乌多姆塞市城市规划管理协议

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງແຜນຜັງຕົວເມືອງ ອຸທຸມພອນ

Agreement on Management of Urban Planning in Oudomxay City

简介

该协议调整乌多姆塞市的城市规划管理活动,核心是规范城市勘察、设计与建设,确保符合标准、保护环境,并促进可持续发展。

Summary

This agreement governs urban planning management activities in Oudomxay City, with the core being to regulate urban survey, design, and construction to ensure compliance with standards, protect the environment, and promote sustainable development.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງກິດຈະການບໍລິຫານການວາງແຜນຜັງເມືອງຂອງນະຄອນອຸດົມໄຊ, ເນັ້ນໃສ່ການຄຸ້ມຄອງການສຳຫຼວດ, ການອອກແບບ ແລະ ການກໍ່ສ້າງເມືອງໃຫ້ຖືກຕ້ອງຕາມມາດຕະຖານ, ປົກປັກຮັກສາສິ່ງແວດລ້ອມ ແລະ ສົ່ງເສີມການພັດທະນາແບບຍືນຍົງ.

条文

第ມາດຕາ 1条

第2条 乌图姆蓬市城市规划管理
乌图姆蓬市城市规划管理是指对城市勘察、设计和规划进行管理,使其符合行政、技术、科学、经济文化和社会方面的标准,环境保护,包括控制城市发展和建设,使其符合已批准的城市规划及相关规定。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງແຜນຜັງເມືອງຕົວເມືອງອຸທຸມພອນ
ການຄຸ້ມຄອງແຜນຜັງເມືອງອຸທຸມພອນ ແມ່ນການຄຸ້ມຄອງການສຳຫຼວດ, ອອກແບບ ແລະ ວາງແຜນຜັງຕົວເມືອງ ໃຫ້ຖືກຕ້ອງຕາມມາດຕະຖານທາງດ້ານບໍລິຫານ, ເຕັກນິກ, ວິທະຍາສາດ, ເສດຖະກິດ-ວັດທະນະທຳ ແລະ ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ລວມທັງການຄວບຄຸມການພັດທະນາຕົວເມືອງ ແລະ ການກໍ່ສ້າງໃຫ້ສອດຄ່ອງກັບແຜນຜັງຕົວເມືອງທີ່ຖືກຮັບຮອງ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ.

第ມາດຕາ 2条

第2条 术语解释
本协议中使用的术语含义如下:
1. “城市”指人口密集、主要从事工业、商业和服务业,并拥有技术、经济-社会基础设施的区域;
2. “城市区域”指城市的一部分或全部,根据各阶段批准的总体规划范围确定;
3. “行政村”指隶属于县的最低级地方行政区域,由多个村庄组成;
4. “城市景观”指反映城市居民生活方式的整体景象,描述建筑物、自然和社会环境;
5. “城市建筑”指建筑设计的艺术,体现与城市自然和社会环境相协调的特征、比例、目的和使用目标;
6. “城市地形图”指显示地形、高程、房屋位置、河流、交通网络、自然物体、古迹的详细表示;
7. “建筑红线”指沿建筑物外侧墙面设定的假想线,用于确定与地面接触的建筑物底层位置,并平行于道路的保留线;
8. “道路红线”指平行于人行道外缘并与道路前方土地所有权线相邻的假想线。道路两侧的红线还用于划定公共空地,用于植树和建设其他必要基础设施;
9. “主干道”指整个城市交通系统中的重要道路,负责接收从外部进入城市或反向将城市交通流引出城市;
10. “次干道”指连接主干道与城市各区域(如住宅区、城市中心商业区、工业区)的道路,并被视为连接主干道与支路的道路;
11. “支路”指将交通从次干道分散到城市各区域或场所的道路,并被视为连接次干道与巷道的道路;
12. “巷道”指位于各街区内的道路,负责连接地块、建筑物、各场所与支路;
13. “胡同”指用于新建城市或旧城改造,允许巷道直接与地块相邻,如需修建胡同,车行道最小宽度须为6米。其中,胡同最大长度不得超过50米,末端须设有车辆掉头处。

