ຂໍ້ຕົກລົງວ່າດ້ວຍ ການວັດແທກໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ເປັນພະລັງງານ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ

关于原木、锯材、薪材、能源材计量及原木质量分级的决定

Decision on Measurement of Logs, Sawn Timber, Firewood, Energy Wood, and Quality Grading of Logs

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການວັດແທກ ແລະ ການຈັດຊັ້ນຄຸນນະພາບຂອງໄມ້ທ່ອນ ແລະ ໄມ້ແປຮູບ, ເນື້ອໃນຫຼັກກຳນົດວິທີການວັດແທກ, ການບັນທຶກຂໍ້ບົກພ່ອງ ແລະ ມາດຕະຖານການຈັດຊັ້ນສີ່ລະດັບຄື: ຊັ້ນກ, ຊັ້ນຂ, ຊັ້ນຄ ແລະ ຊັ້ນນອກ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການວັດແທກໄມ້ທ່ອນ, ຕໍ່ໄມ້, ປູດໄມ້, ໄມ້ເປັນພະລັງງານ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ

ການວັດແທກໄມ້ທ່ອນ, ຕໍ່ໄມ້, ປູດໄມ້, ໄມ້ເປັນພະລັງງານ ແມ່ນ ການຊອກຫາຂະໜາດຕ່າງໆ, ລວງຍາວ ຫຼື ລວງສູງ ເພື່ອຄິດໄລ່ບໍລິມາດຂອງໄມ້ທ່ອນ, ຕໍ່ໄມ້, ປູດໄມ້ ແລະ ໄມ້ເປັນພະລັງງານ ໂດຍໃຊ້ຫົວໜ່ວຍເປັນ ຊັງຕີແມັດ.

ການຈັດຊັ້ນຄຸນນະພາບໄມ້ທ່ອນ ແມ່ນ ການກຳນົດປະເພດໄມ້ທ່ອນ ທີ່ໄດ້ຜ່ານການວັດແທກ ແລະ ເກັບກຳລັກສະນະປະເພດຕ່າງໆຂອງໄມ້ທ່ອນ ເພື່ອຈັດຊັ້ນຄຸນນະພາບ ຊຶ່ງປະກອບດ້ວຍປະເພດ ກ, ຂ, ຄ ແລະ ນອກປະເພດ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

ມາດຕາ ມາດຕາ 3

ມາດຕາ 3
1. ໄມ້ທ່ອນ ໝາຍເຖິງ ໄມ້ທີ່ຖືກບັນທ່ອນຈາກຕົ້ນໄມ້ທີ່ໄດ້ຕັດຟັນ ຊຶ່ງມີຂະໜາດຫ້າຕ້າງ ແລະ ລວງຍາວແຕກຕ່າງກັນ ໂດຍມີລວງຍາວ ຫົກ ແມັດ ຂຶ້ນໄປ ແລະ ຫ້າຕ້າງ ສິບແປດ ຊັງຕີແມັດ ຂຶ້ນໄປ;
2. ຕໍ່ໄມ້ ໝາຍເຖິງ ສ່ວນທີ່ເຫຼືອຂອງລຳຕົ້ນ ຊຶ່ງຕິດກັບຮາກ ແລະ ລວມເອົາທັງລະບົບຮາກທີ່ປະຄ້າງໄວ້ພາຍຫຼັງທີ່ຕັດເອົາລຳຕົ້ນແລ້ວ. ໃນກໍລະນີຕໍ່ໄມ້ບໍ່ມີລະບົບຮາກທີ່ຕິດຢູ່ນັ້ນ ຖືວ່າເປັນໄມ້ທ່ອນ, ລວງຍາວຂອງໄມ້ທ່ອນຕິດກັບຕໍ່ບໍ່ໃຫ້ເກີນ ໜຶ່ງຮ້ອຍສາມສິບ ຊັງຕີແມັດ ຊຶ່ງເລີ່ມແຕ່ຈຸດແບ່ງຮາກສູງສຸດ;
3. ປູດໄມ້ ໝາຍເຖິງ ເນື້ອໄມ້ ທີ່ຈະເລີນເຕີບໂຕຜິດປົກກະຕິ ໂດຍທຳມະຊາດ ຊຶ່ງມີຮູບຮ່າງລັກສະນະເປັນປູດ ຫຼື ເປັນໂນນ ຕິດກັບລຳຕົ້ນ;
4. ໄມ້ເປັນພະລັງງານ ໝາຍເຖິງ ໄມ້ທີ່ນຳໃຊ້ເປັນວັດຖຸເຊື້ອໄຟ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 17 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