燃油业务法令

ດຳລັດວ່າດ້ວຍ ທຸລະກິດນ້ຳມັນເຊື້ອໄຟ

Fuel Business Decree

简介

该法令调整老挝境内燃油加工、进出口、批发零售及仓储运输等经营活动,核心是规范燃油业务经营原则、许可证要求及各方权利义务。

Summary

This decree regulates fuel processing, import, export, wholesale, retail, storage, and transportation in Laos, specifying business principles, license requirements, and rights and obligations of parties.

ບົດສະຫຼຸບ

ດຳລັດນີ້ຄຸ້ມຄອງກິດຈະການນຳເຂົ້າ, ສົ່ງອອກ, ຂາຍຍົກ, ຂາຍຍ່ອຍ, ຂົນສົ່ງ ແລະ ເກັບຮັກສານ້ຳມັນເຊື້ອໄຟພາຍໃນປະເທດລາວ, ເນັ້ນໃສ່ຫຼັກການດຳເນີນທຸລະກິດນ້ຳມັນ, ຂໍ້ກຳນົດໃບອະນຸຍາດ ແລະ ສິດ ແລະ ພັນທະຂອງບັນດາພາກສ່ວນ.

条文

第ມາດຕາ 1条

第2条 石油业务是指与石油加工厂(非生物燃料厂)、石油进出口、国内石油销售、石油中转、仓储和运输服务相关的经营活动。

ພາສາລາວ (老挝语原文)

ມາດຕາ 2 ທຸລະກິດນຳມັນເຊືອໄຟ ແມ່ນການດຳເນີນທຸລະກິດ ກ່ຽວກັບ ໂຮງງານປຸງແຕ່ງ ນຳມັນເຊືອໄຟ (ທີ່ບໍ່ແມ່ນໂຮງງານນຳມັນເຊືອໄຟຊີວະພາບ), ການນຳເຂົາ-ສົ່ງອອກນຳມັນເຊືອໄຟ, ການຈຳໜ່າຍນຳມັນເຊືອໄຟພາຍໃນ, ປ່ານຳມັນເຊືອໄຟ, ການໃຫ້ບໍລິການສາງ ແລະ ຂົນສົ່ງນຳມັນເຊືອໄຟ.

第ມາດຕາ 2条

第2条
术语解释
本法令中使用的术语具有以下含义:
1. 燃料油 指石油产品,包括汽油、柴油、航空煤油、煤油、炉用油、生物燃料及其他战略性商品燃料油。各类燃料油根据国家标准在不同时期分为不同种类;
2. 公司/项目 指燃料油进出口公司和国内燃料油批发公司的客户,其按照工业和贸易部门各时期确定的价格购买燃料油,仅用于其项目或公司内部;
3. 公司自投资加油站 指由燃料油进出口公司、国内燃料油批发公司或燃料油加油站服务公司自行投资建设、自主经营零售的加油站;
4. 代理加油站 指由任何个人或公司投资建设、自主经营零售的燃料油零售加油站,作为代理人为某一燃料油进出口公司或国内燃料油批发公司进行销售;
5. 燃料油加油站服务公司 指经营燃料油加油站业务的公司,其拥有两个或以上自投资加油站,并使用其代理的燃料油进出口公司或国内燃料油批发公司的商标;
6. 燃料油储存库 指用于储存燃料油的技术基础设施,位于地上或地下,以储罐形式存在,配备收发系统、安全防护和环境保护设施,符合技术标准;
7. 储存库使用证书 指由储存库所在地的省、首都工业与贸易厅颁发的证明文件,基于建设、环境-社会及消防部门对燃料油储存库的合规性认证;
8. 商标 指已从相关部门注册的任何商标标志。

ພາສາລາວ (老挝语原文)

