关于万象市垃圾管理与处置的决定

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອຍ ໃນນະຄອນຫຼວງວຽງຈັນ

Decision on Waste Management and Disposal in Vientiane City

简介

该法规调整万象市垃圾管理与处置活动,核心内容为明确废物分类、管理原则、政策鼓励及国际合作,要求采用现代技术并确保服务公平透明。

Summary

This regulation governs waste management and disposal activities in Vientiane, focusing on waste classification, management principles, policy incentives, and international cooperation, requiring modern technology and ensuring fair and transparent services.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການຄຸ້ມຄອງ ແລະ ກຳຈັດສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ, ເນັ້ນໃສ່ການຈຳແນກປະເພດສິ່ງເສດເຫຼືອ, ຫຼັກການຄຸ້ມຄອງ, ນະໂຍບາຍສົ່ງເສີມ ແລະ ການຮ່ວມມືສາກົນ, ຮຽກຮ້ອງໃຫ້ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ຮັບປະກັນການບໍລິການທີ່ຍຸຕິທຳ ແລະ ໂປ່ງໃສ.

条文

第ມາດຕາ 1条

第2条 定义

废物管理是指为执行有关废物控制和管理的措施而进行的工作原则,从分类、储存、转运和运输开始,包括废物利用和通过各种方法处置废物,同时考虑经济、美观、健康和环境保​​护的最大利益。

废物处置是指在符合技术标准、卫生原则、确保自然环境和社会的控制下,处置或销毁废物的方法或过程。

ພາສາລາວ (老挝语原文)

ມາດຕາ 2 ນິຍາມ

ການຄຸ້ມຄອງຂີ້ເຫຍື້ອ ແມ່ນຫຼັກການໃນການດຳເນີນວຽກງານ ເພື່ອປະຕິບັດມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ທີ່ກ່ຽວຂ້ອງກັບການຄວບຄຸມ ແລະ ຈັດການຂີ້ເຫຍື້ອ, ໂດຍເລີ່ມຈາກການຄັດແຍກ, ການເກັບມ້ຽນ, ຄ່ຽນຖ່າຍ ແລະ ການຂົນສົ່ງ, ລວມເຖິງການແປຮູບ ເພື່ອການໃຊ້ປະໂຫຍດຈາກຂີ້ເຫຍື້ອ ແລະ ການກຳຈັດຂີ້ເຫຍື້ອ ດ້ວຍວິທີການຕ່າງໆ ໂດຍຄຳນຶງເຖິງປະໂຫຍດສູງສຸດ ໃນທາງເສດຖະກິດ, ທັດສະນິຍະພາບ, ສຸຂະພາບ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ການກຳຈັດຂີ້ເຫຍື້ອ ແມ່ນວິທີການ, ຂະບວນການ ໃນການກຳຈັດ ຫຼື ທຳລາຍຂີ້ເຫຍື້ອ ພາຍໃຕ້ການຄວບຄຸມທີ່ຖືກຕ້ອງສອດຄ່ອງ ຕາມມາດຕະຖານເຕັກນິກ ຖືກຫຼັກສຸຂະນາໄມ ຮັບປະກັນຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ.

第ມາດຕາ 2条

第2条 关于管理和清除垃圾的政策
1. 万象首都鼓励、促进管理和清除垃圾工作的发展,通过颁布法规、提供便利和培养人员,使其运作高效、有效、扩大和现代化;
2. 万象首都鼓励、促进并为国内外个人、法人或组织创造条件,参与研究应用现代科学技术于管理和清除垃圾。

ພາສາລາວ (老挝语原文)

ມາດຕາ 2 ນະໂຍບາຍກ່ຽວກັບການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ
1. ນະຄອນຫຼວງວຽງຈັນ ຊຸກຍູ້, ສົ່ງເສີມການພັດທະນາວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ດ້ວຍການອອກນິຕິກຳ, ອຳນວຍຄວາມສະດວກ ແລະ ບຳລຸງບຸກຄະລາກອນ ໃນການເຄື່ອນໄຫວໃຫ້ມີປະສິດທິພາບ, ປະສິດທິຜົນ ຂະຫຍາຍຕົວ ແລະ ຫັນສະໄໝ;
2. ນະຄອນຫຼວງວຽງຈັນ ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການຄົ້ນຄວ້າ ນຳໃຊ້ວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ.

