ດຳລັດວ່າດ້ວຍ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

公民数据库与身份证法令

Civil Database and Identity Card Decree

ບົດສະຫຼຸບ

ລະບຽບການນີ້ຄຸ້ມຄອງການສ້າງຕັ້ງ, ການຄຸ້ມຄອງ ແລະ ການນຳໃຊ້ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວພາຍໃນປະເທດລາວ, ເນັ້ນໃສ່ການເກັບກຳຂໍ້ມູນພົນລະເມືອງ, ການອອກບັດປະຈຳຕົວ ແລະ ຫຼັກການຄວາມປອດໄພຂອງຂໍ້ມູນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ
ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ແມ່ນ ສູນເກັບກຳ, ຮັກສາ ແລະ ຄຸ້ມຄອງ ຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນຮູບແບບເຈ້ຍ ແລະ ຮູບແບບເອເລັກໂຕຣນິກ ຢ່າງເປັນລະບົບ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຂໍ້ມູນພົນລະເມືອງ ໝາຍເຖິງ ຂໍ້ມູນ ສຳມະໂນຄົວ, ເລກລະຫັດບຸກຄົນ, ພັກເຊົາຊົ່ວຄາວ, ແຈ້ງພັກເຊົາຊົ່ວຄາວ, ບໍ່ມີທີ່ຢູ່ຊົ່ວຄາວ, ແຈ້ງທີ່ຢູ່ອາໄສ ແລະ ຂໍ້ມູນອື່ນ ຂອງພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ອາໄສຢູ່ ສປປ ລາວ;
2. ຂໍ້ມູນບັດປະຈຳຕົວ ໝາຍເຖິງ ຂໍ້ມູນພື້ນຖານສ່ວນບຸກຄົນ ທີ່ມີ ເລກລະຫັດ, ຮູບ ແລະ ຂໍ້ມູນຊີວະນິຕິວິທະຍາ;
3. ເລກລະຫັດບຸກຄົນ ໝາຍເຖິງ ຕົວເລກ ທີ່ລະບຸຕົວຕົນຂອງພົນລະເມືອງ, ຢັ້ງຢືນຕົວຕົນ, ອອກບັດປະຈຳຕົວ, ຄົ້ນຫາ ແລະ ນຳໃຊ້ຂໍ້ມູນບຸກຄົນ ໃນຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ;
4. ຊີວະນິຕິວິທະຍາ ໝາຍເຖິງ ການນຳໃຊ້ເຕັກນິກວິທະຍາສາດ ເພື່ອຈຳແນກ ແລະ ຢັ້ງຢືນຄຸນລັກສະນະສະເພາະຂອງຄົນ ເຊັ່ນ ລາຍນິ້ວມື, ໃບໜ້າ, ມ່ານຕາ, ສຽງເວົ້າ ແລະ ຂໍ້ມູນອື່ນ;
5. ທີ່ຢູ່ອາໄສ ໝາຍເຖິງ ບ່ອນຢູ່ ຫຼື ບ່ອນດຳລົງຊີວິດຂອງພົນລະເມືອງ ເປັນຕົ້ນ ບ່ອນຢູ່ອາສຖາວອນ, ບ່ອນຢູ່ປັດຈຸບັນ, ບ່ອນພັກເຊົາຊົ່ວຄາວ ຢູ່ໃນທ້ອງຖິ່ນໃດໜຶ່ງ ທີ່ຂຶ້ນກັບ ບ້ານ, ຕາແສງ, ເມືອງ, ນະຄອນ, ນະຄອນຫຼວງ, ແຂວງ;
6. ບ່ອນຢູ່ປັດຈຸບັນ ໝາຍເຖິງ ບ່ອນຢູ່ອາໄສຖາວອນ ຫຼື ບ່ອນພັກເຊົາຊົ່ວຄາວ ທີ່ພົນລະເມືອງດຳລົງຊີວິດປັດຈຸບັນ;
7. ການພັກເຊົາຊົ່ວຄາວ ໝາຍເຖິງ ການພັກເຊົາຢູ່ບ່ອນອື່ນ ໃນໄລຍະໃດໜຶ່ງ ຂອງພົນລະເມືອງ ທີ່ບໍ່ແມ່ນບ່ອນຢູ່ອາໄສຖາວອນ ຕາມກົດໝາຍ ແລະ ລະບຽບການ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