ມາດຕາ 2
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ນໍ້າມັນເຊື້ອໄຟ ໝາຍເຖິງ ຜະລິດຕະພັນນໍ້າມັນ ປະເພດ ນໍ້າມັນແອັດຊັງ, ນໍ້າມັນກາຊວນ, ນໍ້າມັນກາດເຮືອບິນ, ນໍ້າມັນກາດໄຕ້, ນໍ້າມັນເຕົາ, ນໍ້າມັນເຊື້ອໄຟຊີວະພາບ ແລະ ນໍ້າມັນເຊື້ອໄຟ ອື່ນ ຊຶ່ງເປັນສິນຄ້າຍຸດທະສາດ. ນໍ້າມັນເຊື້ອໄຟແຕ່ລະປະເພດ ແຍກອອກເປັນຊະນິດ ຕາມທີ່ກຳນົດໃນມາດຕະຖານແຫ່ງຊາດ ໃນແຕ່ລະໄລຍະ;
2. ບໍລິສັດ/ໂຄງການ ໝາຍເຖິງ ລູກຄ້າຂອງບໍລິສັດນຳເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ ແລະ ບໍລິສັດຈຳໜ່າຍນໍ້າມັນເຊື້ອໄຟພາຍໃນ ທີ່ຊື້ນໍ້າມັນເຊື້ອໄຟ ຕາມລາຄາທີ່ຂະແໜງການອຸດສາຫະກຳ ແລະ ການຄ້າ ກຳນົດໃນແຕ່ລະໄລຍະ ເພື່ອນຳໃຊ້ສະເພາະພາຍໃນໂຄງການ ຫຼື ບໍລິສັດຂອງຕົນ;
3. ປ້ຳທີ່ບໍລິສັດລົງທຶນເອງ ໝາຍເຖິງ ປ້ຳນໍ້າມັນເຊື້ອໄຟ ທີ່ບໍລິສັດນຳເຂົ້າ-ສົ່ງອອກ, ບໍລິສັດຈຳໜ່າຍນໍ້າມັນເຊື້ອໄຟພາຍໃນ ຫຼື ບໍລິສັດໃຫ້ບໍລິການປ້ຳນໍ້າມັນເຊື້ອໄຟ ເປັນຜູ້ລົງທຶນກໍ່ສ້າງ, ດຳເນີນການຂາຍຍ່ອຍດ້ວຍຕົນເອງ;
4. ປ້ຳຕົວແທນ ໝາຍເຖິງ ປ້ຳນໍ້າມັນເຊື້ອໄຟ ຂາຍຍ່ອຍນໍ້າມັນເຊື້ອໄຟ ທີ່ບຸກຄົນ ຫຼື ບໍລິສັດໃດໜຶ່ງ ເປັນຜູ້ລົງທຶນກໍ່ສ້າງ ແລະ ດຳເນີນການຂາຍຍ່ອຍດ້ວຍຕົນເອງ ໂດຍເປັນຕົວແທນຈຳໜ່າຍໃຫ້ບໍລິສັດນຳເຂົ້າ-ສົ່ງອອກ ຫຼື ຈຳໜ່າຍນໍ້າມັນເຊື້ອໄຟພາຍໃນ ໃດໜຶ່ງ;
5. ບໍລິສັດໃຫ້ບໍລິການປ້ຳນໍ້າມັນເຊື້ອໄຟ ໝາຍເຖິງ ບໍລິສັດທີ່ດຳເນີນທຸລະກິດ ກ່ຽວກັບ ປ້ຳນໍ້າມັນເຊື້ອໄຟ ຊຶ່ງເປັນປ້ຳທີ່ບໍລິສັດລົງທຶນເອງນັບແຕ່ສອງປ້ຳຂຶ້ນໄປ ໂດຍນຳໃຊ້ເຄື່ອງໝາຍການຄ້າຂອງ ບໍລິສັດນຳເຂົ້າ-ສົ່ງອອກ ຫຼື ບໍລິສັດຈຳໜ່າຍນໍ້າມັນເຊື້ອໄຟພາຍໃນ ໃດໜຶ່ງ ທີ່ຕົນເປັນຕົວແທນ;
6. ສາງນໍ້າມັນເຊື້ອໄຟ ໝາຍເຖິງ ໂຄງລ່າງພື້ນຖານທາງດ້ານເຕັກນິກ ສຳລັບເກັບຮັກສານໍ້າມັນເຊື້ອໄຟ ຕັ້ງຢູ່ເທິງໜ້າດິນ ຫຼື ໃຕ້ດິນ ໃນຮູບແບບຖັງບັນຈຸ, ມີລະບົບຮັບ-ຈ່າຍ, ປ້ອງກັນຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ;
7. ໃບຢັ້ງຢືນການນຳໃຊ້ສາງ ໝາຍເຖິງ ເອກະສານຢັ້ງຢືນ ທີ່ອອກໂດຍ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບ່ອນທີ່ສາງຕັ້ງຢູ່ ບົນພື້ນຖານການຢັ້ງຢືນ ຄວາມຖືກຕ້ອງດ້ານການກໍ່ສ້າງ, ດ້ານສິ່ງແວດລ້ອມ-ສັງຄົມ ແລະ ດ້ານການສະກັດກັ້ນ-ປ້ອງກັນອັກຄີໄພ ຂອງສາງນໍ້າມັນເຊື້ອໄຟ ຈາກຂະແໜງການກ່ຽວຂ້ອງ;
8. ເຄື່ອງໝາຍການຄ້າ ໝາຍເຖິງ ສັນຍາລັກໃດໜຶ່ງ ທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າ ຈາກຂະແໜງການທີ່ກ່ຽວຂ້ອງ.