第ມາດຕາ 3条

第5条 关于管理和清除垃圾的原则

1. 必须符合万象市各时期的方针政策、法律、法规、经济社会发展计划、战略规划和可持续垃圾管理计划;

2. 确保社会服务全面覆盖,在垃圾作业经营者和垃圾服务使用者之间的权利、义务和利益之间保持平衡、透明、专业和可核查;

3. 采用现代技术进行垃圾管理和清除。

ພາສາລາວ (老挝语原文)

ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ

1. ຕ້ອງສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ນິຕິກຳໃຕ້ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດ ແລະ ແຜນງານຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ ຂອງນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ;

2. ຮັບປະກັນການບໍລິການຮັບໃຊ້ສັງຄົມຢ່າງທົ່ວເຖິງ, ມີຄວາມກົມກຽວລະຫວ່າງສິດ, ພັນທະ, ຜົນປະໂຫຍດຂອງຜູ້ປະກອບການກ່ຽວກັບວຽກຂີ້ເຫຍື້ອ ແລະ ຜູ້ຊົມໃຊ້ການບໍລິການຂີ້ເຫຍື້ອ ໃຫ້ມີຄວາມໂປ່ງໃສ, ມືອາຊີບ ແລະ ກວດສອບໄດ້;

3. ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ.

第ມາດຕາ 4条

第4条 适用范围
本协议适用于在万象首都生活、活动、生产、管理和处置废物的个人、法人、国内和国外组织。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຜະລິດ, ຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ.

第ມາດຕາ 5条

第5条 国际合作
万象市促进国内外在管理和清除垃圾方面的合作关系,通过交流经验、科学技术信息、人才培养,以提升万象市管理和清除垃圾工作的水平,达到标准、现代化和可持续。

ພາສາລາວ (老挝语原文)

ມາດຕາ 5 ການຮ່ວມມືສາກົນ
ນະຄອນຫຼວງວຽງຈັນ ສົ່ງເສີມການພົວພັນຮ່ວມມືພາຍໃນ ແລະ ຕ່າງປະເທດ ໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານວິທະຍາສາດ ເຕັກໂນໂລຊີ, ການສ້າງບຸກຄະລາກອນ ເພື່ອການພັດທະນາຍົກລະດັບ ວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ໃຫ້ໄດ້ມາດຕະຖານ ທັນສະໄໝ ແລະ ມີຄວາມຍືນຍົງ.

第ມາດຕາ 6条

第6条 废物种类
废物种类包括如下:
1. 一般废物,有:
- 湿废物
- 干废物
- 可回收废物
2. 特殊废物,有:
- 感染性废物
- 危险废物
- 放射性废物
- 电子废物
- 建筑废物

ພາສາລາວ (老挝语原文)

ມາດຕາ 6 ປະເພດຂີ້ເຫຍື້ອ
ປະເພດຂອງຂີ້ເຫຍື້ອ ປະກອບມີດັ່ງນີ້:
1. ຂີ້ເຫຍື້ອທົ່ວໄປ ມີຄື:
- ຂີ້ເຫຍື້ອປຽກ
- ຂີ້ເຫຍື້ອແຫ້ງ
- ຂີ້ເຫຍື້ອສາມາດນຳໃຊ້ຄືນໄດ້
2. ຂີ້ເຫຍື້ອພິເສດ ມີຄື:
- ຂີ້ເຫຍື້ອຕິດເຊື້ອ
- ຂີ້ເຫຍື້ອອັນຕະລາຍ
- ຂີ້ເຫຍື້ອກຳມັນຕະພາບລັງສີ
- ຂີ້ເຫຍື້ອອີເລັກໂທຣນິກ
- ຂີ້ເຫຍື້ອຈາກການກໍ່ສ້າງ

第ມາດຕາ 7条

第7条 管理和处置垃圾的标准

湿垃圾:在站点收集垃圾,绿色垃圾桶,收集车,工厂,分类,混合垃圾,专用,绿色袋子,堆肥(窄巷情况)。

干垃圾:村庄/点,在站点收集垃圾,分类,蓝色垃圾桶/蓝色袋子,混合垃圾,压缩车,整理垃圾(窄巷情况)。

可回收垃圾:村庄/点,在站点收集垃圾,黄色垃圾桶/黄色袋子,收集车,分类,混合垃圾,回收厂(窄巷情况)。

感染性垃圾:分类,红色垃圾桶/红色袋子,感染性垃圾,收集车,感染性垃圾专用,医院专用,焚烧炉(填埋)。

危险垃圾:分类,黑色垃圾桶/黑色袋子,混合垃圾收集点,收集车,危险垃圾,焚烧炉(用特殊方法覆盖填埋)。

放射性垃圾:分类,专用容器,专用垃圾收集点,专用收集车,垃圾场(用特殊方法覆盖填埋)。

电子垃圾:分类,专用容器,专用垃圾收集点,专用收集车,分类和转化中心,回收材料,垃圾场(用特殊方法处理)。

建筑垃圾:分类,大型垃圾桶/堆,源头,自卸车,暂存,垃圾场。

ພາສາລາວ (老挝语原文)

