全省体育竞赛管理协议
ຂໍ້ຕົກລົງວ່າດ້ວຍ ການຈັດການແຂ່ງຂັນກິລາທົ່ວແຂວງ
Provincial Sports Competition Management Agreement
简介
该法规调整甘蒙省体育竞赛管理活动,核心内容涵盖赛事组织、术语定义、国家政策支持及管理原则,适用于省内所有体育相关主体。
Summary
This regulation governs sports competition management activities in Khammouane Province, with core content covering event organization, term definitions, national policy support, and management principles, applying to all sports-related entities in the province.
ບົດສະຫຼຸບ
ລະບຽບການນີ້ຄຸ້ມຄອງກິດຈະການຈັດການແຂ່ງຂັນກິລາພາຍໃນແຂວງຄຳມ່ວນ, ເນື້ອໃນຫຼັກກວມເອົາການຈັດງານ, ຄຳນິຍາມ, ນະໂຍບາຍສະໜັບສະໜູນຂອງລັດ ແລະ ຫຼັກການຄຸ້ມຄອງ, ນຳໃຊ້ກັບທຸກພາກສ່ວນທີ່ກ່ຽວຂ້ອງກັບກິລາໃນແຂວງ.
条文
第ມາດຕາ 1条
第2条 省级体育比赛管理
省级体育比赛管理是指省内体育领域的盛会,包括各县之间的各类体育比赛,旨在广泛推广体育事业到群众中,提高青年、学生、知识分子等的身体素质和道德品质,远离毒品,同时不断提高体育比赛的技术和战术水平。
ພາສາລາວ (老挝语原文)
ມາດຕາ 2 ການຈັດການແຂ່ງຂັນກິລາທົ່ວແຂວງ
ການຈັດການແຂ່ງຂັນກິລາທົ່ວແຂວງ ແມ່ນງານມະຫະກຳ ດ້ານການກິລາພາຍໃນແຂວງ ທີ່ປະກອບດ້ວຍການແຂ່ງຂັນກິລາປະເພດຕ່າງໆ ລະຫວ່າງບັນດາເມືອງດ້ວຍກັນ, ເພື່ອເປັນການເສີມຂະຫຍາຍວຽກງານກິລາເຂົ້າສູ່ມວນຊົນຢ່າງກວ້າງຂວາງ ຍົກສູງສະມັດຕະພາບຮ່າງກາຍ ແລະ ມານະຈິດຂອງຊາວໜຸ່ມ, ນັກຮຽນ, ນັກສຶກສາ, ປັນຍາຊົນ ເພື່ອຫ່າງໄກຈາກສິ່ງເສບຕິດ ທັງເປັນການຍົກລະດັບທາງເຕັກນິກ, ຍຸດທະວິທີໃນການຫຼິ້ນກິລາໃຫ້ນັບມື້ເຂັ້ມແຂງ.
第ມາດຕາ 2条
第2条 术语解释
1. 省级体育赛事管理 指省内各县之间各类体育比赛的进程;
2. 裁判员 指按照规则和规程正确控制比赛的人员;
3. 运动员 指从事某项体育运动的练习、训练、表演和比赛的人员;
4. 教练员 指具有专业知识、经验、技能,并指导、训练运动员某项运动的人员;
5. 规程、规则 指某项运动根据统一运动类型制定的规定,作为公平竞赛的依据;
6. 奖牌 指按顺序证明各类运动比赛成绩的凭证,如:金牌、银牌和铜牌;
7. 吉祥物 指经赛事管理委员会认可和批准的文化-社会象征标志。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
1. ການຈັດການແຂ່ງຂັນກິລາຫົວແຂວງ ໝາຍເຖິງ ຂະບວນການແຂ່ງຂັນກິລາປະເພດຕ່າງໆ ຂອງບັນດາເມືອງພາຍໃນແຂວງ;
2. ກຳມະການຕັດສິນ ໝາຍເຖິງ ຜູ້ຄວບຄຸມການແຂ່ງຂັນໃຫ້ເປັນໄປຕາມກົດລະບຽບ ແລະ ກະຕິກາຢ່າງຖືກຕ້ອງ;
3. ນັກກິລາ ໝາຍເຖິງ ຜູ້ທີ່ຫຼິ້ນກິລາ, ເຂົ້າຮ່ວມຝຶກແອບ, ຝຶກຊ້ອມ, ການສະແດງ ແລະ ແຂ່ງຂັນກິລາປະເພດໃດໜຶ່ງ;
