关于用于燃料生产加工的烃类溶剂及化学品特性检验与认证的决定

ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍ ປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ

Decision on Inspection and Certification of Hydrocarbon Solvents and Chemicals Used in Fuel Production and Processing

简介

该法规调整老挝境内用于燃料生产的烃类溶剂及化学品的检验认证活动,规定申请程序、文件要求和审批时限,确保产品符合标准。

Summary

This regulation governs the inspection and certification of hydrocarbon solvents and chemicals used for fuel production in Laos, specifying application procedures, document requirements, and approval timelines to ensure product compliance.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການກວດກາ ແລະ ຮັບຮອງສານລະລາຍໄຮໂດຄາບອນ ແລະ ສານເຄມີທີ່ໃຊ້ໃນການຜະລິດນໍ້າມັນເຊື້ອໄຟພາຍໃນປະເທດລາວ, ກໍານົດຂັ້ນຕອນການຍື່ນຄໍາຮ້ອງຂໍ, ເອກະສານທີ່ຕ້ອງການ ແລະ ໄລຍະເວລາການອະນຸມັດ ເພື່ອຮັບປະກັນວ່າຜະລິດຕະພັນຕອບສະໜອງມາດຕະຖານ.

条文

第ມາດຕາ 1条

第2条 碳氢化合物和化学溶剂特性的检查与认证

碳氢化合物和化学溶剂特性的检查与认证是指对用于生产和加工燃料的碳氢化合物和化学溶剂进行管理、监测和技术检查,以进行测试和认证其特性。

ພາສາລາວ (老挝语原文)

ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ

ການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ແມ່ນການຄຸ້ມຄອງ, ຕິດຕາມ ແລະ ກວດສອບທາງດ້ານເຕັກນິກ ເພື່ອດຳເນີນການທົດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນໍຳມັນເຊື້ອໄຟ.

第ມາດຕາ 2条

第2条 术语解释
本协议中使用的术语定义如下:
1. 烃类溶剂是指从某种石油馏分中得到的石油化工产品,具有类似于煤油和汽油的特性;
2. 烃类溶剂和化学品的特性认证是指对任何产品的身份和特定性质的认证,以符合国家、地区和国际标准。

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທາດລະລາຍປະເພດໄຮໂດຣຄາບອນ ໝາຍເຖິງ ຜະລິດຕະພັນປີໂຕຣເຄມີ ທີ່ໄດ້ຈາກການກັ່ນປີໂຕຣລຽມປະເພດໃດໜຶ່ງ ມີຄຸນລັກສະນະຄ້າຍນໍ້າມັນກາຊ ແລະ ນໍ້າມັນແອັດຊັງ;
2. ການຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ໝາຍເຖິງ ການຢັ້ງຢືນຕົວຕົນ ແລະ ຄຸນສົມບັດສະເພາະຂອງຜະລິດຕະພັນໃດໜຶ່ງ ເພື່ອໃຫ້ຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.

第ມາດຕາ 3条

第4条 适用范围
本协议适用于在老挝人民民主共和国境内从事生产、加工、分销、进口和出口碳氢化合物类溶剂及用于生产和加工燃料的化学品的个人、法人及组织,无论是国内还是国外的。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຜະລິດ, ປຸງແຕ່ງ, ຈຳໜ່າຍ, ນຳເຂົ້າ ແລະ ສົ່ງອອກ ທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ຢູ່ ສປປ ລາວ.

