ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ-ນຳໃຊ້ ສູນປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງ ເຊກອງ
色贡省吸毒者治疗康复中心管理使用协议
Agreement on Management and Use of Drug Addict Treatment and Rehabilitation Center in Sekong Province
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດການຄຸ້ມຄອງ ແລະ ການນຳໃຊ້ສູນປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດແຂວງເຊກອງ, ຊີ້ແຈງວ່າຂຶ້ນກັບກົມຕຳຫຼວດ, ແລະ ກຳນົດຫຼັກການຄຸ້ມຄອງ, ຂອບເຂດນຳໃຊ້ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງ, ນຳໃຊ້ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ.
ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແມ່ນສະຖານທີ່ສຳລັບໃຊ້ປິ່ນປົວ, ບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ພາຍໃຕ້ການຄຸ້ມຄອງ ຂອງກອງບັນຊາການ ປກສ ແຂວງ, ຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຮັບໃຊ້ໃຫ້ແກ່ປະຊາຊົນບັນດາເຜົ່າ ທົ່ວແຂວງເຊກອງ ແລະ ແຂວງໃກ້ຄຽງ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
- ການຄຸ້ມຄອງ ໝາຍເຖິງ: ຄວາມຮັບຜິດຊອບຂອງການຈັດຕັ້ງລັດ ຕໍ່ກັບສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ;
- ສູນປິ່ນປົວ ໝາຍເຖິງ: ອາຄານສະຖານທີ່ໃຊ້ສຳລັບປິ່ນປົວຜູ້ຕິດຢາເສບຕິດ;
- ຟື້ນຟູສຸຂະພາບ ໝາຍເຖິງ: ການເຮັດໃຫ້ຜູ້ຕິດຢາເສບຕິດທີ່ມາປິ່ນປົວຢູ່ສູນມີສຸຂະພາບຮ່າງກາຍແຂງແຮງສົມບູນດີ, ມີສຸຂະພາບຈິດໃຈທີ່ແຈ່ມໃສ, ມັນສະໝອງປອດໂປ່ງເປັນປົກກະຕິ ດ້ວຍວິທະຍາສາດການແພດ ແລະ ກາຍະບຳບັດ.
ມາດຕາ ມາດຕາ 3
ມາດຕາ 3 ນະໂຍບາຍຂອງລັດ.
ອົງການປົກຄອງແຂວງໄດ້ຊຸກຍູ້, ສົ່ງເສີມ ແລະ ສ້າງທຸກເງື່ອນໄຂໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນແຂວງ ປະກອບສ່ວນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສູນປິ່ນບົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ ແຂວງເຊກອງ ໃຫ້ໝັ້ນຄົງ, ທັນສະໄໝ ຮັບໃຊ້ປະຊາຊົນບັນດາເຜົ່າຢ່າງມີປະສິດທິພາບ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 39 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