ຄຳສັ່ງວ່າດ້ວຍ ການຈັດຕັ້ງປະຕິບັດນິຕິກຳໃນການນຳໃຊ້ນ້ຳໜ້າດິນ ແລະ ນ້ຳໃຕ້ດິນ ພາຍໃນແຂວງອັດຕະປື
关于在阿速坡省实施地表水和地下水利用法规的命令
Order on Implementation of Surface Water and Groundwater Utilization Regulations in Attapeu Province
ບົດສະຫຼຸບ
ກົດໝາຍສະບັບນີ້ຮຽກຮ້ອງໃຫ້ບໍລິສັດ, ໂຄງການ ແລະ ຜູ້ປະກອບການທີ່ນຳໃຊ້ນ້ຳໃຕ້ດິນ ແລະ ນ້ຳເທິງໜ້າດິນໃນແຂວງອັດຕະປື ຈັດທຳແຜນການຄຸ້ມຄອງການນຳໃຊ້ນ້ຳ, ຂໍໃບອະນຸຍາດ ແລະ ລາຍງານການນຳໃຊ້ນ້ຳ ເພື່ອຄຸ້ມຄອງການນຳໃຊ້ຊັບພະຍາກອນນ້ຳ ແລະ ກຳນົດຄ່າທຳນຽມໃຫ້ເປັນເອກະພາບ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອັດຕະປື ເລກທີ . .15......., /ຈຂອປ
ຄຳສັ່ງ
ວ່າດ້ວຍ ການຈັດຕັ້ງປະຕິບັດນິຕິກຳ
ຮ້ . ຂ ຮ້ ດູແລ ຈ
ນໍ້າຫ້າດິນ ແລະ ນໍ້າໃຕ້ດິນ ພາຍໃນແຂວງອັດຕະປື.
ກ
ໃນການນຳໃຊ້
ເຖິງ: ບັນດາບໍລິສັດ, ຜູ້ດຳເນີນກິດຈະການ ຫຼື ໂຄງການລົງທຶນຕ່າງໆ ທີ່ນຳໃຊ້ນ້ຳຫ້າດິນ ແລະ ນ້ຳໃຕ້ດິນ
ພາຍໃນແຂວງອັດຕະປື.
- ອີງຕາມ ມາດຕາ 20 ຂອງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ
ຈູ
ລົງວັນທີ 20 ມີນາ 2025;
- ອີງຕາມ ກົດໝາຍວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ສະບັບເລກທີ 23/ສພຊ, ລົງວັນທີ 11 ພຶດສະພາ 2017;
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການນຳໃຊ້ນ້ຳ ສະບັບເລກທີ 6118/ກຊສ, ລົງວັນທີ 29 ພະຈິກ 2022;
- ອີງຕາມ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ. ສະບັບເລກທີ 1403/ກຊສ, ລົງວັນທີ 7 ກໍລະກົດ 2023;
- ອີງຕາມຫັງສືສະເຫີ ຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ. ສະບັບເລກທີ 0739/ກສອປ, ລົງວັນທີ 30 ຕຸລາ 2025.
ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດບນາຍ ວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ສະບັບເລກທີ 23/ສພຊ ລົງວັນທີ 11 ພຶດສະພາ 2017 ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 6118/ກຊສ, ລົງວັນທີ 29 ພະຈິກ 2022. ແນໃສ່ເຮັດໃຫ້ການຄຸ້ມຄອງການນຳໃຊ້ນ້ຳຫ້າດິນ ແລະ ການບີລິການກ່ຽວກັບນ້ຳ ແລະ ຊັບພະຍາກອນນ້ຳ ຂອງບັນດາບໍລິສັດ, ໂຄງການ, ຜູ້ປະກອບການຕ່າງໆ ທີ່ມາດຳເນີນກິດຈະ
ການພາຍິໃນແຂວງອັດຕະປື ເຊິ່ງປະກອບມີໂຄງການຂະໜາດນ້ອຍ ທີ່ເປັນຂັ້ນເມືອງຄຸ້ມຄອງ, ໂຄງການຂະໜາດກາງ ທີ່ຂັ້ນແຂວງຄຸ້ມຄອງ ແລະ ໂຄງການໜາດໃຫຍ່ ຂັ້ນສູນກາງຄຸ້ມຄອງ. ສະນັ້ນ; ເພື່ອເປັນການແນະນຳຂັ້ນຕອນ, ວິທີການຈັດຕັ້ງປະຕີບັດ ຂອງບັນດາບໍລິສັດ, ຜູ້ປະກອບການ ແລະ ໂຄງການພັດທະນາຕ່າງໆ ພາຍໃນແຂວງອັດຕະປື ນັບທັງໂຄງການຂອງລັດ ແລະ ເອກະຊົນ ໃຫ້ມີຄວາມເປັນເອກະພາບ, ຮັບປະກັນທາງດ້ານວິຊາການ ແລະ ຫຼັກການທາງດ້ານກົດບນາຍ ແລະ ລະບຽບການ ແລະ ເປັນບ່ອນອີງໃນການດິດໄລ່ຄ່າທຳນຽມ-ຄ່າລິການ ຈາກການນຳໃຊ້ນ້ຳຫ້າດິນ ແລະ ການນຳໃຊ້ນ້ຳໃຕ້ດິນ ໃຫ້ມີຄວາມເປັນເອກະພາບ ພາຍໃນແຂວງອັດຕະປື.
