创建无毒单位与部门协议
ຂໍ້ຕົກລົງວ່າດ້ວຍ ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
Agreement on Establishing Drug-Free Units and Departments
简介
该协议调整色贡省行政机构内无毒单位与部门的创建活动,核心是规定创建标准、评估原则及适用范围,旨在落实国家禁毒议程。
Summary
This agreement governs the creation of drug-free units and departments within administrative agencies of Sekong Province, with core provisions specifying creation standards, evaluation principles, and scope of application, aiming to implement the national drug control agenda.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງໜ່ວຍງານ ແລະ ພະແນກການທີ່ບໍ່ມີສິ່ງເສບຕິດພາຍໃນອົງການປົກຄອງແຂວງເຊກອງ, ເນັ້ນໃສ່ການກຳນົດມາດຕະຖານການສ້າງຕັ້ງ, ຫຼັກການປະເມີນ ແລະ ຂອບເຂດການນຳໃຊ້, ເພື່ອຈຸດປະສົງປະຕິບັດວາລະແຫ່ງຊາດວ່າດ້ວຍການຕ້ານສິ່ງເສບຕິດ.
条文
第ມາດຕາ 1条
第2条 创建无毒部门和单位
创建无毒部门和单位是指从隶属于色贡省行政机构的各部门和单位中,按照本协议规定的创建无毒部门和单位的标准,选择能够执行的部门和单位的过程。
ພາສາລາວ (老挝语原文)
ມາດຕາ 2 ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ແມ່ນຂະບວນການຄັດເລືອກເອົາກົມກອງ ແລະ ຂະແໜງການຕ່າງໆ ທີ່ຂຶ້ນກັບອົງການປົກຄອງແຂວງເຊກອງ ທີ່ສາມາດປະຕິບັດໄດ້ຕາມມາດຖານ ໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
第ມາດຕາ 2条
第2条 词语解释。
本协议中使用的词语定义如下:
- “机关”指:国家组织机构中的两个武装力量(国防力量、治安力量);
- “部门”指:党-国家组织、老挝建国阵线组织、群众组织、省级和县级社会组织;
- “无毒”指:没有毒品,不持有、买卖、聚集,没有各类吸毒者;
- “随机毒品检测”指:随机选择个人进行毒品检测。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ.
ຄຳສັບທີໃຊ້ໃນຂໍ້ຕົກລົງ ມີດັ່ງນີ້:
- ກົມກອງ ໝາຍເຖິງ: ສຳນັກງານການຈັດຕັ້ງລັດ ໃນສອງກຳລັງປະກອບອາວຸດ (ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ);
- ຂະແໜງການ ໝາຍເຖິງ: ບັນດາການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມຂັ້ນແຂວງ ແລະ ຂັ້ນເມືອງ;
- ປອດຢາເສບຕິດ ໝາຍເຖິງ: ບໍ່ມີຢາເສບຕິດ, ບໍ່ມີໄວ້ໃນຄອບຄອງ, ຊື້-ຂາຍ, ມົ້ວສຸມ, ບໍ່ມີຜູ້ເສບຢາເສບຕິດທຸກປະເພດ;
- ການສຸ່ມກວດກາສານເສບຕິດ ໝາຍເຖິງ: ການຄັດເລືອກກຸ່ມບຸກຄົນເພື່ອກວດສານເສບຕິດ.
第ມາດຕາ 3条
第4条 国家政策
国家将解决毒品问题视为重要议题,并将其确定为国家议程,采取多种措施解决上述问题,例如:经济、文化-社会、法律及相关专业部门的专门措施。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
ລັດຖືເປັນບັນຫາສຳຄັນໃນການແກ້ໄຂບັນຫາຢາເສບຕິດ ເຊິ່ງໄດ້ກຳນົດເປັນວາລະແຫ່ງຊາດ, ນຳໃຊ້ຫຼາຍມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ ເຊັ່ນ: ມາດຕະການດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ກົດໝາຍ ແລະ ວິຊາສະເພາະ ຂອງ ຂະແໜງການທີ່ກ່ຽວຂ້ອງ.
第ມາດຕາ 4条
第4条 总原则
创建无毒单位和部门的运动应遵循以下基本原则:
1) 符合党的方针政策、国家法律和法规。
2) 确保按照规定的标准进行评估。
3) 确保按照评估的步骤、方法和时间表执行。
4) 确保统一性、透明性、客观性、公正性和可核查性。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການລວມ
ການເຄື່ອນໄຫວສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1) ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.
