ຄຳແນະນຳກ່ຽວກັບ ການຄ້ຳປະກັນ, ການຖອນວົງເງິນຄ້ຳປະກັນ ແລະ ພັນທະຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຮນິກ
电子黄金买卖服务经营者担保、撤销担保及义务指南
Guidelines on Guarantee, Withdrawal of Guarantee, and Obligations for Electronic Gold Trading Service Operators
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດໃຫ້ຜູ້ປະກອບການຊື້-ຂາຍຄຳອີເລັກໂທຣນິກຕ້ອງຝາກເງິນຄ້ຳປະກັນຈຳນວນ 10 ຕື້ກີບ ເຂົ້າບັນຊີພິເສດຂອງທະນາຄານການຄ້າ ແລະ ກຳນົດເງື່ອນໄຂການນຳໃຊ້, ການຄືນເງິນຄ້ຳປະກັນ ແລະ ພັນທະໃນການຕິດຕາມຄວາມສ່ຽງ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 960/ອຄ
ນະຄອນຫຼວງວຽງຈັນ, ວັນທີ ເສື່ອ ແຖຸສາ 2025
ຄຳແນະນຳ
ກ່ຽວກັບການຄໍ້າປະກັນ, ການຖອນວົງເງິນຄຳປະກັນ ແລະ ພັນທະຂອງ
ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
- ອີງຕາມ ດຳລັດ ວ່າດ້ວຍການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 550/ນຍ, ລົງວັນທີ 01 ກັນຍາ 2025;
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ສະບັບເລກທີ 0666/ອຄ, ລົງວັນທີ 22 ເມສາ 2025;
ອີງຕາມ ຫັງສືສະເຫຼ່ຂອງກົມການຄ້າພາຍໃນ ສະບັບເລກທີ 0723/ກຄພນ, ລົງວັນທີ 01 ກໍລະກົດ 2025.
ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາຂອງຂໍ້ຕົກລົງ ວ່າດ້ວຍກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ສະບັບເລກທີ 0666/ອດ, ລົງວັນທີ 22 ເມສາ 2025 ໃຫ້ເປັນອັນລະອຽດ, ຈະແຈ້ງ, ຊັດເຈນ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ ພ້ອມທັງເປັນການແນະນຳເພີ່ມເຕີມ ກ່ຽວກັບການຄ້າປະກັນ, ການຖອນວົງເງິນຄ້າປະກັນ, ການເກັບຮັກສາ ແລະ ການລາຍງານຂໍ້ມູນ ກ່ຽວກັບການດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ເພື່ອເປັນການສົ່ງເສີມວຽກງານດັ່ງກ່າວ ໃຫ້ມີການຂະຫຍາຍຕົວ, ແຂ່ງຂັນທີ່ເປັນທຳ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ດຳເນີນກິດຈະການ ແລະ ຜູ້ຊົມໃຊ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ:
1. ແນະນຳເພີ່ມເຕີມບາງເນື້ອໃນ
1. ບນວດ ວີ ການຄ້າປະກັນ ແລະ ການຖອນວົງເງິນຄ້າປະກັນ
1.1 ມາດຕາ 11 ການຄ້າປະກັນ
ການຝາກເງິນຄ້າປະກັນ ເຶ່ງຮ້ອຍຕື້ກີບ ຂອງຜູ້ຕຳເນີນກິດຈະການ ເພື່ອຂໍອະນຸຍາດດຳເນີນກິດຈະ
ການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຕ້ອງຝາກເງິນຄ້າປະກັນ ຢູ່ກັບທະນາຄານທຸລະກິດໃດຫພົ່ງທີ່ມີ
ເງື່ອນໄຂ ແລະ ຄວາມພ້ອມໃນການຮັບຝາກ ພ້ອມທັງອອກຫງສີປັ້ງປືນບັນຊີເປັນລາຍລັກອັກສອນ ໃຫ້ກົມການ
ຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອເປັນບ່ອນອີງໃນການຄົ້ນຄວ້າອອກໃບອະນຸຍາດດຳເນີນ
ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ດັ່ງນີ້:
]. ບັນຊີສະເພາະ ແມ່ນບັນຊີເງິນຝາກຂອງທະນາຄານທຸລະກິດ ສ້າງຂຶ້ນເພື່ອເປັນເງື່ອນໄຂ ແລະ ຮອງຮັບ
ການຝາກເງິນຕ້າປະກັນຂອງຜູ້ດຳເນີນກິດຈະການ ເພື່ອຂໍອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ບັນຊີເງິນສະເພາະນີ້ ເອີ້ນວ່າ ບັນຊີເງິນຝາກກະແສລາຍວັນ.