[ຽ (ຈຍຸກ
ເຈາແຂວງ ອອກຄາສງ:
ໃຫ້ບັນດາບໍລິສັດ, ໂຄງການ, ຜູ້ປະກອບການຕ່າງໆ ທີ່ມາດຳເນີນກິດຈະການພາຍໃນແຂວງອັດຕະປື ທີ່ໄດ້ເຊັນສັນ
ຍາກັບລັດຖະບານ ຫຼື ອົງການປົກຄອງແຂວງແລ້ວ ໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດຕາມຂັ້ນຕອນຂອງລະບຽບການ, ກົດໝາຍ ກ່ຽວກັບວຽກງານຊັບພະຍາກອນນ້ຳ ເພື່ອຮັບປະກັນໃນການນຳໃຊ້ນ້ຳໜ້າດິນ ແລະ ນ້ຳໃຕ້ດິນ ຢ່າງປະຢັດ, ມີປະສິດທິຜົນສູງສຸດ ແລະ ຮັບປະກັນຕໍ່ຄຸນນະພາບນ້ຳໜ້າດິນ ແລະ ນ້ຳໃຕ້ດິນ; 4
1
ມອບໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ອົງການປົກຄອງຂັ້ນເມືອງ ແລະ ບັນດາຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ເປັນເຈົ້າການຊຸກຍູ້ບັນດາບໍລິສັດ, ຜູ້ພັດທະນາໂຄງການ ຫຼື ຜູ້ທີ່ດຳເນີນກິດຈະການຕ່າງໆ ຢູ່ພາຍໃນແຂວງ ຕ້ອງໃຫ້ສ້າງແຜນຄຸ້ມຄອງການນຳໃຊ້ນ້ຳໜ້າດິນ ແລະ ນ້ຳໃຕ້ດິນຂອງໂຄງການ ຫຼື ກິດຈະການລົງທຶນຂອງຕົນໃຫ້ລະອຽດ ໂດຍປະຕິບັດຕາມ ມາດຕາ 36, ມາດຕາ 37, ມາດຕາ 38, ມາດຕາ 39, ມາດຕາ 40.