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ຕົວເມືອງ ໝາຍເຖິງ ພື້ນທີ່ທີ່ມີປະຊາກອນ ດຳລົງຊີວິດໜາແໜ້ນ ປະກອບອາຊີບຢູ່ໃນຂົງເຂດອຸດສາຫະກຳ, ການຄ້າ ແລະ ການບໍລິການເປັນສ່ວນຫຼາຍ ແລະ ມີໂຄງລ່າງພື້ນຖານທາງດ້ານເຕັກນິກ, ເສດຖະກິດ-ສັງຄົມ;
2. ຕົວເມືອງອຸທຸມພອນ ໝາຍເຖິງ ເຂດພື້ນທີ່ຕົວເມືອງ ຊຶ່ງກວມສ່ວນໜຶ່ງ ຫຼື ທັງໝົດຂອງຕົວເມືອງ ໂດຍອີງຕາມຂອບເຂດຂອງແຜນຜັງລວມທີ່ ໄດ້ຜ່ານການຮັບຮອງເປັນແຕ່ລະໄລຍະ;
3. ຕາແສງ ໝາຍເຖິງ ແມ່ນເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ ທີ່ຂຶ້ນກັບເມືອງ ເຊິ່ງປະກອບດ້ວຍຫຼາຍບ້ານ;
4. ມີທັດຂອງຕົວເມືອງ ໝາຍເຖິງ ພາບລວມທີ່ສ່ອງແສງເຖິງການດຳລົງຊີວິດຂອງປະຊາຊົນໃນຕົວເມືອງ, ພັນລະນາເຖິງສິ່ງປູກສ້າງ, ສິ່ງແວດລ້ອມທາງດ້ານທຳມະຊາດ ແລະ ສັງຄົມ;
5. ສະຖາບັດຕະຍະກຳຕົວເມືອງ ໝາຍເຖິງ ສິລະປະການອອກແບບຂອງສິ່ງປຸກສ້າງທີ່ສະແດງເຖິງລັກສະນະ, ສັດສ່ວນ, ວັດຖຸປະສົງ ແລະ ເປົ້າໝາຍການນຳໃຊ້ທີ່ມີການກົມກືນກັບພູມສັນຖານ ແລະ ສິ່ງແວດລ້ອມທາງດ້ານທຳມະຊາດ ແລະ ສັງຄົມຂອງຕົວເມືອງ;
6. ແຜນທີ່ພູມສັນຖານຂອງຕົວເມືອງ ໝາຍເຖິງ ການສະແດງລາຍລະອຽດຂອງຮູບຮ່າງໜ້າດິນ, ລະດັບສູງ, ທີ່ຕັ້ງບ້ານເຮືອນ, ແມ່ນ້ຳ, ຕາໜ່າງຄົມມະນາຄົມ, ວັດຖຸທຳມະຊາດ, ບູຮານນະສະຖານ;
7. ເສັ້ນແຖວການປູກສ້າງ ໝາຍເຖິງ ເສັ້ນສົມມຸດຖານລຽບຝາເບື້ອງໜ້າດ້ານນອກຂອງອາຄານກຳນົດໄວ້ ເພື່ອວາງທີ່ຕັ້ງຊັ້ນລຸ່ມຂອງອາຄານທີ່ຕິດກັບໜ້າດິນ ແລະ ຂະໜານໄປຕາມເສັ້ນສະຫງວນຂອງທາງ;
