关于工业品外观设计的决定
ຂໍ້ຕົກລົງວ່າດ້ວຍ ແບບອຸດສາຫະກຳ
Decision on Industrial Designs
简介
该法规调整老挝境内工业品外观设计的注册、保护与管理,核心内容为定义设计要素、规定注册条件、申请程序及权利相关术语。
Summary
This regulation governs the registration, protection, and management of industrial designs in Laos, defining design elements, registration conditions, application procedures, and rights-related terms.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຈົດທະບຽນ, ການປົກປ້ອງ ແລະ ການຄຸ້ມຄອງລັກສະນະອຸດສາຫະກຳໃນ ສປປ ລາວ, ເນັ້ນໃສ່ການກຳນົດອົງປະກອບການອອກແບບ, ເງື່ອນໄຂການຈົດທະບຽນ, ຂັ້ນຕອນການຍື່ນຄຳຮ້ອງ ແລະ ຄຳສັບທີ່ກ່ຽວຂ້ອງກັບສິດ.
条文
第ມາດຕາ 1条
第2条 工业品外观设计
工业品外观设计是指产品的形状、图案、线条、色彩等构成的创作。
ພາສາລາວ (老挝语原文)
ມາດຕາ 2 ແບບອຸດສາຫະກຳ
ແບບອຸດສາຫະກຳ ແມ່ນຮູບແບບ ຫຼື ຮູບຮ່າງ ຂອງຜະລິດຕະພັນທີ່ສ້າງຂຶ້ນ, ຊຶ່ງປະກອບດ້ວຍ ຮູບຮ່າງ, ລວດລາຍ, ເສັ້ນສາຍ, ສີສັນ ແລະ ອື່ນໆ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
1. “申请人”是指提交工业品外观设计注册、异议、续展、变更名称和/或地址、许可使用、转让、修改、撤销、注销申请以及与该工业品外观设计有关的其他建议的自然人、法人或组织,或该人的利益继承人;
2. “申请”是指提交工业品外观设计注册、异议、续展、变更名称和/或地址、许可使用、转让、修改、撤销、注销申请以及与该工业品外观设计有关的其他建议的文件;
3. “提出异议的第三方”是指权利持有人或权利人,或拥有权利的自然人、法人或组织,对工业品外观设计注册申请提出异议;
4. “异议”是指第三方对已在知识产权注册官方公报上公布的工业品外观设计注册申请提交异议建议;
5. “提出撤销或注销申请的第三方”是指权利持有人或权利人,即拥有权利的第三方,提交撤销或注销工业品外观设计注册的申请;
6. “撤销”是指撤销申请人提交的部分或全部工业品外观设计注册的撤销申请;
7. “注销”是指注销申请人提交的针对全部工业品外观设计注册的注销申请;
8. “分类”是指根据洛迦诺分类(Locarno Classification)对工业品外观设计类型进行的国际分类,用于工业品外观设计注册;
9. “设计人”是指共同设计任何产品的外观或形状的自然人或群体;
10. “分案申请”是指申请人将单一工业品外观设计注册申请分为两个或多个申请,每个分出的申请必须涉及原申请中的工业品外观设计;
11. “权利持有人或权利人”是指对工业品外观设计拥有合法权利的自然人、法人或组织,或该权利的受让人或利益继承人;
12. “授权书”是指权利持有人或权利人将其权利授予一人或多人代其履行职责的书面文件;
13. “授权人”是指工业品外观设计的权利持有人或权利人,将其权利授予一人或多人代其履行职责,以向省、首都的工业和商业厅以及知识产权局提交工业品外观设计注册申请或进行其他程序;
14. “代表”是指居住在老挝人民民主共和国的设计所有人委托的自然人或律师,或由在国外且不在老挝人民民主共和国居住的设计所有人授权的代理人,用于提交工业品外观设计注册申请或进行其他程序;
15. “优先权”是指申请人在国外或老挝人民民主共和国的其他知识产权相关办公室提交工业品外观设计注册申请的日期,该日期具有在先效力。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ຮ້ອງຂໍ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ, ຄັດຄ້ານ, ຕໍ່ອາຍຸ, ປ່ຽນຊື່ ແລະ/ຫຼື ທີ່ຢູ່, ອະນຸຍາດນຳໃຊ້, ໂອນສິດ, ດັດແກ້, ຍົກເລີກ, ລົບລ້າງ ແລະ ການສະເໜີອື່ນໆ ກ່ຽວກັບແບບອຸດສາຫະກຳ ຫຼື ຜູ້ສືບທອດຜົນປະໂຫຍດຂອງບຸກຄົນດັ່ງກ່າວ;
2. ຄຳຮ້ອງ ໝາຍເຖິງ ສຳນວນເອກະສານການຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ, ຄັດຄ້ານ, ຕໍ່ອາຍຸ, ປ່ຽນຊື່ ແລະ/ຫຼື ທີ່ຢູ່, ອະນຸຍາດນຳໃຊ້, ໂອນສິດ, ດັດແກ້, ຍົກເລີກ, ລົບລ້າງ ແລະ ການສະເໜີອື່ນໆ ກ່ຽວກັບແບບອຸດສາຫະກຳ;