2) ຮັບປະກັນການປະເມີນຕາມເນື້ອໃນມາດຖານທີ່ກຳນົດໄວ້.
3) ຮັບປະກັນການປະຕິບັດຕາມຂັ້ນຕອນ, ວິທີການຂອງການປະເມີນ ແລະ ຕາມກຳນົດເວລາ.
4) ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ, ພາວະວິໄສ, ຍຸຕິທຳ ແລະ ກວດສອບໄດ້.
第ມາດຕາ 5条
第5条 适用范围
本协议适用于在色贡省开展无毒单位和部门建设工作的个人、法人及组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເຄື່ອນໄຫວວຽກງານ ໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ຢູ່ແຂວງເຊກອງ.
第ມາດຕາ 6条
第6条 创建无毒单位和部门
是指从隶属于国防部-公安部两支武装力量以及塞公省内的部门中,按照创建无毒单位和部门的标准、条件、方法和步骤进行选拔的过程。
ພາສາລາວ (老挝语原文)
ມາດຕາ 6 ການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
ແມ່ນຂະບວນການຄັດເລືອກເອົາກົມກອງ ທີ່ຂຶ້ນກັບສອງກຳລັງປະກອບອາວຸດ ປກຊ-ປກສ ແລະ ຂະແໜງການຢູ່ພາຍໃນແຂວງເຊກອງ ທີ່ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂ, ວິທີການ ແລະ ຂັ້ນຕອນ ໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ.
第ມາດຕາ 7条
第7条 条件、标准在创建无毒部门和单位
创建无毒部门和单位的标准如下:
1) 制定关于创建无毒部门和单位工作的半年和年度行动计划,并组织实施达到90%;
2) 领导研究、宣传文件内容,提高工作人员对部门内禁毒和预防毒品工作的认识,以便将其转化为自身职责范围内的活动,组织实施达到90%;
3) 部门和单位内95%的人员应了解、吸收关于毒品危害的法律法规宣传,每年至少组织2次;
4) 部门工作人员必须与各类毒品及各种形式无关,即:
- 无工作人员种植毒品原植物(茶、鸦片、卡痛树),无工作人员生产和加工毒品100%;
- 无工作人员吸毒100%;
- 无工作人员贩卖和分销毒品100%;
- 无工作人员为藏匿毒品、聚集场所或吸毒服务提供便利100%;
- 不与任何违反法律法规的腐败现象有关联。
5) 作为基层党委或基层党支部获得清白、坚强、稳固认可的条件之一;
6) 对部门和单位内工作人员进行毒品检测抽查,至少5人以上,且必须无毒100%。
ພາສາລາວ (老挝语原文)
ມາດຕາ 7 ເງື່ອນໄຂ, ມາດຖານໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
ມາດຖານໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ປະກອບມີດັ່ງນີ້:
1) ສ້າງແຜນການເຄື່ອນໄຫວໃນວຽກງານການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ປະຈຳ 6 ເດືອນ ແລະ ປະຈຳປີ ຈັດຕັ້ງປະຕິບັດໃຫ້ໄດ້ 90%;
2) ນຳພາຄົ້ນຄວ້າ, ເຜີຍແຜ່ເນື້ອໃນເອກະສານ ປຸກຈິດສຳນຶກ ໃຫ້ພະນັກງານ ກ່ຽວກັບວຽກງານການຕ້ານ ແລະ ສະກັດກັນຢາເສບຕິດພາຍໃນກົມກອງ ແລະ ຂະແໜງການ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເປັນກິດຈະກຳ ໃນຂົງເຂດຄວາມຮັບຜິດຊອບ ຂອງຕົນ, ຈັດຕັ້ງປະຕິບັດໃຫ້ໄດ້ 90%;
3) ບຸກຄະລາກອນ ພາຍໃນກົມກອງ ແລະ ຂະແໜງການ 95% ໃຫ້ໄດ້ຮັບຮູ້ ເຊື່ອມຊຶມການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບຜົນຮ້າຍ ຂອງ ຢາເສບຕິດໃນຮູບແບບຕ່າງໆ ຢ່າງໜ້ອຍຈັດຕັ້ງປະຕິບັດໃຫ້ໄດ້ 02 ຄັ້ງຕໍ່ປີ;
4) ພະນັກງານ ໃນກົມກອງຕ້ອງປະສະຈາກການພົວພັນກັບສິ່ງເສບຕິດທຸກປະເພດ ແລະ ທຸກຮູບແບບຄື:
- ບໍ່ມີພະນັກງານປູກພືດໃຫ້ສານເສບຕິດ (ຊາ, ຝິ່ນ, ຕົ້ນກະທ້ອມ) ບໍ່ມີພະນັກງານຜະລິດ ແລະ ປຸງແຕ່ງຢາເສບຕິດ 100%;
- ບໍ່ມີພະນັກງານເສບຢາເສບຕິດ 100%;
- ບໍ່ມີພະນັກງານຄ້າ-ຂາຍ ແລະ ຈຳໜ່າຍຢາເສບຕິດ 100%;
- ບໍ່ມີພະນັກງານທີ່ອຳນວຍຄວາມສະດວກໃນການຊຸກເຊື່ອງຢາເສບຕິດ, ສະຖານທີ່ມົ້ວສຸມ ຫຼື ບໍລິການເສບຢາເສບຕິດ 100%;
- ບໍ່ພົວພັນກັບປະກົດການຫຍໍ້ທໍ້ຕ່າງໆທີ່ເປັນການລະເມີດຕໍ່ລະບຽບກົດໝາຍ.
5) ເປັນເງື່ອນໄຂໜຶ່ງ ໃຫ້ແກ່ການຮັບຮອງ ຄະນະພັກຮາກຖານ ຫຼື ໜ່ວຍພັກຮາກຖານ ໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;
6) ຜົນຂອງການສຸ່ມກວດກາສານເສບຕິດຂອງພະນັກງານພາຍໃນກົມກອງ ແລະ ຂະແໜງການນັ້ນ ຢ່າງໜ້ອຍໃຫ້ໄດ້ 5 ຄົນຂຶ້ນໄປ ແລະ ຕ້ອງປອດສານເສບຕິດ 100%.
第ມາດຕາ 8条
第8条 创建无毒部门和单位的步骤。
在色贡省范围内,有意创建无毒部门和单位的各部门和单位必须执行以下步骤:
1) 参与并掌握第8条规定的目标、原则和6项标准的内容;
2) 任命负责创建无毒部门和单位的委员会;
3) 制定创建无毒部门和单位的详细计划和方案;
4) 组织会议,向本部门和单位内的公务员宣传普及本计划和本决定,使其了解并清楚认识创建无毒部门和单位的精神实质;
5) 组织向公务员全面宣传法律法规和毒品的危害;
6) 每六个月和一年向省公安厅禁毒检查控制处提交创建无毒部门和单位的总结报告;
7) 在创建无毒部门和单位的每个步骤和阶段,必须与省公安厅禁毒检查控制处协调配合。
ພາສາລາວ (老挝语原文)
ມາດຕາ 8 ຂັ້ນຕອນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ.
ບັນດາກົມກອງ ແລະ ຂະແໜງການຕ່າງໆ ໃນຂອບເຂດທົ່ວແຂວງເຊກອງ ທີ່ມີຈຸດປະສົງຈະສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ຕ້ອງປະຕິບັດດັ່ງນີ້:
1) ເຂົ້າຮ່ວມ ແລະ ກຳແໜ້ນຈຸດປະສົງ, ຫຼັກການ, ເນື້ອໃນ 6 ມາດຖານທີ່ໄດ້ກຳນົດໄວ້ ໃນມາດຕາ 8;
2) ແຕ່ງຕັ້ງຄະນະກຳມະການຮັບຜິດຊອບໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ;
3) ສ້າງແຜນການ, ແຜນງານອັນລະອຽດໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ;
4) ຈັດຕັ້ງກອງປະຊຸມ ເພື່ອເຜີຍແຜ່ເຂົ້າຮ່ວມ ແຜນການ ແລະ ຂໍ້ຕົກລົງສະບັບນີ້ ໃຫ້ແກ່ພະນັກງານລັດຖະກອນ ພາຍໃນກົມກອງ ແລະ ຂະແໜງການຂອງຕົນໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບເນື້ອໃນຈິດໃຈໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ;
5) ຈັດຕັ້ງການໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ແກ່ພະນັກງານລັດຖະກອນຢ່າງທົ່ວເຖິງ;
6) ສົ່ງບົດສະຫຼຸບລາຍງານຜົນຂອງການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ໃນແຕ່ລະໄລຍະຫົກເດືອນ ແລະ ໜຶ່ງປີ ໃຫ້ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ;
7) ໃນການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດແຕ່ລະຂັ້ນຕອນ, ແຕ່ລະໄລຍະຕ້ອງໄດ້ປະສານສົມທົບກັບ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ.
