科研人员法令

ດຳລັດວ່າດ້ວຍ ນັກຄົ້ນຄວ້າວິທະຍາສາດ

Scientific Research Personnel Decree

简介

该法令调整老挝境内科研人员的管理与活动,核心是规范科研原则、促进科技创新,并为公共与私营部门科研活动提供统一支持。

Summary

This decree regulates the management and activities of scientific researchers in Laos, standardizing research principles, promoting scientific and technological innovation, and providing unified support for research activities in the public and private sectors.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການບໍລິຫານ ແລະ ກິດຈະກຳຂອງນັກຄົ້ນຄວ້າວິທະຍາສາດໃນປະເທດລາວ, ໂດຍມີຈຸດສຳຄັນໃນການກຳນົດຫຼັກການຄົ້ນຄວ້າວິທະຍາສາດ, ສົ່ງເສີມນະວັດຕະກຳດ້ານເຕັກໂນໂລຊີ, ແລະ ໃຫ້ການສະໜັບສະໜູນແບບເປັນເອກະພາບແກ່ກິດຈະກຳຄົ້ນຄວ້າວິທະຍາສາດທັງພາກລັດ ແລະ ເອກະຊົນ.

条文

第ມາດຕາ 1条

第1条 目的

本令规定了关于管理、促进、监督和检查科学家科研活动的原则、规章和措施,以使科学研究在全国范围内集中和统一,旨在为公共和私营部门的科学家创造条件,开展科学研究、技术开发和创新,为国家经济社会发展做出贡献,并与区域和国际接轨。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ

ດໍາລັດສະບັບນີ້ກໍານົດ ຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ສົ່ງເສີມ,
ຕິດຕາມ ກວດກາ ການເຄື່ອນໄຫວວຽກງານການຄົ້ນຄວ້າ ຂອງນັກຄົ້ນຄວ້າວິທະຍາສາດ ເພື່ອໃຫ້ການ
ຄົ້ນຄວ້າວິທະຍາສາດ ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ສ້າງເງື່ອນໄຂ ໃຫ້ນັກ
ຄົ້ນຄວ້າວິທະຍາສາດ ທັງພາກລັດ ແລະ ພາກເອກະຊົນ ດໍາເນີນການຄົ້ນຄວ້າວິທະຍາສາດ, ພັດທະນາ
ເຕັກໂນໂລຊີ, ນະວັດຕະກໍາ ໃຫ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ
ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

第ມາດຕາ 2条

第2条 科研人员
科研人员是指从事科学研究以创造关于自然和社会的现象、本质、规律的知识和理解,并能应用于技术、创新开发以及创造产品服务社会的人。

ພາສາລາວ (老挝语原文)

ມາດຕາ 2 ນັກຄົ້ນຄວ້າວິທະຍາສາດ
ນັກຄົ້ນຄວ້າວິທະຍາສາດ ແມ່ນ ບຸກຄົນ ທີ່ດຳເນີນການຄົ້ນຄວ້າວິທະຍາສາດ ເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ປະກົດການ, ທາດແທ້, ກົດເກນ ຂອງທຳມະຊາດ ແລະ ສັງຄົມ ທີ່ສາມາດປະຍຸກໃຊ້ເຂົ້າໃນ ການພັດທະນາ ເຕັກໂນໂລຊີ, ນະວັດຕະກຳ ແລະ ສ້າງຜະລິດຕະພັນ ອອກຮັບໃຊ້ສັງຄົມ.