8. ເສັ້ນເຂດສະຫງວນທາງ ໝາຍເຖິງ ເສັ້ນສົມມຸດຖານ ທີ່ຂະໜານກັບເສັ້ນຂອບນອກຂອງທາງຍ່າງຂອງຖະໜົນ ແລະ ຕິດກັບເສັ້ນກຳມະສິດທີ່ດິນເບື້ອງໜ້າທາງ. ເສັ້ນເຂດສະຫງວນທາງ ທັງສອງຟາກຂອງເສັ້ນທາງຍັງກຳນົດໄວ້ເພື່ອບອກເຂດຫວ່າງດິນສາທາລະນະ ທີ່ຮັກສາໄວ້ເພື່ອປູກຕົ້ນໄມ້ ແລະ ກໍ່ສ້າງລະບົບໂຄງລ່າງອື່ນໆທີ່ຈຳເປັນ;
9. ທາງສາຍເອກ ໝາຍເຖິງ ຖະໜົນສາຍສຳຄັນຂອງລະບົບການຈາລະຈອນຂອງຕົວເມືອງທັງໝົດ ທີ່ມີໜ້າທີ່ຮັບເອົາກະແສການຈາລະຈອນ ຈາກພາຍນອກເຂົ້າສູ່ຕົວເມືອງ ຫຼື ນຳເອົາກະແສການຈາລະຈອນໃນທາງກັບອອກຈາກຕົວເມືອງ;
10. ທາງສາຍຫຼັກ ໝາຍເຖິງ ຖະໜົນທີ່ມີໜ້າທີ່ ເຊື່ອມຕໍ່ການຈາລະຈອນຈາກຖະໜົນສາຍເອກກັບເຂດຕ່າງໆຂອງຕົວເມືອງເຊັ່ນ: ເຂດທີ່ຢູ່ອາໄສ, ເຂດການຄ້າໃຈກາງເມືອງ, ເຂດອຸດສະຫະກຳ ແລະ ຖືວ່າເປັນຖະໜົນທີ່ທຳໜ້າທີ່ເຊື່ອມຕໍ່ລະຫວ່າງ ຖະໜົນສາຍເອກ ແລະ ຖະໜົນສາຍເຊື່ອມຕໍ່ເຂົ້າກັນ;
11. ທາງສາຍເຊື່ອມ ໝາຍເຖິງ ຖະໜົນທີ່ມີໜ້າທີ່ກະຈາຍການຈາລະຈອນຈາກຖະໜົນສາຍຫຼັກ ເຂົ້າໄປພາຍໃນເຂດ ຫຼື ສະຖານທີ່ຕ່າງໆຂອງຕົວເມືອງ ແລະ ຖືວ່າເປັນຖະໜົນທີ່ທຳການເຊື່ອມຕໍ່ລະຫວ່າງຖະໜົນສາຍຫຼັກ ແລະ ຖະໜົນສາຍແຈກເຂົ້າກັນ;
12. ທາງສາຍແຈກ ໝາຍເຖິງ ຖະໜົນທີ່ຢູ່ໃນເຂດດຸ້ມຕ່າງໆ ໂດຍມີໜ້າທີ່ເຊື່ອມຕໍ່ລະຫວ່າງຕອນດິນ, ອາຄານ, ສະຖານທີ່ຕ່າງໆ ກັບຖະໜົນສາຍເຊື່ອມຕໍ່;
13. ທາງຮ່ອມ ໝາຍເຖິງ ສຳລັບການສ້າງຕົວເມືອງໃໝ່ ຫຼື ຕົວເມືອງເກົາທີ່ເອື້ອອຳນວຍໃຫ້ຖືເອົາຖະໜົນສາຍແຈກ ຕິດຈອດກັບຕອນດິນໂດຍກົງ ຖ້າມີຄວາມຈຳເປັນຕ້ອງສ້າງທາງຮ່ອມ ຄວາມກວ້າງຂອງເຂດຈາລະຈອນຕໍ່າສຸດ ຕ້ອງໃຫ້ໄດ້ 6 ແມັດ. ໃນນັ້ນ ຄວາມຍາວສູງສຸດຂອງທາງຮ່ອມ ຕ້ອງບໍ່ເກີນ 50 ແມັດ ແລະ ສົ້ນສຸດຂອງທາງຕ້ອງມີບ່ອນກັບຄືນຂອງຍານພາຫະນະ.

