凯山·丰威汉市城市规划管理协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງແຜນຜັງຕົວເມືອງ ນະຄອນໄກສອນພົມວິຫານ
Agreement on Management of Urban Planning in Kaysone Phomvihane City
简介
该协议调整凯山·丰威汉市城市规划管理活动,核心是规范城市勘察、设计与建设,确保符合标准、保护环境,并鼓励各方参与可持续发展。
Summary
This agreement regulates urban planning management activities in Kaysone Phomvihane City, focusing on standardizing urban survey, design, and construction to ensure compliance with standards, protect the environment, and encourage stakeholder participation in sustainable development.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງກິດຈະການວາງແຜນຜັງເມືອງໃນນະຄອນໄກສອນ ພົມວິຫານ, ເນັ້ນໃສ່ການສຳຫຼວດ, ອອກແບບ ແລະ ກໍ່ສ້າງຕົວເມືອງໃຫ້ໄດ້ມາດຕະຖານ, ປົກປັກຮັກສາສິ່ງແວດລ້ອມ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນການພັດທະນາແບບຍືນຍົງ.
条文
第ມາດຕາ 1条
第2条 凯山·丰威汉市城市规划管理
凯山·丰威汉市城市规划管理是指对城市勘察、设计和规划进行管理,使其符合服务、技术、科学、经济-文化和社会标准,环境保护,包括控制城市发展和建设,使其与已批准的城市规划及相关规定相一致。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງແຜນຜັງຕົວເມືອງນະຄອນໄກສອນພົມວິຫານ
ການຄຸ້ມຄອງແຜນຜັງຕົວເມືອງນະຄອນໄກສອນພົມວິຫານ ແມ່ນການຄຸ້ມຄອງການສຳຫຼວດອອກແບບ ແລະ ວາງແຜນຜັງຕົວເມືອງ ໃຫ້ຖືກຕ້ອງຕາມມາດຕະຖານທາງດ້ານບໍລິການ, ເຕັກນິກ, ວິທະຍາສາດ, ເສດຖະກິດ-ວັດທະນະທຳ ແລະ ສັງຄົມ, ການບົກປັກຮັກສາສິ່ງແວດລ້ອມ ລວມທັງການຄວບຄຸມການພັດທະນາຕົວເມືອງ ແລະ ການກໍ່ສ້າງໃຫ້ສອດຄ່ອງກັບແຜນຜັງຕົວເມືອງທີ່ຖືກຮັບຮອງ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. “村”指最低级别的地方行政区域
2. “城镇”指人口密集、主要从事工业、商业和服务业,并拥有技术、社会及公共卫生基础设施的区域
3. “城市城镇”指城市内覆盖大部分或全部的区域,根据已批准的总体规划确定,属于县或市,由多个村庄组成
4. “城镇景观”指反映城镇居民生活方式的整体景象,描述建筑物、自然和社会环境
