ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍ ປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ
关于用于燃料生产加工的烃类溶剂及化学品特性检验与认证的决定
Decision on Inspection and Certification of Hydrocarbon Solvents and Chemicals Used in Fuel Production and Processing
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການກວດກາ ແລະ ຮັບຮອງສານລະລາຍໄຮໂດຄາບອນ ແລະ ສານເຄມີທີ່ໃຊ້ໃນການຜະລິດນໍ້າມັນເຊື້ອໄຟພາຍໃນປະເທດລາວ, ກຳນົດຂັ້ນຕອນການຍື່ນຄຳຮ້ອງຂໍ, ເອກະສານທີ່ຕ້ອງການ ແລະ ໄລຍະເວລາການອະນຸມັດ ເພື່ອຮັບປະກັນວ່າຜະລິດຕະພັນຕອບສະໜອງມາດຕະຖານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ
ການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ແມ່ນການຄຸ້ມຄອງ, ຕິດຕາມ ແລະ ກວດສອບທາງດ້ານເຕັກນິກ ເພື່ອດຳເນີນການທົດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນໍຳມັນເຊື້ອໄຟ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທາດລະລາຍປະເພດໄຮໂດຣຄາບອນ ໝາຍເຖິງ ຜະລິດຕະພັນປີໂຕຣເຄມີ ທີ່ໄດ້ຈາກການກັ່ນປີໂຕຣລຽມປະເພດໃດໜຶ່ງ ມີຄຸນລັກສະນະຄ້າຍນໍ້າມັນກາຊ ແລະ ນໍ້າມັນແອັດຊັງ;
2. ການຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ໝາຍເຖິງ ການຢັ້ງຢືນຕົວຕົນ ແລະ ຄຸນສົມບັດສະເພາະຂອງຜະລິດຕະພັນໃດໜຶ່ງ ເພື່ອໃຫ້ຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຜະລິດ, ປຸງແຕ່ງ, ຈຳໜ່າຍ, ນຳເຂົ້າ ແລະ ສົ່ງອອກ ທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