ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ (ສະບັບປັບປຸງ)
消防法(修订版)
Law on Fire Prevention and Control (Amended)
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດລະບຽບພື້ນຖານກ່ຽວກັບການຄຸ້ມຄອງຄວາມປອດໄພດ້ານອັກຄີໄພ, ກວມເອົາການຈັດຕັ້ງ, ການປະຕິບັດ ແລະ ການຕິດຕາມກວດກາວຽກງານປ້ອງກັນ ແລະ ດັບເພີງ. ຈຸດປະສົງຂອງກົດໝາຍສະບັບນີ້ແມ່ນເພື່ອປ້ອງກັນການເກີດເພີງ, ຫຼຸດຜ່ອນຄວາມເສຍຫາຍຈາກເພີງ, ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ຄວາມປອດໄພສາທາລະນະຂອງສັງຄົມ. ກົດໝາຍສະບັບນີ້ໃຊ້ບັງຄັບກັບທຸກຫົວໜ່ວຍງານ ແລະ ບຸກຄົນພາຍໃນປະເທດ, ກຳນົດພາລະບົດບາດ ແລະ ໜ້າທີ່ຂອງຜູ້ກ່ຽວຂ້ອງໃນວຽກງານອັກຄີໄພ, ພ້ອມທັງກຳນົດມາດຕະການກ່ຽວກັບການບຳລຸງຮັກສາອຸປະກອນດັບເພີງ, ການແກ້ໄຂຂໍ້ບົກພ່ອງທີ່ເປັນສາເຫດຂອງເພີງ ແລະ ການກູ້ໄພສຸກເສີນ.
ມາດຕາ
ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ,
ຕິດຕາມ ກວດກາ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອໃຫ້ທົ່ວປວງຊົນ ມີສະຕິເປັນເຈົ້າການຕໍ່ວຽກ
ງານດັງກ່າວ. ເຮັດໃຫ້ກຳລັງສະກັດກັນ ແລະ ຕ້ານອັກຄີໄພ ມິຄວາມຫຼັກແໜ້ນ, ເຂັມແຂງ, ຊຳນານ ທາງດ້ານ
ວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ວ່ອງໄວ, ທັນສະໄຫເທືອລະກ້າວ, ຮັບປະກັນ ການສະກັດກັນ
ແລະ ຕ້ານອັກຄີໄພ ໃຫ້ທັນການ, ມີປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ປ້ອງກັນບໍ່ໃຫ້ເກີດຜົນເສຍ
ຫາຍ ຕໍ່ ຊີວິດ, ສຸຂະພາບ, ຊັບສິນ ຂອງພົນລະເມືອງ, ຂອງລັດ, ລວມຫຼໍ່, ທຳມະຊາດ ແລະ ສິ່ງແວດລ້ອມ,
ເຮັດໃຫ້ສ້າຄົມມີຄວາມສະຫງົບ ແລະ ປອດໄພຈາກອັກຄືໄພ ປະກອບສ່ວນເຂົາໃນການປົກປັກຮັກສາ ແລະ
ພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 (ປັບປຸງ) ການສະກັດກັນ ແລະ ຕ້ານອັກຄີໄພ
ການສະກັດກັນອັກຄີໄພ ແມ່ນ ການວາງແຜນປ້ອງກັນອັກຄີໄພໄວ້ລ່ວງຫ້າ ດ້ວຍການກະກຽມ ຈັດຕັ້ງ
ກຳລັງພົນ, ອຸປະກອນເຕັກນິກ, ສ້າງລະບົບບ້ອງກັນອັກຄີໄພ, ການກວດກາເຕັກນິກ, ການນໍຳໃຊ້ມາດຕະການ
ຕ່າງໆ, ການໂຄສະນາ, ການສຶກສາອົບຮົມ, ການແນະນຳ ທົວປວງຊົນໃຫ້ ຮັບຮູ້, ເຂົາໃຈ ມີຄວາມກຽມພ້ອມ
ເພື່ອສະກັດກັນບໍ່ໃຫ້ອັກຄືໄພເກີດຂຶນ.
ການຕ້ານອັກຄີໄພ ແມ່ນ ການນຳໃຊ້ ກຳລັງພົນ, ພາຫະນະ, ອຸປະກອນເຕັກນິກ, ວັດຖູປະກອນ
ແລະ ຍຸດທະວິທີ ເຂົາໃນການຕ້ານອັກຄີໄພຢ່າງຮິບດ່ວນ ແລະ ທັນການ,
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 89 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