第ມາດຕາ 9条
第9条 创建无毒部门和单位的方法
创建无毒部门和单位的方法必须设立检查委员会,对其部门和单位内部的各项标准条件进行详细评估。如果在06项标准中有任何一项未能达到,相关部门和单位必须共同研究教育,寻找解决办法直至成功;跟踪检查收集工作人员在办公室内外的活动信息,以了解其社会关系中是否涉及毒品。
ພາສາລາວ (老挝语原文)
ມາດຕາ 9 ວິທີການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ
ວິທີການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ ຕ້ອງໄດ້ແຕ່ງຕັ້ງຄະນະກຳມະການກວດກາ ການປະເມີນພາຍໃນກົມກອງ ແລະ ຂະແໜງການຂອງຕົນ ຢ່າງລະອຽດໃນແຕ່ລະມາດຖານເງື່ອນໄຂ ຖ້າຫາກວ່າມີມາດຖານໃດໜຶ່ງໃນ 06 ມາດຖານ ບໍ່ສາມາດບັນລຸໄດ້, ກົມກອງ ແລະ ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ພ້ອມພຽງກັນສຶກສາອົບຮົມຫາວິທີການແກ້ໄຂ ຈົນກວ່າຈະປະສົບຜົນສຳເລັດ; ຕິດຕາມກວດກາເກັບກຳຂໍ້ມູນການເຄື່ອນໄຫວຂອງພະນັກງານທັງພາຍໃນ ແລະ ນອກຫ້ອງການ ເພື່ອຊອກຮູ້ການພົວພັນສັງຄົມ ມີການກ່ຽວຂ້ອງກັບຢາເສບຕິດ ຫຼື ບໍ່?
第ມາດຕາ 10条
第10条 部门及行业无毒评估。
部门及行业无毒评估必须召开部门及行业禁毒委员会会议,由该委员会秘书处报告创建部门及行业无毒的实施情况;评估委员会根据第8条规定的6项标准进行评估;
评估后必须有会议记录,作为省级委员会依法审议批准的参考依据。
ພາສາລາວ (老挝语原文)
ມາດຕາ 10 ການປະເມີນກົມກອງ ແລະ ຂະແໜງການປອດຢາເສບຕິດ.
ການປະເມີນກົມກອງ ແລະ ຂະແໜງການປອດຢາເສບຕິດ ຕ້ອງເປີດກອງປະຊຸມ ຂອງ ຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນກົມກອງ ແລະ ຂະແໜງການ, ກອງເລຂາຄະນະກຳມະການດັ່ງກ່າວ ລາຍງານການຈັດຕັ້ງປະຕິບັດການສ້າງກົມກອງ ແລະ ຂະແໜງການປອດຢາເສບຕິດ; ຄະນະກຳມະການປະເມີນຕາມ 06 ມາດຖານ ທີ່ໄດ້ກຳນົດໄວ້ໃນ ມາດຕາ 8;
ພາຍຫຼັງການປະເມີນແລ້ວ ຕ້ອງມີບົດບັນທຶກກອງປະຊຸມ ເພື່ອເປັນຫຼັກອີງ ໃຫ້ແກ່ ຄະນະກຳມະການຂັ້ນແຂວງ ໃນການພິຈາລະນາຮັບຮອງຕາມລະບຽບກົດໝາຍ.
第ມາດຕາ 11条
第11条 认可无毒部门和无毒单位。
经过步骤、评估方法后,认可为无毒部门和无毒单位如下:
1) 必须有部门级和单位级负责委员会的评估统一报告和会议纪要。
2) 省级禁毒委员会主席签署批准和颁发无毒部门和无毒单位证书。
3) 若省级禁毒检查和管控委员会主席不在,出差或有紧急事务,则授权省公安指挥部负责人以副主席名义签署。
ພາສາລາວ (老挝语原文)
ມາດຕາ 11 ການຮັບຮອງກົມກອງ ແລະ ຂະແໜງການປອດຢາເສບຕິດ.
