ດຳລັດວ່າດ້ວຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ
一村一品法令
One Village One Product Decree
ບົດສະຫຼຸບ
ລະບຽບການນີ້ຄຸ້ມຄອງການຜະລິດ ແລະ ການບໍລິການຜະລິດຕະພັນ ODOP ພາຍໃນປະເທດລາວ, ເນັ້ນໃສ່ການຊຸກຍູ້ການນຳໃຊ້ຊັບພະຍາກອນທ້ອງຖິ່ນເພື່ອພັດທະນາຜະລິດຕະພັນທີ່ເປັນເອກະລັກ, ຊຸກຍູ້ອຸດສາຫະກຳທີ່ໄດ້ມາດຕະຖານ, ມີຄຸນນະພາບສູງ ແລະ ມຸ່ງໄປສູ່ການສົ່ງອອກ ແບບສີຂຽວ ແລະ ຍືນຍົງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ໜຶ່ງເມືອງ ໜຶ່ງຜະລິດຕະພັນ
ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂຽນເປັນພາສາສາກົນ “One District One Product” ຂຽນເປັນພາສາລາວວ່າ “ໂອດອບ” ແມ່ນ ຜະລິດຕະພັນ ທີ່ນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນພາຍໃນທ້ອງຖິ່ນເປັນຫຼັກ ທີ່ເປັນເອກະລັກຂອງທ້ອງຖິ່ນນັ້ນ ເຂົ້າໃນການຜະລິດ
ຊຶ່ງປະກອບມີ ໂອດອບໃນຮູບແບບສິນຄ້າ ແລະ ໂອດອບໃນຮູບແບບການບໍລິການ ທີ່ມີມູນເຊື້ອ, ມີທ່າແຮງ ແລະ ເປັນມໍລະດົກ ໂດຍບໍ່ຈຳກັດຈຳນວນ ຜະລິດຕະພັນສິນຄ້າ ແລະ ການບໍລິການ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ປະກອບກິດຈະການໂອດອບ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລົງທຶນ, ດຳເນີນກິດຈະການ ໂອດອບໃນຮູບແບບສິນຄ້າ ແລະ ໂອດອບໃນຮູບແບບການບໍລິການ;
2. ຜະລິດຕະພາບ ໝາຍເຖິງ ປະສິດທິພາບ ແລະ ປະສິດທິຜົນ ຂອງການເຄື່ອນໄຫວ, ດຳເນີນກິດຈະການ ໂດຍປຽບທຽບ ລະຫວ່າງ ຜົນໄດ້ຮັບ ແລະ ປັດໄຈນຳເຂົ້າ ໃນການດຳເນີນກິດຈະການໂອດອບ ເຊັ່ນ ແຮງງານ, ທຶນ, ວັດຖຸດິບ ແລະ ເວລາ.
ມາດຕາ ມາດຕາ 3
ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານໂອດອບ
ລັດ ຊຸກຍູ້ ແລະ ສົ່ງເສີມ ວຽກງານໂອດອບ ດ້ວຍການວາງນະໂຍບາຍ, ສ້າງກົນໄກ, ສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກອື່ນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໂອດອບ ເພື່ອພັດທະນາຜະລິດຕະພັນໂອດອບ ໃຫ້ມີຄວາມຫຼາກຫຼາຍ, ເຂັ້ມແຂງ, ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ.
ລັດ ຊຸກຍູ້ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສ່ວນຮ່ວມ ແລະ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານໂອດອບ.
ລັດ ສົ່ງເສີມ ໃຫ້ມີການລົງທຶນ, ພັດທະນາຕໍ່ຍອດ, ສ້າງມູນຄ່າເພີ່ມ, ການເສີມສ້າງ, ປະດິດສ້າງ ຜະລິດຕະພັນໂອດອບ ໃຫ້ກ້າວໄປສູ່ການຜະລິດເປັນສິນຄ້າ ແລະ ການບໍລິການ ທີ່ມີມາດຕະຖານ, ມີຄຸນນະພາບ ເປັນສິນຄ້າ ແລະ ສາມາດກ້າວໄປສູ່ການສົ່ງອອກ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 58 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