງຕົນ ແລະ ດຳເນີນກິດຈະກຳຕ່າງໆ ເປັນຕົ້ນ ເຈລະຈາການອະນຸຍາດນຳໃຊ້ຜົນງານ, ເກັບ, ແບ່ງປັນ ແລະ ແຈກຢາຍ ຄ່າລິຂະສິດ, ປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານກົດໝາຍຂອງສະມາຊິກ ລວມທັງເປັນຕົວແທນໃນການໄກ່ເກ່ຍຂໍ້ຂັດແຍ່ງ ແລະ ການດຳເນີນຄະດີ ໃນນາມຂອງບຸກຄົນເຫຼົ່ານັ້ນ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຈົ້າຂອງລິຂະສິດ ໝາຍເຖິງ ເຈົ້າຂອງສິດ ຜູ້ປະດິດຄິດແຕ່ງ ຫຼື ບຸກຄົນ ທີ່ໄດ້ຮັບການໂອນສິດ ຫຼື ສືບທອດຜົນປະໂຫຍດຈາກຜູ້ປະດິດຄິດແຕ່ງ ຫຼື ສືບທອດມູນມໍລະດົກ ຫຼື ບຸກຄົນອື່ນທີ່ໄດ້ຮັບສິດຕາມກົດໝາຍ;
2. ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ໝາຍເຖິງ ເຈົ້າຂອງສິດ ຜູ້ສະແດງ, ຜູ້ຜະລິດການບັນທຶກສຽງ, ຜູ້ກະຈາຍສຽງ-ແຜ່ພາບ ຫຼື ບຸກຄົນທີ່ໄດ້ຮັບການໂອນສິດ ຫຼື ສືບທອດຜົນປະໂຫຍດ ຫຼື ສືບທອດມູນມໍລະດົກ ຫຼື ບຸກຄົນອື່ນທີ່ໄດ້ຮັບສິດຕາມກົດໝາຍ;
3. ຄ່າລິຂະສິດ ຫຼື ຄ່າຕອບແທນ ໝາຍເຖິງ ເງິນທີ່ໄດ້ຮັບຈາກການຊຳລະຄ່ານຳໃຊ້ຜົນງານ ເພື່ອແບ່ງປັນໃຫ້ແກ່ເຈົ້າຂອງສິດ;
4. ໃບອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ ໝາຍເຖິງ ການອະນຸຍາດໃຫ້ສ້າງຕັ້ງອົງການລິຂະສິດລວມໝູ່ ທີ່ອອກໃຫ້ໂດຍກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ກຸ່ມຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານອົງການລິຂະສິດລວມໝູ່ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