ດຳລັດວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ

科研人员法令

Scientific Research Personnel Decree

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການບໍລິຫານ ແລະ ກິດຈະກຳຂອງນັກຄົ້ນຄວ້າວິທະຍາສາດໃນປະເທດລາວ, ໂດຍມີຈຸດສຳຄັນໃນການກຳນົດຫຼັກການຄົ້ນຄວ້າວິທະຍາສາດ, ສົ່ງເສີມນະວັດຕະກຳດ້ານເຕັກໂນໂລຊີ, ແລະ ໃຫ້ການສະໜັບສະໜູນແບບເປັນເອກະພາບແກ່ກິດຈະກຳຄົ້ນຄວ້າວິທະຍາສາດທັງພາກລັດ ແລະ ເອກະຊົນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ກຳນົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ສົ່ງເສີມ,
ຕິດຕາມ ກວດກາ ການເຄື່ອນໄຫວວຽກງານການຄົ້ນຄວ້າ ຂອງນັກຄົ້ນຄວ້າວິທະຍາສາດ ເພື່ອໃຫ້ການ
ຄົ້ນຄວ້າວິທະຍາສາດ ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ສ້າງເງື່ອນໄຂ ໃຫ້ນັກ
ຄົ້ນຄວ້າວິທະຍາສາດ ທັງພາກລັດ ແລະ ພາກເອກະຊົນ ດຳເນີນການຄົ້ນຄວ້າວິທະຍາສາດ, ພັດທະນາ
ເຕັກໂນໂລຊີ, ນະວັດຕະກຳ ໃຫ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ
ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ມາດຕາ ມາດຕາ 2

ມາດຕາ 2 ນັກຄົ້ນຄວ້າວິທະຍາສາດ
ນັກຄົ້ນຄວ້າວິທະຍາສາດ ແມ່ນ ບຸກຄົນ ທີ່ດຳເນີນການຄົ້ນຄວ້າວິທະຍາສາດ ເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ປະກົດການ, ທາດແທ້, ກົດເກນ ຂອງທຳມະຊາດ ແລະ ສັງຄົມ ທີ່ສາມາດປະຍຸກໃຊ້ເຂົ້າໃນ ການພັດທະນາ ເຕັກໂນໂລຊີ, ນະວັດຕະກຳ ແລະ ສ້າງຜະລິດຕະພັນ ອອກຮັບໃຊ້ສັງຄົມ.

ມາດຕາ ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ນັກຄົ້ນຄວ້າ ໝາຍເຖິງ ບຸກຄົນທີ່ເຮັດການຄົ້ນຄວ້າໃນເລື່ອງໃດໜຶ່ງ ໃນສາຂາທີ່ຕົນມີຄວາມຊ່ຽວຊານ ຢ່າງເປັນລະບົບ ໂດຍໃຊ້ວິທີການເກັບຂໍ້ມູນ ວິເຄາະ ວິໄຈ ໂດຍມີຈຸດໝາຍໃນການແກ້ໄຂບັນຫາໃດໜຶ່ງ ຫຼື ພັດທະນາຄວາມເຂົ້າໃຈໃນເລື່ອງນັ້ນໆ ແລະ ແນໃສ່ສ້າງຜະລິດຕະພັນອອກຮັບໃຊ້ສັງຄົມ;
2. ເຕັກໂນໂລຊີ ໝາຍເຖິງ ຂະບວນການຫັນປ່ຽນຊັບພະຍາກອນ ໃຫ້ກາຍເປັນຜະລິດຕະພັນ ເພື່ອຮັບໃຊ້ສັງຄົມ ດ້ວຍການນຳໃຊ້ລະບົບເຄື່ອງມື, ພະລັງງານ, ພາຫະນະ, ວິທີການ ແລະ ກຳມະວິທີການຜະລິດສະເພາະ;
3. ນະວັດຕະກຳ ໝາຍເຖິງ ການນຳໃຊ້ຄວາມຮູ້, ຄວາມສາມາດ, ກຳມະວິທີການຜະລິດ ແລະ ປະສົບການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄົ້ນຄວ້າ, ປະດິດສ້າງ, ບໍລິການ, ການພັດທະນາຜະລິດຕະພັນ, ສິນຄ້າທີ່ມີຄຸນນະພາບສູງ ໃນຮູບແບບໃໝ່ ອອກສູ່ສັງຄົມ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 47 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