ຂໍ້ຕົກລົງວ່າດ້ວຍ ສິດທິບັດ ແລະ ອະນຸສິດທິບັດ
专利与副专利协议
Patent and Utility Model Agreement
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຍື່ນຄຳຮ້ອງ, ການກວດສອບ, ການອະນຸຍາດ ແລະ ການບໍລິຫານສິດທິບັດ ແລະ ສິດທິບັດນ້ອຍ ໃນປະເທດລາວ, ເນື້ອໃນຫຼັກແມ່ນການກຳນົດຄຳນິຍາມ, ເງື່ອນໄຂການໄດ້ຮັບ ແລະ ຂັ້ນຕອນການຍື່ນຄຳຮ້ອງຂອງສິດທິບັດ ແລະ ສິດທິບັດນ້ອຍ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສິດທິບັດ ແລະ ອະນຸສິດທິບັດ ເປັນຕົ້ນ ການອອກສິດທິບັດ ແລະ ອະນຸສິດທິບັດ, ການດຳເນີນການຫຼັງການອອກສິດທິບັດ ແລະ ອະນຸສິດທິບັດ, ການເປັນຜູ້ຕາງໜ້າ ແລະ ອົງການຄຸ້ມຄອງວຽກງານສິດທິບັດ ແລະ ອະນຸສິດທິບັດ ເພື່ອແນໃສ່ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 ສິດທິບັດ ແລະ ອະນຸສິດທິບັດ
ສິດທິບັດ ແມ່ນເອກະສານຢັ້ງຢືນເປັນທາງການຈາກການຈັດຕັ້ງລັດ ເພື່ອປົກປ້ອງການປະດິດສ້າງ ທີ່ມີຂັ້ນຕອນການປະດິດສ້າງທີ່ສູງຂຶ້ນ ແລະ ສາມາດນຳໃຊ້ເຂົ້າສູ່ການຜະລິດອຸດສາຫະກຳ ຊຶ່ງການປະດິດສ້າງດ້ວຍການນຳໃຊ້ວິທີການທາງດ້ານເຕັກນິກ ເພື່ອສ້າງຜະລິດຕະພັນ ຫຼື ກຳມະວິທີການຜະລິດໃໝ່ ໃນການແກ້ໄຂບັນຫາສະເພາະໃດໜຶ່ງ.
ອະນຸສິດທິບັດ ແມ່ນເອກະສານຢັ້ງຢືນເປັນທາງການຈາກການຈັດຕັ້ງລັດ ເພື່ອປົກປ້ອງສິ່ງປະດິດ ທີ່ເປັນຜົນງານການປະດິດໃໝ່ ທີ່ໄດ້ຈາກການປັບປຸງທາງດ້ານເຕັກນິກ ດ້ວຍການນຳໃຊ້ເຕັກນິກທີ່ບໍ່ສູງຄືການປະດິດສ້າງ ເພື່ອປັບປຸງຜະລິດຕະພັນ ຫຼື ກຳມະວິທີການຜະລິດໃໝ່.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 47 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