第ມາດຕາ 3条

第3条 词语解释
本法令中使用的词语具有以下含义:
1. 研究人员 指在自身专业领域内,系统地进行某一课题研究的人员,通过数据收集、分析、研究的方法,旨在解决某一问题或加深对该问题的理解,并致力于创造产品服务社会;
2. 技术 指将资源转化为产品以服务社会的过程,通过使用工具系统、能源、车辆、方法及特定的生产工艺;
3. 创新 指运用知识、能力、生产工艺以及科学和技术经验,进行研究、发明、服务、产品开发,以新颖形式向社会推出高质量商品。

ພາສາລາວ (老挝语原文)

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ນັກຄົ້ນຄວ້າ ໝາຍເຖິງ ບຸກຄົນທີ່ເຮັດການຄົ້ນຄວ້າໃນເລື່ອງໃດໜຶ່ງ ໃນສາຂາທີ່ຕົນມີຄວາມຊ່ຽວຊານ ຢ່າງເປັນລະບົບ ໂດຍໃຊ້ວິທີການເກັບຂໍ້ມູນ ວິເຄາະ ວິໄຈ ໂດຍມີຈຸດໝາຍໃນການແກ້ໄຂບັນຫາໃດໜຶ່ງ ຫຼື ພັດທະນາຄວາມເຂົ້າໃຈໃນເລື່ອງນັ້ນໆ ແລະ ແນໃສ່ສ້າງຜະລິດຕະພັນອອກຮັບໃຊ້ສັງຄົມ;
2. ເຕັກໂນໂລຊີ ໝາຍເຖິງ ຂະບວນການຫັນປ່ຽນຊັບພະຍາກອນ ໃຫ້ກາຍເປັນຜະລິດຕະພັນ ເພື່ອຮັບໃຊ້ສັງຄົມ ດ້ວຍການນຳໃຊ້ລະບົບເຄື່ອງມື, ພະລັງງານ, ພາຫະນະ, ວິທີການ ແລະ ກຳມະວິທີການຜະລິດສະເພາະ;
3. ນະວັດຕະກຳ ໝາຍເຖິງ ການນຳໃຊ້ຄວາມຮູ້, ຄວາມສາມາດ, ກຳມະວິທີການຜະລິດ ແລະ ປະສົບການດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄົ້ນຄວ້າ, ປະດິດສ້າງ, ບໍລິການ, ການພັດທະນາຜະລິດຕະພັນ, ສິນຄ້າທີ່ມີຄຸນນະພາບສູງ ໃນຮູບແບບໃໝ່ ອອກສູ່ສັງຄົມ.

第ມາດຕາ 4条

第4条 国家关于科研人员活动的政策

国家重视科研人员的活动,包括运用科研成果,通过建设基础设施、提供必要的交通工具和物资、执行政策以及创造其他便利条件,为上述活动提供支持。

国家鼓励和促进个人、法人及组织,无论是国内还是国外的,参与和投入到科学研究、技术开发和创新中,确保高质量、创造性,并为国家带来最大利益。

ພາສາລາວ (老挝语原文)

ມາດຕາ 4 ນະໂຍບາຍ ຂອງລັດ ກ່ຽວກັບການເຄື່ອນໄຫວວຽກງານ ຂອງນັກຄົ້ນຄວ້າວິທະຍາສາດ

ລັດ ໃຫ້ຄວາມສຳຄັນກ່ຽວກັບການເຄື່ອນໄຫວວຽກງານ ຂອງນັກຄົ້ນຄວ້າວິທະຍາສາດ ລວມທັງ ການນຳໃຊ້ ຜົນການຄົ້ນຄວ້າວິທະຍາສາດ ດ້ວຍການສ້າງໂຄງລ່າງພື້ນຖານ, ສະໜອງພາຫະນະ ແລະ ວັດຖຸປະກອນ ທີ່ຈຳເປັນ ປະຕິບັດນະໂຍບາຍ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກອື່ນ ໃຫ້ແກ່ການເຄື່ອນໄຫວວຽກງານ ດັ່ງກ່າວ.

ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ ແລະ ມີສ່ວນຮ່ວມ ເຂົ້າໃນການຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ຢ່າງມີຄຸນນະພາບ, ມີຫົວຄິດປະດິດສ້າງ ແລະ ເກີດປະໂຫຍດສູງສຸດແກ່ປະເທດຊາດ.