ມາດຕາ 7 ມາດຕະຖານໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ

ຂີ້ເຫຍື້ອປຽກ: ເກັບຂີ້ເຫຍື້ອທີ່ສະຖານີ, ຖັງສີຂຽວ, ລົດເກັບ, ໂຮງງານ, ຄັດແຍກ, ຂີ້ເຫຍື້ອລວມ, ສະເພາະ, ຖົງສີຂຽວ, ຜະລິດຝຸ່ນບົ່ມ (ກໍລະນີຮ່ອມຖ່າຍແຄບ).

ຂີ້ເຫຍື້ອແຫ້ງ: ບ້ານ/ຈຸດ, ເກັບຂີ້ເຫຍື້ອທີ່ສະຖານີ, ຄັດແຍກ, ຖັງສີຟ້າ/ຖົງສີຟ້າ, ຂີ້ເຫຍື້ອລວມ, ລົດອັດ, ຈັດຂີ້ເຫຍື້ອ (ກໍລະນີຮ່ອມຖ່າຍແຄບ).

ຂີ້ເຫຍື້ອສາມາດນຳໃຊ້ຄືນ: ບ້ານ/ຈຸດ, ເກັບຂີ້ເຫຍື້ອທີ່ສະຖານີ, ຖັງສີເຫຼືອງ/ຖົງສີເຫຼືອງ, ລົດເກັບ, ຄັດແຍກ, ຂີ້ເຫຍື້ອລວມ, ໂຮງງານຣີໄຊເຄີນ (ກໍລະນີຮ່ອມຖ່າຍແຄບ).

ຂີ້ເຫຍື້ອຕິດເຊື້ອ: ຄັດແຍກ, ຖັງສີແດງ/ຖົງສີແດງ, ຂີ້ເຫຍື້ອຕິດເຊື້ອ, ລົດເກັບ, ຂີ້ເຫຍື້ອຕິດເຊື້ອທັນ, ສະເພາະຂອງໂຮງໝໍ, ເຕົາເຜົາຂີ້ເຫຍື້ອ (ຝັງ).

ຂີ້ເຫຍື້ອອັນຕະລາຍ: ຄັດແຍກ, ຖັງສີດຳ/ຖົງສີດຳ, ຈຸດເກັບຂີ້ເຫຍື້ອລວມ, ລົດເກັບ, ຂີ້ເຫຍື້ອອັນຕະລາຍ, ເຕົາເຜົາຂີ້ເຫຍື້ອ (ຝັງປົກດ້ວຍວິທີສະເພາະ).

ຂີ້ເຫຍື້ອກຳມັນຕະພາບລັງສີ: ຄັດແຍກ, ພາຊະນະບັນຈຸສະເພາະ, ຈຸດເກັບຂີ້ເຫຍື້ອສະເພາະ, ລົດເກັບສະເພາະ, ສະໜາມຂີ້ເຫຍື້ອ (ຝັງປົກດ້ວຍວິທີສະເພາະ).

ຂີ້ເຫຍື້ອເອເລັກໂທນິກ: ຄັດແຍກ, ພາຊະນະບັນຈຸສະເພາະ, ຈຸດເກັບຂີ້ເຫຍື້ອສະເພາະ, ລົດເກັບສະເພາະ, ສູນຄັດແຍກ ແລະ ແປຮູບ, ວັດສະດຸຣີໄຊເຄີນ, ສະໜາມຂີ້ເຫຍື້ອ (ກຳຈັດດ້ວຍວິທີສະເພາະ).

ຂີ້ເຫຍື້ອຈາກການກໍ່ສ້າງ: ຄັດແຍກ, ຖັງຂະໜາດໃຫຍ່/ກອງ, ຈຸດກຳເນີດ, ລົດດ້າມ, ເກັບມ້ຽນກ່ອນ, ສະໜາມຂີ້ເຫຍື້ອ.