第ມາດຕາ 3条

第4条 国家政策
省级行政机关鼓励和促进个人、法人、国内外组织在乌吞蓬县区域范围内生活,积极参与乌吞蓬县城规划管理以及城市经济社会发展,使城市持续系统发展,逐步提高各族人民生活水平,符合法律法规。

鼓励国内外所有经济部门投资于城市规划、新区规划、保护和利用具有民族、地方和部族特色的建筑,修复建筑、建筑艺术、工艺美术、文化和乌吞蓬县城景观,使其美观,包括投资于技术和社会基础设施的建设,以实施乌吞蓬县城的总体规划和详细规划。

鼓励和促进乌吞蓬县城居民理解、认识到重要性并主动参与发展,同时保护城市,使其成为宜居、环境友好且能够抵御气候变化的城市。

ພາສາລາວ (老挝语原文)

ມາດຕາ 4 ນະໂຍບາຍຂອງລັດ
ອົງການປົກຄອງແຂວງ ຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ດຳລົງຊີວິດໃນຂອບເຂດພື້ນທີ່ເມືອງ ອຸທຸມພອນ ເຂົ້າຮ່ວມຢ່າງຕັ້ງໜ້າໃນການຄຸ້ມຄອງແຜນຜັງຕົວເມືອງ ອຸທຸມພອນ ແລະ ພັດທະນາທາງດ້ານເສດຖະກິດ-ສັງຄົມ ໃນຕົວເມືອງໃຫ້ມີການຂະຫຍາຍຕົວເປັນລະບົບຕໍ່ເນື່ອງ, ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ຊຸກຍູ້ທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດລົງທຶນໃສ່ການສ້າງແຜນຜັງຕົວເມືອງ, ຜັງຈັດສັນຄຸ້ມໃໝ່, ການປົກປັກຮັກສາ ແລະ ນຳໃຊ້ສິ່ງປຸກສ້າງທີ່ມີເອກະລັກຂອງຊາດ, ທ້ອງຖິ່ນ ແລະ ເຜົ່າ, ບູລະນະປະຕິສັງຂອນສິ່ງປຸກສ້າງ, ສະຖາປັດຕະຍະກຳ, ສິລະປະກຳ, ວັດທະນະທຳ ແລະ ພູມີທັດຂອງຕົວເມືອງອຸທຸມພອນ ໃຫ້ສວຍງາມ ລວມທັງການລົງທຶນໃສ່ການກໍ່ສ້າງລະບົບໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມ ເພື່ອຈັດຕັ້ງປະຕິບັດແຜນຜັງລວມ ແລະ ແຜນຜັງລະອຽດຂອງຕົວເມືອງອຸທຸມພອນ.

ຊຸກຍູ້ ແລະ ສົ່ງເສີມ ໃຫ້ປະຊາຊົນໃນຕົວເມືອງ ອຸທຸມພອນ ມີຄວາມເຂົ້າໃຈ, ເຫັນໄດ້ຄວາມສຳຄັນ ແລະ ເປັນເຈົ້າການ ປະກອບສ່ວນເຂົ້າໃນການພັດທະນາ ພ້ອມທັງປົກປັກຮັກສາຕົວເມືອງໃຫ້ກາຍເປັນຕົວເມືອງທີ່ໜ້າຢູ່ ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.

