ດຳລັດວ່າດ້ວຍ ຄຸ້ມຄອງທະນະບັດ
关于银行卡管理的政令
Decree on Bank Card Management
ບົດສະຫຼຸບ
ດຳລັດສະບັບນີ້ຄຸ້ມຄອງການຄຸ້ມຄອງເງິນຕາໃນ ສປປ ລາວ, ເນັ້ນໃສ່ການກຳນົດຫຼັກການ ແລະ ມາດຕະການໃນການພິມ, ການອອກ, ການໝູນວຽນ ແລະ ການຕ້ານເງິນປອມ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງທະນະບັດ
ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຍົກສູງບົດບາດຂອງເງິນກີບ
ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ ມາດຕາ 2
ມາດຕາ 2 ການຄຸ້ມຄອງທະນະບັດ
ການຄຸ້ມຄອງທະນະບັດ ແມ່ນ ການຈັດຕັ້ງປະຕິບັດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການພິມ, ການພິມຈຳໜ່າຍ, ການນຳໃຊ້, ການແລກປ່ຽນ, ການເຄື່ອນຍ້າຍ, ການທຳລາຍ ທະນະບັດ ລວມທັງການຕ້ານ ການປອມແປງທະນະບັດ ແລະ ການນຳໃຊ້ທະນະບັດປອມ.
ມາດຕາ ມາດຕາ 3
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທະນະບັດ ໝາຍເຖິງ ເງິນກີບ ໃນຮູບແບບຂອງ ໃບເຈ້ຍ ຫຼື ປລາສຕິກ ທີ່ ພິມ ແລະ ຈຳໜ່າຍ ໂດຍທະນາຄານແຫ່ງ ສປປ ລາວ;
2. ທະນະບັດປອມ ໝາຍເຖິງ ສິ່ງພິມ ທີ່ຜະລິດອອກມາ ກາຍ ຫຼື ລອກແບບ ຄຸນລັກສະນະຂອງ ທະນະບັດ ທັງໝົດ ຫຼື ບາງສ່ວນ;
3. ການປອມແປງທະນະບັດ ໝາຍເຖິງ ພຶດຕິກຳທີ່ນຳໃຊ້ເຄື່ອງພິມ ແລະ ວິທີການອື່ນ ໃນການພິມທະນະບັດອອກມາ ກາຍ ຫຼື ລອກແບບ ຄຸນລັກສະນະຂອງທະນະບັດ ທັງໝົດ ຫຼື ບາງສ່ວນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 37 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