4. ຄູຝຶກກິລາ ໝາຍເຖິງ ຜູ້ທີ່ມີວິຊາສະເພາະ, ມີປະສົບການ, ຄວາມຊຳນານ ແລະ ເປັນຜູ້ແນະນຳ, ຝຶກສອນວິຊາກິລາປະເພດໃດໜຶ່ງ ໃຫ້ແກ່ນັກກິລາ;
5. ກະຕິກາ, ລະບຽບການ ໝາຍເຖິງ ຂໍ້ກຳນົດຂອງປະເພດກິລາໃດໜຶ່ງ ທີ່ວາງອອກຕາມປະເພດກິລາທີ່ມີຄວາມເອກະພາບ ເພື່ອເປັນບ່ອນອີງ ໃນການແຂ່ງຂັນຢ່າງຍຸຕິທຳ;
6. ຫຼຽນລາງວັນ ໝາຍເຖິງ ການຢັ້ງຢືນຜົນສຳເລັດຂອງການແຂ່ງຂັນແຕ່ລະປະເພດກິລາຕາມລຳດັບ ເຊັ່ນ: ຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງ;
7. ສັດນຳໂຊກ ໝາຍເຖິງ ເຄື່ອງໝາຍສັນຍາລັກທາງດ້ານວັດທະນະທຳ-ສັງຄົມ ທີ່ໄດ້ຮັບຮອງ ແລະ ອະນຸຍາດຈາກຄະນະກຳມະການຈັດການແຂ່ງຂັນ.
第ມາດຕາ 3条
第3条 国家政策
国家鼓励、促进人事方面,提供物资设备和预算进入体育工作。鼓励个人、法人、国内外国有和私营组织以各种政策投资于体育发展;国家将体育工作视为人力资源在身体和心理健康发展方面的重要工作之一,使人成为有耐心、坚强、牺牲、纪律、爱国精神的人,使社会充满活力、欢乐气氛,并为经济社会发展做出贡献。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດ
ລັດຊຸກຍູ້, ສົ່ງເສີມທາງດ້ານບຸກຄະລະກອນ, ສະໜອງວັດຖຸອຸປະກອນ ແລະ ງົບປະມານ ເຂົ້າໃນວຽກງານກິລາ-ກາຍຍະກຳ. ຊຸກຍູ້ໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາກລັດ, ເອກະຊົນ ພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາກິລາ-ກາຍຍະກຳ ດ້ວຍນະໂຍບາຍຕ່າງໆ;
ລັດຖືເອົາວຽກງານກິລາ-ກາຍຍະກຳເປັນວຽກງານໜຶ່ງທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ ທາງດ້ານສຸຂະພາບຮ່າງກາຍ ແລະ ຈິດໃຈ, ສ້າງໃຫ້ຄົນເຮົາເປັນຜູ້ມີຄວາມອົດທົນ, ເຂັ້ມແຂງ, ມີຄວາມເສຍສະຫຼະ, ມີລະບຽບວິໄນ, ມີນ້ຳໃຈຮັກຊາດ ເຮັດໃຫ້ສັງຄົມມີຊີວິດຊີວາ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະກອບສ່ວນໃນການພັດທະນາທາງດ້ານເສດຖະກິດ-ສັງຄົມ.
第ມາດຕາ 4条
第4条 全省体育竞赛管理原则
1. 严格遵守相关规章和法律;
2. 确保规则、纪律、透明、公正、安全、团结、友谊、体育精神、毅力、奉献以及保护运动员尊严的意识统一;
3. 各县和各组织相互吸取经验教训。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຈັດການແຂ່ງຂັນກິລາທົ່ວແຂວງ
1. ຮັບປະກັນຄວາມສອດຄ່ອງທາງດ້ານລະບຽບການ ກົດໝາຍ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ;
2. ຮັບປະກັນຄວາມເປັນເອກະພາບທາງກົດລະບຽບ, ກະຕິກາ, ໂປ່ງໃສ, ຍຸຕິທຳ, ມີຄວາມປອດໄພ, ມີຄວາມສາມັກຄີ, ມິດຕະພາບ, ມີນ້ຳໃຈນັກກິລາ, ມີຄວາມອົດທົນ, ເສຍສະຫຼະ ແລະ ມີສະຕິປົກປ້ອງກຽດສັກສີຂອງນັກກິລາ;
3. ບັນດາເມືອງ ແລະ ອົງການຈັດຕັ້ງຕ່າງໆ ໄດ້ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.