第ມາດຕາ 4条

第4条 关于科研人员工作活动的原则

科研人员的工作活动应遵循以下原则:

1. 符合路线方针、宪法、法律、国家经济社会发展计划、国家科技与创新战略及行动计划;

2. 保障人民和国家的生命、健康、财产、环境、权利及合法利益的安全;

3. 保障平等、客观、透明、公正及可核查性;

4. 在科学研究中具备道德和职业道德。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການເຄື່ອນໄຫວວຽກງານຂອງນັກຄົ້ນຄວ້າວິທະຍາສາດ

ການເຄື່ອນໄຫວວຽກງານຂອງນັກຄົ້ນຄວ້າວິທະຍາສາດ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:

1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ;

2. ຮັບປະກັນຄວາມປອດໄພຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິ່ງແວດລ້ອມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ຂອງຊາດ;

3. ຮັບປະກັນຄວາມສະເໝີພາບ, ພາວະວິໄສ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;

4. ມີຈັນຍາບັນ ແລະ ຈັນຍາທຳໃນການຄົ້ນຄວ້າວິທະຍາສາດ.

第ມາດຕາ 5条

第5条 法令的适用范围
本法令适用于在老挝人民民主共和国境内从事科研活动的科学家、个人、法人以及公共和私营组织,包括国内和国外的相关方。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ ສຳລັບ ນັກຄົ້ນຄວ້າວິທະຍາສາດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບການເຄື່ອນໄຫວວຽກງານ ຂອງນັກຄົ້ນຄວ້າວິທະຍາສາດ ຢູ່ ສປປ ລາວ.

第ມາດຕາ 6条

第6条 科研人员职位

科研人员职位是基于知识、能力、学历、经验以及获得国家科学委员会认证的科研成果的科研人员的技术地位或级别。

科研人员职位分为以下四个级别:

1. 初级科研人员;
2. 经验级科研人员;
3. 专业级科研人员;
4. 专家级科研人员。

ພາສາລາວ (老挝语原文)

ມາດຕາ 6 ຕຳແໜ່ງນັກຄົ້ນຄວ້າວິທະຍາສາດ

ຕຳແໜ່ງນັກຄົ້ນຄວ້າວິທະຍາສາດ ແມ່ນ ຖານະ ຫຼື ລະດັບທາງດ້ານວິຊາການ ຂອງນັກຄົ້ນຄວ້າວິທະຍາສາດ ບົນພື້ນຖານຄວາມຮູ້, ຄວາມສາມາດ, ວຸດທິການສຶກສາ, ປະສົບການ ແລະ ໄດ້ຮັບການຢັ້ງຢືນຜົນງານການຄົ້ນຄວ້າວິທະຍາສາດ ຈາກສະພາວິທະຍາສາດແຫ່ງຊາດ.

ຕຳແໜ່ງນັກຄົ້ນຄວ້າວິທະຍາສາດ ມີ ສີ່ ລະດັບ ດັ່ງນີ້:

1. ນັກຄົ້ນຄວ້າວິທະຍາສາດ ລະດັບພື້ນຖານ;
2. ນັກຄົ້ນຄວ້າວິທະຍາສາດ ລະດັບປະສົບການ;
3. ນັກຄົ້ນຄວ້າວິທະຍາສາດ ລະດັບຊຳນານງານ;
4. ນັກຄົ້ນຄວ້າວິທະຍາສາດ ລະດັບຊ່ຽວຊານ.

第ມາດຕາ 7条

第7条 科研人员任职标准
获得科研人员职位者应具备以下标准:
1. 具有硕士及以上学历,与科研创新领域的专业级别相适应;
2. 具备分析研究数据、提出假设或研究问题的能力;
3. 精通研究方法,设计实施方法,数据收集,数据分析方法及其他用于研究的工具;
4. 具有科研经验,在从事研究的领域或部门具有专长、知识、技能和资质五年以上;
5. 能够有效地向专业人士和非专业人士以口头和书面形式传达研究思路、发现和方法;
6. 身体健康,增强自身和群众的智力、创造力。

ພາສາລາວ (老挝语原文)

