ຂໍ້ຕົກລົງວ່າດ້ວຍ ການກຳນົດເຂດປອດຄວັນຢາສູບ ຢູ່ພາຍໃນແຂວງ ຄຳມ່ວນ

甘蒙省无烟区划定协议

Agreement on Designation of Smoke-Free Zones in Khammouane Province

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫ້າມສູບຢາໃນສະຖານທີ່ສາທາລະນະ, ສະຖານທີ່ເຮັດວຽກ ແລະ ອື່ນໆ ໃນແຂວງຄຳມ່ວນ, ຮຽກຮ້ອງໃຫ້ກຳນົດເຂດສູບຢາ ແລະ ລະບຸມາດຕະຖານໄລຍະຫ່າງ, ການລະບາຍອາກາດ ເພື່ອຫຼຸດຜ່ອນຜົນກະທົບຈາກຢາສູບ, ປົກປ້ອງສຸຂະພາບ ແລະ ສິ່ງແວດລ້ອມ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການກຳນົດເຂດປອດຄວັນຢາສູບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຫຼຸດຜ່ອນການຊົມໃຊ້ຢາສູບ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ, ຜົນຮ້າຍທີ່ເກີດຈາກການໄດ້ຮັບຄວັນຢາສູບ ແລະ ການໄດ້ຮັບຄວັນຢາສູບມືສອງ, ປົກປ້ອງ, ສົ່ງເສີມໃຫ້ພົນລະເມືອງ ມີສຸຂະພາບດີ ແລະ ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນອັກຄີໄພ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາແຂວງຄຳມ່ວນ.

ມາດຕາ ມາດຕາ 2

ມາດຕາ 2 ການກຳນົດເຂດປອດຄວັນຢາສູບ
ການກຳນົດເຂດປອດຄວັນຢາສູບ ແມ່ນການກຳນົດສະຖານທີ່ຫ້າມສູບຢາ, ຫ້າມການຈູດກອກຢາປະໄວ້, ຕາມສະຖານທີ່ສາທາລະນະ, ສຳນັກງານ, ອົງການ, ຫ້ອງການ, ໂຮງໝໍ, ໂຮງຮຽນ, ໂຮງຈັກ, ໂຮງງານ ລວມທັງບ່ອນເຮັດວຽກອື່ນໆ ທັງພາກລັດ ແລະ ເອກະຊົນ ທົ່ວແຂວງຄຳມ່ວນ, ທີ່ໄດ້ກຳນົດເປັນເຂດປອດຄວັນຢາສູບແລ້ວນັ້ນ, ຕ້ອງປອດ ຫຼື ບໍ່ມີຄວັນຢາສູບຢ່າງເດັດຂາດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 16 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