色贡省吸毒者治疗康复中心管理使用协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ-ນຳໃຊ້ ສູນປີ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງ ເຊກອງ
Agreement on Management and Use of Drug Addict Treatment and Rehabilitation Center in Sekong Province
简介
该协议规范色贡省戒毒治疗康复中心的管理与使用,明确其隶属公安部门,并规定管理原则、适用范围及各方责任。
Summary
This agreement regulates the management and use of drug treatment and rehabilitation centers in Sekong Province, placing them under the public security department, and defining management principles, scope, and responsibilities.
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດການຄຸ້ມຄອງ ແລະ ການນຳໃຊ້ສູນປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດແຂວງເຊກອງ, ຊີ້ແຈງວ່າຂຶ້ນກັບກົມຕຳຫຼວດ, ແລະ ກຳນົດຫຼັກການຄຸ້ມຄອງ, ຂອບເຂດນຳໃຊ້ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍ.
条文
第ມາດຕາ 1条
第2条 戒毒治疗与康复中心的管理和使用。
戒毒治疗与康复中心是用于治疗、康复和恢复吸毒者健康的场所,隶属于省公安指挥部、省级毒品问题解决委员会管理,服务于色贡省全省各族人民及邻近省份。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງ, ນຳໃຊ້ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ.
ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແມ່ນສະຖານທີ່ສຳລັບໃຊ້ປິ່ນປົວ, ບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ພາຍໃຕ້ການຄຸ້ມຄອງ ຂອງກອງບັນຊາການ ປກສ ແຂວງ, ຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຮັບໃຊ້ໃຫ້ແກ່ປະຊາຊົນບັນດາເຜົ່າ ທົ່ວແຂວງເຊກອງ ແລະ ແຂວງໃກ້ຄຽງ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
- 管理 指:国家机关对戒毒治疗和康复中心的责任;
- 治疗中心 指:用于治疗吸毒者的建筑物和场所;
- 康复 指:使前来中心治疗的吸毒者通过医学科学和物理疗法拥有强健的身体健康、清晰的心理健康、正常的思维功能。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
- ການຄຸ້ມຄອງ ໝາຍເຖິງ: ຄວາມຮັບຜິດຊອບຂອງການຈັດຕັ້ງລັດ ຕໍ່ກັບສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ;
- ສູນປິ່ນປົວ ໝາຍເຖິງ: ອາຄານສະຖານທີ່ໃຊ້ສຳລັບປິ່ນປົວຜູ້ຕິດຢາເສບຕິດ;
- ຟື້ນຟູສຸຂະພາບ ໝາຍເຖິງ: ການເຮັດໃຫ້ຜູ້ຕິດຢາເສບຕິດທີ່ມາປິ່ນປົວຢູ່ສູນມີສຸຂະພາບຮ່າງກາຍແຂງແຮງສົມບູນດີ, ມີສຸຂະພາບຈິດໃຈທີ່ແຈ່ມໃສ, ມັນສະໝອງປອດໂປ່ງເປັນປົກກະຕິ ດ້ວຍວິທະຍາສາດການແພດ ແລະ ກາຍະບຳບັດ.
第ມາດຕາ 3条
第3条 国家政策。
省政府鼓励、促进并创造一切条件,使省内的个人、法人、组织参与管理、保护和开发治疗康复中心,并恢复色贡省吸毒者的健康,使其稳定、现代化,有效服务各族人民。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດ.
ອົງການປົກຄອງແຂວງໄດ້ຊຸກຍູ້, ສົ່ງເສີມ ແລະ ສ້າງທຸກເງື່ອນໄຂໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນແຂວງ ປະກອບສ່ວນເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສູນປິ່ນບົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ ແຂວງເຊກອງ ໃຫ້ໝັ້ນຄົງ, ທັນສະໄໝ ຮັບໃຊ້ປະຊາຊົນບັນດາເຜົ່າຢ່າງມີປະສິດທິພາບ.
