数字系统基础协议
ຂໍ້ຕົກລົງວ່າດ້ວຍ ຖານລະບົບດີຈີຕອນ
Digital System Foundation Agreement
简介
该法规调整老挝境内数字平台及电子交易系统服务,核心是规定9类数字平台须通过技术标准认证,并明确相关术语定义与适用范围。
Summary
This regulation governs digital platforms and electronic transaction systems in Laos, requiring 9 types of digital platforms to pass technical standard certification, and defining relevant terms and scope.
ບົດສະຫຼຸບ
ລະບຽບການນີ້ຄຸ້ມຄອງການບໍລິການເວທີດິຈິຕອນ ແລະ ລະບົບການຄ້າເອເລັກໂຕຣນິກພາຍໃນປະເທດລາວ, ເນັ້ນໃສ່ການກຳນົດໃຫ້ເວທີດິຈິຕອນ 9 ປະເພດຕ້ອງຜ່ານການຮັບຮອງມາດຕະຖານເຕັກນິກ, ພ້ອມທັງກຳນົດຄຳນິຍາມ ແລະ ຂອບເຂດການນຳໃຊ້.
条文
第ມາດຕາ 1条
第2条 数字平台
数字平台是一种数字基础设施,作为中介服务提供电子交易服务,进行数据管理并创建环境,以连接服务提供者和服务使用者,使其能够共同使用服务和进行电子交易,通过使用数字技术和互联网网络。
ພາສາລາວ (老挝语原文)
ມາດຕາ 2 ຖານລະບົບດີຈີຕອນ
ຖານລະບົບດີຈີຕອນ ແມ່ນ ໂຄງລ່າງພື້ນຖານດີຈີຕອນຮູບແບບໜຶ່ງ ທີ່ເຮັດໜ້າທີ່ບໍລິການສື່ກາງຮັບໃຊ້ການເຮັດທຸລະກຳທາງເອເລັກໂຕຣນິກ, ມີການບໍລິຫານຈັດການຂໍ້ມູນ ແລະ ສ້າງສະພາບແວດລ້ອມເພື່ອໃຫ້ເກີດການເຊື່ອມໂຍງລະຫວ່າງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ໃຫ້ສາມາດນຳໃຊ້ການບໍລິການ ແລະ ເຮັດທຸລະກຳທາງເອເລັກໂຕຣນິກຮ່ວມກັນ ດ້ວຍການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ເຄືອຂ່າຍອິນເຕີເນັດ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 技术标准认证 指对按照技术部与通信部确定的技术标准开发的数字系统的正确性、一致性的认可;
2. 运输 指使用各类运输工具,根据具体情况,按照法律和相关规定获得合法许可,移动乘客、货物、物品的服务;
3. 物流 指对货物移动过程进行管理的系统,包括计划、控制、存储、包装、搬运、运输、服务以及提供相关信息,从起点到终点高效、有效地满足客户需求,形成链条;
4. 境外供应商 指在老挝人民民主共和国没有住所且未注册设立企业,但通过向老挝境内的服务用户提供数字商品和数字形式服务而获得收入的个人、法人或组织;
5. 数字内容 指以文字、文本、图像、动画、声音或其他形式创建、存储和传播的信息,通过使用数字技术,使服务用户能够通过电子设备、数字平台或其他类似方式访问信息;
6. 系统开发过程 指对在老挝人民民主共和国提供服务的经营者所拥有的电子交易系统进行规划、分析、设计、构建、测试和维护的过程。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການຢັ້ງຢືນມາດຕະຖານເຕັກນິກ ໝາຍເຖິງ ການຮັບຮູ້ຄວາມຖືກຕ້ອງ ຄວາມສອດຄ່ອງ ຂອງລະບົບດີຈີຕອນ ທີ່ພັດທະນາຂຶ້ນຕາມມາດຕະຖານເຕັກນິກ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດ;