ມາດຕາ 7 ມາດຕະຖານຂອງຜູ້ທີ່ຈະໄດ້ຮັບຕຳແໜ່ງນັກຄົ້ນຄວ້າວິທະຍາສາດ
ຜູ້ທີ່ຈະໄດ້ຮັບຕຳແໜ່ງນັກຄົ້ນຄວ້າວິທະຍາສາດ ມີມາດຕະຖານດັ່ງນີ້:
1. ມີວຸດທິການສຶກສາ ລະດັບປະລິນຍາໂທຂຶ້ນໄປ ທີ່ສອດຄ້ອງ ແລະ ເໝາະສົມກັບ ລະດັບວິຊາການ ໃນການຄົ້ນຄວ້າ ແລະ ພັດທະນານະວັດຕະກຳ;
2. ມີຄວາມສາມາດໃນການວິເຄາະ ວິໄຈຂໍ້ມູນ ແລະ ສ້າງສົມມຸດຕິຖານ ຫຼື ຄຳຖາມໃນການຄົ້ນຄວ້າ;
3. ມີຄວາມຊຳນານ ກ່ຽວກັບວິທີການຄົ້ນຄວ້າ, ອອກແບບວິທີການຈັດຕັ້ງປະຕິບັດ, ການເກັບກຳຂໍ້ມູນ, ວິທີການວິເຄາະຕົວເລກຂໍ້ມູນ ແລະ ອຸປະກອນອື່ນ ທີ່ນຳໃຊ້ຄົ້ນຄວ້າ;
4. ມີປະສົບການ ໃນການຄົ້ນຄວ້າວິທະຍາສາດ, ມີຄວາມເປັນຊ່ຽວຊານ, ຄວາມຮູ້, ທັກສະ ແລະ ວຸດທິພາວະໃນຂົງເຂດ ຫຼື ຂະແໜງການ ທີ່ເຮັດການຄົ້ນຄວ້າ ຫ້າປີ ຂຶ້ນໄປ;
5. ມີຄວາມສາມາດໃນການສື່ສານ ແນວຄວາມຄິດການຄົ້ນຄວ້າ, ການຄົ້ນພົບ ແລະ ວິທີການ ຢ່າງມີປະສິດທິພາບ ໃຫ້ແກ່ຜູ້ທີ່ເປັນຊ່ຽວຊານ ແລະ ບໍ່ເປັນຊ່ຽວຊານ ໂດຍວິທີການບັນຍາຍ ແລະ ເປັນລາຍລັກອັກສອນ;
6. ມີສຸຂະພາບດີ, ເສີມຂະຫຍາຍສະຕິປັນຍາ, ຫົວຄິດປະດິດສ້າງ ຂອງຕົນ ແລະ ມະຫາຊົນ.

第ມາດຕາ 8条

第8条 基础级科研人员职位条件

获得基础级科研人员职位者,须具备以下条件:

1. 对所研究的课题有正确的理解,并在相关组织、研究机构或高等教育机构的指导下开展研究、进行科学研究;

2. 具备专业知识、方法和科学研究步骤,能够解释、分析、评估和整合新的技术理念;

3. 有本人作为主要研究人员的五篇科研成果,在国内外期刊上发表,其中国内三篇、国外两篇,且发表时间不超过十年;并在提名前至少有一部本人主编的教材著作;

4. 能够有效解释科研成果,提供咨询和技术指导;

5. 在国内外的科学会议上至少三次介绍自己的研究成果,并附上相关文件;

6. 具备一定水平的外语知识和能力,能够用于科学研究和交流。

ພາສາລາວ (老挝语原文)

ມາດຕາ 8 ເງື່ອນໄຂຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບພື້ນຖານ

ຜູ້ທີ່ຈະໄດ້ຮັບຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບພື້ນຖານ ມີເງື່ອນໄຂດັ່ງນີ້:

1. ມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຫົວຂໍ້ທີ່ຈະຄົ້ນຄວ້າ ແລະ ດຳເນີນການວິໄຈ, ການຄົ້ນຄວ້າວິທະຍາສາດ ພາຍໃຕ້ການຊີ້ນຳຂອງອົງການຈັດຕັ້ງ, ສະຖາບັນການຄົ້ນຄວ້າ ຫຼື ສະຖານການສຶກສາຊັ້ນສູງທີ່ກ່ຽວຂ້ອງ;