3. ບຸກຄົນທີສາມ ທີ່ສະເໜີຂໍຄັດຄ້ານ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ຫຼື ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິດ ໄດ້ສະເໜີຂໍຄັດຄ້ານຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ;
4. ການຄັດຄ້ານ ໝາຍເຖິງ ການຍື່ນຄຳສະເໜີຂໍຄັດຄ້ານ ໂດຍບຸກຄົນທີສາມ ຕໍ່ຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ທີ່ໄດ້ເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບການຈົດທະບຽນຊັບສິນທາງປັນຍາ;
5. ບຸກຄົນທີສາມ ທີ່ຍື່ນຄຳສະເໜີຂໍ ຍົກເລີກ ຫຼື ລົບລ້າງ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ບຸກຄົນທີສາມ ທີ່ເປັນເຈົ້າຂອງສິດ ທີ່ຍື່ນຄຳຮ້ອງຂໍຍົກເລີກ ຫຼື ລົບລ້າງ ການຈົດທະບຽນແບບອຸດສາຫະກຳ;
6. ການຍົກເລີກ ໝາຍເຖິງ ການຍື່ນຄຳຮ້ອງຂໍຍົກເລີກ ການຈົດທະບຽນແບບອຸດສາຫະກຳ ບາງສ່ວນ ຫຼື ທັງໝົດ ໂດຍຜູ້ຂໍຍົກເລີກ;
7. ການລົບລ້າງ ໝາຍເຖິງ ການຍື່ນຄຳຮ້ອງໂດຍຜູ້ຂໍລົບລ້າງ ຕໍ່ການຈົດທະບຽນແບບອຸດສາຫະກຳທັງໝົດ;
8. ໝວດ ໝາຍເຖິງ ການຈັດໝວດຂອງສາກົນ ກ່ຽວກັບປະເພດຂອງແບບອຸດສາຫະກຳ ຕາມການຈັດໝວດໂລກາໂນ (Locarno Classification) ສຳລັບການຈົດທະບຽນແບບອຸດສາຫະກຳ;
9. ນັກອອກແບບ ໝາຍເຖິງ ບຸກຄົນ ຫຼື ກຸ່ມຄົນ ທີ່ຮ່ວມກັນອອກແບບ ຮູບແບບ ຫຼື ຮູບຮ່າງ ຂອງຜະລິດຕະພັນໃດໜຶ່ງ;
10. ການແຍກຄຳຮ້ອງ ໝາຍເຖິງ ການແຍກຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳດຽວອອກເປັນສອງ ຫຼື ຫຼາຍສະບັບ ໂດຍຜູ້ຮ້ອງຂໍ ຊຶ່ງແຕ່ລະຄຳຮ້ອງທີ່ໄດ້ແຍກມານັ້ນ ຕ້ອງກ່ຽວຂ້ອງກັບແບບອຸດສາຫະກຳ ທີ່ຢູ່ໃນຄຳຮ້ອງຕົ້ນສະບັບ;
11. ຜູ້ຖືສິດ ຫຼື ເຈົ້າຂອງສິດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຕາມກົດໝາຍ ຕໍ່ກັບແບບອຸດສາຫະກຳ ຫຼື ຜູ້ໄດ້ຮັບມອບສິດ ຫຼື ຜູ້ສືບທອດຜົນປະໂຫຍດຈາກບຸກຄົນດັ່ງກ່າວ;
12. ໃບມອບສິດ ໝາຍເຖິງ ເອກະສານທີ່ເປັນລາຍລັກອັກສອນ ຊຶ່ງຜູ້ຖືສິດ ຫຼື ເຈົ້າຂອງສິດ ໄດ້ມອບສິດຂອງຕົນໃຫ້ ບຸກຄົນໜຶ່ງ ຫຼື ຫຼາຍຄົນ ປະຕິບັດໜ້າທີ່ແທນຕົນ;
13. ຜູ້ມອບສິດ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດແບບອຸດສາຫະກຳ ທີ່ມອບສິດຂອງຕົນໃຫ້ ບຸກຄົນໜຶ່ງ ຫຼື ຫຼາຍຄົນ ປະຕິບັດໜ້າທີ່ແທນຕົນ ໃນການຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ຫຼື ດຳເນີນການອື່ນ ນຳພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ກົມຊັບສິນທາງປັນຍາ;
14. ຜູ້ຕາງໜ້າ ໝາຍເຖິງ ບຸກຄົນ ຫຼື ທະນາຍຄວາມ ທີ່ໄດ້ຮັບການມອບໝາຍຈາກເຈົ້າຂອງແບບ ທີ່ມີທີ່ຢູ່ ໃນ ສປປ ລາວ ຫຼື ຕົວແທນ ທີ່ໄດ້ຮັບອະນຸຍາດຈາກເຈົ້າຂອງແບບຈາກຕ່າງປະເທດ ທີ່ບໍ່ມີທີ່ຢູ່ໃນ ສປປ ລາວ ໃນການຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ຫຼື ດຳເນີນການອື່ນ;
15. ອັນບູລິມະສິດ ໝາຍເຖິງ ວັນທີ່ຜູ້ຮ້ອງຂໍໄດ້ຍື່ນຂໍຈົດທະບຽນແບບອຸດສາຫະກຳ ຢູ່ສຳນັກງານອື່ນ ທີ່ກ່ຽວຂ້ອງກັບຊັບສິນທາງປັນຍາ ຢູ່ຕ່າງປະເທດ ຫຼື ຢູ່ ສປປ ລາວ ຊຶ່ງມີຜົນໃຊ້ໄດ້ກ່ອນໜ້ານີ້.