2. ການຂົນສົ່ງ ໝາຍເຖິງ ການບໍລິການເຄື່ອນຍ້າຍຜູ້ໂດຍສານ, ສິນຄ້າ, ວັດຖຸເຄື່ອງຂອງ ດ້ວຍຍານພາຫະນະຂົນສົ່ງປະເພດຕ່າງໆ ຕາມແຕ່ລະກໍລະນີ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
3. ໂລຊິດສະຕິກ ໝາຍເຖິງ ລະບົບຄຸ້ມຄອງບໍລິຫານຂະບວນການເຄື່ອນຍ້າຍສິນຄ້າ ທີ່ມີການວາງແຜນ, ການຄວບຄຸມ, ການເກັບຮັກສາ, ການຫຸ້ມຫໍ່, ການກຽນຖ້າຍ, ການຂົນສົ່ງ, ການບໍລິການ ແລະ ການສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າຢ່າງເປັນຕ່ອງໂສ້;
4. ຜູ້ສະໜອງຈາກຕ່າງປະເທດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ມີພູມລຳເນົາ ແລະ ບໍ່ໄດ້ຈົດທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແຕ່ເຄື່ອນໄຫວມີລາຍຮັບຈາກການສະໜອງສິນຄ້າດີຈີຕອນ ແລະ ການບໍລິການຮູບແບບດີຈີຕອນ ໃຫ້ແກ່ຜູ້ໃຊ້ບໍລິການ ຢູ່ ສປປ ລາວ;
5. ເນື້ອຫາດີຈີຕອນ ໝາຍເຖິງ ຂໍ້ມູນໃນຮູບແບບທີ່ເປັນຕົວອັກສອນ, ຂໍ້ຄວາມ, ຮູບພາບ, ພາບເຄື່ອນໄຫວ, ສຽງ ຫຼື ໃນຮູບແບບອື່ນ ທີ່ສ້າງຂຶ້ນ, ເກັບຮັກສາ ແລະ ເຜີຍແຜ່ ດ້ວຍການນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອໃຫ້ຜູ້ໃຊ້ບໍລິການສາມາດເຂົ້າເຖິງຂໍ້ມູນ ໂດຍຜ່ານອຸປະກອນເອເລັກໂຕຣນິກ, ແພລດຟອມດີຈີຕອນ ຫຼື ສິ່ງອື່ນທີ່ຄ້າຍຄືກັນ;
6. ຂະບວນການພັດທະນາລະບົບ ໝາຍເຖິງ ຂະບວນການວາງແຜນ, ວິເຄາະ, ອອກແບບ, ການສ້າງ, ທົດສອບ ແລະ ບຳລຸງຮັກສາ ລະບົບທຸລະກຳທາງເອເລັກໂຕຣນິກ ທີ່ຜູ້ດຳເນີນທຸລະກິດມີຈຸດປະສົງໃຫ້ບໍລິການ ຢູ່ ສປປ ລາວ.
第ມາດຕາ 3条
第3条 适用范围
本协议适用于在老挝人民民主共和国境内从事电子交易系统服务的个人、法人或组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວກ່ຽວກັບ ການບໍລິການລະບົບທຸລະກຳທາງເອເລັກໂຕຣນິກ ຢູ່ ສປປ ລາວ.
第ມາດຕາ 4条
第4条 数字平台类型
必须通过技术标准认证的数字平台有以下9种类型:
贸易平台;
金融平台;
运输和物流平台;
教育平台;
公共卫生服务平台;
旅游服务平台;
数字内容服务平台;
社交网络平台;
其他数字平台。
ພາສາລາວ (老挝语原文)
ມາດຕາ 4 ປະເພດຖານລະບົບດີຈີຕອນ
ຖານລະບົບດີຈີຕອນ ທີ່ຕ້ອງໄດ້ຜ່ານການຢັ້ງຢືນມາດຕະຖານເຕັກນິກ ມີ 09 ປະເພດ ດັ່ງນີ້:
ຖານລະບົບການຄ້າ;
ຖານລະບົບການເງິນ;
ຖານລະບົບຂົນສົ່ງ ແລະ ໂລຊິດສະຕິກ;
ຖານລະບົບການສຶກສາ;
ຖານລະບົບບໍລິການສາທາລະນະສຸກ;
ຖານລະບົບບໍລິການທ່ອງທ່ຽວ;
ຖານລະບົບບໍລິການເນື້ອຫາດີຈີຕອນ;
ຖານລະບົບເຄືອຂ່າຍສື່ສັງຄົມ;
ຖານລະບົບດີຈີຕອນອື່ນ.
