关于设立集体著作权组织的决定

ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງອົງການລິຂະສິດລວມໝູ່

Decision on Establishment of Collective Copyright Organizations

简介

该法规调整老挝境内著作权集体管理组织的设立与运作,规定其非营利性质、设立条件、七类组织类型及申请程序。

Summary

This regulation governs the establishment and operation of collective management organizations for copyright in Laos, specifying their non-profit nature, establishment conditions, seven types of organizations, and application procedures.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນງານຂອງອົງການຈັດການລິຂະສິດລວມໝູ່ໃນ ສປປ ລາວ, ກຳນົດລັກສະນະບໍ່ຫາກຳໄລ, ເງື່ອນໄຂການສ້າງຕັ້ງ, ເຈັດປະເພດອົງການ ແລະ ຂັ້ນຕອນການຍື່ນຄຳຮ້ອງ.

条文

第ມາດຕາ 1条

第2条 著作权集体管理组织

著作权集体管理组织是指著作权和相关权利的组织,由作品作者、著作权人、相关权利人经协商一致设立,以保护和管理其著作权及相关权利,并开展各项活动,包括谈判作品使用许可、收取、分配和支付使用费,保护会员的权利和合法利益,以及代表其进行调解和诉讼。

ພາສາລາວ (老挝语原文)

ມາດຕາ 2 ອົງການລິຂະສິດລວມໝູ່

ອົງການລິຂະສິດລວມໝູ່ ແມ່ນການຈັດຕັ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ສ້າງຕັ້ງຂຶ້ນຕາມການຕົກລົງເຫັນດີ ພາຍໃນກຸ່ມຂອງບັນດາເຈົ້າຂອງຜົນງານ, ເຈົ້າຂອງລິຂະສິດ, ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ, ເພື່ອປົກປ້ອງ, ຄຸ້ມຄອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດຂອງຕົນ ແລະ ດຳເນີນກິດຈະກຳຕ່າງໆ ເປັນຕົ້ນ ເຈລະຈາການອະນຸຍາດນຳໃຊ້ຜົນງານ, ເກັບ, ແບ່ງປັນ ແລະ ແຈກຢາຍ ຄ່າລິຂະສິດ, ປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານກົດໝາຍຂອງສະມາຊິກ ລວມທັງເປັນຕົວແທນໃນການໄກ່ເກ່ຍຂໍ້ຂັດແຍ່ງ ແລະ ການດຳເນີນຄະດີ ໃນນາມຂອງບຸກຄົນເຫຼົ່ານັ້ນ.

第ມາດຕາ 2条

第2条 术语解释
本协议中使用的术语定义如下:

1. “版权所有人”是指版权所有者、创作者或通过转让、继承或依法获得权利的个人;

2. “与版权相关的权利人”是指表演者、录音制作者、广播组织或通过转让、继承或依法获得权利的个人;

3. “版权费或报酬”是指因使用作品而支付的款项,用于分配给权利人;

4. “集体管理组织设立许可证”是指由知识产权局、工业和贸易部颁发的设立集体管理组织的许可。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ເຈົ້າຂອງລິຂະສິດ ໝາຍເຖິງ ເຈົ້າຂອງສິດ ຜູ້ປະດິດຄິດແຕ່ງ ຫຼື ບຸກຄົນ ທີ່ໄດ້ຮັບການໂອນສິດ ຫຼື ສືບທອດຜົນປະໂຫຍດຈາກຜູ້ປະດິດຄິດແຕ່ງ ຫຼື ສືບທອດມູນມໍລະດົກ ຫຼື ບຸກຄົນອື່ນທີ່ໄດ້ຮັບສິດຕາມກົດໝາຍ;

2. ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ໝາຍເຖິງ ເຈົ້າຂອງສິດ ຜູ້ສະແດງ, ຜູ້ຜະລິດການບັນທຶກສຽງ, ຜູ້ກະຈາຍສຽງ-ແຜ່ພາບ ຫຼື ບຸກຄົນທີ່ໄດ້ຮັບການໂອນສິດ ຫຼື ສືບທອດຜົນປະໂຫຍດ ຫຼື ສືບທອດມູນມໍລະດົກ ຫຼື ບຸກຄົນອື່ນທີ່ໄດ້ຮັບສິດຕາມກົດໝາຍ;

3. ຄ່າລິຂະສິດ ຫຼື ຄ່າຕອບແທນ ໝາຍເຖິງ ເງິນທີ່ໄດ້ຮັບຈາກການຊຳລະຄ່ານຳໃຊ້ຜົນງານ ເພື່ອແບ່ງປັນໃຫ້ແກ່ເຈົ້າຂອງສິດ;

4. ໃບອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ ໝາຍເຖິງ ການອະນຸຍາດໃຫ້ສ້າງຕັ້ງອົງການລິຂະສິດລວມໝູ່ ທີ່ອອກໃຫ້ໂດຍກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ.

第ມາດຕາ 3条

第4条 适用范围
本协议适用于在老挝人民民主共和国境内从事和涉及集体管理组织工作的个人、法人及组织,包括国内和国外的。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ກຸ່ມຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານອົງການລິຂະສິດລວມໝູ່ ຢູ່ ສປປ ລາວ.

第ມາດຕາ 4条

第4条 设立集体管理组织的条件

设立集体管理组织必须符合以下条件:

1. 作为权利所有人的个人或法人必须是老挝公民,并在老挝人民民主共和国有住所;

2. 是非营利性组织;

3. 拥有众多在老挝人民民主共和国拥有全部权利的成员;

4. 具有由管理委员会、监察委员会、主任、成员、律师以及集体管理组织章程规定的其他职位人员组成的组织结构,其中集体管理组织的管理委员会必须包含来自各类权利的代表作为该集体管理组织的成员,以确保成员利益的公平性。

5. 负责文件、许可使用、报酬分配和财务的主任及集体管理组织工作人员必须:

1) 接受过版权或相关主题的培训,或具备知识产权局或其他机构提供的版权及相关权基础知识,或参加过国内外研讨会;

2) 具备管理方面的知识和能力及经验;

3) 与作品使用者和集体管理组织成员无利益冲突。

6. 监察委员会负责密切监督和检查集体管理组织的管理活动;

7. 拥有经外部审计机构认证的会计系统;

8. 章程中必须设有内部争端解决机制,以处理集体管理组织成员之间关于授权管理权利、终止或撤销成员资格、向成员分配报酬、管理费及其他事项的争议。

ພາສາລາວ (老挝语原文)

ມາດຕາ 4 ເງື່ອນໄຂການສ້າງຕັ້ງອົງການລິຂະສິດລວມໝູ່

ການສ້າງຕັ້ງອົງການລິຂະສິດລວມໝູ່ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ກຸ່ມຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງສິດ ຕ້ອງເປັນພົນລະເມືອງລາວ ມີທີ່ຢູ່ອາໄສຢູ່ ສປປ ລາວ;

2. ເປັນການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ;

3. ມີສະມາຊິກຈຳນວນຫຼາຍ ທີ່ເປັນເຈົ້າຂອງສິດທັງໝົດ ຢູ່ ສປປ ລາວ;

4. ມີໂຄງຮ່າງການຈັດຕັ້ງທີ່ ປະກອບດ້ວຍ ຄະນະບໍລິຫານງານ, ຄະນະກວດກາ, ຜູ້ອຳນວຍການ, ສະມາຊິກ, ນັກກົດໝາຍ ແລະ ພະນັກງານຕຳແໜ່ງອື່ນ ທີ່ກຳນົດໃນກົດລະບຽບຂອງອົງການລິຂະສິດລວມໝູ່, ຊຶ່ງຄະນະບໍລິຫານຂອງອົງການລິຂະສິດລວມໝູ່ ຕ້ອງມີຕົວແທນຈາກແຕ່ລະປະເພດສິດ ທີ່ເປັນສະມາຊິກຂອງອົງການລິຂະສິດລວມໝູ່ ເພື່ອໃຫ້ມີຄວາມຍຸຕິທຳທາງດ້ານຜົນປະໂຫຍດຂອງສະມາຊິກ.