第ມາດຕາ 3条
第4条 适用范围
本决定适用于在老挝人民民主共和国境内从事和涉及工业品外观设计工作的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານແບບອຸດສາຫະກຳ ຢູ່ ສປປ ລາວ.
第ມາດຕາ 4条
第4条 工业品外观设计注册证书的取得条件
可以获得注册证书的工业品外观设计必须满足以下全部条件:
1. 是新的,在申请日或优先权日之前,未曾在老挝人民民主共和国或世界任何地方通过印刷品、电子媒体、实际使用、展览或其他形式向公众公开过;
2. 是装饰性的,使得采用该设计或将该设计附着于其上的物体产生独特的外观形状。
不能获得工业品外观设计注册的工业品外观设计如下:
1. 外观形状由物体的技术形状决定的设计,其中该设计已被使用或预先形成,包括与工业品外观设计相关的其他技术特征,例如所使用的材料、生产方法或操作方式;
2. 违反社会秩序和民族优良风俗习惯的设计。
ພາສາລາວ (老挝语原文)
ມາດຕາ 4 ເງື່ອນໄຂການໄດ້ຮັບໃບຢັ້ງຢືນການຈົດທະບຽນແບບອຸດສາຫະກຳ
ແບບອຸດສາຫະກຳ ທີ່ສາມາດໄດ້ຮັບໃບຢັ້ງຢືນການຈົດທະບຽນ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
1. ເປັນແບບໃໝ່ ຊຶ່ງບໍ່ເຄີຍຖືກເປີດເຜີຍສູ່ສາທາລະນະຊົນມາກ່ອນ ດ້ວຍສື່ສິ່ງພິມ, ສື່ເອເລັກໂຕຣນິກ, ການນຳໃຊ້ຕົວຈິງ, ການວາງສະແດງ ຫຼື ຮູບການອື່ນ ຢູ່ ສປປ ລາວ ຫຼື ແຫ່ງໃດໜຶ່ງໃນໂລກ ກ່ອນວັນຍື່ນຄຳຮ້ອງ ຫຼື ກ່ອນວັນບູລິມະສິດ ຂອງຄຳຮ້ອງຂໍຮັບໃບຢັ້ງຢືນການຈົດທະບຽນແບບອຸດສາຫະກຳ;
2. ເປັນສິ່ງປະດັບ ຊຶ່ງເຮັດໃຫ້ວັດຖຸທີ່ນຳເອົາແບບໄປໃຊ້ ຫຼື ເອົາແບບໄປຕິດໃສ່ຕົວຂອງວັດຖຸນັ້ນເກີດມີຮູບຊົງພາຍນອກພິເສດ.
ສຳລັບແບບອຸດສາຫະກຳ ທີ່ບໍ່ສາມາດໄດ້ຮັບການຈົດທະບຽນແບບອຸດສາຫະກຳ ມີດັ່ງນີ້:
1. ແບບ ທີ່ມີຮູບຊົງພາຍນອກ ເກີດຈາກຮູບຊົງເຕັກນິກຂອງວັດຖຸ ຊຶ່ງໃນນັ້ນ ແບບໄດ້ຖືກນຳໃຊ້ ຫຼື ສ້າງໃຫ້ເປັນຮູບຮ່າງຂຶ້ນມາກ່ອນແລ້ວ ລວມທັງ ລັກສະນະທາງດ້ານເຕັກນິກອື່ນທີ່ກ່ຽວຂ້ອງກັບແບບອຸດສາຫະກຳ ເປັນຕົ້ນ ວັດສະດຸທີ່ນຳໃຊ້, ວິທີການຜະລິດ ຫຼື ການປະຕິບັດງານ;
2. ແບບ ທີ່ຂັດຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
第ມາດຕາ 5条
第5条 工业品外观设计检索
有意进行工业品外观设计检索的个人、法人或组织应向知识产权局提交申请或通过电子方式提交,并须指明需要检索的工业品外观设计的分类并支付服务费。
收到申请后,知识产权局必须在知识产权数据库系统中进行工业品外观设计检索,并在收到申请之日起十个工作日内通知检索结果。
工业品外观设计检索结果不得用于确认或作为法律证据,仅为初步的工业品外观设计信息检索。
个人、法人或组织可以在知识产权局的知识产权信息服务系统中进行工业品外观设计检索。
ພາສາລາວ (老挝语原文)
ມາດຕາ 5 ການກວດຄົ້ນແບບອຸດສາຫະກຳ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍກວດຄົ້ນແບບອຸດສາຫະກຳ ໃຫ້ຍື່ນຄຳຮ້ອງຕໍ່ກົມຊັບສິນທາງປັນຍາ ຫຼື ຜ່ານທາງເອເລັກໂຕຣນິກ, ໂດຍຕ້ອງລະບຸບນວດຂອງແບບອຸດສາຫະກຳ ທີ່ຕ້ອງການກວດຄົ້ນພ້ອມທັງຈ່າຍຄ່າບໍລິການ.