第ມາດຕາ 5条
第5条 贸易平台
贸易平台是指为便利买卖、交换商品等商业活动(例如电子市场、电子商店、销售商品程序、自动售货程序)的数字平台。
ພາສາລາວ (老挝语原文)
ມາດຕາ 5 ຖານລະບົບການຄ້າ
ຖານລະບົບການຄ້າ ແມ່ນ ຖານລະບົບດີຈີຕອນ ທີ່ອຳນວຍຄວາມສະດວກການເຄື່ອນໄຫວກິດຈະກຳ
ການຊື້ຂາຍ, ແລກປ່ຽນ ສິນຄ້າ ລະຫວ່າງຜູ້ຄ້າ ແລະ ລູກຄ້າ ເປັນຕົ້ນ ຕະຫຼາດທາງເອເລັກໂຕຣນິກ, ຮ້ານຄ້າເອເລັກ
ໂຕຣນິກ, ໂປຣແກຣມຂາຍສິນຄ້າ, ໂປຣແກຣມຕູ້ຂາຍສິນຄ້າ.
第ມາດຕາ 6条
第6条 金融系统平台
金融系统平台是指为金融交易提供便利的数字系统,包括在线支付服务、数字银行服务、电子钱包、自动存取款机程序等。
ພາສາລາວ (老挝语原文)
ມາດຕາ 6 ຖານລະບົບການເງິນ
ຖານລະບົບການເງິນ ແມ່ນ ຖານລະບົບດີຈີຕອນ ທີ່ອຳນວຍຄວາມສະດວກສຳລັບການເຮັດທຸລະກຳທາງການເງິນ ເປັນຕົ້ນ ການໃຫ້ບໍລິການຊຳລະເງິນອອນລາຍ, ການໃຫ້ບໍລິການທະນາຄານດີຈີຕອນ, ກະເປົາເງິນເອເລັກໂຕຣນິກ, ໂປຣແກຣມຕູ້ຮັບຝາກ-ຖອນເງິນສົດ.
第ມາດຕາ 7条
第7条 运输和物流平台
运输和物流平台是指便利客运、货运、配送和物流服务的数字平台,例如在线出租车服务、送餐服务。
ພາສາລາວ (老挝语原文)
ມາດຕາ 7 ຖານລະບົບຂົນສົ່ງ ແລະ ໂລຊິດສະຕິກ
ຖານລະບົບຂົນສົ່ງ ແລະ ໂລຊິດສະຕິກ ແມ່ນ ຖານລະບົບດີຈີຕອນ ທີ່ອຳນວຍຄວາມສະດວກການເຄື່ອນໄຫວບໍລິການຂົນສົ່ງຜູ້ໂດຍສານ, ຂົນສົ່ງສິນຄ້າ, ຈັດສົ່ງສິນຄ້າ ແລະ ໂລຊິດສະຕິກ ເປັນຕົ້ນ ການໃຫ້ບໍລິການແທັກຊີອອນລາຍ, ການໃຫ້ບໍລິການຈັດສົ່ງອາຫານ.
第ມາດຕາ 8条
第8条 教育平台
教育平台是数字平台,为系统用户提供便利,使其能够注册、提供教育课程、教学、评估和认证。
ພາສາລາວ (老挝语原文)
ມາດຕາ 8 ຖານລະບົບການສຶກສາ
ຖານລະບົບການສຶກສາ ແມ່ນ ຖານລະບົບດີຈີຕອນ ທີ່ອຳນວຍຄວາມສະດວກໃຫ້ຜູ້ເຂົ້າໃຊ້ລະບົບ ສາມາດລົງທະບຽນ, ສະໜອງຫຼັກສູດການສຶກສາ, ການສິດສອນ, ການປະເມີນຜົນ ແລະ ການຢັ້ງຢືນ.