2. ການເປີດບັນຊີເງິນຝາກກະແສລາຍວັນ ທຸກຄັ້ງຕ້ອງໄດ້ສ້າງສັນຍາ ສອງຝ່າຍ ລະຫວ່າງ ທະນາຄານທຸລະກິດ ທີ່ເປີດບັນຊີເງິນຝາກ ແລະ ຜູ້ດຳເນີນກິດຈະການ ຊຶ່ງສັນຍາດັ່ງກ່າວ ຕ້ອງກຳນົດເງື່ອນໄຂ, ຂອບເຂດຂອງສັນຍາຢ່າງຊັດເຈນ, ລະບຸວັດຖຸປະສົງຂອງເງິນຄຳປະກັນ, ໄລຍະເວລາຄືນເງິນຄ້າປະກັນ, ການບັນທຶກ ແລະ ການແຈ້ງເຕືອນ, ການຕິດຕາມ, ກວດກາ ແລະ ກວດສອບສະຖານະຂອງບັນຊີເງິນຝາກກະແສລາຍວັນ ລວມທັງການກຳນົດອັດຕາດອກເບ້ຍ, ການນຳໃຊ້ເງິນຄ້າປະກັນ, ການຖອນເງິນຄ້າປະກັນ ແລະ ອື່ນໆ;
3. ພາຍຫຼັງຜູ້ດຳເນີນກິດຈະການເປີດບັນຊີ ເພື່ອຄ້າປະກັນ ແລະ ນຳເອົາເງິນ ຫຼື ຮ້ອຍຕີ້ ຝາກໃນບັນຊີ
ຝາກກະແສລາຍວັນ, ທະນາຄານທຸລະກິດທີ່ຮັບຝາກເງິນຄ້າ ຕ້ອງອອກຫງສືປັ້ງຢືນບັນຊີ ແລະ ວົງເງິນຄ້າປະກັນ ເປັນທາງການໃຫ້ຜູ້ຕຳເນີນກິດຈະການ ເພື່ອເປັນຫຼັກຖານ ແລະ ບ່ອນອີງປະກອບເຂົ້າໃນການສະເຫຼີຂໍໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຕາມຂັ້ນຕອນທີ່ກຳນົດໄວ້ໃນຂໍ້ຕົກລົງ ວ່າດ້ວຍກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ;
4. ການເກັບຮັກສາເງິນຄ້າປະກັນ ຕ້ອງເກັບໄວ້ໃນບັນຊີງິນຝາກກະແສລາຍວັນ ຂອງທະນາຄານທຸລະກິດທີ່ເປີດບັນຊີງິນຝາກ ແລະ ອອກຊື່ຫົວໜ່ວຍທຸລະກິດ ໃນວົງເງິນຄ້າປະກັນຕໍ່າສຸດ ບຶ່ງຮ້ອຍຕື້ກີບ ຕາມລະບຽບການ ຊຶ່ງບໍ່ສາມາດຖອນ, ໂອນ ຫຼື ໃຊ້ຄ້າປະກັນ ໃຫ້ແກ່ທຸລະກຳອື່ນໄດ້, ເວັ້ນເສຍຜູ້ດຳເນີນກິດຈະການປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງ ວ່າດ້ວຍກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ແລະ ຂໍ້ 2 ຂອງຄຳແນະນຳສະບັບນີ້;