第ມາດຕາ 4条

第4条 活动原则
活动原则应遵循以下原则:
1. 严格遵守宪法、法律、法令、决议、指示以及国家在各时期制定的规章;
2. 确保城市发展和社区在城市中的定居扩展与环境保护、文化、历史、建筑特色、艺术和城市景观的保护相协调,使其美丽且可持续,按照城市发展战略、总体规划、详细规划以及城市管理规章和其他已颁布实施的相关规定执行;
3. 确保土地和自然资源的使用符合省级土地分配总体规划以及人民生计利益;
4. 确保政治方面的正确性、公正性、透明性和可检查性。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການເຄື່ອນໄຫວ
ຫຼັກການເຄື່ອນໄຫວ ໃຫ້ປະຕິບັດຕາມຫຼັກການດັງນີ້:
1. ໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ, ດຳລັດ, ຂໍ້ຕົກລົງ, ຄຳແນະນຳ ແລະ ລະບຽບການຂອງລັດ ທີ່ໄດ້ກຳນົດໄວ້ຕາມແຕ່ລະໄລຍະຢ່າງເຂັ້ມງວດ;
2. ຮັບປະກັນການພັດທະນາຕົວເມືອງ ແລະ ການຂະຫຍາຍການຕັ້ງຖິ່ນຖານຂອງຊຸມຊົນໃນຕົວເມືອງ ອຸທຸມພອນ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ວັດທະນະທຳ, ປະຫວັດສາດ, ເອກະລັກທາງດ້ານສະຖາປັດຕະຍະກຳ, ສິລະປະກຳ ແລະ ທິວທັດຕົວເມືອງໃຫ້ມີຄວາມສວຍງາມ ແລະ ຍືນຍົງໃຫ້ໄປຕາມແຜນຍຸດທະສາດພັດທະນາຕົວເມືອງ, ແຜນຜັງຊີ້ນຳລວມ, ແຜນຜັງລະອຽດ ແລະ ລະບຽບໃນການຄຸ້ມຄອງຜັງເມືອງ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ໃຫ້ເປັນຮູບປະທຳ;
3. ຮັບປະກັນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນຂອງແຂວງ ແລະ ຜົນປະໂຫຍດໃນການດຳລົງຊີວິດຂອງປະຊາຊົນ;
4. ຮັບປະກັນທາງດ້ານການເມືອງໃຫ້ມີຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.

第ມາດຕາ 5条

第5条 适用范围
本协议适用于在老挝境内和境外、在沙湾拿吉省乌图姆蓬县城区范围内生活和活动的个人、法人和社会组织。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທາງສັງຄົມທັງພາຍໃນ ແລະ ຕ່າງປະເທດທີ່ດຳລົງຊີວິດ ແລະ ດຳເນີນການເຄື່ອນໄຫວ ໃນຂອບເຂດພື້ນທີ່ຕົວເມືອງອຸທຸມພອນ ແຂວງສະຫວັນນະເຂດ.

第ມາດຕາ 6条

第6条 规划面积
乌图姆蓬市总体规划涵盖总面积2,477公顷,包括13个村庄,具体如下:
1. 乌多米赛村
2. 冯潘西村
3. 占塔朗西村
4. 宗佩村
5. 塞诺村
6. 赛松本村
7. 马尼翁赛村
8. 赛雅佩村
9. 贾伦苏村
10. 西本亨村
11. 萨南赛村

ພາສາລາວ (老挝语原文)

ມາດຕາ 6 ເນື້ອທີ່ແຜນຜັງ
ແຜນຜັງລວມຕົວເມືອງອຸທຸມພອນ ກວມເອົາເນື້ອທີ່ທັງໝົດ 2.477 ເຮັກຕາ, ມີ 13 ບ້ານ ປະກອບມີ
1. ບ້ານ ອຸດົມມີໄຊ
2. ບ້ານ ວົງພັນສີ
3. ບ້ານ ຈັນທະລັງສີ
4. ບ້ານ ຈອມເພັດ
5. ບ້ານ ເຊໂນ
6. ບ້ານ ໄຊສົມບູນ
7. ບ້ານ ມະນີວົງໄຊ
8. ບ້ານ ໄຊຍະເພັດ
9. ບ້ານ ຈະເລີນສຸກ
10. ບ້ານ ສີບຸນເຮືອງ
11. ບ້ານ ສະໜາມໄຊ

