ມະຕິຄະນະປະຈຳສະພາແຫ່ງຊາດກ່ຽວກັບ ການກຳນົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການກຳນົດການຈັດຊຸດ ສະພາປະຊາຊົນຂັ້ນແຂວງ

地方人民议会成立日及省级人民议会选举安排国会常务委员会决议

National Assembly Standing Committee Resolution on Local People's Assembly Establishment Day and Provincial People's Assembly Election Arrangements

ບົດສະຫຼຸບ

ມະຕິສະບັບນີ້ກຳນົດວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ປັບປຸງການນັບເລກສະໄໝຂອງສະພາປະຊາຊົນແຂວງ ພ້ອມທັງຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງປະຕິບັດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ເຫັນດີກຳນົດເອົາ ວັນທີ 04 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ.

ມາດຕາ ມາດຕາ 2

ມາດຕາ 2 ເຫັນດີປ່ຽນແປງການກຳນົດການຈັດຊຸດສະພາປະຊາຊົນຂັ້ນແຂວງ ຊຸດທີ I ປະຈຸບັນເປັນຊຸດທີ II ແລະ ຊຸດທີ່ຈະເລືອກຕັ້ງໃນປີ 2026 ເປັນຊຸດທີ III.

ມາດຕາ ມາດຕາ 3

ມາດຕາ 3 ສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງທ້ອງຖິ່ນ, ທຸກຂະແໜງການ ແລະ ອົງການ ໃນລະບົບການເມືອງປະຊາທິປະໄຕປະຊາຊົນ ຈົ່ງຮັບຮູ້ ແລະ ເຄົາລົບ ແລະ ປະຕິບັດມະຕິສະບັບນີ້.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