5. ໄລຍະເວລາຄືນເງິນຝາກຄ້າປະກັນ ໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນສັນຍາ ສອງຝ່າຍ, ຊຶ່ງຜູ້ດຳເນີນກິດຈະການ ຕ້ອງເພີ່ມວົງເງິນຄ້າປະກັນ ຖ້າເຫັນວ່າທຸລະກຳຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ມີການສະສົມຄຳເທື່ອລະຫ້ອຍຂອງລູກຄ້າ ຊຶ່ງມີມູນຄຳເຖິງ 90% ຂອງວົງເງິນຄຳປະກັນ, ຜູ້ດຳເນີນກິດຈະການ ຕ້ອງວິເຄາະຄວາມຕ້ອງການຂອງການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໄລຍະ ຫົກເດືອນຕໍ່ຫຼ້າ ແລ້ວລາຍງານກົມການຄ້າພາຍໃນ ເພື່ອຄົ້ນຄວ້າ ແລະ ອອກຫັງສືທາງການເຖິງທະນາຄານທຸລະກິດ ທີ່ເປີດບັນຊີເງິນຝາກ ເພື່ອດັດແກ້ສັນຍາ ແລະ ເພີ່ມວົງເງິນຄຳປະກັນຕື່ມ ໃຫ້ແທດເໝາະກັບສະພາບການຕົວຈິງ ແລະ ປ້ອງກັນຄວາມສ່ຽງທີ່ອາດເກີດຂຶ້ນ;
ກໍລະນີ ຜູ້ດຳເນີນກິດຈະການ ບໍ່ເພີ່ມວົງເງິນຄຳປະກັນ ຊຶ່ງມີມູນຄ່າເຖິງ 95% ຂອງວົງເງິນຄ້າປະກັນ
ເບື້ອງຕົ້ນ, ກົມການຄ້າພາຍໃນ ຕ້ອງອອກຫັງສືແຈ້ງໂຈະການດຳເນີນກິດຈະການ ໂດຍຜ່ານແພຼດຟອມດັ່ງກ່າວ ຊົ່ວຄາວ;
6. ບັນຊີເງິນຝາກກະແສລາຍວັນ ຕ້ອງມີການບັນທຶກຢ່າງເປັນລະບົບ ແລະ ແຈ້ງເຕືອນ ເມື່ອໃກ້ຮອດກຳນົດມູນຄ່າສະສົມເຖິງ 90% ຂອງວົງເງິນຄ້າປະກັນ ເພື່ອໃຫ້ຜູ້ດຳເນີນກິດຈະການ ເພີ່ມວົງເງິນຄ້າປະກັນ ແລະ
ຕ້ອງປະເມີນສະພາບການເຄື່ອນໄຫວບັນຊີຊື້-ຂາຍຄຳຂອງລູກຄ້າ ແລະ ສະພາບການເຄື່ອນໄຫວອື່ນຂອງຜູ້ດຳເນີນກິດຈະການ ທຸກ ຫົກເດືອນ ເພື່ອລາຍງານກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຊາບ ແລະ ພິຈາລະນາ;
7. ກົມການຄ້າພາຍໃນ ຮ່ວມກັບທະນາຄານທຸລະກິດທີ່ຮັບຝາກເງິນຄ້າປະກັນ ຕິດຕາມ, ກວດກາ ແລະ ກວດ
ສອບສະຖານະຂອງບັນຊີເງິນຝາກກະແສລາຍວັນ ຂອງຜູ້ດຳເນີນກິດຈະການ ເປັນປົກກະຕິ ປະຈຳ ເດືອນ, ໄຕມາດ, ປີ ຫຼື ກໍລະນີ ຮີບດ່ວນ ກໍ່ສາມາດກວດສອບໄດ້ທັນທີ ແລະ ກັບທີ່.