第ມາດຕາ 8条

第8条 废物管理和处置过程

废物管理和处置过程包括:废物产生、源头分类、临时收集、储存运输、回收、再利用和废物处置。

1. 废物产生

居住在万象首都的个人、法人和组织,无论国内还是国外,凡产生废物的,有责任与获得相关部门许可从事废物储存运输服务的各方签订合同。

2. 源头废物分类

居住在万象首都的个人、法人和组织,无论国内还是国外,必须对各类废物进行分类,不得混合,以减少送往填埋场处置的废物量,并回收可再利用的废物。

3. 废物临时收集

负责废物储存运输的各方必须与村庄社区组织、乡行政管理委员会协调,研究设立临时废物收集点(在有条件的地方),每个家庭必须按规定日期将废物送至临时收集点,以便废物储存运输服务方前来收集。

4. 废物储存和运输

指在临时收集点或社区约定的地点、各类活动场所提供废物收集服务,然后运输至中转站或直接运往废物处置场。

5. 回收

指利用技术、现代科技对已分类的各类废物进行利用和转化,通过改变形态或改善质量,使其成为原材料或新产品的过程和方法。

6. 废物再利用

指利用技术、现代科技将废物转化为原材料,投入各种生产过程,如生产有机堆肥、发电、替代能源等,在受控条件下不对环境、社会及自然造成影响的过程和方法。

7. 废物处置

指通过符合技术标准、卫生原则的填埋,高温现代化焚烧炉焚烧,以及生物或化学处理有毒有害废物的过程和方法。

ພາສາລາວ (老挝语原文)

ມາດຕາ 8 ຂະບວນການໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ

ຂະບວນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ປະກອບດ້ວຍ: ການຜະລິດຂີ້ເຫຍື້ອ, ການຄັດແຍກຢູ່ແຫຼ່ງຜະລິດ, ການທ້ອນໂຮມຊົ່ວຄາວ, ການເກັບມ້ຽນ-ຂົນສົ່ງ, ການຜະລິດຄືນໃໝ່, ການຟື້ນຟູ ແລະ ການກຳຈັດຂີ້ເຫຍື້ອ.

1. ການຜະລິດຂີ້ເຫຍື້ອ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ທີ່ຜະລິດຂີ້ເຫຍື້ອຂຶ້ນມາ ຕ້ອງຮັບຜິດຊອບໃນການເຂົ້າຮ່ວມເຮັດສັນຍານຳບັນດາພາກສ່ວນທີ່ໃຫ້ບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດຈາກພາກສ່ວນທີ່ກ່ຽວຂ້ອງ.

2. ການຄັດແຍກຂີ້ເຫຍື້ອຢູ່ແຫຼ່ງຜະລິດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຕ້ອງຄັດແຍກຂີ້ເຫຍື້ອແຕ່ລະປະເພດ ໂດຍບໍ່ໃຫ້ປົນເປກັນ ເພື່ອຫຼຸດຜ່ອນປະລິມານຂີ້ເຫຍື້ອ ທີ່ຈະນຳໄປກຳຈັດຢູ່ສະໜາມ ແລະ ຂຸດຄົ້ນເອົາຂີ້ເຫຍື້ອ ທີ່ສາມາດນຳໄປຜະລິດຄືນໃໝ່.

3. ການທ້ອນໂຮມຂີ້ເຫຍື້ອຊົ່ວຄາວ

ບັນດາພາກສ່ວນທີ່ຮັບຜິດຊອບໃນການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ຕ້ອງສົມທົບກັບການຈັດຕັ້ງຊຸມຊົນບ້ານ, ຄະນະກຳມະການປົກຄອງຕາແສງ ເພື່ອຄົ້ນຄວ້າໃຫ້ມີຈຸດທ້ອນໂຮມຂີ້ເຫຍື້ອຊົ່ວຄາວ (ບ່ອນທີ່ມີເງື່ອນໄຂ) ແລະ ແຕ່ລະຄອບຄົວຕ້ອງນຳເອົາຂີ້ເຫຍື້ອຂອງຕົນ ໄປໄວ້ຢູ່ຈຸດທ້ອນໂຮມຂີ້ເຫຍື້ອຊົ່ວຄາວ ຕາມວັນນັດໝາຍ ເພື່ອໃຫ້ພາກສ່ວນຜູ້ໃຫ້ບໍລິການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ມາເກັບເອົາ.

4. ການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ

ແມ່ນການດຳເນີນການໃຫ້ບໍລິການເກັບຂີ້ເຫຍື້ອຕາມຈຸດທ້ອນໂຮມຂີ້ເຫຍື້ອຊົ່ວຄາວ ຫຼື ຈຸດທີ່ໄດ້ກຳນົດກັນໃນຊຸມຊົນ, ສະຖານທີ່ກິດຈະການຕ່າງໆ ແລ້ວຂົນສົ່ງ ໄປສະຖານທີ່ຖ່າຍທອດ ຫຼື ສະໜາມກຳຈັດຂີ້ເຫຍື້ອໂດຍກົງ.