5. ຜູ້ອຳນວຍການ ລວມທັງພະນັກງານຂອງອົງການລິຂະສິດລວມໝູ່ ທີ່ຮັບຜິດຊອບ ກ່ຽວກັບເອກະສານ, ການອະນຸຍາດນຳໃຊ້, ການແຈກຢາຍຄ່າຕອບແທນ ແລະ ການເງິນ ຈະຕ້ອງ:

1) ຜ່ານການຝຶກອົບຮົມກ່ຽວກັບລິຂະສິດ ຫຼື ຫົວຂໍ້ທີ່ກ່ຽວຂ້ອງ ຫຼື ມີຄວາມຮູ້ພື້ນຖານດ້ານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຈາກກົມຊັບສິນທາງປັນຍາ ຫຼື ສະຖາບັນອື່ນໆ ຫຼື ໄດ້ເຂົ້າຮ່ວມສຳມະນາ ຢູ່ທັງພາຍໃນ ແລະ ຕ່າງປະເທດ;

2) ມີຄວາມຮູ້ຄວາມສາມາດ ແລະ ປະສົບການທາງດ້ານການບໍລິຫານ;

3) ບໍ່ມີຜົນປະໂຫຍດ ຫຼື ສ່ວນໄດ້ສ່ວນເສຍ ກັບຜູ້ນຳໃຊ້ຜົນງານ ແລະ ສະມາຊິກຂອງອົງການລິຂະສິດລວມໝູ່.

6. ຄະນະກວດກາ ມີໜ້າທີ່ຕິດຕາມ ກວດກາ ຢ່າງໃກ້ຊິດ ກ່ຽວກັບການບໍລິຫານຂອງອົງການລິຂະສິດລວມໝູ່;

7. ມີລະບົບບັນຊີ ໄດ້ຮັບການຢັ້ງຢືນຈາກໜ່ວຍງານກວດສອບບັນຊີພາຍນອກ;

8. ໃນລະບຽບການ ຕ້ອງມີກົນໄກເພື່ອແກ້ໄຂຂໍ້ຂັດແຍ່ງພາຍໃນ ລະຫວ່າງ ບັນດາສະມາຊິກຂອງອົງການລິຂະສິດລວມໝູ່ ກ່ຽວກັບການອະນຸຍາດໃຫ້ຄຸ້ມຄອງສິດ, ການຍົກເລີກ ຫຼື ຖອດຖອນ ການເປັນສະມາຊິກ, ການແບ່ງປັນຄ່າຕອບແທນ ໃຫ້ສະມາຊິກ, ຄ່າບໍລິຫານ ແລະ ອື່ນໆ.

第ມາດຕາ 5条

第5条 集体管理组织的类型
集体管理组织允许每一类集体管理组织只设立一个组织,共分为以下七类:
1. 音乐、歌唱(歌词-曲调)和器乐;
2. 录音;
3. 文学作品(诗歌、短篇小说和长篇小说);
4. 表演者和演出设计者,包括舞蹈编导;
5. 电影、纪录片及其他音像录制;
6. 广播和电视播放;
7. 美术和摄影。

ພາສາລາວ (老挝语原文)