5. “城镇建筑”指建筑设计的艺术,体现与城镇自然和社会环境相协调的特征、比例、目的和使用目标
6. “城镇地形图”指显示地形、高程、房屋位置、河流、交通网络、自然物体、历史遗址的详细图示
7. “建筑线”指沿建筑物外墙前侧设定的假想线,用于确定建筑物底层与地面接触的位置,并平行于道路的保留线
8. “道路保留线”指平行于人行道外缘并与道路前方土地所有权线相邻的假想线。道路两侧的保留线还用于标示国家保留的公共空地,用于植树和建设其他必要基础设施
9. “主干道”指整个城镇交通系统中承担从外部进入城镇或从城镇向外疏导交通流的主要道路
10. “次干道”指连接主干道与城镇各区域(如住宅区、城市中心商业区、工业区)的道路,被视为连接主干道与连接道路的道路
11. “连接道路”指将交通从次干道分散到区域内或城镇各处,并连接次干道与支路的道路
12. “支路”指各街区内连接地块、建筑物、各处所与连接道路的道路
13. “小巷”指在新城镇或旧城镇建设中,允许支路直接毗邻地块;如需修建小巷,其通行区域最小宽度须为6米。其中,小巷的最大长度不得超过50米,且小巷末端须设有车辆掉头处。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍສັບ
ຄຳສັບທີ່ໃຊ້ໃນຂໍຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ຕາແສງ ໝາຍເຖິງ ເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ
2. ຕົວເມືອງ ໝາຍເຖິງ ພື້ນທີ່ທີ່ມີປະຊາກອນ ດຳລົງຊີວິດໜາແໜ້ນ ປະກອບອາຊີບຢູ່ໃນຂົງເຂດອຸດສາຫະກຳ ການຄ້າ ແລະ ການບໍລິການ; ແລະ ມີໂຄງລ່າງພື້ນຖານທາງດ້ານເຕັກນິກ, ສັງຄົມ ແລະ ສາທາລະນະສຸກ
3. ຕົວເມືອງຂອງນະຄອນ ໝາຍເຖິງ ເຂດພື້ນທີ່ຕົວເມືອງ ທີ່ກວມເອົາສ່ວນຫຼວງ ຫຼື ທັງໝົດຂອງນະຄອນ ໂດຍອີງຕາມຂອບເຂດຂອງແຜນຜັງລວມທີ່ໄດ້ຜ່ານການຮັບຮອງເອົາ ຊຶ່ງຂຶ້ນກັບເມືອງ ຫຼື ນະຄອນ ຊຶ່ງປະກອບດ້ວຍຫຼາຍບ້ານ
4. ພູມີທັດຂອງຕົວເມືອງ ໝາຍເຖິງ ພາບລວມທີ່ສ່ອງແສງເຖິງການດຳລົງຊີວິດຂອງປະຊາຊົນໃນຕົວເມືອງ, ພັນລະນາເຖິງສິ່ງປຸກສ້າງ, ສິ່ງແວດລ້ອມທາງດ້ານທຳມະຊາດ ແລະ ສັງຄົມ
5. ສະຖາປັດຕະຍະກຳຕົວເມືອງ ໝາຍເຖິງ ສິລະປະການອອກແບບຂອງສິ່ງປູກສ້າງ ທີ່ສະແດງເຖິງລັກສະນະ ສັດສ່ວນ, ວັດຖຸປະສົງ ແລະ ເປົ້າໝາຍການນຳໃຊ້ທີ່ມີການກົມກຽນກັບພູມສັນຖານ ແລະ ສິ່ງແວດລ້ອມທາງດ້ານທຳມະຊາດ ແລະ ສັງຄົມຂອງຕົວເມືອງ
6. ແຜນທີ່ພູມສັນຖານຂອງຕົວເມືອງ ໝາຍເຖິງ ການສະແດງລາຍລະອຽດຂອງຮູບຮ່າງໜ້າດິນ, ລະດັບສູງ, ທີ່ຕັ້ງບ້ານເຮືອນ, ແມ່ນໍ້າ, ຕາໜ່າງຄົມມະນາຄົມ, ວັດຖຸທຳມະຊາດ, ບູຮານນະສະຖານ