ພາຍຫຼັງທີ່ໄດ້ຮັບຄຳຮ້ອງ, ກົມຊັບສິນທາງປັນຍາ ຕ້ອງດຳເນີນການກວດຄົ້ນແບບອຸດສາຫະກຳ ຢູ່ໃນລະບົບຖານຂໍ້ມູນຊັບສິນທາງປັນຍາ ແລະ ແຈ້ງຜົນການກວດຄົ້ນແບບອຸດສາຫະກຳ ພາຍໃນ ສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຄຳຮ້ອງເປັນຕົ້ນໄປ.
ຜົນຂອງການກວດຄົ້ນແບບອຸດສາຫະກຳ ບໍ່ສາມາດນຳໃຊ້ເພື່ອຢັ້ງຍືນ ຫຼື ເປັນຫຼັກຖານໃນທາງກົດໝາຍ ເປັນພຽງແຕ່ການກວດຄົ້ນຂໍ້ມູນ ກ່ຽວກັບແບບອຸດສາຫະກຳ ເບື້ອງຕົ້ນເທົ່ານັ້ນ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດກວດຄົ້ນແບບອຸດສາຫະກຳ ໄດ້ທີ່ລະບົບບໍລິການຂໍ້ມູນຂ່າວສານຊັບສິນທາງປັນຍາ ຂອງກົມຊັບສິນທາງປັນຍາ.
第ມາດຕາ 6条
第6条 提交工业品外观设计注册申请
有意申请工业品外观设计注册的个人、法人或组织,应向省、首都的工业与商业厅提交申请,或通过电子方式提交,并按照以下程序进行:
1. 受理工业品外观设计注册申请,须符合《知识产权法》第32条和本协议第9条规定的最低条件;
2. 省、首都的工业与商业厅必须接收申请,出具注明申请编号和提交日期的受理通知书,并出具符合最低条件的收据;
3. 工业品外观设计注册申请人必须按照本协议第10条的规定提供完整的文件。
ພາສາລາວ (老挝语原文)
ມາດຕາ 6 ການຍື່ນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງຂໍຈົດທະບຽນແບບອຸດສາຫະກຳ ໃຫ້ຍື່ນຄຳຮ້ອງຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຜ່ານທາງເອເລັກໂຕຣນິກ ໂດຍປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ຮັບຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ໂດຍປະຕິບັດຕາມເງື່ອນໄຂຕໍ່າສຸດ ຕາມທີ່ກຳນົດໄວ້ໃນມາດຕາ 32 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ມາດຕາ 9 ຂອງຂໍ້ຕົກລົງສະບັບນີ້;
2. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງຮັບເອົາຄຳຮ້ອງ, ອອກໃບຮັບຄຳຮ້ອງ ຊຶ່ງລະບຸເລກທີ ແລະ ວັນທີຍື່ນຄຳຮ້ອງ ແລະ ອອກໃບຮັບເງິນ ທີ່ສອດຄ່ອງຕາມເງື່ອນໄຂຕໍ່າສຸດ;
3. ຜູ້ຮ້ອງຂໍຈົດທະບຽນແບບອຸດສາຫະກຳ ຕ້ອງສະໜອງເອກະສານໃຫ້ຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 7条
第7条 本协议第7条规定的,自提交申请之日起六十天内。否则,视为放弃权利;
4. 将符合本协议第7条规定的完整的工业设计注册申请案卷提交知识产权局,以便进行后续程序;
5. 如果工业设计注册申请人有意撤回申请,或者申请被放弃或被驳回,已支付的规费和服务费不予退还;
