关于辐射发生器注册、检验与质量认证的决定

ຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ

Decision on Registration, Inspection, and Quality Certification of Radiation Generators

简介

该法规调整老挝境内辐射发生器的登记、检查与质量认证活动,要求相关经营者确保设备符合国家、区域及国际标准。

Summary

This regulation governs the registration, inspection, and quality certification of radiation generators in Laos, requiring operators to ensure equipment complies with national, regional, and international standards.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການຈົດທະບຽນ, ການກວດກາ ແລະ ການຮັບຮອງຄຸນນະພາບຂອງເຄື່ອງກຳເນີດລັງສີໃນ ສປປ ລາວ, ຮຽກຮ້ອງໃຫ້ຜູ້ປະກອບການຮັບປະກັນອຸປະກອນໃຫ້ໄດ້ມາດຕະຖານລະດັບຊາດ, ພາກພື້ນ ແລະ ສາກົນ.

条文

第ມາດຕາ 1条

第2条 辐射发生器的登记、检查和认证
辐射发生器的登记、检查和认证是指对辐射发生器的登记、检查和认证进行跟踪、检查和记录,以确保符合国家、区域和国际标准。

ພາສາລາວ (老挝语原文)

ມາດຕາ 2 ການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ
ການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ ແມ່ນການຕິດຕາມ, ກວດກາ ແລະ ບັນທຶກຂໍ້ມູນ ກ່ຽວກັບການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ ເພື່ອໃຫ້ຖືກຕ້ອງສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.

第ມາດຕາ 2条

第2条 术语解释
本协议中使用的术语定义如下:
1. 辐射发生器 指 获得能量后释放辐射的仪器或设备,例如 X射线机、光辐射产品机、机器或其他。
2. 辐射发生器业务经营者 指 从事辐射发生器生产、进口、出口、销售和服务的个人、法人或组织。

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຄື່ອງກຳເນີດລັງສີ ໝາຍເຖິງ ເຄື່ອງມື ຫຼື ອຸປະກອນ ທີ່ ໄດ້ຮັບພະລັງງານແລ້ວປ່ອຍລັງສີອອກມາ ເປັນຕົ້ນ ເຄື່ອງເອັກສເຣສ໌ (X-ray), ເຄື່ອງສາຍແສງຜະລິດຕະພັນ, ເຄື່ອງຈັກ ຫຼື ອື່ນໆ.
2. ຜູ້ດຳເນີນທຸລະກິດເຄື່ອງກຳເນີດລັງສີ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນທຸລະກິດ ກ່ຽວກັບການຜະລິດ, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ໃຫ້ບໍລິການ ເຄື່ອງກຳເນີດລັງສີ.

第ມາດຕາ 3条

第3条 适用范围
本协议适用于在老挝人民民主共和国境内从事放射源生产、进口、出口、分销和服务的个人、法人及组织,包括国内和国外的。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ກ່ຽວກັບການຜະລິດ, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ໃຫ້ບໍລິການ ເຄື່ອງກຳເນີດລັງສີ ຢູ່ ສປປ ລາວ.

第ມາດຕາ 4条

第4条 辐射发生器类型
已登记、检查和质量认证的辐射发生器有以下四种类型:
1. 医疗用辐射发生器;
2. 商业和运输用辐射发生器;
3. 农业用辐射发生器;
4. 贵重物品检测用辐射发生器。

ພາສາລາວ (老挝语原文)

ມາດຕາ 4 ປະເພດເຄື່ອງກຳເນີດລັງສີ
ເຄື່ອງກຳເນີດລັງສີ ທີ່ຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບ ມີ ສີ່ ປະເພດ ດັ່ງນີ້:
1. ເຄື່ອງກຳເນີດລັງສີ ຕ້ານການແພດ;
2. ເຄື່ອງກຳເນີດລັງສີ ດ້ານການຄ້າ ແລະ ຂົນສົ່ງ;
3. ເຄື່ອງກຳເນີດລັງສີ ດ້ານກະສິກຳ;
4. ເຄື່ອງກຳເນີດລັງສີ ດ້ານກວດສອບວັດຖຸມີຄ່າ.