7. ເສັ້ນແຖວການປຸກສ້າງ ໝາຍເຖິງ ເສັ້ນສົມມຸດຖານລຽບຝາເບື້ອງໜ້າດ້ານນອກຂອງອາຄານກຳນົດໄວ້ ເພື່ອວາງທີ່ຕັ້ງຊັ້ນລຸ່ມຂອງອາຄານທີ່ຕິດກັບໜ້າດິນ ແລະ ຂະໜານໄປຕາມເສັ້ນສະຫງວນຂອງທາງ
8. ເສັ້ນເຂດສະຫງວນທາງ ໝາຍເຖິງ ເສັ້ນສົມມຸດຖານ ທີ່ຂະໜານກັບເສັ້ນຂອບນອກຂອງທາງຍ່າງຂອງຖະໜົນ ແລະ ຕິດກັບເສັ້ນກຳມະສິດທີ່ດິນເບື້ອງໜ້າທາງ. ເສັ້ນເຂດສະຫງວນທາງ ທັງສອງຟາກຂອງເສັ້ນທາງຍັງກຳນົດໄວ້ເພື່ອບອກເຂດຫວ່າງດິນສາທາລະນະຂອງລັດ ທີ່ຮັກສາໄວ້ເພື່ອປູກຕົ້ນໄມ້ ແລະ ກໍ່ສ້າງລະບົບໂຄງລ່າງອື່ນໆທີ່ຈຳເປັນ
9. ທາງສາຍເອກ ໝາຍເຖິງ ຖະໜົນສາຍສຳຄັນຂອງລະບົບການຈາລະຈອນຂອງຕົວເມືອງທັງໝົດ ທີ່ມີໜ້າທີ່ຮັບເອົາກະແສການຈາລະຈອນ ຈາກພາຍນອກເຂົ້າສູ່ຕົວເມືອງ ຫຼື ນຳເອົາກະແສການຈາລະຈອນໃນທາງກັບອອກຈາກຕົວເມືອງ
10. ທາງສາຍຫຼັກ ໝາຍເຖິງ ຖະໜົນທີ່ມີໜ້າທີ່ເຊື່ອມຕໍ່ການຈາລະຈອນຈາກຖະໜົນສາຍເອກກັບເຂດຕ່າງໆຂອງຕົວເມືອງ ເຊັ່ນ: ເຂດທີ່ຢູ່ອາໄສ, ເຂດການຄ້າໃຈກາງເມືອງ, ເຂດອຸດສາຫະກຳ ແລະ ຖືວ່າເປັນຖະໜົນທີ່ທຳໜ້າທີ່ເຊື່ອມຕໍ່ລະຫວ່າງ ຖະໜົນສາຍເອກ ແລະ ຖະໜົນສາຍເຊື່ອມຕໍ່ເຂົ້າກັນ
11. ທາງສາຍເຊື່ອມ ໝາຍເຖິງ ຖະໜົນທີ່ມີໜ້າທີ່ກະຈາຍການຈາລະຈອນຈາກຖະໜົນສາຍຫຼັກ ເຂົ້າໄປພາຍໃນເຂດ ຫຼື ສະຖານທີ່ຕ່າງໆຂອງຕົວເມືອງ ແລະ ຖືວ່າເປັນຖະໜົນທີ່ທຳການເຊື່ອມຕໍ່ລະຫວ່າງຖະໜົນສາຍຫຼັກ ແລະ ຖະໜົນສາຍແຈກເຂົ້າກັນ
12. ທາງສາຍແຈກ ໝາຍເຖິງ ຖະໜົນທີ່ຢູ່ໃນເຂດຄຸ້ມຕ່າງໆ ໂດຍມີໜ້າທີ່ເຊື່ອມຕໍ່ລະຫວ່າງຕອນດິນ, ອາຄານ, ສະຖານທີ່ຕ່າງໆ ກັບຖະໜົນສາຍເຊື່ອມຕໍ່
13. ທາງຮ່ອມ ໝາຍເຖິງ ສຳລັບການສ້າງຕົວເມືອງໃໝ່ ຫຼື ຕົວເມືອງເກົາທີ່ເອື້ອອຳນວຍໃຫ້ຖືເອົາຖະໜົນສາຍແຈກ ຕິດຈອດກັບຕອນດິນໂດຍກົງ ຖ້າມີຄວາມຈຳເປັນຕ້ອງສ້າງທາງຮ່ອມ ຄວາມກວ້າງຂອງເຂດຈາລະຈອນຕໍ່າສຸດ ຕ້ອງໃຫ້ໄດ້ 6 ແມັດ. ໃນນັ້ນ ຄວາມຍາວສູງສຸດຂອງທາງຮ່ອມ ຕ້ອງບໍ່ເກີນ 50 ແມັດ ແລະ ສົ້ນສຸດຂອງທາງຕ້ອງມີບ່ອນກັບຄືນສຳລັບຍານພາຫະນະ.