6. 工业设计注册申请已注明优先权日,依照《知识产权法》第29条的规定,优先权请求期限为自获得优先权之日起六个月。如果优先权最后一日是法定假日或者省、首都工业与贸易厅不接收申请之日,则该期限顺延至下一个工作日。
ພາສາລາວ (老挝语原文)
ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ຫົກສິບ ວັນ ນັບແຕ່ວັນທີຍືນຄຳຮ້ອງເປັນຕົ້ນໄປ. ຖ້າບໍ່ດັ່ງນັ້ນ, ໃຫ້ຖືວ່າສະຫຼະສິດ;
4. ສົ່ງສຳນວນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ທີ່ຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ໃຫ້ກົມຊັບສິນທາງປັນຍາ ເພື່ອດຳເນີນການຕາມຂັ້ນຕອນຕໍ່ໄປ;
5. ກໍລະນີ ຜູ້ຮ້ອງຂໍຈົດທະບຽນແບບອຸດສາຫະກຳ ຫາກມີຈຸດປະສົງຂໍຖອນຄຳຮ້ອງ ຫຼື ຄຳຮ້ອງຖືກສະຫຼະສິດ ຫຼື ຖືກປະຕິເສດ ຈະບໍ່ມີການສົ່ງຄືນຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ຈ່າຍໄປແລ້ວ;
6. ຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ໄດ້ລະບູວັນບູລິມະສິດ ຕາມທີ່ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຊຶ່ງມີໄລຍະເວລາຂໍຮັບວັນບູລິມະສິດ ຫົກ ເດືອນ ນັບແຕ່ວັນທີ່ໄດ້ຮັບວັນບູລິມະສິດເປັນຕົ້ນໄປ. ກໍລະນີ ວັນສຸດທ້າຍຂອງວັນບຸລິມະສິດ ຫາກເປັນວັນພັກທາງລັດຖະການ ຫຼື ເປັນວັນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບໍ່ເປີດຮັບຄຳຮ້ອງ, ຕ້ອງຕໍ່ໄລຍະເວລາດັງກ່າວອອກໄປ ຈົນເຖິງວັນລັດຖະການທຳອິດຖັດໄປ.
第ມາດຕາ 8条
第8条 受理申请的最低条件
工业品外观设计注册申请必须提供本协定第7条第1、3和6款规定的文件,并按照国际分类准确指明请求保护的工业品外观设计所适用的产品或商品类别。
ພາສາລາວ (老挝语原文)
ມາດຕາ 8 ເງື່ອນໄຂຕໍ່າສຸດໃນການໄດ້ຮັບບັນທຶກຍື່ນຄຳຮ້ອງ
ຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ຕ້ອງສະໜອງເອກະສານຕາມທີ່ກຳນົດໄວ້ໃນຂໍ້ 1, 3 ແລະ 6 ຂອງມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ພ້ອມທັງການລະບຸບັນວດຂອງຜະລິດຕະພັນ ຫຼື ສິນຄ້າ ທີ່ຂໍຮັບການປົກປ້ອງພາຍໃຕ້ແບບອຸດສາຫະກຳ ໃຫ້ຖືກຕ້ອງຕາມການຈັດປະເພດສາກົນ.
第ມາດຕາ 9条
第9条 图纸、照片、图片或模型的条件
作为图纸、照片、图片或模型的外观设计必须清晰显示,以展示图纸、照片、图片或形状之间的关联性,包括外观设计的应用;
图纸、照片、图片或模型必须显示所有必要角度的细节,以便能够识别外观设计的特征,且必须显示至少七个不同角度,即:正面、背面、顶部、底部、左侧、右侧和整体视图。对于成套的外观设计,必须包含该套中每个物品的七个不同角度的图片;
