关于原木、锯材、薪材、能源材计量及原木质量分级的决定
ຂໍ້ຕົກລົງວ່າດ້ວຍ ການວັດແທກໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ເປັນພະລັງງານ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ
Decision on Measurement of Logs, Sawn Timber, Firewood, Energy Wood, and Quality Grading of Logs
简介
该法规调整原木、锯材等木材的测量与质量分级,核心内容为规定测量方法、缺陷记录及甲、乙、丙、等外四级分类标准。
Summary
This regulation governs the measurement and quality grading of logs, sawn timber, and other wood, specifying measurement methods, defect recording, and four classification grades: A, B, C, and substandard.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການວັດແທກ ແລະ ການຈັດຊັ້ນຄຸນນະພາບຂອງໄມ້ທ່ອນ ແລະ ໄມ້ແປຮູບ, ເນື້ອໃນຫຼັກກຳນົດວິທີການວັດແທກ, ການບັນທຶກຂໍ້ບົກພ່ອງ ແລະ ມາດຕະຖານການຈັດຊັ້ນສີ່ລະດັບຄື: ຊັ້ນກ, ຊັ້ນຂ, ຊັ້ນຄ ແລະ ຊັ້ນນອກ.
条文
第ມາດຕາ 1条
第2条 原木、锯材、竹材、能源材的测量和原木质量分级
原木、锯材、竹材、能源材的测量是指寻找其各种尺寸、长度或高度,以计算原木、锯材、竹材和能源材的体积,使用厘米为单位。
原木质量分级是指对经过测量和收集各种原木特征的原木进行类型确定,以进行质量分级,包括甲、乙、丙级和等外级。
ພາສາລາວ (老挝语原文)
ມາດຕາ 2 ການວັດແທກໄມ້ທ່ອນ, ຕໍ່ໄມ້, ປູດໄມ້, ໄມ້ເປັນພະລັງງານ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ
ການວັດແທກໄມ້ທ່ອນ, ຕໍ່ໄມ້, ປູດໄມ້, ໄມ້ເປັນພະລັງງານ ແມ່ນ ການຊອກຫາຂະໜາດຕ່າງໆ, ລວງຍາວ ຫຼື ລວງສູງ ເພື່ອຄິດໄລ່ບໍລິມາດຂອງໄມ້ທ່ອນ, ຕໍ່ໄມ້, ປູດໄມ້ ແລະ ໄມ້ເປັນພະລັງງານ ໂດຍໃຊ້ຫົວໜ່ວຍເປັນ ຊັງຕີແມັດ.
ການຈັດຊັ້ນຄຸນນະພາບໄມ້ທ່ອນ ແມ່ນ ການກຳນົດປະເພດໄມ້ທ່ອນ ທີ່ໄດ້ຜ່ານການວັດແທກ ແລະ ເກັບກຳລັກສະນະປະເພດຕ່າງໆຂອງໄມ້ທ່ອນ ເພື່ອຈັດຊັ້ນຄຸນນະພາບ ຊຶ່ງປະກອບດ້ວຍປະເພດ ກ, ຂ, ຄ ແລະ ນອກປະເພດ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