2. ມີຄວາມຮູ້ທາງດ້ານວິຊາການ, ວິທີການ ແລະ ຂັ້ນຕອນການຄົ້ນຄວ້າວິທະຍາສາດ ທີ່ສາມາດອະທິບາຍ, ວິເຄາະ, ປະເມີນ ແລະ ລວບລວມແນວຄວາມຄິດໃໝ່ທາງດ້ານວິຊາການ;

3. ມີຜົນງານການຄົ້ນຄວ້າວິທະຍາສາດ ທີ່ຕົນເປັນນັກຄົ້ນຄວ້າຫຼັກ ຈຳນວນຫ້າບົດ ທີ່ໄດ້ຮັບການຕີພິມລົງໃນວາລະສານ ຢູ່ພາຍໃນສາມບົດ ແລະ ຕ່າງປະເທດສອງບົດ ໃນໄລຍະບໍ່ເກີນສິບປີ ແລະ ມີຜົນງານການຂຽນປຶ້ມຕຳລາ ທີ່ຕົນເປັນຫຼັກ ຢ່າງໜ້ອຍໜຶ່ງເຫຼັ້ມ ກ່ອນການສະເໜີແຕ່ງຕັ້ງ;

4. ສາມາດອະທິບາຍຜົນການຄົ້ນຄວ້າວິທະຍາສາດ ໃຫ້ຄຳປຶກສາ ແລະ ແນະນຳທາງດ້ານວິຊາການ ຢ່າງມີປະສິດທິພາບ;

5. ນຳສະເໜີຜົນການຄົ້ນຄວ້າຂອງຕົນ ໃນກອງປະຊຸມວິທະຍາສາດ ທັງພາຍໃນ ແລະ ຕ່າງປະເທດ ຢ່າງໜ້ອຍຈຳນວນສາມຄັ້ງ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງດັ່ງກ່າວ;

6. ມີຄວາມຮູ້ ແລະ ຄວາມສາມາດດ້ານພາສາຕ່າງປະເທດ ໃດໜຶ່ງ ໃນລະດັບແນ່ນອນ ທີ່ສາມາດນຳໃຊ້ເຂົ້າໃນການຄົ້ນຄວ້າວິທະຍາສາດ ແລະ ການພົວພັນສື່ສານ.

第ມາດຕາ 9条

第9条 经验级科研人员职位条件

获得经验级科研人员职位者,除具备本法令第9条规定的条件外,还须具备以下条件:

1. 对相关学科领域有系统理解并有研究经验;
2. 具有创新思维,能够设计、实施和改进研究项目;
3. 作为主要研究人员拥有五篇科研成果,其中三篇在国内期刊发表、两篇在国外期刊发表,且发表时间不超过十年;并在提名前至少撰写两本教材,其中一本为主编、一本为合编;
4. 担任至少五个国内外科研项目的委员会成员或顾问;
5. 作为主要研究人员或合作研究人员,其科研成果被国家、地区和国际层面引用至少一百次;
6. 能够向科研人员群体、社区、社会以及国内外科研推广会议解释和介绍科研成果至少三次,并附上参考文献;
7. 具有丰富的科研经验,并参与编制会议、研讨会、培训文件,以及制定法律法规、政策和管理促进自身工作领域科研的文件,并附上参考文献;
8. 主动加强相关学科领域的科研能力,能够确定职业发展目标并提升就业能力。

ພາສາລາວ (老挝语原文)

ມາດຕາ 9 ເງື່ອນໄຂຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບປະສົບການ

ຜູ້ທີ່ຈະໄດ້ຮັບຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບປະສົບການ ນອກຈາກມີເງື່ອນໄຂຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງດຳລັດສະບັບນີ້ ຍັງມີເງື່ອນໄຂດັ່ງນີ້:

1. ມີຄວາມເຂົ້າໃຈຢ່າງເປັນລະບົບ ແລະ ມີປະສົບການໃນການຄົ້ນຄວ້າກ່ຽວກັບສາຂາວິຊາທີ່ກ່ຽວຂ້ອງ;
2. ມີຫົວຄິດປະດິດສ້າງ, ສາມາດອອກແບບ, ດຳເນີນ ແລະ ປັບປຸງໂຄງການຄົ້ນຄວ້າ;
3. ມີຜົນງານການຄົ້ນຄວ້າວິທະຍາສາດທີ່ຕົນເປັນນັກຄົ້ນຄວ້າຫຼັກ ຈຳນວນຫ້າບົດ ທີ່ໄດ້ຮັບການຕີພິມລົງໃນວາລະສານ ຢູ່ພາຍໃນສາມບົດ ແລະ ຕ່າງປະເທດສອງບົດ ໃນໄລຍະບໍ່ເກີນສິບປີ ແລະ ມີຜົນງານການຂຽນປຶ້ມຕຳລາຢ່າງໜ້ອຍສອງເຫຼັ້ມ ທີ່ຕົນເປັນຫຼັກໜຶ່ງເຫຼັ້ມ ແລະ ທີ່ຕົນຮ່ວມໜຶ່ງເຫຼັ້ມ ກ່ອນການສະເໜີແຕ່ງຕັ້ງ;
4. ເປັນຄະນະກຳມະການ, ທີ່ປຶກສາໃຫ້ໂຄງການຄົ້ນຄວ້າວິທະຍາສາດໃດໜຶ່ງ ຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງໜ້ອຍຫ້າໂຄງການ;
5. ມີຜົນງານການຄົ້ນຄວ້າວິທະຍາສາດທີ່ຕົນເປັນນັກຄົ້ນຄວ້າຫຼັກ ແລະ ນັກຄົ້ນຄວ້າຮ່ວມ ຖືກນຳໄປອ້າງອີງໃນລະດັບປະເທດ, ພາກພື້ນ ແລະ ສາກົນ ຢ່າງໜ້ອຍໜຶ່ງຮ້ອຍຄັ້ງ;
6. ສາມາດອະທິບາຍ ແລະ ນຳສະເໜີຜົນການຄົ້ນຄວ້າວິທະຍາສາດ ຕໍ່ກຸ່ມນັກຄົ້ນຄວ້າວິທະຍາສາດ, ຊຸມຊົນ, ສັງຄົມ ແລະ ກອງປະຊຸມເຜີຍແຜ່ການຄົ້ນຄວ້າວິທະຍາສາດ ທັງພາຍໃນ ແລະ ຕ່າງປະເທດ ຢ່າງໜ້ອຍສາມຄັ້ງ ພ້ອມທັງຄັດຕິດເອກະສານອ້າງອີງ;
7. ເປັນຜູ້ມີປະສົບການສູງໃນການຄົ້ນຄວ້າວິທະຍາສາດ ແລະ ໄດ້ເຂົ້າຮ່ວມສ້າງບັນດາເອກະສານສຳລັບກອງປະຊຸມ, ສຳມະນາ, ຝຶກອົບຮົມ ແລະ ສ້າງບັນດານິຕິກຳ, ສ້າງນະໂຍບາຍ ແລະ ສຳລັບການຄຸ້ມຄອງສົ່ງເສີມການຄົ້ນຄວ້າວິທະຍາສາດໃນຂົງເຂດວຽກງານຂອງຕົນ ພ້ອມທັງຄັດຕິດເອກະສານອ້າງອີງ;
8. ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າວິທະຍາສາດກ່ຽວກັບສາຂາວິຊາທີ່ກ່ຽວຂ້ອງ ສາມາດກຳນົດເປົ້າໝາຍໃນການສ້າງອາຊີບ ແລະ ພັດທະນາຄວາມອາດສາມາດໃນການຈ້າງງານ.

