ຂໍ້ຕົກລົງວ່າດ້ວຍ ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດດຳລັດ ແລະ ລະບຽບການ ກ່ຽວກັບການຄ້າທາງເອເລັກໂຕຣນິກ
关于对违反电子交易法令和规章者处以罚款及其他措施的决定
Decision on Fines and Other Measures for Violations of Electronic Transaction Laws and Regulations
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການກະທຳຜິດທາງບໍລິຫານໃນຂົງເຂດການຄ້າເອເລັກໂຕຣນິກພາຍໃນປະເທດລາວ, ກຳນົດມາດຕະການປັບໄໝ ແລະ ການເຕືອນໄພ, ການຖອນໃບອະນຸຍາດ ແລະ ມາດຕະການເພີ່ມເຕີມອື່ນໆ, ພ້ອມທັງກຳນົດກົດລະບຽບການແບ່ງປັນ ແລະ ການນຳໃຊ້ເງິນປັບ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແມ່ນມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບການຄ້າທາງເອເລັກໂຕຣນິກ.
ການນຳໃຊ້ມາດຕະການອື່ນ ແມ່ນການນຳໃຊ້ມາດຕະການເພີ່ມຈາກການປັບໃໝ ຕໍ່ຜູ້ລະເມີດທາງດ້ານບໍລິຫານ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບການຄ້າທາງເອເລັກໂຕຣນິກ ເປັນຕົ້ນ ການກ່າວເຕືອນ, ສຶກສາອົບຮົມ, ຍຶດ, ອາຍັດ, ໂຈະ ຫຼື ຍົກເລີກ ໃບຢັ້ງຢືນຮັບຮູ້ ແລະ ໃບອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ສ້າງຊ່ອງທາງເອເລັກໂຕຣນິກຂອງຕົນຂຶ້ນ ເພື່ອໂຄສະນາ, ຈຳໜ່າຍສິນຄ້າ ແລະ ບໍລິການ ໂດຍຜ່ານຊ່ອງທາງເວັບໄຊ, ແອັບພີເຄເຊິນ, ໂປຣແກຣມ ຫຼື ຊຸດຄຳສັ່ງອື່ນ;
2. ຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ນຳເອົາສິນຄ້າ ແລະ ບໍລິການຂອງຕົນເອງມາວາງໂຄສະນາ ແລະ ຈຳໜ່າຍຜ່ານຊ່ອງທາງເອເລັກໂຕຣນິກ ຂອງບຸກຄົນ ຫຼື ນິຕິບຸກຄົນອື່ນ ທີ່ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ;
3. ຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ສ້າງຊ່ອງທາງເອເລັກໂຕຣນິກຂຶ້ນ ເຊັ່ນ: ເວັບໄຊ, ແອັບພີເຄເຊິນ, ໂປຣແກຣມ ຫຼື ຊຸດຄຳສັ່ງອື່ນ ເພື່ອໃຫ້ຜູ້ອື່ນສາມາດດຳເນີນທຸລະກິດໃນຊ່ອງທາງດັ່ງກ່າວ ໂດຍເກັບຄ່າບໍລິການ ຫຼື ຄ່າຕອບແທນອື່ນ.
ມາດຕາ ມາດຕາ 3
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດດຳລັດ ແລະ ລະບຽບການ ກ່ຽວກັບການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