ຂໍ້ຕົກລົງວ່າດ້ວຍ ການຈັດການແຂ່ງຂັນກິລາທົ່ວແຂວງ

全省体育竞赛管理协议

Provincial Sports Competition Management Agreement

ບົດສະຫຼຸບ

ລະບຽບການນີ້ຄຸ້ມຄອງກິດຈະການຈັດການແຂ່ງຂັນກິລາພາຍໃນແຂວງຄຳມ່ວນ, ເນື້ອໃນຫຼັກກວມເອົາການຈັດງານ, ຄຳນິຍາມ, ນະໂຍບາຍສະໜັບສະໜູນຂອງລັດ ແລະ ຫຼັກການຄຸ້ມຄອງ, ນຳໃຊ້ກັບທຸກພາກສ່ວນທີ່ກ່ຽວຂ້ອງກັບກິລາໃນແຂວງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຈັດການແຂ່ງຂັນກິລາທົ່ວແຂວງ
ການຈັດການແຂ່ງຂັນກິລາທົ່ວແຂວງ ແມ່ນງານມະຫະກຳ ດ້ານການກິລາພາຍໃນແຂວງ ທີ່ປະກອບດ້ວຍການແຂ່ງຂັນກິລາປະເພດຕ່າງໆ ລະຫວ່າງບັນດາເມືອງດ້ວຍກັນ, ເພື່ອເປັນການເສີມຂະຫຍາຍວຽກງານກິລາເຂົ້າສູ່ມວນຊົນຢ່າງກວ້າງຂວາງ ຍົກສູງສະມັດຕະພາບຮ່າງກາຍ ແລະ ມານະຈິດຂອງຊາວໜຸ່ມ, ນັກຮຽນ, ນັກສຶກສາ, ປັນຍາຊົນ ເພື່ອຫ່າງໄກຈາກສິ່ງເສບຕິດ ທັງເປັນການຍົກລະດັບທາງເຕັກນິກ, ຍຸດທະວິທີໃນການຫຼິ້ນກິລາໃຫ້ນັບມື້ເຂັ້ມແຂງ.

ມາດຕາ ມາດຕາ 2

ມາດຕາ 2 ອະທິບາຍຄຳສັບ

1. ການຈັດການແຂ່ງຂັນກິລາຫົວແຂວງ ໝາຍເຖິງ ຂະບວນການແຂ່ງຂັນກິລາປະເພດຕ່າງໆ ຂອງບັນດາເມືອງພາຍໃນແຂວງ;

2. ກຳມະການຕັດສິນ ໝາຍເຖິງ ຜູ້ຄວບຄຸມການແຂ່ງຂັນໃຫ້ເປັນໄປຕາມກົດລະບຽບ ແລະ ກະຕິກາຢ່າງຖືກຕ້ອງ;

3. ນັກກິລາ ໝາຍເຖິງ ຜູ້ທີ່ຫຼິ້ນກິລາ, ເຂົ້າຮ່ວມຝຶກແອບ, ຝຶກຊ້ອມ, ການສະແດງ ແລະ ແຂ່ງຂັນກິລາປະເພດໃດໜຶ່ງ;

4. ຄູຝຶກກິລາ ໝາຍເຖິງ ຜູ້ທີ່ມີວິຊາສະເພາະ, ມີປະສົບການ, ຄວາມຊຳນານ ແລະ ເປັນຜູ້ແນະນຳ, ຝຶກສອນວິຊາກິລາປະເພດໃດໜຶ່ງ ໃຫ້ແກ່ນັກກິລາ;

5. ກະຕິກາ, ລະບຽບການ ໝາຍເຖິງ ຂໍ້ກຳນົດຂອງປະເພດກິລາໃດໜຶ່ງ ທີ່ວາງອອກຕາມປະເພດກິລາທີ່ມີຄວາມເອກະພາບ ເພື່ອເປັນບ່ອນອີງ ໃນການແຂ່ງຂັນຢ່າງຍຸຕິທຳ;

6. ຫຼຽນລາງວັນ ໝາຍເຖິງ ການຢັ້ງຢືນຜົນສຳເລັດຂອງການແຂ່ງຂັນແຕ່ລະປະເພດກິລາຕາມລຳດັບ ເຊັ່ນ: ຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ;

7. ສັດນຳໂຊກ ໝາຍເຖິງ ເຄື່ອງໝາຍສັນຍາລັກທາງດ້ານວັດທະນະທຳ-ສັງຄົມ ທີ່ໄດ້ຮັບຮອງ ແລະ ອະນຸຍາດຈາກຄະນະກຳມະການຈັດການແຂ່ງຂັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