第ມາດຕາ 3条

第4条 燃料油经营原则
燃料油经营应遵循以下原则:
1. 符合政策和法律;
2. 按照国家调控的市场机制管理和调节燃料油经营及价格,使之适应各时期经济社会发展;
3. 保护国家、燃料油经营者和消费者的权利和利益;
4. 确保透明、公正、快捷和可核查。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການດຳເນີນທຸລະກິດນ້ຳມັນເຊື້ອໄຟ
ການດຳເນີນທຸລະກິດນ້ຳມັນເຊື້ອໄຟ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ນະໂຍບາຍ ແລະ ກົດໝາຍ;
2. ຄຸ້ມຄອງ ແລະ ດັດສົມ ທຸລະກິດນ້ຳມັນເຊື້ອໄຟ ແລະ ດັດສົມລາຄາ ຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໃຫ້ເໝາະສົມກັບການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ;
3. ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ແລະ ຜູ້ຊົມໃຊ້;
4. ຮັບປະກັນ ຄວາມໂປ່ງໃສ, ຄວາມຍຸຕິທຳ, ວ່ອງໄວ ແລະ ສາມາດກວດສອບໄດ້.

第ມາດຕາ 4条

第4条 适用范围
本令适用于涉及和从事燃油经营活动的个人、法人及组织,无论其在国内还是国外。
本令不适用于以原油为原料进行生产的燃油精炼厂业务。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວ ກ່ຽວກັບການດຳເນີນທຸລະກິດນ້ຳມັນເຊື້ອໄຟ.
ດຳລັດສະບັບນີ້ ບໍ່ນຳໃຊ້ສຳລັບທຸລະກິດໂຮງກັ່ນ ນ້ຳມັນເຊື້ອໄຟ ທີ່ນຳໃຊ້ນ້ຳມັນດິບເປັນວັດຖຸດິບເພື່ອຜະລິດ.

第ມາດຕາ 5条

第5条 燃油加工厂业务

燃油加工厂业务是指使用半成品油作为原料,加工成成品燃油产品的工厂。

ພາສາລາວ (老挝语原文)

ມາດຕາ 5 ທຸລະກິດໂຮງງານປຸງແຕ່ງ ນ້ຳມັນເຊື້ອໄຟ

ທຸລະກິດໂຮງງານປຸງແຕ່ງ ນ້ຳມັນເຊື້ອໄຟ ແມ່ນໂຮງງານ ທີ່ນຳໃຊ້ນ້ຳມັນເຄິ່ງສຳເລັດຮູບເປັນວັດຖຸດິບ ເພື່ອປຸງແຕ່ງ ໃຫ້ເປັນຜະລິດຕະພັນນ້ຳມັນເຊື້ອໄຟສຳເລັດຮູບ.

第ມາດຕາ 6条

第6条 设立和经营燃料加工厂
有意设立燃料加工厂经营业务的人,应当按照企业法的规定进行企业登记。取得企业登记证后,应当申请设立燃料加工厂和经营业务的许可,按照加工工业法的规定执行。

ພາສາລາວ (老挝语原文)

ມາດຕາ 6 ການສ້າງຕັ້ງ ແລະ ດຳເນີນທຸລະກິດ ໂຮງງານປຸງແຕ່ງ ນ້ຳມັນເຊື້ອໄຟ
ຜູ້ທີ່ມີຈຸດປະສົງສ້າງຕັ້ງທຸລະກິດ ໂຮງງານປຸງແຕ່ງ ນ້ຳມັນເຊື້ອໄຟ ໃຫ້ແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ ໃຫ້ຂໍອະນຸຍາດ ສ້າງຕັ້ງໂຮງງານປຸງແຕ່ງ ນ້ຳມັນເຊື້ອໄຟ ແລະ ດຳເນີນທຸລະກິດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ.