第ມາດຕາ 4条

第4条 烃类溶剂和化学品的种类
烃类溶剂和化学品的种类如下:
1. 用于生产和加工燃料油的烃类溶剂包括:
1) 石脑油;
2) 柴油;
3) 汽油;
4) 凝析油;
5) 终馏点不超过400°C的溶剂。

2. 用于生产和加工燃料油的化学品包括:
1) 戊烷;
2) 己烷;
3) 苯;
4) 甲苯;
5) 邻二甲苯;
6) 对二甲苯;
7) 间二甲苯;
8) 混合二甲苯;
9) 甲基叔丁基醚(MTBE);
10) 乙醇;
11) 甲醇;
12) C9+芳烃。

ພາສາລາວ (老挝语原文)

ມາດຕາ 4 ປະເພດຂອງທາດລະລາຍປະເພດໄຮໂຄຣຄາບອນ ແລະ ທາດເຄມີ
ທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ມີປະເພດ ດັ່ງນີ້:
1. ທາດລະລາຍປະເພດໄຮໂດຣຄາບອນ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ ມີຄື:
1) ແນັບທາ (Naphtha);
2) ດີໄລອອຍ (Diesel oil);
3) ເອຈີໂອ (Gasoline);
4) ຄອນເດັ້ນເສດ (Condensate);
5) ທາດລະລາຍທີ່ມີຈຸດຟົດສຸດທ້າຍ (Final boiling point) ບໍ່ເກີນກວ່າ 400°C.

2. ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ ມີຄື:
1) ເພນເທນ (Pentane);
2) ເຮກເຊນ (Hexane);
3) ເບນຊິນ (Benzene);
4) ໂທລູອີນ (Toluene);
5) ອໍໂຮໄຊລີນ (o-Xylene);
6) ພາລາໄຊລີນ (p-Xylene);
7) ເມຕາໄຊລີນ (m-Xylene);
8) ມິກໄຊລີນ (Mixed Xylene);
9) ທາດເຮັ້ມທີບີອີ (MTBE);
10) ເອທານອນ (Ethanol);
11) ເມທານອນ (Methanol);
12) ຊີໄນອາໂຣມາຕີກ (C9+ Aromatics).

第ມາດຕາ 5条

第5条 申请检验和认证碳氢化合物溶剂和化学品的特性
申请检验和认证碳氢化合物溶剂和化学品的特性,必须按以下规定执行:
1. 生产、加工和销售的碳氢化合物溶剂和化学品,应向标准与计量司提交申请,并附以下文件:
1) 按照标准与计量司表格填写的申请书;
2) 工厂经营许可证副本;
3) 工业和贸易部门签发的碳氢化合物溶剂和化学品进口许可证副本;
4) 经加工工业司批准的年度需求计划和生产计划证明副本。
2. 进口和出口的碳氢化合物溶剂和化学品,应向出入境口岸产品质量检验部门提交申请,并附以下文件:
1) 按照标准与计量司表格填写的申请书;
2) 工业和贸易部门签发的碳氢化合物溶剂和化学品进口许可证副本;
3) 经加工工业司批准的年度需求计划和生产计划证明副本;
4) 原产地质量证明副本(自签发之日起不超过六个月);
5) 运输车辆容积证明副本;
6) 价格申报单副本。

ພາສາລາວ (老挝语原文)

ມາດຕາ 5 ການສະເໜີຂໍກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ
ການສະເໜີຂໍກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ຕ້ອງປະຕິບັດ ດັ່ງນີ້:
1. ທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ໃຫ້ຍື່ນຄຳຮ້ອງ ຕໍ່ກົມມາດຕະຖານ ແລະ ວັດແທກ ຕ້ອງປະກອບເອກະສານ ດັ່ງນີ້:
1) ຄຳຮ້ອງ ຕາມແບບພິມຂອງກົມມາດຕະຖານ ແລະ ວັດແທກ;
2) ສຳເນົາໃບຢັ້ງຢືນດຳເນີນກິດຈະການໂຮງງານ;
3) ສຳເນົາໃບອະນຸຍາດນຳເຂົ້າທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ;
4) ສຳເນົາໃບຢັ້ງຢືນແຜນຄວາມຕ້ອງການ ປະຈຳປີ ແລະ ແຜນການຜະລິດ ທີ່ໄດ້ຜ່ານການຮັບຮອງ ຈາກກົມອຸດສາຫະກຳປຸງແຕ່ງ.
2. ທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳເຂົ້າ ແລະ ສົ່ງອອກ ໃຫ້ຍື່ນຄຳຮ້ອງຕໍ່ ຂະແໜງກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ຕ້ອງປະກອບເອກະສານ ດັ່ງນີ້:
1) ຄຳຮ້ອງ ຕາມແບບພິມກົມມາດຕະຖານ ແລະ ວັດແທກ;
2) ສຳເນົາໃບອະນຸຍາດນຳເຂົ້າທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ;
3) ສຳເນົາໃບຢັ້ງຢືນແຜນຄວາມຕ້ອງການ ປະຈຳປີ ແລະ ແຜນການຜະລິດ ທີ່ໄດ້ຜ່ານການຮັບຮອງ ຈາກກົມອຸດສາຫະກຳປຸງແຕ່ງ;
4) ສຳເນົາໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ (ບໍ່ເກີນ ຫົກເດືອນ ນັບແຕ່ວັນອອກໃບຢັ້ງຢືນ);
5) ສຳເນົາໃບຢັ້ງຢືນບໍລິມາດລົດບັນທຸກ;
6) ສຳເນົາໃບແຈ້ງລາຄາ.