第ມາດຕາ 3条
第3条 国家政策
省级行政机关鼓励、促进个人、法人、国内外组织在凯山·丰威汉市城区范围内积极参与凯山·丰威汉市城市规划的管理以及经济社会的发展,使城市持续系统地发展。逐步提高各族人民的生质量,符合法律法规。
促进国内外所有经济部门投资于城市规划、小区规划、保护和使用具有国家、地方和民族特色的建筑物,修复和重建具有历史、建筑、艺术、文化和景观价值的建筑物和古老小区,使凯山·丰威汉市城市美观,包括投资建设技术和社会基础设施,以实施凯山·丰威汉市的总体规划和详细规划。
鼓励和促进凯山·丰威汉市城市居民理解、认识到重要性并主动参与发展,同时保护城市,使其成为宜居、环境友好且能够抵御气候变化的城市。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດ
ອົງການປົກຄອງແຂວງ ຊຸກຍູ້ ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດໃນຂອບເຂດພື້ນທີ່ຕົວເມືອງນະຄອນໄກສອນພົມວິຫານ ເຂົ້າຮ່ວມຢ່າງຕັ້ງໜ້າໃນການຄຸ້ມຄອງ ແຜນຜັງຕົວເມືອງນະຄອນໄກສອນພົມວິຫານ ແລະ ພັດທະນາທາງດ້ານເສດຖະກິດ-ສັງຄົມ ໃນຕົວເມືອງໃຫ້ ມີການຂະຫຍາຍຕົວເປັນລະບົບຕໍ່ເນື່ອງ. ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນ ເທື່ອລະກ້າວໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ສົ່ງເສີມທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ການສ້າງແຜນຜັງຕົວເມືອງ, ຜັງຈັດສັນຄຸ້ມໄຮ່, ການປົກປັກຮັກສາ ແລະ ນຳໃຊ້ສິ່ງປຸກສ້າງທີ່ມີເອກະລັກຂອງຊາດ, ທ້ອງຖິ່ນ ແລະ ເຜົ່າ, ບູລະນະປະຕິສັງຂອນສິ່ງປຸກສ້າງ ແລະ ຄຸ້ມເກົ່າແກ່ທີ່ມີຄຸນຄ່າທາງດ້ານປະຫວັດສາດ, ສະຖາປັດຕະຍະກຳ, ສິລະປະກຳ, ວັດທະນະທຳ ແລະ ພູມີທັດຂອງຕົວເມືອງນະຄອນໄກສອນພົມວິຫານໃຫ້ສວຍງາມ ລວມທັງ ການລົງທຶນໃສ່ການກໍ່ສ້າງລະບົບໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມ ເພື່ອຈັດຕັ້ງປະຕິບັດ ແຜນຜັງລວມ ແລະ ແຜນຜັງລະອຽດຂອງຕົວເມືອງນະຄອນໄກສອນພົມວິຫານ.