第ມາດຕາ 3条
第3条
1. 原木是指从砍伐的树木上截取的木材,其尺寸为直径五拃以上,长度各不相同,长度为六米以上,且直径十八厘米以上;
2. 树桩是指树干剩余部分,与根部相连,并包括砍伐树干后残留的整个根系。如果树桩没有附着的根系,则视为原木,与原木相连的树桩长度不得超过一百三十厘米,从最高分根点开始计算;
3. 树瘤是指木材自然生长异常的部分,形状呈瘤状或疙瘩状,附着在树干上;
4. 能源木材是指用作燃料的木材。
ພາສາລາວ (老挝语原文)
ມາດຕາ 3
1. ໄມ້ທ່ອນ ໝາຍເຖິງ ໄມ້ທີ່ຖືກບັນທ່ອນຈາກຕົ້ນໄມ້ທີ່ໄດ້ຕັດຟັນ ຊຶ່ງມີຂະໜາດຫ້າຕ້າງ ແລະ ລວງຍາວແຕກຕ່າງກັນ ໂດຍມີລວງຍາວ ຫົກ ແມັດ ຂຶ້ນໄປ ແລະ ຫ້າຕ້າງ ສິບແປດ ຊັງຕີແມັດ ຂຶ້ນໄປ;
2. ຕໍ່ໄມ້ ໝາຍເຖິງ ສ່ວນທີ່ເຫຼືອຂອງລຳຕົ້ນ ຊຶ່ງຕິດກັບຮາກ ແລະ ລວມເອົາທັງລະບົບຮາກທີ່ປະຄ້າງໄວ້ພາຍຫຼັງທີ່ຕັດເອົາລຳຕົ້ນແລ້ວ. ໃນກໍລະນີຕໍ່ໄມ້ບໍ່ມີລະບົບຮາກທີ່ຕິດຢູ່ນັ້ນ ຖືວ່າເປັນໄມ້ທ່ອນ, ລວງຍາວຂອງໄມ້ທ່ອນຕິດກັບຕໍ່ບໍ່ໃຫ້ເກີນ ໜຶ່ງຮ້ອຍສາມສິບ ຊັງຕີແມັດ ຊຶ່ງເລີ່ມແຕ່ຈຸດແບ່ງຮາກສູງສຸດ;
3. ປູດໄມ້ ໝາຍເຖິງ ເນື້ອໄມ້ ທີ່ຈະເລີນເຕີບໂຕຜິດປົກກະຕິ ໂດຍທຳມະຊາດ ຊຶ່ງມີຮູບຮ່າງລັກສະນະເປັນປູດ ຫຼື ເປັນໂນນ ຕິດກັບລຳຕົ້ນ;
4. ໄມ້ເປັນພະລັງງານ ໝາຍເຖິງ ໄມ້ທີ່ນຳໃຊ້ເປັນວັດຖຸເຊື້ອໄຟ.
第ມາດຕາ 4条
第4条 原木的测量、缺陷记录和等级分类
原木的测量、缺陷记录和等级分类包括以下步骤:
ພາສາລາວ (老挝语原文)
ມາດຕາ 4 ການວັດແທກ, ເກັບກຳຕຳໜິ ແລະ ຈັດຊັ້ນຄຸນນະພາບໄມ້ທ່ອນ
ການວັດແທກ, ເກັບກຳຕຳໜິ ແລະ ຈັດຊັ້ນຄຸນນະພາບໄມ້ທ່ອນ ປະກອບດ້ວຍຂັ້ນຕອນ ດັ່ງນີ້:
第ມາດຕາ 5条
第5条 五面测量
每次测量原木的五面,应在两端测量,每端测量两点,通过木材中心点,并清晰标记每个测量点,使用厘米为单位的测量工具,然后取平均值。测量生材原木的五面时,应连树皮一起测量。对于枯木,不应测量已脱落的腐朽树皮,按照以下形式和计算公式:
> 原木五面测量形式:
如果原木有节子,应根据两端节子数量多次测量,通过五面中心点,然后取平均值,按照以下形式和计算公式:
> 有节子原木的测量形式:
- 计算公式:
如果无法测量五面,允许在木材中点测量周长(86)。
ພາສາລາວ (老挝语原文)