第ມາດຕາ 6条

第6条 审议颁发碳氢溶剂和化学物质特性证书
在按照本协议第7条的规定收到正确和完整的文件后,标准与计量司或进出口口岸产品质量检验处必须按照本协议第10条和第11条规定的形式和检验原则,对用于生产和加工燃料油的碳氢溶剂和化学物质的特性进行检查。
对于国内生产、加工和销售的碳氢溶剂和化学物质,审议颁发特性证书应在十个工作日内完成,自收到文件之日起计算。
对于在进出口口岸进口和出口的碳氢溶剂和化学物质,颁发特性证书应在一个工作日内完成,自收到文件之日起计算。

ພາສາລາວ (老挝语原文)

ມາດຕາ 6 ການພິຈາລະນາອອກໃບຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ
ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ກຳນົດໄວ້ ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ກົມມາດຕະຖານ ແລະ ວັດແທກ ຫຼື ຂະແບນງກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ຕ້ອງດຳເນີນການກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ ຕາມຮູບແບບ ແລະ ຫຼັກການກວດສອບ ຕາມທີ່ກຳນົດໄວ້ ໃນມາດຕາ 10 ແລະ 11 ຂອງຂໍ້ຕົກລົງສະບັບນີ້.
ການພິຈາລະນາອອກໃບຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ພາຍໃນ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.
ສຳລັບການອອກໃບຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳເຂົ້າ ແລະ ສົ່ງອອກ ຢູ່ດ່ານເຂົ້າ-ອອກ ພາຍໃນ ໜຶ່ງວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.

第ມາດຕາ 7条

第7条 碳氢化合物和化学溶剂特性证书的有效期
用于生产和加工燃料的碳氢化合物和化学溶剂特性证书仅颁发一次,无有效期。

ພາສາລາວ (老挝语原文)

ມາດຕາ 7 ອາຍຸໃບຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ
ໃບຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນໍຳມັນເຊື່ອໄຟ ແມ່ນຈະອອກໃຫ້ພຽງຄັ້ງດຽວ ຊຶ່ງບໍ່ມີອາຍຸການໃຊ້ງານ.

第ມາດຕາ 8条

第8条 检查形式
对碳氢化合物和化学物质特性的检查形式如下:
1. 根据申请进行检查;
2. 按常规计划每月检查一次;
3. 突击检查(紧急),不会提前通知被检查人。

ພາສາລາວ (老挝语原文)

ມາດຕາ 8 ຮູບແບບການກວດສອບ
ການກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ມີຮູບແບບ ດັ່ງນີ້:
1. ກວດສອບຕາມການສະເໜີ;
2. ກວດສອບຕາມແຜນປົກກະຕິ ເດືອນຕໍ່ຄັ້ງ;
3. ກວດສອບແບບກະທັນຫັນ (ສຸກເສີນ) ຊຶ່ງຈະບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດສອບຮູ້ລ່ວງໜ້າ.