第ມາດຕາ 5条

第5条 医用放射源
医用放射源是指X光机和各种器官成像放射源,属于医用放射源,具体如下:
1. 通用放射源;
2. 牙科放射源;
3. 乳腺放射源;
4. 血管系统放射源;
5. 计算机放射源;
6. 放射检查仪;
7. 其他医用放射源。

ພາສາລາວ (老挝语原文)

ມາດຕາ 5 ເຄື່ອງກຳເນີດລັງສີດ້ານການແພດ
ເຄື່ອງກຳເນີດລັງສີດ້ານການແພດ ແມ່ນເຄື່ອງເອັກສເຮສ໌ ແລະ ເຄື່ອງຖ່າຍພາບກຳເນີດລັງສີອະໄວຍະວະຕ່າງໆ ຊຶ່ງເປັນເຄື່ອງກຳເນີດລັງສີທາງການແພດ ມີດັ່ງນີ້:
1. ເຄື່ອງກຳເນີດລັງສີທົ່ວໄປ;
2. ເຄື່ອງກຳເນີດລັງສີແຂ້ວ;
3. ເຄື່ອງກຳເນີດລັງສີເຕົ້ານົມ;
4. ເຄື່ອງກຳເນີດລັງສີລະບົບເສັ້ນເລືອດ;
5. ເຄື່ອງກຳເນີດລັງສີຄອມພິວເຕີ;
6. ເຄື່ອງສ່ອງກວດລັງສີ;
7. ເຄື່ອງກຳເນີດລັງສີດ້ານການແພດອື່ນໆ.

第ມາດຕາ 6条

第6条 商业和运输用辐射发生器
商业和运输用辐射发生器包括:
1. 边境口岸货物运输车辆的辐射发生器;
2. 机场和火车站安检设备的辐射发生器;
3. 其他商业和运输用辐射发生器。

ພາສາລາວ (老挝语原文)

ມາດຕາ 6 ເຄື່ອງກຳເນີດລັງສີ ດ້ານການຄ້າ ແລະ ຂົນສົ່ງ
ເຄື່ອງກຳເນີດລັງສີ ດ້ານການຄ້າ ແລະ ຂົນສົ່ງ ມີດັ່ງນີ້:
1. ເຄື່ອງກຳເນີດລັງສີ ລົດບັນທຸກສິນຄ້າຕາມດ່ານຊາຍແດນ;
2. ເຄື່ອງກຳເນີດລັງສີ ກວດກາເຄື່ອງຜ່ານເຂົ້າສະໜາມບິນ ແລະ ສະຖານີລົດໄຟ;
3. ເຄື່ອງກຳເນີດລັງສີ ດ້ານການຄ້າ ແລະ ຂົນສົ່ງອື່ນໆ.

第ມາດຕາ 7条

第7条 农业用辐射发生器
农业用辐射发生器如下:
1. 消毒用辐射发生器;
2. 植物品种改良用辐射发生器;
3. 抗衰变用辐射发生器。

ພາສາລາວ (老挝语原文)

ມາດຕາ 7 ເຄື່ອງກຳເນີດລັງສີ ດ້ານກະສິກຳ
ເຄື່ອງກຳເນີດລັງສີ ດ້ານກະສິກຳ ມີດັ່ງນີ້:
1. ເຄື່ອງກຳເນີດລັງສີ ຂ້າເຊື້ອ;
2. ເຄື່ອງກຳເນີດລັງສີ ປ່ຽນແນວພັນພືດ;
3. ເຄື່ອງກຳເນີດລັງສີ ຕ້ານການເສື່ອມສະພາບ.

第ມາດຕາ 8条

第8条 申请登记、检查和认证辐射发生器质量

有意申请登记、检查和认证辐射发生器质量的个人、法人及组织,应执行如下规定:

1. 对生产、进口、出口和销售的辐射发生器申请登记、检查和认证质量,须提交以下文件:
1) 按照标准与计量司格式的申请书;
2) 企业登记证副本;
3) 辐射发生器进出口许可证副本;
4) 从国外进口时,原产地的辐射发生器质量认证证书。

2. 对提供服务的辐射发生器申请检查和认证质量,须提交以下文件:
1) 按照标准与计量司格式的申请书;
2) 辐射发生器登记认证证书副本;
3) 辐射发生器检查认证证书副本。

ພາສາລາວ (老挝语原文)

ມາດຕາ 8 ການສະເໜີຂໍຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສະເໜີຂໍຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ ໃຫ້ປະຕິບັດ ດັ່ງນີ້:

1. ການສະເໜີຂໍຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຕ້ອງປະກອບເອກະສານ ດັ່ງນີ້:
1) ຄຳຮ້ອງ ຕາມແບບພິມຂອງກົມມາດຕະຖານ ແລະ ວັດແທກ;
2) ສຳເນົາໃບທະບຽນວິສາຫະກິດ;
3) ສຳເນົາໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ເຄື່ອງກຳເນີດລັງສີ;
4) ໃບຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີຈາກຕົ້ນທາງ ສຳລັບການນຳເຂົ້າຈາກຕ່າງປະເທດ.

2. ການສະເໜີຂໍກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ ທີ່ໃຫ້ບໍລິການ ຕ້ອງປະກອບເອກະສານ ດັ່ງນີ້:
1) ຄຳຮ້ອງ ຕາມແບບພິມຂອງກົມມາດຕະຖານ ແລະ ວັດແທກ;
2) ສຳເນົາໃບຢັ້ງຢືນຂຶ້ນທະບຽນເຄື່ອງກຳເນີດລັງສີ;
3) ສຳເນົາໃບຢັ້ງຢືນກວດສອບເຄື່ອງກຳເນີດລັງສີ.

第ມາດຕາ 9条

第9条 审议注册申请、检查和认证辐射发生器质量

在收到本协议第10条规定的正确和完整的文件后,标准与计量司必须在五个工作日内指派官员对辐射发生器进行检查,以收集数据进行注册和检查辐射发生器质量。检查后,如果发现辐射发生器质量检查结果符合国家、地区和国际标准,标准与计量司必须在收到辐射发生器质量检查结果之日起五个工作日内颁发辐射发生器注册证书和辐射发生器质量检查证书。

如果文件不正确或不完整,必须在三个工作日内通知申请人进行修改。

如果无法颁发辐射发生器注册证书和辐射发生器质量检查证书,必须在检查辐射发生器后三个工作日内书面通知申请人。

ພາສາລາວ (老挝语原文)

ມາດຕາ 9 ການພິຈາລະນາການສະເໜີຂໍຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງກຳເນີດລັງສີ

ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້, ກົມມາດຕະຖານ ແລະ ວັດແທກ ຕ້ອງແຕ່ງຕັ້ງພະນັກງານລົງກວດສອບເຄື່ອງກຳເນີດລັງສີ ພາຍໃນ ຫ້າວັນ ລັດຖະການ ເພື່ອລົງເກັບກຳຂໍ້ມູນ ເພື່ອຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ, ພາຍຫຼັງລົງກວດສອບ ຫາກເຫັນວ່າຜົນການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ຖືກຕ້ອງສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ກົມມາດຕະຖານ ແລະ ວັດແທກ ຕ້ອງອອກໃບຢັ້ງຢືນຂຶ້ນທະບຽນເຄື່ອງກຳເນີດລັງສີ ແລະ ໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນທີ່ໄດ້ຮັບຜົນການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ເປັນຕົ້ນໄປ.

ກໍລະນີ ເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງຮັບຊາບ ພາຍໃນ ສາມວັນ ລັດຖະການ ເພື່ອປັບປຸງແກ້ໄຂ.

ກໍລະນີ ບໍ່ສາມາດອອກໃບຢັ້ງຢືນຂຶ້ນທະບຽນເຄື່ອງກຳເນີດລັງສີ ແລະ ໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນ ສາມວັນ ລັດຖະການ ພາຍຫຼັງລົງກວດສອບເຄື່ອງກຳເນີດລັງສີ ເປັນຕົ້ນໄປ.

第ມາດຕາ 10条

第10条 辐射发生器注册证书和质检证书的有效期
辐射发生器注册证书仅颁发一次,无使用期限。
辐射发生器质检证书有效期为一年。用于检测贵重物品的辐射发生器质检证书有效期为六个月。

ພາສາລາວ (老挝语原文)

ມາດຕາ 10 ອາຍຸໃບຢັ້ງຢືນຂຶ້ນທະບຽນ ແລະ ໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ
ໃບຢັ້ງຢືນຂຶ້ນທະບຽນເຄື່ອງກຳເນີດລັງສີ ແມ່ນຈະອອກໃຫ້ພຽງຄັ້ງດຽວ ຊຶ່ງບໍ່ມີອາຍຸການໃຊ້ງານ.
ໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ ມີອາຍຸ ໜຶ່ງປີ. ສຳລັບໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ ດ້ານກວດສອບວັດຖຸມີຄ່າ ມີອາຍຸ ຫົກເດືອນ.