第ມາດຕາ 9条
第9条 公共卫生服务平台
公共卫生服务平台是数字平台,为系统用户提供便利,使其能够访问公共卫生信息、健康咨询服务、预约挂号体检及其他服务。
ພາສາລາວ (老挝语原文)
ມາດຕາ 9 ຖານລະບົບບໍລິການສາທາລະນະສຸກ
ຖານລະບົບບໍລິການສາທາລະນະສຸກ ແມ່ນ ຖານລະບົບດີຈີຕອນ ທີ່ອຳນວຍຄວາມສະດວກໃຫ້ຜູ້ເຂົ້າໃຊ້ລະບົບສາມາດເຂົ້າເຖິງຂໍ້ມູນສາທາລະນະສຸກ, ບໍລິການໃຫ້ຄຳປຶກສາດ້ານສຸຂະພາບ, ລົງທະບຽນນັດໝາຍເຂົ້າກວດສຸຂະພາບ ແລະ ບໍລິການອື່ນ.
第ມາດຕາ 10条
第10条 旅游服务平台
旅游服务平台是数字平台,为用户提供便利,使其能够访问旅游信息、预订和导游服务、住宿预订及其他服务。
ພາສາລາວ (老挝语原文)
ມາດຕາ 10 ຖານລະບົບບໍລິການທ່ອງທ່ຽວ
ຖານລະບົບບໍລິການທ່ອງທ່ຽວ ແມ່ນ ຖານລະບົບດີຈີຕອນ ທີ່ອຳນວຍຄວາມສະດວກໃຫ້ຜູ້ເຂົ້າໃຊ້ ເຂົ້າເຖິງຂໍ້ມູນແຫຼ່ງທ່ອງທ່ຽວ, ບໍລິການຈອງ-ນຳພາທ່ຽວ, ບໍລິການຈອງທີ່ພັກ ແລະ ບໍລິການອື່ນ.
第ມາດຕາ 11条
第11条 数字内容服务平台
数字内容服务平台是指提供创建、管理、发布广告、营销活动、转换数字内容给系统用户或允许服务用户从数字内容创收的数字系统平台。
ພາສາລາວ (老挝语原文)
ມາດຕາ 11 ຖານລະບົບບໍລິການເນື້ອຫາດີຈີຕອນ
ຖານລະບົບບໍລິການເນື້ອຫາດີຈີຕອນ ແມ່ນ ຖານລະບົບດີຈີຕອນ ທີ່ໃຫ້ບໍລິການໃນການສ້າງ, ບໍລິຫານຈັດການ, ເຜີຍແຜ່ໂຄສະນາ, ກິດຈະກຳການຕະຫຼາດ, ແປງປັນເນື້ອຫາດີຈີຕອນ ໃຫ້ແກ່ຜູ້ເຂົ້າໃຊ້ລະບົບ ຫຼື ຖານລະບົບດີຈີຕອນທີ່ໃຫ້ຜູ້ໃຊ້ບໍລິການສາມາດສ້າງລາຍໄດ້ຈາກເນື້ອຫາດີຈີຕອນ.
第ມາດຕາ 12条
第12条 社交网络平台
社交网络平台是指允许服务用户创建、转换内容、讨论、发表意见或参与在线社交网络的数字平台,包括具有在其系统内进行电子交易的特征,例如提供支付、购买广告、买卖商品或服务。
ພາສາລາວ (老挝语原文)
ມາດຕາ 12 ຖານລະບົບເຄືອຂາຍສື່ສັງຄົມ
ຖານລະບົບເຄືອຂາຍສື່ສັງຄົມ ແມ່ນ ຖານລະບົບດີຈີຕອນ ທີ່ອະນຸຍາດໃຫ້ຜູ້ໃຊ້ບໍລິການສາມາດສ້າງ, ແປງປັນເນື້ອຫາ, ສົນທະນາ, ສະແດງຄຳຄິດເຫັນ ຫຼື ເຂົ້າຮ່ວມໃນເຄືອຂາຍສັງຄົມອອນລາຍ ລວມທັງມີຄຸນລັກສະນະ ທີ່ສາມາດເຮັດທຸລະກຳທາງເອເລັກໂຕຣນິກຢູ່ພາຍໃຕ້ລະບົບຂອງຕົນ ເປັນຕົ້ນ ໃຫ້ບໍລິການຊຳລະ, ຊື້ໂຄສະນາ, ຊື້ຂາຍ ສິນຄ້າ ຫຼື ການບໍລິການ.
本页展示前 12 条,全文共 50 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读