8. ການກຳນົດ ແລະ ຖອນອັດຕາດອກເບັຍຂອງວົງເງິນຄ້າປະກັນ ໃນບັນຊີເງິນຝາກກະແສລາຍວັນ ໃຫ້ ປະຕິບັດຕາມທີ່ກຳນົດໄວ້ໃນສັນຍາ ສາມ ຝ່າຍ;
9. ບັນຊີເງິນຝາກກະແສລາຍວັນ ສາມາດບີດໄດ້ ຊຶ່ງຕ້ອງປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງ ວ່າດ້ວຍກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ແລະ ຂໍ້ 12 ຂອງຄຳແນະນຳ ສະບັບນີ້;
10. ທະນາຄານທຸລະກິດທີ່ຮັບຝາກເງິນຄ້າປະກັນ ສາມາດນຳໃຊ້ວົງເງິນຄ້າປະກັນ ເຂົ້າໃນການປ່ອຍສິນ ເຊື່ອຕາມລະບຽບການຂອງທະນາຄານ;
ສຳລັບການນຳໃຊ້ວົງເງິນຄຳປະກັນ ທະນາຄານຕ້ອງມີຫຼັກຖານການບັນທຶກ, ຈຸດປະສົງການນຳໃຊ້ເງິນ,
ໄລຍະເວລາຄືນເງິນ ແລະ ການລາຍງານ ໃຫ້ທັງກົມການຄ້າພາຍໃນ ເຫັນດີກ່ອນ ພາຍໃນ ສິບວັນ ລັດຖະການ
ຈຶ່ງສາມາດຈັດຕັ້ງປະຕິບັດໄດ້ ພ້ອມທັງແຈ້ງໃຫ້ຜູ້ດຳເນີນທຸລະກິດຜູ້ດຳເນີນກິດຈະການທີ່ເປັນເຈົ້າຂອງເງິນຮັບຊາບ.
1.2 ມາດຕາ 12 ການຖອນວົງເງິນຄ້າປະກັນ
ການຖອນວົງເງິນຄ້າປະກັນ ຕ້ອງປະຕິບັດ ດັ່ງນີ້:
1. ກໍລະນີ ຄື: (1) ມີການສະເຫຼີຍົກເລີກການກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ,
(2) ຜູ້ປະສົບບັນຫາການສົ່ງມອບຄຳໃຫ້ລູກຄ້າ ແລະ (3) ຜູ້ດຳເນີນກິດຈະການຖືກສານຕັດສິນໃຫ້ລົ້ມລະລາຍ, ທັງ
ສາມ ກໍລະນີ ຕ້ອງດຳເນີນການແກ້ໄຂການສົ່ງມອບເງິນຄືນໃຫ້ລູກຄ້າທີ່ຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ, ກົມການ
ຄ້າພາຍໃນ ຕ້ອງຮີບຮ້ອນສະເຫຼີຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາອອກຂໍ້ຕົກລົງ ວ່າດ້ວຍ
ການແຕ່ງຕັ້ງຄະນະຮັບຜິດຊອບດຳເນີນການແກ້ໄຂບັນຫາ ເປັນຕົ້ນ ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ກົມຄຸ້ມຄອງທະນາຄານທຸລະກິດ ຂອງທະນາຄານແຫ່ງ ສປປ ລາວ, ກົມເຕັກໂນໂລຊີດີຈີຕອນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.
2. ກໍລະນີ ມີການກະທຳຜິດລະເມີດ ຫຼື ລະເມີດສັນຍາ ທັງສອງຝ່າຍ ລະຫວ່າງ ທະນາຄານທຸລະກິດ ແລະ ຜູ້ດຳເນີນກິດຈະການ ໃຫ້ປະຕິບັດ ແລະ ແກ້ໄຂສັນຍາ ຕາມລະບຽບການ ຫຼື ອາດຕ້ອງຊົດໃຊ້ຄ່າເສຍຫາຍທີ່ເກີດຂຶ້ນຈາກການກະທຳຜິດ ຫຼື ລະເມີດສັນຍາ;
3. ການສະເໜີຂໍຖອນວົງເງິນຄ້າປະກັນຂອງຜູ້ດຳເນີນກິດຈະການ ສາມາດສະເໜີຂໍຖອນໄດ້ເມື່ອຄົບກຳນົດ ຫຼື ສັນຍາສິ້ນສຸດ ໂດຍຕ້ອງບໍ່ປະສົບບັນຫາການສົ່ງມອບຄຳໃຫ້ລູກຄ້າ ຫຼື ຖືກສານຕັດສິນໃຫ້ລົ້ມລະລາຍ.