第ມາດຕາ 5条
第5条 适用范围
本协议适用于在甘蒙省全省范围内从事体育工作的个人、法人、国家机关和私营组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວວຽກງານກິລາໃນຂອບເຂດທົ່ວແຂວງ ຄຳມວນ.
第ມາດຕາ 6条
第6条 地点和时间
比赛地点是通过轮流由各县作为主办方来确定比赛地点,依据各县的条件和准备情况,全省体育比赛将每两年举办一次。
ພາສາລາວ (老挝语原文)
ມາດຕາ 6 ສະຖານທີ່ ແລະ ໄລຍະເວລາ
ສະຖານທີ່ແຂ່ງຂັນ ແມ່ນ ການກຳນົດບ້ອນຈັດການແຂ່ງຂັນໂດຍຜັດປ່ຽນແຕ່ລະເມືອງເປັນເຈົ້າພາບ ໂດຍອີງໃສ່ເງື່ອນໄຂ ແລະ ຄວາມພ້ອມຂອງແຕ່ລະເມືອງ, ການຈັດການແຂ່ງຂັນກິລາທົ່ວແຂວງ ແມ່ນຈະໄດ້ຈັດຂຶ້ນ 2 ປີ ຕໍ່ 1 ຄັ້ງ.
第ມາດຕາ 7条
第7条 负责委员会
总体指导委员会:
1. 省治理委员会副主席、省体育协会主席 任主席
2. 省教育和体育厅厅长 任副主席
3. 主办县治理委员会主席 任副主席
4. 省级各厅局、同级机构负责人 任委员
5. 省教育和体育厅委员会 任委员
6. 9个县治理委员会副主席 任委员
7. 各类体育联合会主席 任委员
8. 10个县教育和体育办公室主任 任委员
各分委员会包括:
秘书和行政、表彰委员会;
技术-竞赛管理委员会;
开闭幕式委员会;
接待、住宿和比赛场地礼仪委员会;
宣传和新闻信息委员会;
经济和资金筹集委员会;
国防和安全委员会;
医疗卫生委员会。
ພາສາລາວ (老挝语原文)
ມາດຕາ 7 ຄະນະຮັບຜິດຊອບ
ຄະນະຮັບຜິດຊອບຊີ້ນຳລວມ:
1. ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມກິລາ-ກາຍຍະກຳແຂວງ ເປັນປະທານ
2. ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນຮອງ
3. ປະທານຄະນະກຳມະການປົກຄອງເມືອງ ທີ່ເປັນເຈົ້າພາບ ເປັນຮອງ
4. ຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ ເປັນຄະນະ
5. ຄະນະພະແນກສຶກສາທິການ ແລະ ກິລາແຂວງ ເປັນຄະນະ
6. ຮອງປະທານຄະນະກຳມະການປົກຄອງເມືອງ 9 ຕົວເມືອງ ເປັນຄະນະ
7. ປະທານສະຫະພັນກິລາປະເພດຕ່າງໆ ເປັນຄະນະ
8. ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ຕົວເມືອງ ເປັນຄະນະ
ຄະນະກຳມະການຝ່າຍຕ່າງໆ ປະກອບມີ:
ກຳມະການ ກອງເລຂາ ແລະ ບໍລິຫານ, ຍ້ອງຍໍ;
ກຳມະການ ເຕັກນິກ - ຈັດການແຂ່ງຂັນ;
ກຳມະການ ພິທີເປີດ - ປິດ;
ກຳມະການ ພິທີການຕ້ອນຮັບ, ທີ່ພັກ ແລະ ສະຖານທີ່ແຂ່ງຂັນ;
ກຳມະການ ໂຄສະນາປະຊາສຳພັນ ແລະ ຂໍ້ມູນຂ່າວສານ;
ກຳມະການ ເສດຖະກິດ ແລະ ລະດົມທຶນ;
ກຳມະການ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ;
ກຳມະການ ການແພດ ແລະ ສຸຂະພາບ.
第ມາດຕາ 8条
第8条 标志
每次体育赛事的管理必须确定已获得赛事管理委员会批准和认可使用的象征标志和吉祥物。
ພາສາລາວ (老挝语原文)
ມາດຕາ 8 ເຄື່ອງໝາຍ
ການຈັດການແຂ່ງຂັນກິລາແຕ່ລະຄັ້ງ ຕ້ອງໄດ້ກຳນົດເອົາເຄື່ອງໝາຍສັນຍາລັກ ແລະ ສັດນຳໂຊກ ເຊິ່ງໄດ້ຮັບຮອງ ແລະ ອະນຸມັດນຳໃຊ້ຈາກຄະນະປະທານຈັດການແຂ່ງຂັນ.