ມາດຕາ 5 ປະເພດອົງການລິຂະສິດລວມ
ອົງການລິຂະສິດລວມ ອະນຸຍາດໃຫ້ສ້າງຕັ້ງແຕ່ອົງການດຽວ ຕໍ່ໜຶ່ງປະເພດຂອງອົງການລິຂະສິດລວມ, ຊຶ່ງແບ່ງອອກເປັນ ຫົກ ປະເພດ ດັ່ງນີ້:
1. ເພງ, ຂັບ-ລຳ (ເນື້ອຮ້ອງ-ທຳນອງ) ແລະ ດົນຕີ;
2. ການບັນທຶກສຽງ;
3. ວັນນະກຳ (ບົດກະວີ-ກາບກອນ, ບົດເລື່ອງສັ້ນ ແລະ ນາວະນິຍາຍ);
4. ຜູ້ສະແດງ ແລະ ຜູ້ອອກແບບການສະແດງ ລວມທັງຜູ້ປະດິດຄິດແຕ່ງທ່າຟ້ອນທ່າສະແດງ;
5. ຮູບເງົາ, ສາລະຄະດີ ແລະ ການບັນທຶກພາບ-ສຽງອື່ນໆ;
6. ການກະຈາຍສຽງ-ແຜ່ພາບ;
7. ວິຈິດສິນ ແລະ ຮູບຖ່າຍ.

第ມາດຕາ 6条

第6条 申请设立集体管理组织的程序
申请设立集体管理组织有以下四个步骤:

1. 设立为权利人群体或法人;
2. 召开设立集体管理组织的大会;
3. 通过集体管理组织的章程和理事会;
4. 提交设立集体管理组织的许可申请。

ພາສາລາວ (老挝语原文)

ມາດຕາ 6 ຂັ້ນຕອນການຂໍອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່
ການຂໍອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ ມີ ສີ່ ຂັ້ນຕອນ ດັ່ງນີ້:

1. ການສ້າງຕັ້ງເປັນ ກຸ່ມຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງສິດ;
2. ການສະເຫຼີຈັດກອງປະຊຸມໃຫຍ່ສ້າງຕັ້ງອົງການລິຂະສິດລວມໝູ່;
3. ການສະເຫຼີ່ຮັບຮອງເອົາກົດລະບຽບ ແລະ ຄະນະບໍລິຫານ ຂອງອົງການລິຂະສິດລວມໝູ່;
4. ການຍືນຄຳຮ້ອງຂໍອະນຸຍາດສ້າງຕັ້ງເປັນອົງການຈັດຕັ້ງລິຂະສິດລວມໝູ່.

第ມາດຕາ 7条

第7条 设立为群体或法人
作为老挝公民并在老挝人民民主共和国有住所的权利人,可以联合组成群体或法人,作为代表进行有关保护其合法版权及相关权的权利和利益的各种活动。

ພາສາລາວ (老挝语原文)

ມາດຕາ 7 ສ້າງຕັ້ງເປັນກຸ່ມຄົນ ຫຼື ນິຕິບຸກຄົນ
ເຈົ້າຂອງສິດ ທີ່ເປັນພົນລະເມືອງລາວ ແລະ ມີທີ່ຢູ່ອາໄສຢູ່ ສປປ ລາວ ສາມາດລວມຕົວກັນເປັນກຸ່ມຄົນ ຫຼື ນິຕິບຸກຄົນ ເພື່ອເປັນຕົວແທນໃນການດຳເນີນການຕ່າງໆ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ອັນຊອບທຳຂອງຕົນ.

第ມາດຕາ 8条

第8条 提议召开设立集体管理组织的大会
任何希望设立集体管理组织的个人群体或法人,应向知识产权局提出申请,并提交以下文件:
1. 请求批准召开设立集体管理组织大会的申请书;
2. 集体管理组织的章程草案;
3. 组织结构草案;
4. 集体管理组织的活动计划或工作计划草案;
5. 成员名单;
6. 个人群体或法人的管理委员会成员及工作人员的简历;
7. 办公地点证明。
文件齐全且正确后,知识产权局必须在收到文件之日起五个工作日内审议并发出召开大会的通知。
如果文件不齐全或不正确,知识产权局必须在收到文件之日起三个工作日内通知申请人。
设立集体管理组织大会的召开,个人群体或法人团体必须在发出通知之日起九十天内准备并召开设立集体管理组织的大会。
设立集体管理组织的大会召开是为了召集所有成员参加大会,会议内容如下:
1. 通过召开设立集体管理组织大会的通知;
2. 通过章程草案;
3. 进行投票选举管理委员会、监察委员会及其他必要职位;
4. 通过活动计划或工作计划。