ຕາມມາດຕາ 4 ໝວດທີ 1 ແລະ ມາດຕາ 49, ມາດຕາ 50, ມາດຕາ 51 ໝວດທີ 1 ພາກທີ 1 ຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ສະບັບເລກທີ 23/ສພຊ, ລົງວັນທີ 11 ພຶດສະພາ 2017 ແລະ ມາດຕາ 10, ມາດຕາ 11 ໝວດທີ 2 ພາກທີ 1, ມາດຕາ 12, ມາດຕາ 14 ໝວດທີ 3 ພາກທີ 1, ມາດຕາ 23, ມາດຕາ 25 ໝວດທີ 2 ພາກທີ 1, ມາດຕາ 28, ມາດຕາ 30 ໝວດທີ 3 ພາກທີ 1 ແລະ ມາດຕາ 39 ໝວດທີ 4 ພາກທີ 1 ຂອງຂໍ້ຕົກລົງ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 6/ກຊສ, ລົງວັນທີ 29 ພະຈິກ 2022;
ບັນດາບໍລິສັດ, ເຈົ້າຂອງໂຄງການ ຫຼື ຜູ້ດຳເນີນກິດຈະການຕ່າງໆ ພາຍໃນແຂວງ ຕ້ອງໃຫ້ການຮ່ວມມື ກັບພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ບັນດາຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໃນການສະໜອງຂໍ້ມູນ
ຈຸດການນຳໃຊ້ນ້ຳ, ປະລິມານການນຳໃຊ້ນ້ຳໃນແຕ່ລະປີ ຂອງໂຄງການ/ກິດຈະການ ທີ່ຢູ່ໃນເຂດຄວາມຮັບຜິດຊອບຂອງຕົນ. ພ້ອມທັງສ້າງແຜນຄຸ້ມຄອງນຳໃຊ້ນ້ຳໜ້າດິນ ແລະ ນ້ຳໃຕ້ດິນຂອງໂຄງການໃຫ້ລະອຽດຈະແຈ້ງ ເພື່ອສະເໜີຕໍ່ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ອອກອະນຸຍາດການນຳໃຊ້ນ້ຳໃຫ້ແກ່ໂຄງການ ຕາມລະບຽບການ ແລະ ກົດໝາຍທີ່ວາງອອກ;
ຖ້າບໍລິສັດ ຫຼື ໂຄງການໃດ ທີ່ມີໃບອະນຸຍາດການນຳໃຊ້ນ້ຳໜ້າດິນ ແລະ ນ້ຳໃຕ້ດິນ ຈາກຂະແໜງການກະສິກຳ ແລະ ສິ່ງແວດລ້ອມ (ຂັ້ນສູນກາງ, ແຂວງ ແລະ ເມືອງ) ແລ້ວ ແມ່ນໃຫ້ລາຍງານເປັນລາຍລັກອັກສອນ ຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກຳ ກ່ຽວກັບການຄຸ້ມຄອງການນຳໃຊ້ນ້ຳໜ້າດິນ ແລະ ນ້ຳໃຕ້ດິນຂອງຕົນ ລວມທັງສຳເນົາແຜນການຄຸ້ມຄອງການນຳໃຊ້ນ້ຳຂອງໂຄງການຕົນ ສົ່ງໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ແລະ ຫ້ອງການກະສິກຳ ແລະ
ສິ່ງແວດລ້ອມເມືອງ ທີ່ໂຄງການຕັ້ງຢູ່ ເພື່ອເປັນຖານຂໍ້ມູນໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ໄລ່ລຽງ ເພື່ອຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຕາມລັດຖະບັດຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 28 ກັນຍາ 2023 ວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ແລະ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ;
ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການບໍລິການກ່ຽວກັບນໍຳ ແລະ ຊັບພະຍາກອນນໍ້າ ໃຫ້ຍື່ນຄຳຮ້ອງ ພ້ອມດ້ວຍເອກະສານປະກອບ ນຳຂະແບນງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ຕ້ອງໄດ້ຂໍອະນຸຍາດທາງດ້ານວິຊາການ ຈາກຂະແບນງການກະສິກຳ ແລະ ສິ່ງແວດລ້ອມ:
ບັນດາບໍລິສັດ, ເຈົ້າຂອງໂຄງການ, ຜູ້ດຳເນີນກິດຈະການຕ່າງໆພາຍໃນແຂວງ ທີ່ມີການນຳໃຊ້ນ້ຳຫ້າດິນ ແລະ ນ້ຳໃຕ້ດິນເຂົ້າໃນກິດຈະການຂອງຕົນ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄຳສັງສະບັບນີ້ ຢ່າງເຂັ້ມງວດ;
ມອບໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງຂັ້ນແຂວງ, ອົງການປົກຄອງຂັ້ນເມືອງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ເປັນເຈົ້າການເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍຄຳສັງສະບັບນີ້ ໃຫ້ມີປະສິດທິຜົນສູງ;
ຄຳສັງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ເຈົ້າແຂວງ
ບ່ອນສົ່ງ:
- ຫ້ອງວ່າການແຂວງ 01 ສະບັບ;
- ພະແນກກະສິກຳ ແລະ ສິ່ງແວດລ້ອມ 01 ສະບັບ;
- ຫ້ອງການ ກສ ເມືອງ, ເມືອງລະ 01 ສະບັບ;
- ບັນດາບໍລິສັດ/ໂຄງການ ບ່ອນລະ 01 ສະບັບ;
- ພາກສ່ວນການກ່ຽວຂ້ອງ ບ່ອນລະ 01 ສະບັບ;
ເກັບຮັກສາໄວ້ 01 ສະບັບ.
2 ທົກ ວັນທອງ ກອງມະນີ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