第ມາດຕາ 9条
第9条 体育项目
每次体育比赛必须确定体育项目数量,不得少于5个项目,其中每次必须包括田径项目;
每个县派出运动员参加至少不少于3个体育项目,其中必须包括田径项目。
ພາສາລາວ (老挝语原文)
ມາດຕາ 9 ປະເພດກິລາ
ການແຂ່ງຂັນກິລາແຕ່ລະຄັ້ງ ຕ້ອງໄດ້ກຳນົດຈຳນວນປະເພດກິລາ ບໍ່ໃຫ້ຫຼຸດ 5 ປະເພດ ໃນນັ້ນຕ້ອງໃຫ້ມີປະເພດກິລາແລນ-ລານ ທຸກຄັ້ງ;
ແຕ່ລະເມືອງ ສົ່ງນັກກິລາເຂົ້າຮ່ວມຢ່າງໜ້ອຍບໍ່ໃຫ້ຫຼຸດ 3 ປະເພດກິລາ ໃນນັ້ນຕ້ອງໃຫ້ມີປະເພດກິລາແລນ-ລານ ເຂົ້າຮ່ວມ.
第ມາດຕາ 10条
第10条 运动员的标准和条件
1. 必须是身体健康的人;
2. 必须是居住在甘蒙省的老挝籍人,依据户口簿或身份证;
3. 必须是未受过处罚、未被上一届体育竞赛组委会暂停比赛的运动员;对于受过处罚和被暂停比赛的人,如果处罚期满,则有权按照规定的规则参加比赛;
4. 老挝国家队运动员允许参加比赛,每类不超过2人,例如:团体项目有6人及以上,国家队运动员参赛不超过2人;团体项目5人及以下,参赛1人;个人项目不允许国家队参加;
5. 对于从一个县转籍到另一个县参加比赛的运动员,必须有其居住所在县的正式许可文件。
ພາສາລາວ (老挝语原文)
ມາດຕາ 10 ມາດຕະຖານ ແລະ ເງື່ອນໄຂຂອງນັກກິລາ
1. ຕ້ອງເປັນຄົນທີ່ມີສຸຂະພາບແຂງແຮງ;
2. ເປັນຄົນສັນຊາດລາວທີ່ຕັ້ງພູມລຳເນົາຢູ່ແຂວງຄຳປວນ, ໂດຍອີງໃສ່ສຳມະໂນຄົວ ຫຼື ບັດປະຈຳຕົວ;
3. ເປັນນັກກິລາທີ່ບໍ່ຖືກລົງໂທດ, ບໍ່ໄດ້ຖືກພັກການແຂ່ງຂັນຈາກຄະນະຮັບຜິດຊອບຈັດງານແຂ່ງຂັນກິລາຄັ້ງຜ່ານມາ ສຳລັບຜູ້ທີ່ຖືກລົງໂທດ ແລະ ຖືກພັກການແຂ່ງຂັນ ຖ້າຫາກຜູ້ນັ້ນໝົດກຳນົດໂທດແລ້ວ ກໍມີສິດເຂົ້າຮ່ວມງານແຂ່ງຂັນຕາມລະບຽບການທີ່ກຳນົດໄວ້;
4. ນັກກິລາທີມຊາດລາວອະນຸຍາດໃຫ້ເຂົ້າຮ່ວມແຂ່ງຂັນໄດ້ປະເພດລະ 1 ບໍ່ເກີນ 2 ຄົນ ເຊັ່ນ ປະເພດທີມກິລາມີ 6 ຄົນຂຶ້ນໄປ ນັກກິລາທີມຊາດລົງແຂ່ງຂັນໄດ້ບໍ່ເກີນ 2 ຄົນ, ປະເພດທີມ 5 ຄົນລົງມາ ລົງໄດ້ 1 ຄົນ, ສ່ວນປະເພດດ່ຽວບຸກຄົນບໍ່ອະນຸຍາດໃຫ້ທີມຊາດເຂົ້າຮ່ວມໄດ້;
5. ສຳລັບນັກກິລາທີ່ສັງກັດຈາກເມືອງໜຶ່ງ ໄປແຂ່ງຂັນກິລາໃຫ້ກັບເມືອງອື່ນ ຕ້ອງມີຫັງສືອະນຸຍາດຢ່າງຖືກຕ້ອງຂອງເມືອງ ທີ່ຕົນເອງອາໄສຢູ່.