第ມາດຕາ 9条

第9条 检查原则

对碳氢溶剂和化学品的特性检查应遵循以下原则:

1. 每次特性检查必须持有由标准与计量司或省、市工业与商业厅根据授权签发的官员或工作人员证;

2. 对于生产、加工和销售的碳氢溶剂和化学品,如果检查结果符合国家、地区和国际标准,相关工作人员必须出具碳氢溶剂和化学品特性证书,以证明其正确性并加封,防止运输途中非法销售;

3. 对于进出口的碳氢溶剂和化学品,如果检查结果不符合国家、地区和国际标准,相关官员或工作人员必须做记录并暂停进出口,以便向上级和相关方报告;

4. 对于生产、加工和销售的碳氢溶剂和化学品,如果检查结果不符合国家、地区和国际标准,相关官员或工作人员必须做记录,并且在该物质特性按照国家标准、地区和国际标准改进正确之前,不得出具特性证书。

ພາສາລາວ (老挝语原文)

ມາດຕາ 9 ຫຼັກການກວດສອບ

ການກວດສອບຄຸນລັກສະນະສອບທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ການກວດສອບຄຸນລັກສະນະທຸກຄັ້ງ ຕ້ອງມີບັດເຈົ້າໜ້າທີ່ ຫຼື ພະນັກງານ ຊຶ່ງອອກໂດຍກົມມາດຕະຖານ ແລະ ວັດແທກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມການມອບໝາຍ;

2. ການກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ, ຖ້າຫາກວ່າຜົນການກວດສອບຖືກຕ້ອງສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ພະນັກງານທີ່ກ່ຽວຂ້ອງ ຕ້ອງໄດ້ອອກໃບຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ປະທັບຕາ ເພື່ອປ້ອງກັນການລັກລອບຈຳໜ່າຍ ໃນລະຫວ່າງການຂົນສົ່ງ;

3. ການກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ຈະນຳເຂົ້າ ແລະ ສົ່ງອອກ ຫາກຜົນການກວດສອບບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ເຈົ້າໜ້າທີ່ ຫຼື ພະນັກງານກ່ຽວຂ້ອງ ຕ້ອງໄດ້ເຮັດບົດບັນທຶກ ແລະ ສັ່ງໂຈະການນຳເຂົ້າ ແລະ ສົ່ງອອກຊົ່ວຄາວ ເພື່ອລາຍງານ ຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງຮັບຊາບ;

4. ສຳລັບທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ຫາກຜົນການກວດສອບບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ເຈົ້າໜ້າທີ່ ຫຼື ພະນັກງານ ກ່ຽວຂ້ອງ ຕ້ອງໄດ້ເຮັດບົດບັນທຶກ ແລະ ຈະບໍ່ອອກໃບຢັ້ງຢືນຄຸນລັກສະນະຂອງທາດດັ່ງກ່າວ ຈົນກວ່າຈະປັບປຸງ ຄຸນລັກສະນະ ຖືກຕ້ອງສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.

第ມາດຕາ 10条

第10条 经营者的权利
从事用于生产和加工燃料的烃类溶剂和化学品的经营者,享有以下权利:
1. 在经检查和认证烃类溶剂和化学品的特性后,按照实际情况正确地进行服务、宣传和推广质量;
2. 保护自身经营的权利和利益;
3. 如认为对烃类溶剂和化学品的特性检查和认证不公正,向相关国家管理机关请求公正;
4. 向标准与计量司或进出口口岸产品质量检验部门申请检查烃类溶剂和化学品的特性;
5. 行使法律和法规规定的其他权利。

ພາສາລາວ (老挝语原文)

