ຂໍ້ຕົກລົງວ່າດ້ວຍ ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
创建无毒单位与部门协议
Agreement on Establishing Drug-Free Units and Departments
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງໜ່ວຍງານ ແລະ ພະແນກການທີ່ບໍ່ມີສິ່ງເສບຕິດພາຍໃນອົງການປົກຄອງແຂວງເຊກອງ, ເນັ້ນໃສ່ການກຳນົດມາດຕະຖານການສ້າງຕັ້ງ, ຫຼັກການປະເມີນ ແລະ ຂອບເຂດການນຳໃຊ້, ເພື່ອຈຸດປະສົງປະຕິບັດວາລະແຫ່ງຊາດວ່າດ້ວຍການຕ້ານສິ່ງເສບຕິດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ແມ່ນຂະບວນການຄັດເລືອກເອົາກົມກອງ ແລະ ຂະແໜງການຕ່າງໆ ທີ່ຂຶ້ນກັບອົງການປົກຄອງແຂວງເຊກອງ ທີ່ສາມາດປະຕິບັດໄດ້ຕາມມາດຖານ ໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ.
ຄຳສັບທີໃຊ້ໃນຂໍ້ຕົກລົງ ມີດັ່ງນີ້:
- ກົມກອງ ໝາຍເຖິງ: ສຳນັກງານການຈັດຕັ້ງລັດ ໃນສອງກຳລັງປະກອບອາວຸດ (ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ);
- ຂະແໜງການ ໝາຍເຖິງ: ບັນດາການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມຂັ້ນແຂວງ ແລະ ຂັ້ນເມືອງ;
- ປອດຢາເສບຕິດ ໝາຍເຖິງ: ບໍ່ມີຢາເສບຕິດ, ບໍ່ມີໄວ້ໃນຄອບຄອງ, ຊື້-ຂາຍ, ມົ້ວສຸມ, ບໍ່ມີຜູ້ເສບຢາເສບຕິດທຸກປະເພດ;
- ການສຸ່ມກວດກາສານເສບຕິດ ໝາຍເຖິງ: ການຄັດເລືອກກຸ່ມບຸກຄົນເພື່ອກວດສານເສບຕິດ.
ມາດຕາ ມາດຕາ 3
ມາດຕາ 4 ນະໂຍບາຍຂອງລັດ
ລັດຖືເປັນບັນຫາສຳຄັນໃນການແກ້ໄຂບັນຫາຢາເສບຕິດ ເຊິ່ງໄດ້ກຳນົດເປັນວາລະແຫ່ງຊາດ, ນຳໃຊ້ຫຼາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ເຊັ່ນ: ມາດຕະການດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ກົດໝາຍ ແລະ ວິຊາສະເພາະ ຂອງ ຂະແໜງການທີ່ກ່ຽວຂ້ອງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