ພາສາລາວ (老挝语原文)

ມາດຕາ 8 ການສະເໜີຈັດກອງປະຊຸມໃຫຍ່ສ້າງຕັ້ງອົງການລິຂະສິດລວມໝູ່
ກຸ່ມຄົນ ຫຼື ນິຕິບຸກຄົນ ໃດໜຶ່ງ ທີ່ຕ້ອງການສ້າງຕັ້ງອົງການລິຂະສິດລວມໝູ່ ໃຫ້ສະເໜີຕໍ່ກົມຊັບສິນທາງປັນຍາ ຊຶ່ງປະກອບເອກະສານ ດັ່ງນີ້:
1. ໃບສະເໜີຂໍອະນຸມັດເປີດກອງປະຊຸມໃຫຍ່ສ້າງຕັ້ງອົງການລິຂະສິດລວມໝູ່;
2. ຮ່າງກົດລະບຽບຂອງອົງການລິຂະສິດລວມໝູ່;
3. ຮ່າງໂຄງຮ່າງການຈັດຕັ້ງ;
4. ຮ່າງແຜນການເຄື່ອນໄຫວ ຫຼື ແຜນດຳເນີນງານຂອງອົງການລິຂະສິດລວມໝູ່;
5. ບັນຊີລາຍຊື່ສະມາຊິກ;
6. ປະຫວັດຂອງຄະນະບໍລິຫານຂອງກຸ່ມຄົນ ຫຼື ນິຕິບຸກຄົນ ແລະ ພະນັກງານ;
7. ໃບຢັ້ງຢືນທີ່ຕັ້ງຂອງສຳນັກງານ.
ພາຍຫຼັງເອກະສານຄົບຖ້ວນ ແລະ ຖືກຕ້ອງ ກົມຊັບສິນທາງປັນຍາ ຕ້ອງພິຈາລະນາ ແລະ ອອກແຈ້ງການໃຫ້ຈັດກອງປະຊຸມ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
ກໍລະນີ ເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ກົມຊັບສິນທາງປັນຍາ ຕ້ອງແຈ້ງໃຫ້ຜູ້ຍື່ນໃບສະເໜີຊາບ ພາຍໃນ ສາມວັນ ລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
ການດຳເນີນກອງປະຊຸມສ້າງຕັ້ງອົງການລິຂະສິດລວມໝູ່ ຊຶ່ງກຸ່ມຄົນ ຫຼື ກຸ່ມນິຕິບຸກຄົນ ຕ້ອງກະກຽມ ແລະ ຈັດກອງປະຊຸມສ້າງຕັ້ງອົງການລິຂະສິດລວມໝູ່ຂຶ້ນ ພາຍໃນ ເກົ້າສິບວັນ ນັບແຕ່ວັນທີ່ອອກແຈ້ງການເປັນຕົ້ນໄປ.
ກອງປະຊຸມສ້າງຕັ້ງອົງການລິຂະສິດລວມໝູ່ ເປີດຂຶ້ນເພື່ອເຕົ້າໂຮມເອົາບັນດາສະມາຊິກທັງໝົດ ເຂົ້າຮ່ວມກອງປະຊຸມໃຫຍ່ ຊຶ່ງເນື້ອໃນການດຳເນີນກອງປະຊຸມ ມີດັ່ງນີ້:
1. ຜ່ານແຈ້ງການ ໃຫ້ຈັດກອງປະຊຸມສ້າງຕັ້ງອົງການລິຂະສິດລວມໝູ່;
2. ຜ່ານຮ່າງກົດລະບຽບ;
3. ມີການລົງຄະແນນສຽງ ເລືອກຕັ້ງຄະນະບໍລິຫານ, ຄະນະກວດກາ ແລະ ຕຳແໜ່ງ ອື່ນໆທີ່ຈຳເປັນ;
4. ຜ່ານແຜນການເຄື່ອນໄຫວ ຫຼື ແຜນດຳເນີນງານ.