第ມາດຕາ 4条
第4条 原则
1) 严格遵守宪法和法律;
2) 由省级国防-安全委员会领导、指导和检查;
3) 在分级管理、分工负责和中央与地方协调的基础上集中统一;
4) 实行首长负责制,民主集中,集体工作,分工到人负责;
5) 维护安全部队的专业道德;
6) 精简高效、现代化、公开透明、可监督。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການ
1) ເຄົາລົບລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັມງວດ;
2) ນຳພາ, ຊີ້ນຳ ແລະ ກວດກາໂດຍຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ;
3) ລວມສູນເປັນເອກະພາບ ໂດຍພື້ນຖານແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ແລະ ປະສານກົມກຽວລະຫວ່າງສູນກາງ ກັບທ້ອງຖິ່ນ;
4) ປະຕິບັດລະບອບຫົວໜ້າດຽວ, ລວມສູນປະຊາທິປະໄຕ ເຮັດວຽກເປັນຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ;
5) ຮັກສາຈັນຍາບັນ ຂອງວິຊາສະເພາະໃນກຳລັງປ້ອງກັນຄວາມສະຫງົບ;
6) ກະທັດຮັດມີປະສິດທິພາບ, ທັນສະໄໝ, ເປີດເຜີຍໂປ່ງໃສ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 适用范围。
本协议适用于在色贡省负责管理、使用戒毒治疗和康复中心的个人、法人及组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້.
ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຮັບຜິດຊອບ ໃນການຄຸ້ມຄອງ, ນຳໃຊ້ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງເຊກອງ.
第ມາດຕາ 6条
第6条 戒毒与康复中心(缩写为“ສປພ”)是隶属于塞公省公安厅指挥部的警察局的一个组织机构,直接并全面受塞公省公安厅指挥部的警察局的领导和指导。
ພາສາລາວ (老挝语原文)
ມາດຕາ 6 ສູນປິ່ນບົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ (ຂຽນເປັນຕົວອັກສອນຫຍໍ້ "ສປພ") ແມ່ນກົງຈັກການຈັດຕັ້ງໜຶ່ງ ທີ່ຂຶ້ນກັບຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງເຊກອງ ຢູ່ພາຍໃຕ້ການນຳພາ-ຊີ້ນຳ ໂດຍກົງ ແລະ ຮອບດ້ານ ຂອງຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງເຊກອງ.
第ມາດຕາ 7条
第7条 职责
戒毒治疗和康复中心具有作为塞公省公安厅指挥部和公安部警察总局的参谋机构的职责,负责研究制定改进、发展戒毒治疗和康复中心的计划,确保戒毒治疗和康复工作具有高效力和高效果,使接受治疗的吸毒者成为好公民重返社会。
关于戒毒治疗和康复中心及其下属单位的详细职责,由公安部部长的第1193/ປກສ号决定,日期为2021年7月18日规定。
ພາສາລາວ (老挝语原文)
ມາດຕາ 7 ພາລະບົດບາດ
ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມີພາລະບົດບາດ ເປັນເສນາທິການໃຫ້ຫ້ອງວ່າການຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ແລະ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃນການຄົ້ນຄວ້າກຳນົດແຜນການປັບປຸງ, ພັດທະນາສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຂອງຜູ້ຕິດຢາເສບຕິດ ໃຫ້ມີຄວາມຮັບປະກັນແກ່ວຽກງານການປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມີປະສິດທິພາບ ແລະ ປະສິດທິຜົນສູງ ເພື່ອເຮັດໃຫ້ຜູ້ຕິດຢາເສບຕິດທີ່ເຂົ້າຮັບການປິ່ນປົວໄດ້ກາຍເປັນພົນລະເມືອງດີກັບຄືນສູ່ສັງຄົມ.
ສຳລັບພາລະບົດບາດອັນລະອຽດ ຂອງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ບັນດາໜ່ວຍງານທີ່ຂຶ້ນກັບ ແມ່ນໄດ້ກຳນົດໄວ້ ໃນຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 1193/ປກສ, ລົງວັນທີ 18 ກໍລະກົດ 2021.