第ມາດຕາ 11条
第11条 竞赛管理规定
1. 各类体育竞赛的管理,应按照竞赛管理委员会的规定、规则以及国家体育联合会制定的章程和纪律执行;
2. 省级体育竞赛允许一名运动员参加1个体育项目;如有条件,可在同一项目中参加多个小项;
3. 每类体育竞赛的举办,至少应有3个县(队)参加;
4. 将参赛项目数量的名单文件一式三份提交给秘书处,至少在体育竞赛开幕前90天。
ພາສາລາວ (老挝语原文)
ມາດຕາ 11 ລະບຽບການຈັດການແຂ່ງຂັນ
1. ການຈັດການແຂ່ງຂັນກິລາປະເພດຕ່າງໆ ໃຫ້ປະຕິບັດຕາມຂໍ້ກຳນົດ, ກົດລະບຽບ ຂອງຄະນະກຳມະການຈັດການແຂ່ງຂັນ ແລະ ລະບຽບກະຕິກາ ຂອງສະຫະພັນກິລາແຫ່ງຊາດ ວາງອອກ;
2. ການແຂ່ງຂັນກິລາທົ່ວແຂວງ ອະນຸຍາດໃຫ້ນັກກິລາຜູ້ໜຶ່ງ ເຂົ້າຮ່ວມແຂ່ງຂັນໄດ້ 1 ປະເພດກິລາ; ຖ້າຫາກມີເງື່ອນໄຂ ສາມາດເຂົ້າຮ່ວມໄດ້ຫຼາຍລາຍການໃນປະເພດດຽວກັນ;
3. ການຈັດການແຂ່ງຂັນກິລາແຕ່ລະປະເພດ ຢ່າງໜ້ອຍບໍ່ໃຫ້ຫຼຸດ 3 ເມືອງ (ທີມ) ເຂົ້າຮ່ວມ;
4. ສົ່ງເອກະສານລາຍຊື່ ຈຳນວນປະເພດກິລາ ທີ່ຕ້ອງການເຂົ້າຮ່ວມການແຂ່ງຂັນ ໃຫ້ກອງເລຂາ ຈຳນວນ 3 ສະບັບ ກ່ອນມື້ເປີດການແຂ່ງຂັນກິລາ ຢ່າງໜ້ອຍ 90 ວັນ.
第ມາດຕາ 12条
第12条 奖项类型
一等奖:金牌、证书和幸运符;
二等奖:银牌、证书和幸运符;
三等奖:铜牌、证书和幸运符;
- 对于现金奖,由各县根据其能力负责发放。
- 经过比赛总结,获得金牌的县将获得现金奖励如下:
第1、2、3名以及鼓励奖,第4至10名将按顺序获得奖金,
根据负责委员会的审议决定。
ພາສາລາວ (老挝语原文)
ມາດຕາ 12 ປະເພດລາງວັນ
ລາງວັນທີ 1: ຫຼຽນຄຳ ພ້ອມໃບຢັ້ງຢືນ ແລະ ສັດນຳໂຊກ;
ລາງວັນທີ 2: ຫຼຽນເງິນ ພ້ອມໃບຢັ້ງຢືນ ແລະ ສັດນຳໂຊກ;
ລາງວັນທີ 3: ຫຼຽນທອງ ພ້ອມໃບຢັ້ງຢືນ ແລະ ສັດນຳໂຊກ;
- ສຳລັບລາງວັນທີເປັນເງິນສົດ ແມ່ນມອບໃຫ້ແຕ່ລະເມືອງເປັນຜູ້ຮັບຜິດຊອບຕາມທ່າແຮງຂອງເມືອງ.
- ຜ່ານການສະຫຼຸບຜົນການແຂ່ງຂັນ ເມືອງທີ່ໄດ້ຫຼຽນຄຳ ຈະໄດ້ຮັບລາງວັນເປັນເງິນສົດດັ່ງນີ້:
ອັນດັບທີ 1, 2 ແລະ 3 ແລະ ລາງວັນຊົມເຊີຍ, ອັນດັບທີ 4 -10 ຈະໄດ້ຮັບເງິນລາງວັນຕາມລຳດັບ
ໂດຍອີງຕາມການຄົ້ນຄວ້າເຫັນດີຂອງຄະນະຮັບຜິດຊອບ.
本页展示前 12 条,全文共 26 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读