5. ການຜະລິດຄືນໃໝ່

ແມ່ນຂະບວນການ, ວິທີການ ທີ່ນຳໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ເພື່ອນຳໃຊ້ ແລະ ຫັນປ່ຽນຂີ້ເຫຍື້ອແຕ່ລະປະເພດ ທີ່ຜ່ານການຄັດແຍກແລ້ວ ນຳມາຜະລິດຄືນໃໝ່ ຜ່ານຂະບວນການແປງຮູບ ຫຼື ປັບປຸງຄຸນນະພາບ ໃຫ້ກາຍເປັນວັດຖຸດິບ ຫຼື ຜະລິດຕະພັນໃໝ່.

6. ການຟື້ນຟູຂີ້ເຫຍື້ອ

ແມ່ນຂະບວນການ, ວິທີການທີ່ນຳໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ເພື່ອນຳໃຊ້ ແລະ ຫັນປ່ຽນຂີ້ເຫຍື້ອເປັນວັດຖຸດິບ ເຂົ້າໃນຂະບວນການຜະລິດຕ່າງໆ ເຊັ່ນ: ຜະລິດຝຸ່ນບົ່ມຊີວະພາບ, ຜະລິດກະແສໄຟຟ້າ, ເປັນພະລັງງານທົດແທນ ແລະ ອື່ນໆ ພາຍໃຕ້ການຄວບຄຸມ ທີ່ບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ, ສັງຄົມ ແລະ ທຳມະຊາດ.

7. ການກຳຈັດຂີ້ເຫຍື້ອ

ແມ່ນຂະບວນການ, ວິທີການກຳຈັດຂີ້ເຫຍື້ອ ດ້ວຍການດຳເນີນການເຊັ່ນ: ການຝັງທີ່ມີມາດຕະຖານເຕັກນິກ-ຖືກຫຼັກສຸຂະອານາໄມ, ດ້ວຍເຕົາເຜົາທັນສະໄໝຄວາມຮ້ອນສູງ ແລະ ການບຳບັດທາງຊີວະພາບ ຫຼື ເຄມີ ສຳລັບຂີ້ເຫຍື້ອເປັນພິດ-ອັນຕະລາຍ.

第ມາດຕາ 9条

第9条 废物管理和处置的目标包括以下内容:
1. 废物产生者;
2. 废物储存和运输经营者;
3. 可回收废物的分类、买卖经营者;
4. 转运站和废物处置场所的经营者。

ພາສາລາວ (老挝语原文)

ມາດຕາ 9 ເປົ້າໝາຍໃນການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ປະກອບມີດັ່ງນີ້:
1. ຜູ້ຜະລິດຂີ້ເຫຍື້ອ;
2. ຜູ້ປະກອບການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ;
3. ຜູ້ປະກອບການຄັດແຍກ ຊື້-ຂາຍຂີ້ເຫຍື້ອທີ່ສາມາດນຳໃຊ້ຄືນໄດ້;
4. ຜູ້ປະກອບການສະຖານີຄ່ຽນຖ່າຍ ແລະ ສະຖານທີ່ກຳຈັດຂີ້ເຫຍື້ອ.

第ມາດຕາ 10条

第10条 垃圾产生者
1) 居住在万象首都的个人、法人和组织,无论国内还是国外,产生垃圾的,有义务按照卫生原则减少、分类、储存、收集其垃圾,放入容器(垃圾桶/集装箱),确保不对自然环境和社区造成影响;
2) 居住在万象首都的个人、法人和组织,无论国内还是国外,必须拥有符合组织规定标准的容器(垃圾桶/集装箱)来存放其垃圾,并按照指定日期将其放置在临时垃圾收集点;
3) 居住在万象首都的个人、法人和组织,无论国内还是国外,有义务签订合同并定期、足额缴纳垃圾储存和处置服务费,按定价或实际垃圾量计算,同时参与促进减少垃圾量的各种活动,并严格遵守有关垃圾管理和处置的规定;
4) 居住在万象首都的个人、法人和组织,无论国内还是国外,如有合适场所,必须贡献湿垃圾用于制作堆肥。

ພາສາລາວ (老挝语原文)