第ມາດຕາ 8条
第8条 治疗
对吸毒者的治疗是指通过使用西药或传统药物,由医生、具有医学专业知识、经验、熟练治疗的人员采用治疗方法,对吸毒者进行身体健康治疗。
ພາສາລາວ (老挝语原文)
ມາດຕາ 8 ການປິ່ນປົວ
ການປິ່ນປົວຜູ້ຕິດຢາເສບຕິດ ແມ່ນການຮັກສາສຸຂະພາບຮ່າງກາຍ ຂອງຜູ້ຕິດຢາເສບຕິດ ດ້ວຍການໃຊ້ຢາຕາເວັນຕົກ ຫຼື ຢາພື້ນເມືອງ, ດ້ວຍວິທີການບຳບັດໂດຍແພດ-ໝໍ, ຜູ້ມີຄວາມຮູ້ທາງດ້ານວິຊາສະເພາະແພດ, ມີປະສົບການ, ມີຄວາມຊຳນິ-ຊຳນານ ໃນການປິ່ນປົວ.
第ມາດຕາ 9条
第9条 吸毒人员健康康复。
是指使在治疗康复中心接受治疗的吸毒人员身体健康强壮、完好,心理健康明朗,大脑清晰正常,能够认识和理解毒品的危害,并改变自身行为,以重新成为社会的好公民。
ພາສາລາວ (老挝语原文)
ມາດຕາ 9 ການຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ.
ແມ່ນການເຮັດໃຫ້ຜູ້ຕິດຢາເສບຕິດ ທີ່ມາປິ່ນປົວຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ມີສຸຂະພາບຮ່າງກາຍແຂງແຮງສົມບູນດີ, ມີສຸຂະພາບຈິດໃຈທີ່ແຈ່ມໃສ, ມັນສະໝອງປອດໂປ່ງ ເປັນປົກກະຕິ ສາມາດຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຜົນຮ້າຍ ຂອງຢາເສບຕິດ ແລະ ປ່ຽນແປງພຶດຕິກຳ ຂອງຕົນເອງ ເພື່ອກັບມາເປັນພົນລະເມືອງດີ ຂອງສັງຄົມ.
第ມາດຕາ 10条
第10条 管理
戒毒康复中心受省公安指挥部、省级组织和公安部管理。
ພາສາລາວ (老挝语原文)
ມາດຕາ 10 ການຄຸ້ມຄອງ
ສູນປິ່ນບົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ພາຍໃຕ້ການຄຸ້ມຄອງ ຂອງກອງບັນຊາການ ປກສ ແຂວງ, ອົງການຈັດຕັ້ງຂັ້ນແຂວງ ແລະ ກະຊວງປ້ອງກັນຄວາມສະຫງົບ.
第ມາດຕາ 11条
第11条 使用
用于预防和解决社会丑恶现象的工作,特别是毒品问题,作为治疗和康复吸毒者健康的场所。
ພາສາລາວ (老挝语原文)
ມາດຕາ 11 ການນຳໃຊ້
ແມ່ນນຳໃຊ້ເຂົ້າໃນວຽກງານສະກັດກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຂອງສັງຄົມ ໂດຍສະເພາະ ແມ່ນບັນຫາຢາເສບຕິດ, ເປັນສະຖານທີ່ໃຊ້ປິ່ນບົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ.
第ມາດຕາ 12条
第12条 中心的区域。
戒毒治疗和康复中心的区域位于塞公省塔登县通怀村,总面积为21.363平方米。
ພາສາລາວ (老挝语原文)
ມາດຕາ 12 ຂອບເຂດ ຂອງ ສູນ.
ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມີຂອບເຂດ ທີ່ຕັ້ງຢູ່ ບ້ານທົ່ງຫວາຍ, ເມືອງທ່າແຕງ, ແຂວງເຊກອງ, ມີເນື້ອທີ່ທັງໝົດ 21.363 ຕາແມັດ.
本页展示前 12 条,全文共 39 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读