ມາດຕາ 5 ການວັດແທກຫ້າຕ້າງ
ການວັດແທກຫ້າຕ້າງໄມ້ທ່ອນທຸກຄັ້ງ ແມ່ນໃຫ້ແທກສອງສົ້ນ ແລະ ແຕ່ລະສົ້ນໃຫ້ແທກສອງຈຸດ ໂດຍຜ່ານຈຸດໃຈກາງຂອງຫ້າໄມ້ ພ້ອມທັງໝາຍຈຸດວັດແທກແຕ່ລະຈຸດໃຫ້ຈະແຈ້ງ ໂດຍໃຊ້ຫົວໜ່ວຍວັດແທກເປັນ ຊັງຕີແມັດ ແລ້ວມາສະເລ່ຍ. ການວັດແທກຫ້າຕ້າງໄມ້ທ່ອນດິບ ແມ່ນໃຫ້ແທກເອົາທັງມອກ. ສຳລັບໄມ້ຕາຍ ແມ່ນບໍ່ໃຫ້ແທກເອົາມອກທີ່ໂດກເນົ່າ ຕາມຮູບແບບ ແລະ ສູດຄິດໄລ່ ດັ່ງນີ້:
> ຮູບແບບວັດແທກຫ້າຕ້າງໄມ້ທ່ອນ:
ກໍລະນີໄມ້ທ່ອນມີພຶງ ແມ່ນໃຫ້ວັດແທກຫຼາຍຄັ້ງຕາມຈຳນວນພຶງຂອງທັງສອງສົ້ນ ໂດຍໃຫ້ຜ່ານຈຸດໃຈກາງຂອງຫ້າຕ້າງໄມ້ ແລ້ວເອົາມາສະເລ່ຍ ຕາມຮູບແບບ ແລະ ສູດຄິດໄລ່ ດັ່ງນີ້:
> ຮູບແບບການວັດແທກໄມ້ທ່ອນມີພຶງ:
- ສູດຄິດໄລ່:
ກໍລະນີທີ່ບໍ່ສາມາດວັດແທກຫ້າຕ້າງໄດ້ ແມ່ນອະນຸຍາດໃຫ້ແທກລວງຮອບ (86) ຢູ່ຈຸດກາງທ່ອນໄມ້.
第ມາດຕາ 6条
第6条 长度测量
原木的长度测量,以米尺的刻度为厘米,必须拉紧米尺从原木的根部到梢部。对于列入表I的原木,允许扣除不超过五厘米,对于表II和表III的原木,允许扣除不超过十厘米。例如:记录表I中原木的长度为三百零五厘米,则记录为三百厘米;记录表II和表III中原木的长度为四百一十厘米,则记录为四百厘米。弯曲原木的长度测量,应拉紧米尺从原木的根部到梢部。如果原木的端部切割不平整或斜切,则测量最短处,如下图所示:
1. 两端切割不平整的原木测量:
测量点根部 测量点梢部
2. 一端切割不平整的原木测量:
测量点根部 测量点梢部
ພາສາລາວ (老挝语原文)
ມາດຕາ 6 ການວັດແທກລວງຍາວ
ການວັດແທກລວງຍາວຂອງໄມ້ທ່ອນ ໃຫ້ຖືເອົາຫົວແມັດເປັນ ຊັງຕີແມັດ, ຕ້ອງດຶງໄມ້ແມັດໃຫ້ເຄັ້ງ ແຕ່ສົ້ນກົກຫາສົ້ນປາຍຂອງໄມ້ທ່ອນ. ສຳລັບໄມ້ທ່ອນນອນໃນບັນຊີ I ໃຫ້ລົບອອກບໍ່ເກີນ ຫ້າ ຊັງຕີແມັດ, ສ່ວນໄມ້ບັນຊີ II ແລະ ບັນຊີ III ບໍ່ໃຫ້ເກີນ ສິບ ຊັງຕີແມັດ ເຊັ່ນ: ການບັນທຶກລວງຍາວ ຂອງໄມ້ບັນຊີ I ທີ່ມີລວງຍາວ ສາມຮ້ອຍຫ້າ ຊັງຕີແມັດ ໃຫ້ບັນທຶກເອົາ ສາມຮ້ອຍ ຊັງຕີແມັດ ແລະ ການບັນທຶກລວງຍາວຂອງໄມ້ ບັນຊີ II ແລະ III ທີ່ມີລວງຍາວ ສີ່ຮ້ອຍສິບ ຊັງຕີແມັດ ໃຫ້ບັນທຶກເອົາ ສີ່ຮ້ອຍ ຊັງຕີແມັດ.
