ຄຳແນະນຳກ່ຽວກັບ ການເຮັດສັນຍາກະສິກຳ

农业合同签订指南

Guidelines for Entering into Agricultural Contracts

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງສິດ ແລະ ພັນທະຂອງຄູ່ສັນຍາຮ່ວມທຶນກະສິກຳ, ເນັ້ນໃສ່ການກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງສອງຝ່າຍໃນການລົງທຶນປັດໃຈການຜະລິດ, ການສົ່ງມອບສິນຄ້າ, ການຊຳລະເງິນ ແລະ ການຕິດຕາມເອົາຄ່າເສຍຫາຍ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ສັນຍາສະບັບນີ້ ສ້າງຂຶ້ນເພື່ອເປັນບ່ອນອີງໃນການດຳເນີນກິດຈະກຳຂອງຄູ່ສັນຍາດ້ານການຜະລິດ/ປຸງແຕ່ງ ເຊິ່ງຝ່າຍກ ມີທີ່ດິນ/ແຮງງານ/ເງິນ/ປັດໄຈການຜະລິດ/ເຕັກນິກ/ການເກັບກ່ຽວ/ເຄື່ອງມື ແລະ ກົນຈັກການຜະລິດ/ການປຸງແຕ່ງ ແລະ ຕະຫຼາດ (ຢ່າງຫ້ອຍສອງອົງປະກອບ) ເພື່ອລົງທຶນຮ່ວມກັບຝ່າຍຂ. ສ່ວນຝ່າຍຂ ມີທີ່ດິນ/ແຮງງານ/ເງິນ/ປັດໄຈການຜະລິດ/ເຕັກນິກ/ການເກັບກ່ຽວ/ເຄື່ອງມື ແລະ ກົນຈັກການຜະລິດ/ການປຸງແຕ່ງ ແລະ ຕະຫຼາດ (ຢ່າງຫ້ອຍສອງອົງປະກອບ) ເພື່ອລົງທຶນຮ່ວມກັບຝ່າຍກ. ເພື່ອເປັນບ່ອນອີງໃຫ້ແກ່ການດຳເນີນງານຂອງຄູ່ສັນຍາ ກ່ຽວກັບການຜະລິດ ແນໃສ່ຫຼຸດຜ່ອນຄວາມສ່ຽງໃນການລົງທຶນຜະລິດ, ປຸງແຕ່ງ ແລະ ບໍລິການກະສິກຳ, ສາມາດເຂົ້າເຖິງຕະຫຼາດຫຼາຍຂຶ້ນ ແລະ ສ້າງມາດຕະຖານການຜະລິດ, ມາດຕະຖານສິນຄ້າ ແລະ ລາຄາ.

ມາດຕາ ມາດຕາ 2

ມາດຕາ 4 ສະຖານທີ່ປະຕິບັດສັນຍາ
ສະຖານທີ່ຜະລິດ/ປຸງແຕ່ງ/ບໍລິການ: ຖະໜົນ..., ເມືອງ..., ນະຄອນ/ແຂວງ...
ສະຖານທີ່ມອບ-ຮັບສິນຄ້າ: ຖະໜົນ..., ເມືອງ..., ນະຄອນ/ແຂວງ...

ມາດຕາ ມາດຕາ 3

ມາດຕາ 3 ການຂົນສົ່ງສິນຄ້າ ແລະ ການຊຳລະ
ການຂົນສົ່ງສິນຄ້າແຕ່ລະຄັ້ງ ຕ້ອງມີການເຊັນຢັ້ງຢືນ ທັງຜູ້ມອບ (ຂົນສົ່ງ) ແລະ ຜູ້ຮັບ ຊຶ່ງຝ່າຍຜູ້ຂົນສົ່ງຈະຮັບຜິດຊອບຕໍ່ຄ່າຂົນສົ່ງສິນຄ້າຈາກຝ່າຍຜູ້ສົ່ງ ແຕ່ຕົ້ນທາງຮອດປາຍທາງ ຫຼື ເຖິງຈຸດມອບຮັບສິນຄ້າ.
ປະລິມານສິນຄ້າ ຝ່າຍຜູ້ສົ່ງ ຕ້ອງໄດ້ສະໜອງໃຫ້ແກ່ ຝ່າຍຜູ້ຂົນສົ່ງ ຢ່າງຫ້ອຍຈຳນວນ ................ ກິໂລ/ຖ້ຽວ.
ຝ່າຍຜູ້ຮັບ ຕ້ອງຊຳລະຄ່າສິນຄ້າໃຫ້ແກ່ ຝ່າຍຜູ້ສົ່ງ ແບບເງິນສົດ/ເງິນໂອນ ໃຫ້ຄົບຖ້ວນ/ຢ່າງຫ້ອຍ ອ % ຂອງມູນຄ່າສິນຄ້າທັງຫົດ ຫຼື ພາຍຫຼັງໄດ້ຮັບສິນຄ້າຄົບຖ້ວນ/ຈຳນວນ ................ ໃນແຕ່ລະຖ້ຽວ

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