ຊຸກຍູ້ ແລະ ສົ່ງເສີມ ໃຫ້ປະຊາຊົນໃນຕົວເມືອງ ນະຄອນໄກສອນພົມວິຫານ ມີຄວາມເຂົ້າໃຈ, ເຫັນ ໄດ້ຄວາມສຳຄັນ ແລະ ເປັນເຈົ້າການ ປະກອບສ່ວນເຂົ້າໃນການພັດທະນາ ພ້ອມທັງປົກປັກຮັກສາຕົວເມືອງ ໃຫ້ກາຍເປັນນະຄອນທີ່ຢູ່ດີ ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
第ມາດຕາ 4条
第4条 活动原则
活动应遵循以下原则:
1. 严格遵守宪法、法律、法令、协议、指令及国家规定各时期制定的规章;
2. 确保凯山·丰威汉市的城市发展和社区居住扩展,同时保护环境、文化、历史、建筑特色、艺术和城市景观,使其美丽且可持续,符合城市发展战略规划、总体指导规划、详细规划及城市管理规章和其他已公布实施的相关规定;
3. 确保土地和自然资源的使用符合省级土地分配总体规划及人民生计利益;
4. 确保政治上的正确性、公正性、透明性和可检查性。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການເຄື່ອນໄຫວ
ຫຼັກການເຄື່ອນໄຫວ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ດຳລັດ, ຂໍ້ຕົກລົງ, ຄຳແນະນຳ ແລະ ລະບຽບການຂອງລັດ ທີ່ໄດ້ກຳນົດໄວ້ຕາມແຕ່ລະໄລຍະຢ່າງເຂັ້ມງວດ;
2. ຮັບປະກັນການພັດທະນາຕົວເມືອງ ແລະ ການຂະຫຍາຍການຕັ້ງຖິ່ນຖານຂອງຊຸມຊົນໃນຕົວເມືອງນະຄອນໄກສອນພົມວິຫານ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ວັດທະນະທຳ, ປະຫວັດສາດ, ເອກະລັກທາງດ້ານສະຖາປັດຕະຍະກຳ, ສິລະປະກຳ ແລະ ທິວທັດຕົວເມືອງ ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ໄປຕາມແຜນຍຸດທະສາດພັດທະນາຕົວເມືອງ, ແຜນຜັງຊີ້ນຳລວມ, ແຜນຜັງລະອຽດ ແລະ ລະບຽບໃນການຄຸ້ມຄອງຜັງເມືອງ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ໃຫ້ເປັນຮູບປະທຳ;
3. ຮັບປະກັນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນຂອງແຂວງ ແລະ ຜົນປະໂຫຍດໃນການດຳລົງຊີວິດຂອງປະຊາຊົນ;
4. ຮັບປະກັນທາງດ້ານການເມືອງ ໃຫ້ມີຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 适用范围
本协议适用于在沙湾拿吉省凯山·丰威汉市范围内生活和活动的个人、法人和社会组织,包括国内和国外的。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທາງສັງຄົມທັງ ພາຍໃນ ແລະ ຕ່າງປະເທດທີ່ດຳລົງຊີວິດ ແລະ ດຳເນີນການເຄື່ອນໄຫວ ໃນຂອບເຂດພື້ນທີ່ຕົວເມືອງນະຄອນໄກສອນ ພົມວິຫານ ຂອງແຂວງສະຫວັນນະເຂດ.
第ມາດຕາ 6条
第6条 规划面积
凯山丰威汉市总体规划涵盖总面积9,995公顷,包括36个村庄,具体如下:
1. 宗乔村
2. 维昂萨旺村
3. 赛亚普村
4. 塔芒村
5. 拉塔纳朗西北村
6. 拉塔纳朗西南村
7. 赛亚蒙昆村
8. 波赛村
9. 华芒南村
10. 华芒北村
11. 纳盖村
12. 苏南塔村
13. 纳老村
14. 萨纳赛村
15. 蓬萨旺北村