ການວັດແທກລວງຍາວຂອງໄມ້ຄົດ ແມ່ນ ໃຫ້ດຶງໄມ້ແມັດ ແຕ່ສົ້ນກົກຫາສົ້ນປາຍຂອງໄມ້ທ່ອນ. ໃນກໍລະນີໄມ້ທ່ອນຕັດສົ້ນບໍ່ພຽງ ຫຼື ເຈີ້ຍ ແມ່ນໃຫ້ແທກເອົາບ່ອນສັ້ນສຸດ ດັ່ງຮູບລຸ່ມນີ້:
1. ການວັດແທກໄມ້ທ່ອນຕັດ ສອງສົ້ນບໍ່ພຽງ:
ຈຸດວັດແທກສົ້ນກົກ ຈຸດວັດແທກສົ້ນປາຍ
2. ການວັດແທກໄມ້ທ່ອນຕັດຫືຶ່ງສົ້ນບໍ່ພຽງ:
ຈຸດວັດແທກສົ້ນກົກ ຈຸດວັດແທກສົ້ນປາຍ
第ມາດຕາ 7条
第7条 原木材积计算
原木材积的计算,以立方米(m³)为单位,并保留小数点后三位数字,按照以下公式计算:
情况一:测量直径时,使用公式1
材积 = (π × 直径² / 4) × 原木长度
其中 π ≈ 3.14
情况二:测量周长时,使用公式2
材积 = (周长² / (4π)) × 原木长度
其中 1/(4π) ≈ 0.0796
ພາສາລາວ (老挝语原文)
ມາດຕາ 7 ການຄິດໄລ່ບໍລິມາດໄມ້ທ່ອນ
ການຄິດໄລ່ບໍລິມາດໄມ້ທ່ອນ ໃຫ້ຖືເອົາຫົວໜ່ວຍເປັນ ແມັດກ້ອນ (ມ³) ແລະ ເລກເສດຫຼັງຈຸດ ສາມໂຕ ຕາມສູດຄິດໄລ່ ດັ່ງນີ້:
ກໍລະນີວັດແທກຫ້າຕ້າງ ໃຫ້ໃຊ້ສູດຄິດໄລ່ທີ 1
ບໍລິມາດໄມ້ = (π × (ຫ້າຕ້າງ)² / 4) × ລວງຍາວໄມ້ທ່ອນ
ເມື່ອ π ≈ 3.14
ກໍລະນີວັດແທກລວງຮອບ ໃຫ້ໃຊ້ສູດຄິດໄລ່ທີ 2
ບໍລິມາດໄມ້ = (ລວງຮອບ² / (4π)) × ລວງຍາວໄມ້ທ່ອນ
ເມື່ອ 1/(4π) ≈ 0.0796
第ມາດຕາ 8条
第10条 测量和计算体积 有树洞或心腐的原木
测量树洞的长度,必须用铁条或木条插入树洞直至尽头,然后拔出铁条或木条,再用卷尺测量该铁条或木条的长度。对于树洞的宽度,应测量树洞腐烂处的五个截面,并通过树洞中心测量两点,使用以厘米为单位的卷尺测量,如下:
1. 有树洞或心腐的原木:
木材示意图
树洞或心腐的五个截面!树洞或心腐的长度
2. 若树洞贯通,则长度直接取该原木的长度。
木材示意图
ພາສາລາວ (老挝语原文)
ມາດຕາ 10 ການວັດແທກ ແລະ ການຄິດໄລ່ບໍລິມາດ ໄມ້ທ່ອນມີໂກນ ຫຼື ໃຈເນົ່າ
ການວັດແທກລວງຍາວຂອງໂກນ ຕ້ອງໃຊ້ເຫຼັກ ຫຼື ໄມ້ແທງເຂົ້າໄປຕາມຮູຂອງໂກນຈົນສຸດແລ້ວດຶງເຫຼັກ ຫຼື ໄມ້ອອກມາ ຈຶ່ງໃຊ້ແມັດແທກ ຕາມລວງຍາວຂອງເຫຼັກ ຫຼື ໄມ້ນັ້ນ. ສຳລັບຄວາມກວ້າງຂອງໂກນແມ່ນໃຫ້ແທກເອົາຫ້າຕັດຂອງໂກນໄມ້ ທີ່ໂດກເນົ່າ ແລະ ໃຫ້ແທກສອງຈຸດ ຜ່ານຈຸດໃຈກາງຂອງໂກນ ໂດຍໃຊ້ຫົວຫ່ວຍວັດແທກເປັນ ຊັງຕີແມັດ ດັ່ງນີ້:
1. ໄມ້ທ່ອນໂກນ ຫຼື ໃຈເນົ່າ:
ຮູບໄມ້
ຜ ຫ້າຕັດຂອງໂກນ ຫຼື ໃຈເນົ່າ ! ລວງຍາວຂອງໂກນ ຫຼື ໃຈເນົ່າ
2. ກໍລະນີ ໂກນຊອດ ໃຫ້ກຳນົດລວງຍາວເທົ່າກັບລວງຍາວຂອງໄມ້ທ່ອນນັ້ນເລີຍ.