ລາຍລະອຽດ ທະນາຄານທີ່ເປີດບັນຊີເງິນຝາກ ຕ້ອງຄືນເງິນຄໍ້າປະກັນເຕັມຈຳນວນ ແລະ ເອກະສານຮັບຮອງການມອບສົ່ງ ຫຼື ຖອນວົງເງິນຄໍ້າປະກັນ.
+ ເອກະສານປະກອບ ເພື່ອຂໍຖອນວົງເງິນຄໍ້າປະກັນ ມີດັ່ງນີ້:
ກ. ກໍລະນີຜູ້ດຳເນີນກິດຈະການຂໍຢຸດເຊົາດ້ວຍຄວາມສະໝັກໃຈ
ຜູ້ດຳເນີນກິດຈະການຂໍຢຸດເຊົາດ້ວຍຄວາມສະໝັກໃຈ ຕ້ອງປະກອບເອກະສານ ດັ່ງນີ້:
1. ໜັງສືສະເໜີຂໍຢຸດເຊົາກິດຈະການດ້ວຍຄວາມສະໝັກໃຈ;
2. ບົດລາຍງານສະພາບການເຄື່ອນໄຫວກິດຈະການ ຕາມແບບພິມຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
3. ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະແກ້ໄຂສົ່ງມອບຄຳໃຫ້ບັນດາລູກຄ້າຄົບຖ້ວນ;
4. ບົດບັນທຶກບັນຊີຊຳລະສົ່ງມອບຄຳໃຫ້ລູກຄ້າ;
5. ໜັງສືສະເໜີຂໍຖອນວົງເງິນຄໍ້າປະກັນຂອງຜູ້ດຳເນີນກິດຈະການ ຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
6. ຫຼັງສືສະເບີຂໍຖອນເງິນຄ້າປະກັນ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫາທະນາຄານທຸລະກິດ;
7. ຜູ້ດຳເນີນກິດຈະການ ສາມາດສະເຫຼີຂໍຖອນວົງເງິນຄ້າປະກັນຕື່ມ ຈາກວົງເງິນຄ້າປະກັນທີ່ຄ້ຳໃນເບື່ອງຕົ້ນ ຫໍ ເຶ່ງຮ້ອຍຕື້ກີບ ເມື່ອເທັນວ່າຍອດບັນຊີມີມູນຄ່າການຊື້ຄຳສະສົມຂອງລູກຄ້າຫຼຸດລົງ ຕ່ ຕຳກວ່າວົງເງິນຄ້າປະກັນໃນເບື້ອງຕົ້ນ ຫຼື ຕ່າກວ່າ 90% ຂອງ ນ່ງຮ້ອຍຕີ້ກີບ ຕ້ອງປະກອບເອກກະສານ ດັ່ງນີ້:
1) ບັງສືສະເບີ ຍືນຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ .
2) ບົດລາຍງານສະພາບການເຄື່ອນໄຫວກິດຈະການ ຕາມແບບພິມຂອງກົມການຄ້າພາຍໃນ;
3) ຫັງສືຢັ້ງຢືນບັນຊີມູນຄ່າຊື້-ຂາຍຄຳຕົວຈິງ ຈາກຜູ້ດຳເນີນກິດຈະການ ແລະ ນນັງສື່ຢັ້ງຍືນວົງເງິນຄ້າປະກັນ ວຫາ
7
ຂ. ການແກ້ໄຂ ກໍລະນີ ຜູ້ດຳເນີນກິດຈະການລົ້ມລະລາຍ
ກໍລະນີ ຜູ້ດຳເນີນກິດຈະການລົ້ມລະລາຍ ຕ້ອງປະກອບເອກະສານ ດັ່ງນີ້:
1. ຫັງສືຢັ້ງຢືນ ຫຼື ຄຳຕັດສິນໃຫ້ລື້ມລະລາຍຈາກສານປະຊາຊົນສູງສຸດ;
2. ຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງຄະນະແກ້ໄຂສົ່ງມອບຄຳໃຫ້ບັນດາລູກຄ້າໃຫ້ຄົບຖ້ວນ;
3. ບົດບັນທຶກບັນຊີການຊຳລະສົ່ງມອບຄຳ ທື ສົ່ງຜິນຄືນໃຫ້ລູກຄ້າ;
4. ນັງສືສະເຫີຂໍຖອນເງິນຄ້າປະກັນ ຂອງຜູ້ດຳເນີນກິດຈະການ ຍື່ນຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
5. ຫັງສືສະເຫີຂໍຖອນເງິນຄ້າປະກັນ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫາທະນາຄານທຸລະກິດ.
2. ບນວດທີ 4 ສິດ ແລະ ພັນທະຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
2.1 ມາດຕາ 14 ພັນທະຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
1. ຕ້ອງສ້າງສັນຍາ ແລະ ເປີດບັນຊີຜູກກັບທະນາຄານທຸລະກິດ ຢ່າງຕໍ່າ ສອງ ທະນາຄານຂຶ້ນໄປ ທີ່ເປັນເງິນກີບ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າເຮັດທຸລະກຳການຊຳລະຜ່ານການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ແລະ ບັນຊີດັ່ງກ່າວ ຕ້ອງເປັນບັນຊີອອກຊື່ບໍລິສັດ;
2. ການເກັບຮັກສາຂໍ້ມູນການເຄື່ອນໄຫວດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໃຫ້ຮັກສາຂໍ້ມູນຜ່ານເຊີບເວີ້ ຢ່າງຫ້ອຍ ສອງບ່ອນ ຂອງຜູ້ດຳເນີນກິດຈະການທີ່ກ່ຽວຂ້ອງ ແຕ່ຕ້ອງໄດ້ມີການເກັບຮັກສາຂໍ້ມູນດັງກ່າວ ນຳກົມເຕັກໂນໂລຊີດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາມລະບຽບການ ແລະ ຕ້ອງມີການອັບເດດການເກັບຮັກສາຂໍ້ມູນເປັນປະຈຳ;
3. ຕ້ອງມີລະບົບແຈ້ງເຕືອນໃຫ້ກົມການຄ້າພາຍໃນ ແລະ ຜູ້ດຳເນີນກິດຈະການ ໃນການເພີ່ມວົງເງິນຄ້າ
ປະກັນຕື່ມ ເພື່ອສືບຕໍ່ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ເມື່ອເຫັນວ່າມູນຄ່າວົງເງິນຄ້າປະກັນໃກ້ຮອດ 95% ຂອງຈຳນວນວົງເງິນທີ່ຄ້າປະກັນໄວ້ທັງໝົດ ຊຶ່ງການເພີ່ມວົງເງິນຄ້າປະກັນ ໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນຄຳແນະນຳສະບັບນີ້;
4. ຕ້ອງແຈ້ງຕໍ່ກົມການຄ້າພາຍໃນ ທັນທີ ກໍລະນີ ການເຮັດທຸລະກຳຊື້-ຂາຍຄຳ ທີ່ມີມູນຄ່າ ໜຶ່ງຕື້ກີບຂຶ້ນໄປ ຕໍ່ຄັ້ງຕໍ່ບັນຊີ ແລະ ມີທຸລະກຳຊື້ຢ່າງຕໍ່ເນື່ອງ ຊຶ່ງເຫັນວ່າມີຄວາມສ່ຽງ ຫຼື ສົງໃສເຂົ້າຄ່າຍການຟອກເງິນ ເພື່ອຕິດຕາມ, ກວດກາ ແລະ ລາຍງານໃຫ້ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ, ສຳນັກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອຮັບຊາບ ແລະ ພິຈາລະນາ;
5. ຕ້ອງສະຫຼຸບລາຍງານຜົນການດຳເນີນກິດຈະການ ເປັນປະຈຳວັນ, ເດືອນ ແລະ ປີ ຜ່ານລະບົບ 411 ຂອງເພດ
ຟອມຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໃຫ້ແກ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ກົມຄຸ້ມຄອງທະນາຄານທຸລະກິດ ຂອງທະນາຄານແຫ່ງ ສປປ ລາວ ຕາມຮ່າງລາຍງານເອກະພາບ ລະຫວ່າງ ຂະແໜງການ ໃຫ້ແກ່ຜູ້ດຳເນີນກິດຈະການ;
6. ຕ້ອງໄດ້ສ້າງກົນໄກການຕິດຕາມ, ກວດກາ ໂດຍກຳນົດຊ່ອງທາງ ແລະ ອຳນວຍຄວາມສະດວກໃຫ້ ອົງການຄຸ້ມຄອງເຂົ້າເຖິງຂໍ້ມູນໃນລະບົບການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໄດ້ກັບທີ່, ປະຈຳວັນ, ເດືອນ ແລະ ປີ ເປັນແຕ່ລະໄລຍະ ຊຶ່ງຊ່ອງທາງການຕິດຕາມ ກວດກາ ອະນຸຍາດໃຫ້ສະເພາະຄະນະກົມການຄ້າພາຍໃນ, ຄະນະກົມ ທີ່ກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ ສາມາດເຂົ້າເຖິງໄດ້.