如果外观设计是二维的,可以提供额外的模型,以区分外观设计的区别特征,该模型的尺寸不得超过20 x 20厘米。
如果外观设计是三维的,必须包含整体图片以及其他必要的附加图片,以便能够区分外观设计的区别特征。
图纸、照片或图片不得包含不属于外观设计组成部分的其他物体或与外观设计无关的产品部分。
图纸、照片或图片必须以电子形式或纸质形式制作,纸质应无光泽、清晰且精确,以清晰显示外观设计。所有线条或图案必须清晰、浓重,且每幅图片的尺寸不得超过20 x 28厘米,且不得小于14 x 20厘米。
ພາສາລາວ (老挝语原文)
ມາດຕາ 9 ເງື່ອນໄຂຂອງຮູບແຕ້ມ, ຮູບຖ່າຍ, ຮູບພາບ ຫຼື ຕົວແບບ
ແບບທີ່ເປັນຮູບແຕ້ມ, ຮູບຖ່າຍ, ຮູບພາບ ຫຼື ຕົວແບບ ຕ້ອງສະແດງໃຫ້ເຫັນແບບອຸດສາຫະກຳຢ່າງຈະແຈ້ງ ເພື່ອໃຫ້ເຫັນຄວາມກ່ຽວຂ້ອງກັນຂອງຮູບແຕ້ມ, ຮູບຖ່າຍ, ຮູບພາບ ຫຼື ຮູບຊົງ ລວມທັງການນຳໃຊ້ແບບອຸດສາຫະກຳ;
ຮູບແຕ້ມ, ຮູບຖ່າຍ, ຮູບພາບ ຫຼື ຕົວແບບ ຕ້ອງສະແດງໃຫ້ເຫັນລາຍລະອຽດຂອງທຸກມຸມຕາມຄວາມຈຳເປັນ ເພື່ອສາມາດລະບຸລັກສະນະຂອງແບບອຸດສາຫະກຳ ໂດຍຕ້ອງສະແດງໃຫ້ເຫັນຢ່າງໜ້ອຍເຈັດມຸມທີ່ແຕກຕ່າງກັນ ຄື: ໜ້າ, ຫຼັງ, ເທິງ, ລຸ່ມ, ຂ້າງຊ້າຍ, ຂ້າງຂວາ ແລະ ຮູບລວມ. ສຳລັບແບບອຸດສາຫະກຳທີ່ເປັນຊຸດ ຕ້ອງປະກອບມີເຈັດຮູບຂອງມຸມທີ່ແຕກຕ່າງກັນຂອງແຕ່ລະອັນທີ່ປະກອບຢູ່ໃນຊຸດດັ່ງກ່າວ;
ກໍລະນີແບບອຸດສາຫະກຳເປັນແບບສອງມິຕິ ສາມາດສະໜອງຕົວແບບເພີ່ມຕື່ມທີ່ສາມາດຈຳແນກລັກສະນະທີ່ແຕກຕ່າງກັນຂອງແບບອຸດສາຫະກຳ ຊຶ່ງຕົວແບບດັ່ງກ່າວຕ້ອງມີຂະໜາດບໍ່ເກີນ 20 x 20 ຊັງຕີແມັດ.
ກໍລະນີແບບອຸດສາຫະກຳເປັນແບບສາມມິຕິ ຕ້ອງປະກອບມີຮູບພາບໂດຍລວມ ແລະ ຮູບພາບເພີ່ມຕື່ມອື່ນໆທີ່ຈຳເປັນ ເພື່ອສາມາດຈຳແນກລັກສະນະທີ່ແຕກຕ່າງກັນຂອງແບບອຸດສາຫະກຳ.
ຮູບແຕ້ມ, ຮູບຖ່າຍ ຫຼື ຮູບພາບ ຕ້ອງບໍ່ລວມເອົາວັດຖຸອື່ນທີ່ບໍ່ແມ່ນອົງປະກອບຂອງແບບອຸດສາຫະກຳ ຫຼື ພາກສ່ວນຂອງຜະລິດຕະພັນທີ່ບໍ່ກ່ຽວຂ້ອງກັບແບບອຸດສາຫະກຳ.
ຮູບແຕ້ມ, ຮູບຖ່າຍ ຫຼື ຮູບພາບ ຕ້ອງເຮັດໃນຮູບແບບເອເລັກໂຕຣນິກ ຫຼື ໃນຮູບແບບເຈ້ຍທີ່ມີຄຸນນະພາບບໍ່ເຫຼື້ອມ, ມີຄວາມລະອຽດ ແລະ ຊັດເຈນ ໂດຍສະແດງໃຫ້ເຫັນແບບອຸດສາຫະກຳຢ່າງຈະແຈ້ງ. ບັນດາເສັ້ນສາຍ ຫຼື ລວດລາຍ ຕ້ອງມີຄວາມຈະແຈ້ງ, ເຂັ້ມ ແລະ ມີຂະໜາດບໍ່ເກີນ 20 x 28 ຊັງຕີແມັດ ແລະ ບໍ່ໃຫ້ນ້ອຍກວ່າ 14 x 20 ຊັງຕີແມັດ ຕໍ່ໜຶ່ງຮູບ.