ຮູບໄມ້
第ມາດຕາ 9条
第9条 计算空心或腐心原木的体积
计算空心或腐心原木的体积,应当用原木的总体积减去空心的体积,使用公式如下:
空心体积 = (π × 空心或腐心的长度 × 空心或腐心的直径) / 4
ພາສາລາວ (老挝语原文)
ມາດຕາ 9 ການຄິດໄລ່ບໍລິມາດໄມ້ທ່ອນໂກນ ຫຼື ໃຈເນົ່າ
ການຄິດໄລ່ບໍລິມາດໄມ້ທ່ອນໂກນ ຫຼື ໃຈເນົ່າ ແມ່ນໃຫ້ເອົາບໍລິມາດທັງໝົດຂອງໄມ້ທ່ອນ ລົບດ້ວຍບໍລິມາດຂອງໂກນ ໂດຍນຳໃຊ້ສູດ ດັ່ງນີ້:
ບໍລິມາດຂອງໂກນ = (π × ລວງຍາວຂອງໂກນ ຫຼື ໃຈເນົ່າ × ຫຼ້າຕ້າງຂອງໂກນ ຫຼື ໃຈເນົ່າ) / 4
第ມາດຕາ 10条
第13条 确定各类缺陷以进行原木质量分级
在按照本协议第12条的规定获得测量数据和收集原木缺陷后,将所有信息记录在原木质量分级表中如下:
原木质量分级表
等级 | 缺陷 | 原木长度 | 缺陷数量 | 缺陷宽度或深度 | 缺陷长度
甲 | 无 | - | - | - | -
乙 | 腐朽或心腐 | 2米 | 2 | 直径的1/4 | 长度的1/3
丙 | 节子 | 1-2米 | 3 | 直径的1/3 | 长度的1/2
丁 | 裂纹 | 1-2米 | 2 | 直径的1/4 | 长度的1/3
戊 | 虫眼 | 1-2米 | 3 | 直径的1/3 | 长度的1/2
己 | 腐朽或心腐 | 1-2米 | 4 | 直径的1/2 | 长度的2/3
如果缺陷不在甲、乙、丙等级中,则将该原木列为等外材;如果原木没有任何缺陷,则列为甲级。
ພາສາລາວ (老挝语原文)
ມາດຕາ 13 ການກຳນົດຕຳໜິປະເພດຕ່າງໆ ເພື່ອການຈັດຊັ້ນຄຸນນະພາບໄມ້ທ່ອນ
ພາຍຫຼັງໄດ້ຂໍ້ມູນການວັດແທກ ແລະ ເກັບກຳຕຳໜິຂອງໄມ້ທ່ອນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12 ຂອງຂໍຕົກລົງສະບັບນີ້ ແລ້ວ ໃຫ້ບັນທຶກຂໍ້ມູນທັງໝົດໃນຕາຕະລາງຈັດຊັ້ນຄຸນນະພາບໄມ້ທ່ອນ ດັ່ງນີ້:
ຕາຕະລາງຈັດຊັ້ນຄຸນນະພາບໄມ້ທ່ອນ
ປະເພດ | ຕຳໜິ | ຄວາມຍາວຂອງໄມ້ທ່ອນ | ຈຳນວນຕຳໜິ | ຄວາມກວ້າງ ຫຼື ຄວາມເລິກຂອງຕຳໜິ | ຄວາມຍາວຂອງຕຳໜິ
ກ | ບໍ່ມີ | - | - | - | -
ຂ | ໂກນ ຫຼື ໃຈເນົ່າ | 2 ມ | 2 | 1/4 ຂອງເສັ້ນຜ່າສູນກາງ | 1/3 ຂອງຄວາມຍາວ
ຄ | ຫາກທີ່ໂກນ | 1-2 ມ | 3 | 1/3 ຂອງເສັ້ນຜ່າສູນກາງ | 1/2 ຂອງຄວາມຍາວ