ມາດຕາ 10 ຜູ້ຜະລິດຂີ້ເຫຍື້ອ
1) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ທີ່ຜະລິດຂີ້ເຫຍື້ອ ຕ້ອງມີໜ້າທີ່ຫຼຸດຜ່ອນ, ຄັດແຍກ, ເກັບມ້ຽນ, ທ້ອນໂຮມຂີ້ເຫຍື້ອຂອງຕົນ ໃຫ້ຖືກຕ້ອງຕາມຫຼັກສຸຂະອະນາໄມ, ໃສ່ໃນພາຊະນະບັນຈຸ (ຖັງ/ຕູ້ຄອນເທນເນີ), ຮັບປະກັນບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ;
2) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີພາຊະນະບັນຈຸ (ຖັງ/ຕູ້ຄອນເທນເນີ) ບັນຈຸຂີ້ເຫຍື້ອທີ່ເປັນຂອງຕົນ ທີ່ສອດຄ່ອງຕາມມາດຕະຖານ ທີ່ການຈັດຕັ້ງກຳນົດໄວ້ ແລະ ນຳໄປວາງໄວ້ຢູ່ຈຸດທ້ອນໂຮມຂີ້ເຫຍື້ອຊົ່ວຄາວ ຕາມວັນນັດໝາຍ;
3) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີພັນທະເຂົ້າຮ່ວມເຮັດສັນຍາ ແລະ ເສຍຄ່າບໍລິການເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອ ຕາມການກຳນົດລາຄາ ຫຼື ປະລິມານຂີ້ເຫຍື້ອຕົວຈິງ ຢ່າງເປັນປົກກະຕິ ແລະ ຄົບຖ້ວນ, ພ້ອມທັງ ເຂົ້າຮ່ວມກິດຈະກຳຕ່າງໆ ທີ່ສົ່ງເສີມການຫຼຸດຜ່ອນປະລິມານຂີ້ເຫຍື້ອ ແລະ ປະຕິບັດຕາມລະບຽບກ່ຽວກັບການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ຢ່າງເຂັ້ມງວດ;
4) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ທີ່ມີສະຖານທີ່ເໝາະສົມ ຕ້ອງໄດ້ປະກອບສ່ວນ ນຳເອົາຂີ້ເຫຍື້ອປຽກ ໄປເຮັດເປັນຝຸ່ນບົ່ມ.

第ມາດຕາ 11条

第11条 从事分类、收购和销售可回收废物的经营者享有以下权利和义务:
1. 按照市场价格公平地提供分类、收购和销售可回收废物的服务;
2. 使用符合技术标准、适合废物分类的现代化车辆、机械和设备进行分类作业;
3. 为员工提供劳动防护用品和安全防护设备,在执行分类、收购和销售可回收废物工作时使用;
4. 必须有福利和健康检查政策,特别是对在现场工作的员工,每年至少进行一次健康检查;
5. 定期记录并向相关部门报告关于收购和销售可回收废物的信息;
6. 确保场所严格按照管理和监测计划执行,严格监督环境、自然和社会,以确保不产生各种影响;
7. 管理生产废弃物,确保安全,并将此类废弃物运输到符合技术标准的场所进行处置;
8. 向国家足额及时缴纳各种税费、手续费和规费;
9. 接受万象市城市管理和服务办公室的管理;与乡、县行政管理委员会及相关方在涉及收购和销售可回收废物的商业活动中良好合作与协调。

ພາສາລາວ (老挝语原文)

ມາດຕາ 11 ຜູ້ປະກອບການຄັດແຍກ ຊື້-ຂາຍຂີ້ເຫຍື້ອສາມາດນຳໃຊ້ຄືນໃໝ່ ມີສິດ ແລະ ໜ້າທີ່ດັ່ງນີ້:
1. ໃຫ້ການບໍລິການຄັດແຍກ ຊື້-ຂາຍຂີ້ເຫຍື້ອສາມາດນຳໃຊ້ຄືນໃໝ່ ຕາມລາຄາຊື້-ຂາຍ ອີງໃສ່ທ້ອງຕະຫຼາດ ຢ່າງຍຸຕິທຳ;
2. ດຳເນີນການຄັດແຍກ ໂດຍນຳໃຊ້ພາຫະນະ-ກົນຈັກ ແລະ ເຄື່ອງຈັກ ທີ່ທັນສະໄໝ ໄດ້ມາດຕະຖານເຕັກນິກ ເໝາະສົມກັບການຄັດແຍກຂີ້ເຫຍື້ອ;
3. ຈັດຫາອຸປະກອນປ້ອງກັນແຮງງານ ແລະ ອຸປະກອນປ້ອງກັນຄວາມປອດໄພ ໃຫ້ແກ່ພະນັກງານກຳມະກອນ ໃນເວລາປະຕິບັດວຽກງານຄັດແຍກ ເກັບຊື້-ຂາຍຂີ້ເຫຍື້ອສາມາດນຳໃຊ້ຄືນໃໝ່;
4. ຕ້ອງມີສະຫວັດດີການ ນະໂຍບາຍກວດກາສຸຂະພາບໃຫ້ແກ່ພະນັກງານ ໂດຍສະເພາະພະນັກງານ, ກຳມະກອນ ທີ່ປະຕິບັດວຽກ ຢູ່ສະໜາມຕົວຈິງ ຕ້ອງໄດ້ກວດກາສຸຂະພາບຢ່າງໜ້ອຍ ໜຶ່ງຄັ້ງຕໍ່ປີ;
5. ບັນທຶກຂໍ້ມູນ ແລະ ລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບເປັນປະຈຳ ກ່ຽວກັບການເກັບຊື້-ຂາຍຂີ້ເຫຍື້ອສາມາດນຳໃຊ້ຄືນໃໝ່;
6. ຮັບປະກັນບໍ່ໃຫ້ສະຖານທີ່ປະຕິບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ-ທຳມະຊາດ ແລະ ສັງຄົມ ຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ສ້າງຜົນກະທົບດ້ານຕ່າງໆ;
7. ຄຸ້ມຄອງສິ່ງເສດເຫຼືອຈາກການຜະລິດ ໃຫ້ຮັບປະກັນຄວາມປອດໄພ ແລະ ນຳໃຊ້ການບໍລິການຂົນສົ່ງສິ່ງເສດເຫຼືອດັ່ງກ່າວ ໄປກຳຈັດຢູ່ສະຖານທີ່ ທີ່ໄດ້ມາດຕະຖານເຕັກນິກ;
8. ເສຍພັນທະອາກອນ, ຄ່າທຳນຽມ, ຄ່າພັນທະຕ່າງໆ ໃຫ້ລັດ ຢ່າງຄົບຖ້ວນ ແລະ ທັນເວລາ;
9. ຢູ່ໃນການຄຸ້ມຄອງຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ; ໃຫ້ຄວາມຮ່ວມມື ແລະ ປະສານງານເປັນຢ່າງດີ ກັບຄະນະກຳມະການປົກຄອງຕາແສງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃນການເຄື່ອນໄຫວທຸລະກິດກ່ຽວກັບເກັບຊື້-ຂາຍຂີ້ເຫຍື້ອສາມາດນຳໃຊ້ຄືນໃໝ່.