第ມາດຕາ 10条
第10条 简要说明
工业品外观设计的说明应当简要说明所有明确指明设计特有特征的组成部分,与已有工业品外观设计不同的新颖性,并与申请书所附的图纸、照片或图片相一致,并指明用于何种产品或商品;
如果该设计来源于作为传统的民间智慧或相关的本土文化表达,直接或实质上,必须披露或告知来源或相关的当地社区或民族;
作为装饰物的工业品外观设计,必须说明设计物体与被使用或附着于该物体本身的设计之间的关系,从而产生与原始设计不同的特殊外观形状;
作为成套产品或商品的工业品外观设计,必须清楚说明该成套产品或商品中每一件的特征。
ພາສາລາວ (老挝语原文)
ມາດຕາ 10 ບົດອະທິບາຍໂດຍສັງເຂບ
ບົດອະທິບາຍຂອງແບບອຸດສາຫະກຳ ຕ້ອງອະທິບາຍໃຫ້ເຫັນໂດຍສັງເຂບ ກ່ຽວກັບທຸກສ່ວນປະກອບທີ່ບົ່ງບອກເຖິງລັກສະນະສະເພາະຂອງການອອກແບບຢ່າງຊັດເຈນ, ຄວາມໃໝ່ທີ່ແຕກຕ່າງຈາກແບບອຸດສາຫະກຳທີ່ມີມາກ່ອນແລ້ວ ໂດຍສອດຄ່ອງກັບຮູບແຕ້ມ, ຮູບຖ່າຍ ຫຼື ຮູບພາບ ທີ່ຄັດຕິດໃນສຳນວນຄຳຮ້ອງ ແລະ ລະບຸ ກ່ຽວກັບການນຳໃຊ້ກັບຜະລິດຕະພັນ ຫຼື ເປັນສິນຄ້າໃດ;
ກໍລະນີ ແບບນັ້ນຫາກໄດ້ມາຈາກພູມປັນຍາພື້ນບ້ານອັນເປັນມູນເຊື້ອ ຫຼື ການສະແດງອອກທາງດ້ານວັດທະນະທຳທ້ອງຖິ່ນທີ່ກ່ຽວຂ້ອງ ໂດຍກົງ ຫຼື ຢ່າງຫຼວງຫຼາຍ ຕ້ອງໄດ້ເປີດເຜີຍ ຫຼື ແຈ້ງບອກແຫຼ່ງທີ່ມາ ຫຼື ຊຸມຊົນທ້ອງຖິ່ນ ຫຼື ຊົນເຜົ່າທີ່ກ່ຽວຂ້ອງ;
ແບບອຸດສາຫະກຳ ທີ່ເປັນສິ່ງປະດັບ ຕ້ອງອະທິບາຍໃຫ້ເຫັນຄວາມກ່ຽວຂ້ອງ ຂອງແບບວັດຖຸ ທີ່ນຳເອົາໄປໃຊ້ ຫຼື ເອົາແບບໄປຕິດໃສ່ຕົວຂອງວັດຖຸນັ້ນເອງ ຊຶ່ງເຮັດໃຫ້ເກີດມີຮູບຊົງພາຍນອກພິເສດທີ່ແຕກຕ່າງຈາກແບບເດີມ;
ແບບອຸດສາຫະກຳ ທີ່ເປັນຊຸດຜະລິດຕະພັນ ຫຼື ສິນຄ້າ, ຕ້ອງອະທິບາຍໃຫ້ເຫັນເຖິງລັກສະນະຂອງແຕ່ລະອັນຂອງຊຸດຜະລິດຕະພັນ ຫຼື ສິນຄ້ານັ້ນ ຢ່າງຊັດເຈນ.
第ມາດຕາ 11条
第11条 工业设计注册申请审查原则
工业设计注册申请的审查必须遵循知识产权法第28条规定的原则。在同一时期内提交的多份相同或类似工业设计的注册申请,应基于先申请原则进行审查,以优先权日为准(如有),且该申请符合条件。
如果知识产权局已完成申请审查程序,则应注册享有在先优先权日的申请,并发出通知拒绝享有在后优先权日的申请。如果享有在后优先权日的申请的审查先完成,且该申请符合注册条件,知识产权局必须暂停对该申请的审查,直至享有在先优先权日的申请的审查结束。
知识产权局不得就工业设计是否符合知识产权法及本协议的规定提供法律咨询或建议。
ພາສາລາວ (老挝语原文)
ມາດຕາ 11 ຫຼັກການພິຈາລະນາຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ
ການພິຈາລະນາຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ຕ້ອງປະຕິບັດຕາມຫຼັກການ ທີ່ກຳນົດໄວ້ໃນມາດຕາ 28 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ກໍລະນີ ການຍື່ນຄຳຮ້ອງຂໍການຈົດທະບຽນແບບອຸດສາຫະກຳ ຫຼາຍສະບັບ ພາຍໃນໄລຍະດຽວກັນ ທີ່ເປັນແບບອຸດສາຫະກຳດຽວກັນ ຫຼື ຄ້າຍຄືກັນນັ້ນ ໃຫ້ພິຈາລະນາບົນຫຼັກການຄຳຮ້ອງທີ່ຍື່ນກ່ອນ ໂດຍຖືເອົາວັນບຸລິມະສິດ ຖ້າມີ, ຊຶ່ງຄຳຮ້ອງຂໍດັ່ງກ່າວຄົບຖ້ວນຕາມເງື່ອນໄຂ.
ກໍລະນີ ກົມຊັບສິນທາງປັນຍາ ໄດ້ດຳເນີນຕາມຂັ້ນຕອນການພິຈາລະນາຄຳຮ້ອງແລ້ວ ໃຫ້ຈົດທະບຽນຄຳຮ້ອງທີ່ໄດ້ຮັບວັນບູລິມະສິດກ່ອນ, ພ້ອມທັງອອກບັງສີແຈ້ງປະຕິເສດ ຄຳຮ້ອງທີ່ໄດ້ຮັບວັນບູລິມະສິດຕາມຫຼັງ. ຖ້າຫາກການພິຈາລະນາຄຳຮ້ອງທີ່ໄດ້ຮັບວັນບູລິມະສິດຕາມຫຼັງນັ້ນ ຫາກສຳເລັດກ່ອນ ແລະ ຄຳຮ້ອງດັ່ງກ່າວ ມີເງື່ອນໄຂໃນການໄດ້ຮັບການຈົດທະບຽນ, ກົມຊັບສິນທາງປັນຍາ ຕ້ອງໂຈະການພິຈາລະນາຄຳຮ້ອງດັ່ງກ່າວນັ້ນ ໄວ້ກ່ອນ ຈົນກວ່າການພິຈາລະນາຄຳຮ້ອງທີ່ໄດ້ຮັບວັນບູລິມະສິດກ່ອນນັ້ນຈະສິ້ນສຸດລົງ.