16. 蓬萨旺南村
17. 农萨瓦村
18. 塔黑村
19. 蓬萨万村
20. 拉差翁赛村
21. 蓬萨阿村
22. 萨潘北村
23. 萨潘南村
24. 东丹敦村
25. 松赛村
26. 蓬赛村
27. 纳森村
28. 敦森村
29. 乌多维莱村
30. 农登村
31. 农普村
32. 邦瓦村
33. 东纳坎村
34. 塔英杭村
35. 通纳江村
36. 巴博村
ພາສາລາວ (老挝语原文)
ມາດຕາ 6 ເນື້ອທີ່ແຜນຜັງ
ແຜນຜັງລວມຕົວເມືອງນະຄອນໄກສອນພົມວິຫານ ກວມເອົາເນື້ອທີ່ທັງໝົດ 9.995 ເຮັກຕາ, ມີ 36 ບ້ານ ປະກອບມີດັ່ງລຸ່ມນີ້:
1. ບ້ານ ຈອມແກ້ວ
2. ບ້ານ ວຽງສະຫວັນ
3. ບ້ານ ໄຊຍະພູມ
4. ບ້ານ ທ່າເມືອງ
5. ບ້ານ ລັດຕະນະລັງສີເໜືອ
6. ບ້ານ ລັດຕະນະລັງສີໃຕ້
7. ບ້ານ ໄຊຍະມຸງຄຸນ
8. ບ້ານ ໂພໄຊ
9. ບ້ານ ຫົວເມືອງໃຕ້
10. ບ້ານ ຫົວເມືອງເໜືອ
11. ບ້ານ ນາແກ
12. ບ້ານ ສຸນັນທາ
13. ບ້ານ ນາເລົ່າ
14. ບ້ານ ສະໜາມໄຊ
15. ບ້ານ ໂພນສະຫວ່າງເໜືອ
16. ບ້ານ ໂພນສະຫວ່າງໃຕ້
17. ບ້ານ ໂນນສະຫວາດ
18. ບ້ານ ທ່າແຮ່
19. ບ້ານ ໂພນສະຫວັນ
20. ບ້ານ ລາດຊະວົງໄຊ
21. ບ້ານ ໂພນສະອາດ
22. ບ້ານ ສະພານເໜືອ
23. ບ້ານ ສະພານໃຕ້
24. ບ້ານ ດົງດຳດວນ
25. ບ້ານ ສອນໄຊ
26. ບ້ານ ໂພນຊາຍ
27. ບ້ານ ນາເຊັງ
28. ບ້ານ ດອນເຊັງ
29. ບ້ານ ອຸດົມວິໄລ
30. ບ້ານ ໜອງເດີນ
31. ບ້ານ ໜອງຜື
32. ບ້ານ ບຶງວະ
33. ບ້ານ ດົງນາຄຳ
34. ບ້ານ ທາດອີງຮັງ
35. ບ້ານ ຕົງໜາກຢາງ
36. ບ້ານ ປາກບໍ
第ມາດຕາ 7条
第7条 各区域的划定
凯山·丰威汉市城市规划各区域的划定包括以下区域:
市中心区(面积53公顷);
市中心周边区(面积8,575公顷);
郊区(面积3,005公顷);
城市扩展区(面积3,550公顷);
特别安置区(面积750公顷);
机场区(面积111公顷);
古城保护区(面积125公顷);
大学区(面积308公顷);
经济特区(面积658公顷);
农业区(面积543公顷);
森林和自然保护区(面积1,109公顷)。
ພາສາລາວ (老挝语原文)
ມາດຕາ 7 ການກຳນົດຂອງແຕ່ລະເຂດ
ການກຳນົດຂອງແຕ່ລະເຂດແຜນຜັງຕົວເມືອງນະຄອນໄກສອນພົມວິຫານ ປະກອບມີ ເຂດ ດັ່ງລຸ່ມນີ້:
ເຂດໃຈກາງເມືອງ (ບໍລິເວນ 53 ເຮັກຕາ);
ເຂດອ້ອມຮອບໃຈກາງເມືອງ (ບໍລິເວນ 8,575 ເຮັກຕາ);
ເຂດຊານເມືອງ (ບໍລິເວນ 3,005 ເຮັກຕາ);
ເຂດຂະຫຍາຍຕົວເມືອງ (ບໍລິເວນ 3,550 ເຮັກຕາ);
ເຂດຈັດສັນພິເສດ (ບໍລິເວນ 750 ເຮັກຕາ);
ເຂດສະໜາມບິນ (ບໍລິເວນ 111 ເຮັກຕາ);
ເຂດອະນຸລັກຕົວເມືອງເກົ່າ (ບໍລິເວນ 125 ເຮັກຕາ);
ເຂດມະຫາວິທະຍາໄລ (ບໍລິເວນ 308 ເຮັກຕາ);
ເຂດເສດຖະກິດພິເສດ (ບໍລິເວນ 658 ເຮັກຕາ);
ເຂດກະສິກຳ (ບໍລິເວນ 543 ເຮັກຕາ);
ເຂດປ່າໄມ້ ແລະ ທຳມະຊາດ (ບໍລິເວນ 1,109 ເຮັກຕາ).