第ມາດຕາ 7条

第7条 设立和经营燃油加工厂的条件
设立和经营燃油加工厂的条件,应遵守加工工业法,并遵守以下条件:
1. 以公司形式进行企业登记;
2. 注册资本一百五十亿基普以上;
3. 有确定的原材料供应来源和销售市场;
4. 安装燃油接收和销售数量的管理、监控和计数系统。

ພາສາລາວ (老挝语原文)

ມາດຕາ 7 ເງື່ອນໄຂການສ້າງຕັ້ງ ແລະ ດຳເນີນທຸລະກິດ ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ
ເງື່ອນໄຂການສ້າງຕັ້ງ ແລະ ດຳເນີນທຸລະກິດ ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ພ້ອມທັງປະຕິບັດຕາມເງື່ອນໄຂດັ່ງນີ້:
1. ແຈ້ງຂຶ້ນທະບຽນວິສາຫະກິດ ໃນຮູບແບບບໍລິສັດ;
2. ມີທຶນຈົດທະບຽນ ໜຶ່ງຮ້ອຍຫ້າສິບຕື້ກີບ ຂຶ້ນໄປ;
3. ມີແຫຼ່ງສະໜອງວັດຖຸດິບ ແລະ ຕະຫຼາດຈຳໜ່າຍ ທີ່ແນ່ນອນ;
4. ມີການຕິດຕັ້ງລະບົບການດູແລຄຸ້ມຄອງ, ຕິດຕາມ ແລະ ກວດນັບຕົວເລກຮັບເຂົ້າ-ຈຳໜ່າຍນ້ຳມັນເຊື້ອໄຟ.

第ມາດຕາ 8条

第8条 申请经营许可的附带文件
申请经营燃油加工厂许可的附带文件如下:
1. 按格式填写的申请书;
2. 企业登记证副本;
3. 燃油接收-销售数量管理、跟踪和核查系统安装证明;
4. 原材料购销合同;
5. 与进出口公司或国内分销公司的购销合同。

ພາສາລາວ (老挝语原文)

ມາດຕາ 8 ເອກະສານປະກອບການຂໍອະນຸຍາດດຳເນີນທຸລະກິດ
ເອກະສານປະກອບການຂໍອະນຸຍາດດຳເນີນທຸລະກິດ ໂຮງງານປຸງແຕ່ງ ນ້ຳມັນເຊື້ອໄຟ ມີ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມ;
2. ສຳເນົາໃບທະບຽນວິສາຫະກິດ;
3. ໃບຢັ້ງຢືນການຕິດຕັ້ງ ລະບົບການຄຸ້ມຄອງ, ຕິດຕາມ ແລະ ກວດນັບຕົວເລກຮັບເຂົ້າ-ຈຳໜ່າຍນ້ຳມັນເຊື້ອໄຟ;
4. ສັນຍາ ຊື້-ຂາຍ ວັດຖຸດິບ;
5. ສັນຍາ ຊື້-ຂາຍ ກັບ ບໍລິສັດນຳເຂົ້າ-ສົ່ງອອກ ຫຼື ບໍລິສັດຈຳໜ່າຍພາຍໃນ.

第ມາດຕາ 9条

第9条 审议颁发经营许可证
在收到齐全且正确的文件后,工业和贸易部与相关部门协调进行实地检查,如果炼油厂的设立符合条件且正确、齐全,应在十个工作日内审议颁发许可证。若无法颁发许可证,须在上述期限内书面通知申请人原因。

ພາສາລາວ (老挝语原文)

ມາດຕາ 9 ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດ
ພາຍຫຼັງໄດ້ຮັບເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງແລ້ວ ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາຕົວຈິງແລ້ວ ຖ້າຫາກການສ້າງຕັ້ງໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ໄດ້ປະຕິບັດຖືກຕ້ອງ ແລະ ຄົບຖ້ວນ ຕາມເງື່ອນໄຂ ໃຫ້ພິຈາລະນາອອກໃບອະນຸຍາດ ພາຍໃນເວລາສິບວັນລັດຖະການ. ໃນກໍລະນີບໍ່ສາມາດອອກໃບອະນຸຍາດໄດ້ ຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນເວລາດັ່ງກ່າວ.