ກົມຊັບສິນທາງປັນຍາ ຈະບໍ່ໃຫ້ຄຳປຶກສາທາງດ້ານກົດໝາຍ ແລະ ບໍ່ໃຫ້ຄຳແນະນຳ ກ່ຽວກັບຄວາມເປັນໄປໄດ້ວ່າແບບອຸດສາຫະກຳ ນັ້ນສອດຄ່ອງຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ຂໍ້ຕົກລົງສະບັບນີ້.
第ມາດຕາ 12条
第12条 初步审查
在收到工业设计注册申请后,知识产权局必须进行初步审查,检查申请是否完整、正确并符合《知识产权法》第32条以及本协议第7、8、9、10、11和12条规定的条件。
初步审查必须在收到申请文件之日起十天内完成。
如果申请文件不符合本协议第10条和第11条规定的条件,知识产权局必须在三个工作日内通知省、首都的工业与商业厅,以便通知工业设计注册申请人在十个工作日内(自通知发出之日起)提供文件或进行修改以符合条件。
如果工业设计注册申请人未能在规定期限内完成,知识产权局必须通知省、首都的工业与商业厅,以书面形式或通过电子方式通知申请人,告知其申请不予受理并视为放弃权利。
如果工业设计注册申请文件符合初步审查条件,知识产权局必须在官方知识产权公报上公布该申请。
ພາສາລາວ (老挝语原文)
ມາດຕາ 12 ການກວດສອບເບື້ອງຕົ້ນ
ພາຍຫຼັງໄດ້ຮັບຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳແລ້ວ ກົມຊັບສິນທາງບັນຍາ ຕ້ອງດຳເນີນການກວດສອບເບື້ອງຕົ້ນ ກ່ຽວກັບຄວາມຄົບຖ້ວນ, ຄວາມຖືກຕ້ອງ ແລະ ສອດຄ່ອງຕາມທີ່ກຳນົດໄວ້ໃນມາດຕາ 32 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ມາດຕາ 7, 8, 9, 10, 11 ແລະ 12 ຂອງຂໍ້ຕົກລົງສະບັບນີ້.
ການກວດສອບເບື້ອງຕົ້ນ ຕ້ອງໃຫ້ສຳເລັດ ພາຍໃນ ສິບວັນ ນັບແຕ່ວັນທີຮັບສຳນວນຄຳຮ້ອງເປັນຕົ້ນໄປ.
ຖ້າຫາກສຳນວນຄຳຮ້ອງ ບໍ່ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້ ໃນມາດຕາ 10 ແລະ 11 ຂອງຂໍ້ຕົກລົງສະບັບນີ້, ກົມຊັບສິນທາງບັນຍາ ຕ້ອງແຈ້ງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອແຈ້ງຕໍ່ໃຫ້ຜູ້ຮ້ອງຂໍຈົດທະບຽນແບບອຸດສາຫະກຳ ພາຍໃນ ສາມວັນ ລັດຖະການ, ເພື່ອສະໜອງເອກະສານ ຫຼື ດັດແກ້ ໃຫ້ໄດ້ຕາມເງື່ອນໄຂ ພາຍໃນ ສິບວັນລັດຖະການ ນັບແຕ່ວັນທີອອກແຈ້ງການເປັນຕົ້ນໄປ.
ຖ້າຫາກຜູ້ຮ້ອງຂໍຈົດທະບຽນແບບອຸດສາຫະກຳ ບໍ່ສາມາດປະຕິບັດ ພາຍໃນກຳນົດເວລາ, ກົມຊັບສິນທາງປັນຍາ ຕ້ອງແຈ້ງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອແຈ້ງເປັນລາຍລັກອັກສອນ ຫຼື ແຈ້ງຜ່ານທາງເອເລັກໂຕຣນິກ ໃຫ້ຜູ້ຍື່ນຄຳຮ້ອງຊາບວ່າຄຳຮ້ອງບໍ່ໄດ້ຮັບການພິຈາລະນາ ແລະ ຖືວ່າສະຫຼະສິດ.
ກໍລະນີ ເອກະສານຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມເງື່ອນໄຂການກວດສອບເບື້ອງຕົ້ນ, ກົມຊັບສິນທາງປັນຍາ ຕ້ອງເຜີຍແຜ່ຄຳຮ້ອງລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນທາງປັນຍາ.
本页展示前 12 条,全文共 33 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读