第ມາດຕາ 8条
第8条 古城保护区
古城保护区由省长关于沙湾拿吉省凯山丰威汉市古城保护区保护、管理和服务的第0603/省.市.省号协议(2018年3月29日)确定。古城保护区涵盖7个村庄,包括:
1. 塔芒村;
2. 银村;
3. 占乔村;
4. 赛亚普村;
5. 拉塔纳朗西黄村;
6. 拉塔纳朗西南村;
7. 赛亚蒙昆村;
8. 塔黑村。
ພາສາລາວ (老挝语原文)
ມາດຕາ 8 ເຂດອະນຸລັກຕົວເມືອງເກົ່າ
ເຂດອະນຸລັກຕົວເມືອງເກົ່າ ແມ່ນກຳນົດໃນ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າການອະນຸລັກ, ຄຸ້ມຄອງ ແລະ ບໍລິການເຂດຕົວເມືອງເກົ່າ ເທດສະບານ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ສະບັບເລກທີ 0603/ຈຂ.ສຂ. ລົງວັນທີ 29 ມີນາ 2018.
ເຂດອະນຸລັກຕົວເມືອງເກົ່າ ກວມເອົາ 7 ບ້ານ ປະກອບມີ:
1. ບ້ານ ທ່າເມືອງ;
2. ບ້ານ ເງິນ;
3. ບ້ານ ຈອມແກ້ວ;
4. ບ້ານ ໄຊຍະພູມ;
5. ບ້ານ ລັດຕະນະລັງສີເຫືອ;
6. ບ້ານ ລັດຕະນະລັງສີໃຕ້;
7. ບ້ານ ໄຊຍະມຸງຄຸນ;
8. ບ້ານ ທ່າແຮ່.
第ມາດຕາ 9条
第9条 教育区
教育区涵盖4个村庄,包括:
1. 农皮村;
2. 乌多姆维莱村;
3. 东纳央村;
4. 东纳康村。
该教育区由教育和体育部的具体规定确定。
ພາສາລາວ (老挝语原文)
ມາດຕາ 9 ເຂດການສຶກສາ
ເຂດການສຶກສາ ກວມເອົາ 4 ບ້ານ ປະກອບມີ:
1. ບ້ານ ໜອງຜື;
2. ບ້ານ ອຸດົມວິໄລ;
3. ບ້ານ ດົງໜາກຍາງ;
4. ບ້ານ ດົງນາຄຳ.
ສຳລັບເຂດການສຶກສານີ້ ແມ່ນກຳນົດໃນລະບຽບສະເພາະຂອງກະຊວງສຶກສາທິການ ແລະ ກິລາ.
第ມາດຕາ 10条
第10条 工业区
工业区涵盖的村庄包括:
1. 纳盖村;
2. 农登村;
3. 乌多姆维莱村;
4. 蓬萨旺赫村。
对于该经济特区,应依据该区的具体规定执行。
ພາສາລາວ (老挝语原文)
ມາດຕາ 10 ເຂດອຸດສະຫະກຳ
ເຂດອຸດສະຫະກຳ ກວມເອົາ ບ້ານ ປະກອບມີ:
1. ບ້ານ ນາແກ;
2. ບ້ານ ໜອງເດີ່ນ;
3. ບ້ານ ອຸດົມວິໄລ;
4. ບ້ານ ໂພນສະຫວ່າງເຫືອ.
ສຳລັບເຂດເສດຖະກິດພິເສດນີ້ແມ່ນໃຫ້ອິງໃສ່ລະບຽບສະເພາະຂອງເຂດດັ່ງກ່າວ.