第ມາດຕາ 12条

第12条 转运站和垃圾填埋场的经营者必须执行以下规定:
1) 提供所有经许可运往转运站或垃圾填埋场处理的各类垃圾的转运和处理服务,特别是对不可回收垃圾的分类处理;
2) 记录每日运往转运站或垃圾填埋场的垃圾数量、种类和来源,并按规定时间向相关部门报告;
3) 必须按照垃圾转运系统的技术标准和各转运站及垃圾填埋场的设计要求,正确进行垃圾的转运和处理;
4) 妥善管理转运站或垃圾填埋场。对于垃圾填埋场,必须合理划分倾倒区,压实并覆盖垃圾,同时控制空气污染,防止垃圾飞散出场;
5) 必须具备适当的污水收集和处理系统,并按照减少环境污染的措施和国家环境标准,对气体进行监测和检查;
6) 必须在转运站和填埋场使用符合技术标准的机械和车辆进行垃圾转运和处理;
7) 必须在转运站或垃圾填埋场对进出车辆进行清洗和消毒,确保车辆符合标准;
8) 为工作人员在执行任务时配备劳动防护用品;
9) 必须为员工提供福利和健康检查政策,特别是在现场工作的员工,每年至少进行一次健康检查;
10) 必须按照管理计划对地下水、空气质量和其他环境参数进行监测和检查,以确保严格遵守环境、自然和社会法规;
11) 必须遵守公共工程和运输部2007年2月23日第521/MPWT号关于垃圾填埋场管理的协议及规定的具体条例,并接受万象市管理与服务办公室的管理、监督和检查。

ພາສາລາວ (老挝语原文)