ມາດຕາ 10 ສິດຂອງຜູ້ດຳເນີນທຸລະກິດ
ຜູ້ດຳເນີນທຸລະກິດກ່ຽວຂ້ອງກັບທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ນຳໃຊ້ເພື່ອຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ ມີສິດດັ່ງນີ້:
1. ບໍລິການ, ໂຄສະນາເຜີຍແຜ່ຄຸນນະພາບ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ພາຍຫຼັງໄດ້ຮັບການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
2. ປົກປ້ອງສິດ ແລະ ຜົນປະໂຫຍດ ກ່ຽວກັບການດຳເນີນທຸລະກິດຂອງຕົນ;
3. ຮ້ອງຂໍຄວາມເປັນທຳ ຕໍ່ອົງການຄຸ້ມຄອງລັດກ່ຽວຂ້ອງ ຫາກເຫັນວ່າການກວດສອບ ແລະ ຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ບໍ່ໄດ້ຮັບຄວາມເປັນທຳ;
4. ສະເໜີຕໍ່ກົມມາດຕະຖານ ແລະ ວັດແທກ ຫຼື ຂະແໜງກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ເພື່ອກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
5. ນຳໃຊ້ສິດອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 11条

第11条 一般禁止
禁止个人、法人或组织有下列行为:
1. 未经许可,经营未经检验且仍含有杂质的碳氢化合物溶剂和化学品;
2. 设置障碍、阻碍或不配合官员或工作人员检查碳氢化合物溶剂和化学品的性质;
3. 伪造或使用伪造的关于碳氢化合物溶剂和化学品性质检验的文件;
4. 行贿、介绍行贿或受贿;
5. 有其他违反法律和法规的行为。

ພາສາລາວ (老挝语原文)

ມາດຕາ 11 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
1. ດຳເນີນທຸລະກິດ ກ່ຽວກັບທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ບໍ່ໄດ້ຜ່ານການກວດສອບ ແລະ ຍັງປົນເປື້ອນລັກສະນະ ໂດຍບໍ່ໄດ້ຮັບອະນຸຍາດ;
2. ສ້າງອຸປະສັກ, ຂັດຂວາງ ຫຼື ບໍ່ໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ ຫຼື ພະນັກງານ ໃນການໄປກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
3. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມ ກ່ຽວກັບການກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
4. ໃຫ້, ເປັນສື່ກາງໃນການໃຫ້ ຫຼື ຮັບ ສິນບົນ;
5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 12条

第12条 经营者的禁止行为
禁止经营者有以下行为:
1. 生产、加工、销售、进口和出口质量不合格、未经检验和认证的碳氢化合物溶剂和化学品;
2. 未经许可截留,以便在运输过程中走私碳氢化合物溶剂和化学品;
3. 阻碍官员或工作人员执行检查碳氢化合物溶剂和化学品特性的职责;
4. 向官员或工作人员行贿或与其合谋检查碳氢化合物溶剂和化学品的特性;
5. 伪造或使用伪造的关于碳氢化合物溶剂和化学品特性认证的文件;
6. 其他违反法律法规的行为。

ພາສາລາວ (老挝语原文)

ມາດຕາ 12 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ຫ້າມຜູ້ດຳເນີນທຸລະກິດ ມີພຶດຕິກຳ ດັງນີ້:
1. ຜະລິດ, ປຸງແຕ່ງ, ຈຳໜ່າຍ, ນຳເຂົ້າ ແລະ ສົ່ງອອກ ທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ທີ່ບໍ່ໄດ້ຄຸນນະພາບ, ບໍ່ໄດ້ຮັບການກວດສອບ ແລະ ຢັ້ງຢືນຄຸນລັກສະນະ;
2. ຕັດກົວ ໂດຍບໍ່ໄດ້ຮັບອະນຸຍາດ ເພື່ອລັກລອບຈຳໜ່າຍທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ ໃນລະຫວ່າງການຂົນສົ່ງ;
3. ສ້າງອຸປະສັກກີດຂວາງ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຫຼື ພະນັກງານ ໄປກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
4. ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ ຫຼື ພະນັກງານ ໄປກວດສອບຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
5. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມ ກ່ຽວກັບການຢັ້ງຢືນຄຸນລັກສະນະທາດລະລາຍປະເພດໄຮໂດຣຄາບອນ ແລະ ທາດເຄມີ;
6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 19 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译