第ມາດຕາ 10条

第10条 资深科研人员职位条件
获得资深科研人员职位者,除具备本法令第9条规定的条件外,还须具备以下条件:
1. 在本人专业领域内,基于杰出的科研成果而享有声誉并得到认可;
2. 拥有杰出且有声望的科研成果,能够为本单位的学术发展、行政管理以及社区发展做出贡献;
3. 领导国内国家级科研项目及国际合作项目,并激励年轻科研人员;
4. 与国内外相关部门广泛建立科研合作网络;
5. 将科研成果用于加强社区建设、塑造国家特色,并具有创新思维;
6. 拥有本人主导的五篇科研成果,发表于国际期刊五篇,拥有至少两份已注册的专利或实用新型或植物新品种注册证书,期限不超过十年,并至少编写三本教材,其中本人主编两本、合编一本;
7. 主动确定方向,制定科研发展规划,使其与各时期经济社会发展计划相适应;
8. 主动筹集和建立科研工作发展资金来源。

ພາສາລາວ (老挝语原文)

ມາດຕາ 10 ເງື່ອນໄຂຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບຊຳນານງານ
ຜູ້ທີ່ຈະໄດ້ຮັບຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບຊຳນານງານ ນອກຈາກມີເງື່ອນໄຂຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງດຳລັດສະບັບນີ້ ຍັງມີເງື່ອນໄຂດັ່ງນີ້:
1. ມີຊື່ສຽງ ແລະ ເປັນທີ່ຍອມຮັບບົນພື້ນຖານຜົນງານການຄົ້ນຄວ້າວິທະຍາສາດທີ່ດີເດັ່ນ ໃນສາຂາວິຊາສະເພາະທີ່ຕົນຊຳນານງານ;
2. ມີຜົນງານການຄົ້ນຄວ້າວິທະຍາສາດທີ່ດີເດັ່ນ ແລະ ມີຊື່ສຽງ ສາມາດປະກອບສ່ວນເຂົ້າໃນການພັດທະນາວິຊາການ ການບໍລິຫານຄຸ້ມຄອງໃນອົງກອນຂອງຕົນ ແລະ ພັດທະນາຊຸມຊົນ;
3. ເປັນຜູ້ນຳພາໂຄງການຄົ້ນຄວ້າວິທະຍາສາດລະດັບຊາດຂອງພາຍໃນ ແລະ ໂຄງການຮ່ວມມືກັບສາກົນ ພ້ອມທັງສ້າງແຮງຈູງໃຈໃຫ້ແກ່ນັກຄົ້ນຄວ້າຮຸ່ນໜຸ່ມ;
4. ສ້າງເຄືອຂ່າຍຮ່ວມມືການຄົ້ນຄວ້າວິທະຍາສາດ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ພາຍໃນ ແລະ ສາກົນ ຢ່າງກວ້າງຂວາງ;
5. ນຳໃຊ້ຜົນການຄົ້ນຄວ້າວິທະຍາສາດ ເຂົ້າໃນການພັດທະນາສ້າງຄວາມເຂັ້ມແຂງຂອງຊຸມຊົນ, ສ້າງຄວາມເປັນເອກະລັກຂອງຊາດ ແລະ ມີຈິນຕະນາການໃໝ່ດ້ານນະວັດຕະກຳ;
6. ມີຜົນງານການຄົ້ນຄວ້າວິທະຍາສາດທີ່ຕົນເປັນຜູ້ນຳພາຈຳນວນຫ້າບົດ ທີ່ໄດ້ຮັບການຕີພິມລົງໃນວາລະສານສາກົນຈຳນວນຫ້າບົດ, ມີໃບຢັ້ງຢືນຜົນງານການຄົ້ນຄວ້າທີ່ໄດ້ຈົດທະບຽນສິດທິບັດ ຫຼື ອະນຸສິດທິບັດ ຫຼື ໃບຢັ້ງຢືນຈົດທະບຽນພັນພືດໃໝ່ ຢ່າງໜ້ອຍສອງໃບ, ໃນໄລຍະບໍ່ເກີນສິບປີ ແລະ ມີຜົນງານການຂຽນປຶ້ມຕຳລາ ຢ່າງໜ້ອຍສາມເຫຼັ້ມ, ໃນນັ້ນຕົນເປັນຫຼັກຈຳນວນສອງເຫຼັ້ມ ແລະ ທີ່ຕົນຮ່ວມຈຳນວນໜຶ່ງເຫຼັ້ມ;
7. ເປັນເຈົ້າການໃນການກຳນົດທິດທາງ, ກຳນົດແຜນການພັດທະນາການຄົ້ນຄວ້າວິທະຍາສາດ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
8. ເປັນເຈົ້າການລະດົມ ແລະ ສ້າງແຫຼ່ງທຶນພັດທະນາວຽກງານຄົ້ນຄວ້າວິທະຍາສາດ.