ງ | ຮອຍແຕກ | 1-2 ມ | 2 | 1/4 ຂອງເສັ້ນຜ່າສູນກາງ | 1/3 ຂອງຄວາມຍາວ
ຈ | ຮູ | 1-2 ມ | 3 | 1/3 ຂອງເສັ້ນຜ່າສູນກາງ | 1/2 ຂອງຄວາມຍາວ
ຊ | ໂກນ ຫຼື ໃຈເນົ່າ | 1-2 ມ | 4 | 1/2 ຂອງເສັ້ນຜ່າສູນກາງ | 2/3 ຂອງຄວາມຍາວ
ໃນກໍລະນີຕຳໜິບໍ່ມີຢູ່ໃນປະເພດ ກ, ຂ ແລະ ຄ ແມ່ນໃຫ້ຈັດໄມ້ທ່ອນນັ້ນ ເປັນນອກປະເພດ ແລະ ຖ້າໄມ້ທ່ອນບໍ່ມີຕຳໜິຫຍັງ ແມ່ນຈັດຢູ່ໃນປະເພດ ກ.
第ມາດຕາ 11条
第11条
原木质量分级
原木质量分级依据对原木缺陷的记录,这些缺陷的数量和类型根据原木测量和质量分级表格有所不同,通过计算各缺陷的平均值,与质量分级表中规定的数值进行比较,作为每种情况下原木分类的依据。
原木测量和质量分级表格见附件1。
ພາສາລາວ (老挝语原文)
ມາດຕາ 11
ການຈັດຊັ້ນຄຸນນະພາບໄມ້ທ່ອນ
ການຈັດຊັ້ນຄຸນນະພາບໄມ້ທ່ອນ ແມ່ນອີງໃສ່ການບັນທຶກບັນດາຕຳຫິໄມ້ທ່ອນ ຊຶ່ງມີຈຳນວນ ແລະ ປະເພດຕຳຫິແຕກຕ່າງກັນຕາມແບບພິມວັດແທກ ແລະ ຈັດຊັ້ນຄຸນນະພາບໄມ້ທ່ອນ ໂດຍຄິດໄລ່ຄ່າສະເລ່ຍຂອງບັນດາຕຳຫິ ມາສົມທຽບໃສ່ຄ່າທີ່ໄດ້ກຳນົດໄວ້ໃນຕາຕະລາງຈັດຊັ້ນຄຸນນະພາບໄມ້ທ່ອນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດແບ່ງປະເພດໄມ້ທ່ອນ ຕາມແຕ່ລະກໍລະນີ.
ສຳລັບແບບພິມ ການວັດແທກ ແລະ ຈັດຊັ້ນຄຸນນະພາບໄມ້ທ່ອນ ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ 1.
第ມາດຕາ 12条
第12条 确定木桩的尺寸
木桩的尺寸,以木桩的高度(树干)计算,最高不得超过一百三十厘米(一米三十)。如果超过,则视为原木,并按照原木计算各种税费如下:
ພາສາລາວ (老挝语原文)
ມາດຕາ 12 ການກຳນົດຂະໜາດຂອງຕໍ່ໄມ້
ຂະໜາດຂອງຕໍ່ໄມ້ ແມ່ນໃຫ້ນັບແຕ່ລວງສູງຂອງຕໍ່ໄມ້ (ຕົ້ນ) ສູງສຸດບໍ່ໃຫ້ເກີນ ໜຶ່ງຮ້ອຍສາມສິບ ຊັງຕີແມັດ (ໜຶ່ງແມັດສາມສິບ) ຖ້າຫາກເກີນນັ້ນໄປ ໃຫ້ຖືວ່າເປັນໄມ້ທ່ອນ ແລະ ໃຫ້ຄິດໄລ່ ພາສີ ພັນທະຕ່າງໆ ຄືກັນກັບໄມ້ທ່ອນ ດັ່ງນີ້:
本页展示前 12 条,全文共 17 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读