第ມາດຕາ 11条
第11条 机场区域
机场区域涵盖4个村庄,包括:
1. 拉差翁赛村;
2. 沙南赛村;
3. 东丹敦村;
4. 萨潘赫村。
对于机场区域,由民航局航空条例规定。
ພາສາລາວ (老挝语原文)
ມາດຕາ 11 ເຂດສະໜາມບິນ
ເຂດສະໜາມບິນ ກວມເອົາ 4 ບ້ານ ປະກອບມີ:
1. ບ້ານ ລາດຊະວົງໄຊ;
2. ບ້ານ ສະໜາມໄຊ;
3. ບ້ານ ດົງດຳດວນ;
4. ບ້ານ ສະພານເຫືອ.
ສຳລັບເຂດສະໜາມບິນ ແມ່ນກຳນົດໃນລະບຽບການບິນ ຂອງກົມການບິນພົນລະເຮືອນ.
第ມາດຕາ 12条
第12条 农业区
农业区涵盖8个村庄,包括:
1. 纳盖村;
2. 农登村;
3. 东纳坎村;
4. 农普村;
5. 蓬赛村;
6. 纳森村;
7. 松赛村;
8. 东森村。
区域特征
- 是主要用于种植业、畜牧业和渔业土地利用的区域;
- 是农业生产区域:主要为保留用于水稻种植目的的区域,部分农业区域为园地;
- 是与建设区相连的稻田区域,该稻田禁止任何服务于公共或一般居住的建设活动。
特殊情况可批准土地用于:
- 宗教、文化-社会、体育和休闲场所的建筑;
- 与种植业、畜牧业和渔业生产直接相关的建筑。
ພາສາລາວ (老挝语原文)
ມາດຕາ 12 ເຂດກະສິກຳ
ເຂດກະສິກຳ ກວມເອົາ 8 ບ້ານ ປະກອບມີ:
1. ບ້ານ ນາແກ;
2. ບ້ານ ໜອງເດີ່ນ;
3. ບ້ານ ດົງນາຄຳ;
4. ບ້ານ ໜອງຜື;
5. ບ້ານ ໂພນຊາຍ;
6. ບ້ານ ນາເຊັງ;
7. ບ້ານ ສອນໄຊ;
8. ບ້ານ ດອນເຊັງ.
ລັກສະນະຂອງເຂດ
- ເປັນເຂດນຳໃຊ້ທີ່ດິນ ເພື່ອການກະສິກຳປູກຝັງ-ລ້ຽງສັດ ແລະ ການປະມົງ ເປັນຕົ້ນຕໍ;
- ເປັນເຂດທີ່ມີການຜະລິດກະສິກຳ: ເປັນເຂດທີ່ສະຫງວນໄວ້ ເພື່ອຈຸດປະສົງຜະລິດກະສິກຳເຮັດນາ ເປັນສ່ວນໃຫຍ່, ບາງພື້ນທີ່ກະສິກຳເປັນສວນ;
- ເປັນພື້ນທີ່ຫົ່ງນາທີ່ຕິດພັນກັບເຂດການປຸກສ້າງ, ທົ່ງນາດັ່ງກ່າວນີ້ຫ້າມການປຸກສ້າງທຸກກິດຈະການທີ່ຮັບໃຊ້ສາທາລະນະ ຫຼື ທີ່ພັກອາໄສທົ່ວໄປ.
ກໍລະນີພິເສດສາມາດອະນຸຍາດທີ່ດິນເພື່ອ:
- ອາຄານສະຖານທີ່ສຳລັບສາສະໜາ, ວັດທະນະທຳ-ສັງຄົມ, ການກິລາ ແລະ ພັກຜ່ອນ;
- ອາຄານທີ່ມີການພົວພັນກັບການຜະລິດທາງດ້ານການກະສິກຳປູກຝັງ-ລ້ຽງສັດ ແລະ ການປະມົງໂດຍກົງ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读