第ມາດຕາ 9条

第9条 集体管理组织的章程和管理机构的批准
在召开集体管理组织成立大会后的三十天内,自会议召开之日起,负责委员会必须整理文件并提交给知识产权局,以批准以下文件:
1. 批准章程、管理机构和监事会的申请书;
2. 附上会议报告、管理机构及监事会的选举结果、章程草案、工作计划、会议决议、与会人员登记表;
在收到完整且正确的文件后,知识产权局必须在收到文件之日起十五天内审议并颁发集体管理组织的章程、管理机构和监事会的批准书。

ພາສາລາວ (老挝语原文)

ມາດຕາ 9 ການຮັບຮອງເອົາກົດລະບຽບ ແລະ ຄະນະບໍລິຫານຂອງອົງການລິຂະສິດລວມໝູ່
ພາຍຫຼັງຈັດກອງປະຊຸມສ້າງຕັ້ງອົງການລິຂະສິດລວມໝູ່ ພາຍໃນ ສາມສິບວັນ ນັບແຕ່ວັນທີຈັດກອງປະຊຸມ, ຄະນະຮັບຜິດຊອບຕ້ອງປະກອບເອກະສານ ແລ້ວສະເໜີຕໍ່ກົມຊັບສິນທາງປັນຍາ ເພື່ອຮັບຮອງເອກະສານ ດັ່ງນີ້:
1. ໃບສະເໜີຮັບຮອງເອົາກົດລະບຽບ, ຄະນະບໍລິຫານ ແລະ ຄະນະກວດກາ;
2. ຄັດຕິດບົດລາຍງານກອງປະຊຸມ, ຜົນການເລືອກຕັ້ງຄະນະບໍລິຫານ ແລະ ຄະນະກວດກາ, ຮ່າງກົດລະບຽບ, ແຜນດຳເນີນງານ, ມະຕິກອງປະຊຸມ, ໃບລົງທະບຽນຜູ້ເຂົ້າຮ່ວມກອງປະຊຸມ;
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ກົມຊັບສິນທາງປັນຍາ ຕ້ອງພິຈາລະນາ ແລະ ອອກໃບຮັບຮອງກົດລະບຽບ, ຄະນະບໍລິຫານ ແລະ ຄະນະກວດກາອົງການລິຂະສິດລວມໝູ່ ພາຍໃນ ສິບຫ້າວັນນັບແຕ່ວັນທີຮັບເອກະສານເປັນຕົ້ນໄປ.

第ມາດຕາ 10条

第10条 提交设立集体管理组织的申请

申请设立集体管理组织,应向知识产权局提交申请,并附具以下文件:

1. 按照知识产权局规定格式的申请书;
2. 确定该集体管理组织将代表管理的权利类型或权利人类型的文件;
3. 关于确定该组织代表管理的各类权利的版权使用费收取和分配费率以及相关权利的文件;
4. 集体管理组织与外国集体管理组织之间的合作协议(如有);
5. 经外部审计机构审计的年度财务报表(如已运营);
6. 规费和服务费缴纳凭证。

ພາສາລາວ (老挝语原文)

ມາດຕາ 10 ການຍື່ນຄຳຮ້ອງຂໍອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່

ການຂໍອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ ໃຫ້ຍື່ນຄຳຮ້ອງນຳກົມຊັບສິນທາງປັນຍາ, ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:

1. ຄຳຮ້ອງ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2. ເອກະສານທີ່ກຳນົດປະເພດສິດ ຫຼື ປະເພດຂອງເຈົ້າຂອງສິດ ທີ່ອົງການລິຂະສິດລວມໝູ່ຈະເປັນຕົວແທນຄຸ້ມຄອງ;
3. ເອກະສານ ກ່ຽວກັບການກຳນົດອັດຕາການເກັບຄ່າລິຂະສິດ ແລະ ແຈກຢາຍຄ່າລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຂອງແຕ່ລະປະເພດສິດ ທີ່ອົງການເປັນຕົວແທນຄຸ້ມຄອງ;
4. ສັນຍາ ກ່ຽວກັບການຮ່ວມມືລະຫວ່າງ ອົງການຈັດຕັ້ງລິຂະສິດລວມໝູ່ ແລະ ອົງການລິຂະສິດລວມໝູ່ຕ່າງປະເທດ ຖ້າມີ;
5. ບົດລາຍງານບັນຊີ ປະຈຳປີ ທີ່ຜ່ານການກວດສອບຈາກອົງການກວດສອບບັນຊີພາຍນອກ ກໍລະນີ ທີ່ມີການດຳເນີນການມາກ່ອນແລ້ວ;
6. ໃບຊຳລະຄ່າທຳນຽມ ແລະ ຄ່າບໍລິການ.

第ມາດຕາ 11条

第11条 申请续展集体管理组织设立许可证,必须经过知识产权局对过去五年集体管理组织工作执行情况的重新评估,并符合本协议第5条的规定。如果认为过去期间集体管理组织的工作执行效率低下,并且曾根据本协议第16条的规定被暂停集体管理组织设立许可证,知识产权局将不予考虑续展该许可证。

ພາສາລາວ (老挝语原文)

ມາດຕາ 11 ການສະເໜີຂໍຕໍ່ອາຍຸໃບອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ ຕ້ອງໄດ້ປະເມີນຄືນ ຂອງກົມຊັບສິນທາງປັນຍາ ໃນການຈັດຕັ້ງປະຕິບັດວຽກງານອົງການລິຂະສິດລວມໝູ່ ໃນໄລຍະ ຫ້າປີ ທີ່ຜ່ານມາພ້ອມທັງສອດຄ່ອງຕາມທີ່ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້, ຖ້າຫາກເຫັນວ່າການຈັດຕັ້ງປະຕິບັດວຽກງານອົງການລິຂະສິດລວມໝູ່ ໄລຍະຜ່ານມາ ບໍ່ມີປະສິດທິພາບ ແລະ ໄດ້ເຄີຍຖືກໂຈະໃບອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ ຕາມທີ່ກຳນົດໄວ້ໃນມາດຕາ 16 ຂອງຂໍ້ຕົກລົງສະບັບນີ້, ກົມຊັບສິນທາງປັນຍາ ຈະບໍ່ພິຈາລະນາຕໍ່ອາຍຸໃບອະນຸຍາດດັ່ງກ່າວ.

第ມາດຕາ 12条

第12条 集体著作权组织信息的记录
在颁发设立集体著作权组织的许可证后,知识产权局必须将相关信息记录在该局的数据库中,并在知识产权官方公报上公布。

ພາສາລາວ (老挝语原文)

ມາດຕາ 12 ການບັນທຶກຂໍ້ມູນອົງການລິຂະສິດລວມໝູ່
ພາຍຫຼັງອອກໃບອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່, ກົມຊັບສິນທາງປັນຍາ ຕ້ອງບັນທຶກຂໍ້ມູນທີ່ກ່ຽວຂ້ອງລົງໃນຖານຂໍ້ມູນຂອງກົມ ແລະ ເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນທາງປັນຍາ.

本页展示前 12 条,全文共 25 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译