22 ພັນທະເພີ່ມເຕີມຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
1. ການຮັກສາ ແລະ ຮັບປະກັນລະບົບການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຕ້ອງມີຄວາມສະຖຽນ ຫຼື ເຮັດທຸລະກຳໃຫ້ໄດ້ເປັນປົກກະຕິ, ຖ້າມີການປັບປຸງ ຫຼື ມີການປິດລະບົບຊົ່ວຄາວ ໃນການແກ້ໄຂຕ້ອງສ້າງແຜນ ແລະ ສະເຫຼີຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມເຕັກໂນໂລຊີດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຄົ້ນຄວ້າ ແລະ ພິຈາລະນາປັບປຸງ, ແກ້ໄຂ ໃຫ້ທັນກັບເວລາທີ່ກຳນົດໄວ້;
2. ຕ້ອງຈັດແບ່ງບັນຊີຂອງລູກຄ້າ ອອກເປັນ 3 ລະດັບ ຄື:
1) ລະດັບນ້ອຍ ທີ່ມີທຸລະກຳຊື້-ຂາຍຄຳ ເທື່ອລະຫ້ອຍ ແລະ ມີມູນຄ່າຊື້ບໍ່ເກີນ ສາມຮ້ອຍລ້ານກີບ;
2) ລະດັບກາງ ມີທຸລະກຳຊື້-ຂາຍຄຳ ເທື່ອລະຫ້ອຍ ແລະ ມີມູນຄ່າຊື້ບໍ່ເກີນ ລະຫວ່າງ ສາມຮ້ອຍລ້ານກີບ ຫາ ຫຼັງຕື້ກີບ;
3) ລະດັບໃຫ່ຍ ເກີນ ຫຼຶ່ງຕື້ກີບຂຶ້ນໄປ.
3. ສ້າງຊ່ອງທາງ, ຂັ້ນຕອນ ແລະ ກົນໄກການແກ້ໄຂຂໍ້ຂັດແຍ່ງທຸລະກຳຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ແບບອອນລາຍໃນແອັບພລິເຄເຊິນ ຫຼື ເວັບໄຊຂອງຕົນ ເພື່ອອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຂັດແຍ່ງເບື້ອງຕົ້ນ ຊຶ່ງຕ້ອງແກ້ໄຂ ແລະ ໄກ່ເກ່ຍແບບປະນີປະນອມ ລະຫວ່າງ ຜູ້ສະໜອງ ແລະ ຜູ້ຊົມໃຊ້ ຫຼື ຜູ້ສະໜອງດ້ວຍກັນເອງ ທັງນີ້ກໍ່ເປັນການຊ່ວຍຫຼຸດຜ່ອນການບື່ນຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຜ່ານທຸລະກຳຈາກພາກລັດ.
11. ວິທີການຈັດຕັ້ງປະຕິບັດ
1. ມອບໃຫ້ກົມການຄ້າພາຍໃນ ເປັນເຈົາການປະສານສົມທົບກັບທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ແລະ ຜູ້ດຳເນີນກິດຈະການ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ.
2. ມອບໃຫ້ກົມການຄ້າພາຍໃນ ເປັນເຈົາການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ,
ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ແນະນຳ ແລະ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ.
ປອ. ຈັນສະແບວງ ບຸນຍົງ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