ມາດຕາ 12 ຜູ້ປະກອບການສະຖານີຄ່ຽນຖ່າຍ ແລະ ສະໜາມກຳຈັດຂີ້ເຫຍື້ອ ຕ້ອງປະຕິບັດດັ່ງນີ້:
1) ໃຫ້ການບໍລິການຄ່ຽນຖ່າຍ ແລະ ກຳຈັດຂີ້ເຫຍື້ອ ທຸກປະເພດ ທີ່ໄດ້ອະນຸຍາດໃຫ້ ນຳໄປສະຖານີຄ່ຽນຖ່າຍ ຫຼື ກຳຈັດຢູ່ສະໜາມກຳຈັດຂີ້ເຫຍື້ອ ໂດຍສະເພາະການແຍກກຳຈັດຂີ້ເຫຍື້ອ ທີ່ບໍ່ສາມາດນຳໃຊ້ຄືນໄດ້;
2) ບັນທຶກຂໍ້ມູນປະລິມານ, ປະເພດ ແລະ ຕົ້ນທາງຂີ້ເຫຍື້ອ ທີ່ນຳໄປຖອກ ຢູ່ສະຖານີຄ່ຽນຖ່າຍ ຫຼື ສະໜາມກຳຈັດຂີ້ເຫຍື້ອໃນແຕ່ລະວັນ ແລະ ລາຍງານໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ ຕາມກຳນົດເວລາ;
3) ຕ້ອງຄ່ຽນຖ່າຍ ແລະ ກຳຈັດຂີ້ເຫຍື້ອ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກລະບົບການຄ່ຽນຖ່າຍຂີ້ເຫຍື້ອ, ກຳຈັດຂີ້ເຫຍື້ອ ຕາມການອອກແບບຂອງສະຖານີຄ່ຽນຖ່າຍ ແລະ ສະໜາມກຳຈັດຂີ້ເຫຍື້ອ ແຕ່ລະແຫ່ງ;
4) ດຳເນີນການຄຸ້ມຄອງສະຖານີຄ່ຽນຖ່າຍ ຫຼື ສະໜາມກຳຈັດຂີ້ເຫຍື້ອ ໃຫ້ດີ. ສຳລັບສະໜາມກຳຈັດຂີ້ເຫຍື້ອ, ຕ້ອງຈັດສັນບ່ອນຖອກຂີ້ເຫຍື້ອ, ອັດແໜ້ນ ແລະ ຝັງປົກຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອຢ່າງເໝາະສົມ, ພ້ອມທັງຄວບຄຸມມົນລະພິດທາງອາກາດ ແລະ ບໍ່ໃຫ້ຂີ້ເຫຍື້ອປິວອອກຈາກສະໜາມ;
5) ຕ້ອງມີລະບົບກັກເກັບ, ບຳບັດນ້ຳເປື້ອນຢ່າງຖືກວິທີ ພ້ອມທັງ ການຕິດຕາມ ກວດກາ ອາຍແກັສ ຕາມມາດຕະການຫຼຸດຜ່ອນມົນລະພິດອອກສູ່ສິ່ງແວດລ້ອມ ຕາມມາດຕະຖານສິ່ງແວດລ້ອມແຫ່ງຊາດ;
6) ຕ້ອງນຳໃຊ້ກົນຈັກ, ພາຫະນະ ທີ່ໄດ້ມາດຕະຖານເຕັກນິກ ໃນລະບົບການຄ່ຽນຖ່າຍຢູ່ສະຖານີ ແລະ ກຳຈັດຂີ້ເຫຍື້ອຢູ່ສະໜາມ;
7) ຕ້ອງນີລະປົບຊິງຊັງນ້ຳທັກ, ລົດຂີ້ເຫຍື້ອທີ່ໄດ້ມາດຕະຖານ ທັງຂາເຂົ້າ ແລະ ຂາອອກ ຢູ່ສະຖານີຄ່ຽນຖ່າຍ ຫຼື ສະໜາມກຳຈັດຂີ້ເຫຍື້ອ;
8) ປະກອບຊຸດປ້ອງກັນແຮງງານໃຫ້ພະນັກງານ-ກຳມະກອນ ເວລາຈັດຕັ້ງປະຕິບັດວຽກງານ;
9) ຕ້ອງມີສະຫວັດດີການ ນະໂຍບາຍກວດກາສຸຂະພາບໃຫ້ແກ່ພະນັກງານ ໂດຍສະເພາະພະນັກງານ, ກຳມະກອນ ທີ່ປະຕິບັດວຽກ ຢູ່ສະໜາມຕົວຈິງ ຕ້ອງໄດ້ກວດກາສຸຂະພາບຢ່າງໜ້ອຍ ໜຶ່ງຄັ້ງຕໍ່ປີ;
10) ຕ້ອງໄດ້ປະຕິບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາ ນ້ຳໃຕ້ດິນ, ຄຸນນະພາບອາກາດ, ແລະ ຕົວກຳນົດສະພາບແວດລ້ອມອື່ນໆ ເພື່ອຮັບປະກັນການປະຕິບັດຕາມກົດລະບຽບ ສິ່ງແວດລ້ອມ-ທຳມະຊາດ ແລະ ສັງຄົມ ຢ່າງເຂັ້ມງວດ;
11) ປະຕິບັດຕາມຂໍ້ຕົກລົງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 521/ຄຂປກ, ລົງວັນທີ 23 ກຸມພາ 2007 ວ່າດ້ວຍ ການຄຸ້ມຄອງສະໜາມກຳຈັດຂີ້ເຫຍື້ອ ແລະ ລະບຽບການສະເພາະທີ່ໄດ້ກຳນົດໄວ້ ແລະ ຢູ່ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ.

本页展示前 12 条,全文共 34 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译