ພາຍຫຼັງຜ່ານຂັ້ນຕອນ, ວິທີການປະເມີນແລ້ວ ການຮັບຮອງເປັນກົມກອງ ແລະ ຂະແໜງການປອດຢາເສບຕິດ ມີດັ່ງນີ້:
1) ຕ້ອງມີບົດລາຍງານ, ບົດບັນທຶກກອງປະຊຸມຄວາມເປັນເອກະພາບໃນການປະເມີນ ຂອງ ຄະນະກຳມະການຮັບຜິດຊອບຂັ້ນກົມກອງ ແລະ ຂະແໜງການ.
2) ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ ເປັນຜູ້ລົງລາຍເຊັນ ຂໍຕົກລົງຮັບຮອງ ແລະ ໃບຢັ້ງຢືນກົມກອງ ແລະ ຂະແໜງການປອດຢາເສບຕິດ.
3) ກໍລະນີທີ່ປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ ບໍ່ຢູ່ ໄປປະຕິບັດໜ້າທີ່ທາງໄກ ຫຼື ມີກິດທຸລະອັນຈຳເປັນ, ຈຶ່ງມອບສິດໃຫ້ຫົວໜ້າ ກອງບັນຊາການ ປກສ ແຂວງ ໃນນາມຮອງປະທານລົງລາຍເຊັນ.
第ມາດຕາ 12条
第12条 对于组织。
1) 鼓励和促进,给予指导,给予咨询给其部门内和领域内的工作人员进行非法毒品的活动、运输、生产、加工、买卖、隐藏和包庇;
2) 保护和隐瞒其负责范围内有涉及毒品行为的工作人员的信息;
3) 创造条件提供办公场所、办公室和国有住房作为聚集、窝藏和销售毒品的便利;
4) 参与或帮助提供车辆、装备、制服和标志给两个力量、各个领域,供个人、法人滥用进行毒品买卖活动。
ພາສາລາວ (老挝语原文)
ມາດຕາ 12 ສຳລັບການຈັດຕັ້ງ.
1) ຊຸກຍູ້ ແລະ ສົ່ງເສີມ, ໃຫ້ຄຳແນະນຳ, ໃຫ້ຄຳປຶກສາແກ່ພະນັກງານ ທີ່ຢູ່ພາຍໃນກົມກອງ ແລະ ຂະແໜງການ ຂອງ ຕົນ ເຄື່ອນໄຫວ, ຂົນສົ່ງ, ຜະລິດ, ປຸງແຕ່ງ, ຊື້ - ຂາຍ, ເຊື່ອງອຳປິດບັງ ຢາເສບຕິດທີ່ຜິດກົດໝາຍ;
2) ປົກປ້ອງ ແລະ ປິດບັງຂໍ້ມູນການເຄື່ອນໄຫວ ຂອງ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນທີ່ມີພຶດຕິກຳພົວພັນ, ມົ່ວສຸມກັບສິ່ງເສບຕິດ;
3) ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານສະຖານທີ່ສຳນັກງານ, ຫ້ອງການປະຈຳເຮັດວຽກ ແລະ ເຮືອນພັກ ຂອງ ລັດ ເປັນບ່ອນມົ່ວສຸມ, ຊັກເຊື່ອງ ແລະ ຈຳໜ່າຍຢາເສບຕິດ;
4) ເຂົ້າຮ່ວມ ຫຼື ຊ່ວຍເຫຼືອດ້ານພາຫະນະສວນລວມ, ຍຸດໂທປະກອນ, ເຄື່ອງແບບ ແລະ ເຄື່ອງໝາຍໂລໂກ້ ຂອງ ສອງກຳລັງ, ຂະແໜງການຕ່າງໆ ໃຫ້ບຸກຄົນ, ນິຕິບຸກຄົນ, ສວຍໃຊ້ເຄື່ອນໄຫວຄ້າ-ຂາຍ ຢາເສບຕິດ.
本页展示前 12 条,全文共 21 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读