第ມາດຕາ 11条

第11条 专家级科研人员职位条件

获得专家级科研人员职位者,除具备本法令第10条规定的条件外,还须具备以下条件:

1. 在创新领域的科学研究中起主导作用,科研成果形成新思想、新知识、独特的新方法,并具有先进的演进过程;

2. 创建具有独特性的科研项目,以新思想和先进视角体现不同的优先权;

3. 科研成果对形成理论、实践和政策方针产生长期效益,使未来朝着积极方向转变;

4. 开展国际水平的科学研究,并拥有被广泛应用的科研成果;

5. 主动制定国家科学、技术和创新工作的战略计划、愿景,确定发展重点,以及组织和地方层面。

ພາສາລາວ (老挝语原文)

ມາດຕາ 11 ເງື່ອນໄຂຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບຊ່ຽວຊານ

ຜູ້ທີ່ຈະໄດ້ຮັບຕຳແໜ່ງນັກຄົ້ນຄວ້າວິທະຍາສາດລະດັບຊ່ຽວຊານ ນອກຈາກມີເງື່ອນໄຂຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງດຳລັດສະບັບນີ້ ຍັງມີເງື່ອນໄຂດັ່ງນີ້:

1. ເປັນຜູ້ນຳໃນການຄົ້ນຄວ້າວິທະຍາສາດ ດ້ານນະວັດຕະກຳ, ຜົນຂອງການຄົ້ນຄວ້າວິທະຍາສາດສ້າງເປັນແນວຄວາມຄິດໃໝ່, ຄວາມຮູ້ໃໝ່, ວິທີການໃໝ່ທີ່ແຕກຕ່າງ ແລະ ມີຂະບວນການວິວັດທີ່ກ້າວໜ້າ;

2. ເປັນຜູ້ສ້າງໂຄງການຄົ້ນຄວ້າວິທະຍາສາດທີ່ເປັນເອກະລັກ, ບຸລິມະສິດທີ່ແຕກຕ່າງດ້ວຍແນວຄວາມຄິດໃໝ່ ແລະ ທັດສະນະທີ່ກ້າວໜ້າ;

3. ຜົນຂອງການຄົ້ນຄວ້າວິທະຍາສາດ ສົ່ງຜົນປະໂຫຍດໃນໄລຍະຍາວຕໍ່ການສ້າງເປັນທິດສະດີ, ພາກປະຕິບັດຕົວຈິງ ແລະ ແນວທາງນະໂຍບາຍ ທີ່ເຮັດໃຫ້ການປ່ຽນແປງໄປໃນທາງທີ່ດີໃນອະນາຄົດ;

4. ດຳເນີນການຄົ້ນຄວ້າວິທະຍາສາດລະດັບສາກົນ ແລະ ມີຜົນງານການຄົ້ນຄວ້າວິທະຍາສາດ ທີ່ຖືກນຳໃຊ້ຢ່າງກວ້າງຂວາງ;

5. ເປັນເຈົ້າການໃນການສ້າງແຜນຍຸດທະສາດ, ວິໄສທັດ, ກຳນົດຈຸດສຸມໃນການພັດທະນາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງຊາດ, ການຈັດຕັ້ງ ແລະ ທ້ອງຖິ່ນ.

本页展示前 12 条,全文共 47 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译