第ມາດຕາ 10条

第10条 营业执照有效期

燃油加工厂营业执照或工厂经营许可证有效期为三年,并可续期。

有意申请续期的燃油加工厂经营者,须在有效期届满前至少三十天向工业和贸易部提交申请,并附上以下文件:

1. 按规定格式填写的续期申请书;
2. 经营报告;
3. 企业登记证副本;
4. 燃油加工厂营业执照或工厂经营许可证副本;
5. 过去一年的纳税证明;
6. 老挝燃油和天然气协会会员证明。

ພາສາລາວ (老挝语原文)

ມາດຕາ 10 ອາຍຸໃບອະນຸຍາດດຳເນີນທຸລະກິດ

ໃບອະນຸຍາດດຳເນີນທຸລະກິດໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຫຼື ໃບຢັ້ງຢືນດຳເນີນກິດຈະການໂຮງງານ ມີອາຍຸການນຳໃຊ້ ສາມປີ ແລະ ສາມາດຕໍ່ໄດ້.

ຜູ້ດຳເນີນທຸລະກິດໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ທີ່ມີຈຸດປະສົງຂໍຕໍ່ອາຍຸໃບອະນຸຍາດ ຕ້ອງຍື່ນຄຳຮ້ອງຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຢ່າງໜ້ອຍ ສາມສິບວັນ ກ່ອນວັນໝົດອາຍຸການນຳໃຊ້ ໂດຍໃຫ້ປະກອບເອກະສານ ດັ່ງນີ້:

1. ຄຳຮ້ອງຂໍຕໍ່ໃບອະນຸຍາດ ຕາມແບບພິມ;
2. ບົດລາຍງານການດຳເນີນທຸລະກິດ;
3. ສຳເນົາໃບທະບຽນວິສາຫະກິດ;
4. ສຳເນົາໃບອະນຸຍາດດຳເນີນທຸລະກິດ ໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຫຼື ໃບຢັ້ງຢືນດຳເນີນກິດຈະການໂຮງງານ;
5. ໃບຢັ້ງຢືນການມອບພັນທະອາກອນ ໜຶ່ງປີ ຜ່ານມາ;
6. ໃບຢັ້ງຢືນການເປັນສະມາຊິກຂອງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ.

第ມາດຕາ 11条

第11条 燃料油进出口业务

燃料油进出口业务是指进口燃料油或从国内燃料油加工厂购买燃料油,以销售给国内燃料油分销企业、公司自投资的加油站、代理商和公司/项目,或进口燃料油用于再出口。

ພາສາລາວ (老挝语原文)

ມາດຕາ 11 ທຸລະກິດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ

ທຸລະກິດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ແມ່ນການນຳເຂົ້ານ້ຳມັນເຊື້ອໄຟ ຫຼື ຊື້ຈາກໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ພາຍໃນ ເພື່ອຈຳໜ່າຍໃຫ້ແກ່ວິສາຫະກິດຈຳໜ່າຍນ້ຳມັນເຊື້ອໄຟພາຍໃນ, ປ້ຳນ້ຳມັນເຊື້ອໄຟທີ່ບໍລິສັດລົງທຶນເອງ, ຜູ້ຕົວແທນ ແລະ ບໍລິສັດ/ໂຄງການ ຫຼື ນຳເຂົ້ານ້ຳມັນເຊື້ອໄຟ ເພື່ອສົ່ງອອກຕໍ່.

第ມາດຕາ 12条

第12条 申请经营进口-出口燃料油业务
有意经营进口-出口燃料油业务的人,应当按照企业法的规定进行企业登记,在获得企业登记证后,向工业和贸易部申请经营业务许可。

ພາສາລາວ (老挝语原文)

ມາດຕາ 12 ການຂໍອະນຸຍາດດຳເນີນທຸລະກິດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ
ຜູ້ທີ່ມີຈຸດປະສົງດຳເນີນທຸລະກິດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ໃຫ້ແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດແລ້ວ ໃຫ້ຂໍອະນຸຍາດດຳເນີນທຸລະກິດນຳ ກະຊວງອຸດສາຫະກຳ ແລະ ການຄ້າ.

本页展示前 12 条,全文共 81 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译