第ມາດຕາ 11条

第11条 辐射发生器注册和质量检查的形式

辐射发生器的注册和质量检查形式如下:

1. 必须对生产、进口、出口、销售和提供服务前的辐射发生器进行注册和质量检查;

2. 辐射发生器的常规质量检查为定期进行,对于用于检查贵重物品的辐射发生器,每六个月一次;

3. 辐射发生器的通知式质量检查是一种必要的计划外检查,必须提前通知被检查方;

4. 辐射发生器的突击质量检查是一种紧急检查,无需提前通知被检查方。

ພາສາລາວ (老挝语原文)

ມາດຕາ 11 ຮູບແບບການຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ

ການຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ ມີຮູບແບບ ດັ່ງນີ້:

1. ຕ້ອງຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ ແລະ ກ່ອນການໃຫ້ບໍລິການ;

2. ການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ແບບປົກກະຕິ ເປັນປະຈຳ ຕໍ່ຄັ້ງ, ສຳລັບເຄື່ອງກຳເນີດລັງສີ ດ້ານກວດສອບວັດຖຸມີຄ່າ ແມ່ນ ຫົກເດືອນ ຕໍ່ຄັ້ງ;

3. ການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ແບບມີການແຈ້ງໃຫ້ຮູ້ລ່ວງໜ້າ ເປັນການກວດສອບ ນອກແຜນ ທີ່ມີຄວາມຈຳເປັນ, ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດສອບຮັບຮູ້ລ່ວງໜ້າ;

4. ການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ແບບກະທັນຫັນ ເປັນການກວດສອບແບບຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດສອບຮູ້ລ່ວງໜ້າ.

第ມາດຕາ 12条

第12条 辐射发生器注册和质量检查原则
辐射发生器的注册和质量检查必须遵循以下原则:

1. 每次辐射发生器的注册和质量检查必须有由标准与计量司或省、首都的工业和商业厅根据授权签发的官员证或工作人员证;

2. 辐射发生器的注册和质量检查,如果发现辐射发生器的检查结果符合国家、地区和国际标准,标准与计量司必须签发注册证书和辐射发生器质量检查证书;

如果辐射发生器质量检查结果不符合国家、地区和国际标准,标准与计量司将不签发辐射发生器质量检查证书,但经营者可以将其辐射发生器提交给其他获得国际标准的质量检查实验室进行质量检查和认证,以便将辐射发生器质量检查结果提交给标准与计量司重新审议。

ພາສາລາວ (老挝语原文)

ມາດຕາ 12 ຫຼັກການຂຶ້ນທະບຽນ ແລະ ກວດສອບຄຸນນະພາບຂອງເຄື່ອງກຳເນີດລັງສີ
ການຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1. ການຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ ທຸກຄັ້ງຕ້ອງມີບັດເຈົ້າໜ້າທີ່ ຫຼື ພະນັກງານ ຊຶ່ງອອກໂດຍກົມມາດຕະຖານ ແລະ ວັດແທກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມການມອບໝາຍ;

2. ການຂຶ້ນທະບຽນ ແລະ ກວດສອບຄຸນນະພາບເຄື່ອງກຳເນີດລັງສີ ຫາກເຫັນວ່າຜົນການກວດສອບເຄື່ອງກຳເນີດລັງສີ ຖືກຕ້ອງສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ກົມມາດຕະຖານ ແລະ ວັດແທກ ຕ້ອງອອກໃບຢັ້ງຢືນຂຶ້ນທະບຽນ ແລະ ໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ;

ກໍລະນີ ຜົນການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ກົມມາດຕະຖານ ແລະ ວັດແທກ ຈະບໍ່ອອກໃບຢັ້ງຢືນກວດສອບຄຸນນະພາບເຄື່ອງກຳເນີດລັງສີ, ແຕ່ຜູ້ດຳເນີນທຸລະກິດ ສາມາດນຳເອົາເຄື່ອງກຳເນີດລັງສີຂອງຕົນ ໄປສະເໜີຂໍການກວດສອບ ແລະ ຢັ້ງຢືນຄຸນນະພາບ ຈາກຫ້ອງກວດສອບຄຸນນະພາບອື່ນ ທີ່ໄດ້ຮັບມາດຕະຖານສາກົນ ເພື່ອສົ່ງຜົນການກວດສອບຄຸນນະພາບເຄື່ອງກຳເນີດລັງສີ ໃຫ້ກົມມາດຕະຖານ ແລະ ວັດແທກ ພິຈາລະນາຄືນໃໝ່.

本页展示前 12 条,全文共 22 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译