第ມາດຕາ 7条

第7条 各区域的划定
乌图姆蓬市规划各区域的划定包括以下8个区域:

- 市中心区(C4)175.67公顷;
- 市中心周边区(R8)213.08公顷;
- 郊区(S3)86公顷;
- 城市扩展区(U2)220.23公顷;
- 机场区(A14)61.40公顷;
- 经济特区(E1)33.21公顷;
- 农业区(A5)842.15公顷;
- 森林与自然保护区(N6)36.40公顷。

(附有乌图姆蓬市规划图)

ພາສາລາວ (老挝语原文)

ມາດຕາ 7 ການກຳນົດຂອງແຕ່ລະເຂດ
ການກຳນົດຂອງແຕ່ລະເຂດແຜນຜັງເມືອງອຸທຸມພອນ ປະກອບມີ 8 ເຂດ ດັ່ງລຸ່ມນີ້:

- ເຂດໃຈກາງເມືອງ (C4) 175.67 ເຮັກຕາ;
- ເຂດອ້ອມຮອບໃຈກາງເມືອງ (R8) 213.08 ເຮັກຕາ;
- ເຂດຊານເມືອງ (S3) 86 ເຮັກຕາ;
- ເຂດຂະຫຍາຍຕົວເມືອງ (U2) 220.23 ເຮັກຕາ;
- ເຂດສະຫນາມບິນ (A14) 61.40 ເຮັກຕາ;
- ເຂດເສດຖະກິດພິເສດ (E1) 33.21 ເຮັກຕາ;
- ເຂດກະສິກຳ (A5) 842.15 ເຮັກຕາ;
- ເຂດປ່າໄມ້ ແລະ ທຳມະຊາດ (N6) 36.40 ເຮັກຕາ.

(ມີເອກະສານແຜນຜັງຕົວເມືອງອຸທຸມພອນ ດັດຕິດມາພ້ອມ)

第ມາດຕາ 8条

第8条 机场区域
机场区域涵盖3个村庄,包括:
1. 贾伦苏村;
2. 西本淮村;
3. 桑纳赛村。
该机场区域由民航局的具体航空规章确定。

ພາສາລາວ (老挝语原文)

ມາດຕາ 8 ເຂດສະໜາມບິນ
ເຂດສະໜາມບິນ ກວມເອົາ 3 ບ້ານ ປະກອບມີ:
1. ບ້ານ ຈະເລີນສຸກ;
2. ບ້ານ ສີບຸນເຮືອງ;
3. ບ້ານ ສະໜາມໄຊ.
ສຳລັບເຂດສະໜາມບິນນີ້ ແມ່ນກຳນົດໃນລະບຽບການ ການບິນສະເພາະຂອງກົມການບິນພົນລະເຮືອນ.

第ມາດຕາ 9条

第9条 工业区
工业区涵盖2个村庄,包括:
1. 赛雅蒙昆村;
2. 赛乌敦村。
对于该经济特区,应依据该区的具体规定执行。

ພາສາລາວ (老挝语原文)

ມາດຕາ 9 ເຂດອຸດສະຫະກຳ
ເຂດອຸດສະຫະກຳ ກວມເອົາ 2 ບ້ານ ປະກອບມີ:
1. ບ້ານ ໄຊຍະມຸງຄຸນ;
2. ບ້ານ ໄຊອຸດົມ.
ສຳລັບເຂດເສດຖະກິດພິເສດນີ້ແມ່ນໃຫ້ອີງໃສ່ລະບຽບສະເພາະຂອງເຂດດັງກ່າວ.

第ມາດຕາ 10条

第10条 农业区
农业区涵盖11个村庄,包括:
1. 赛乌敦村;
2. 翁潘西村;
3. 乌敦米赛村;
4. 占塔朗西村;
5. 冲佩村;
6. 赛松本村;
7. 玛尼翁赛村;
8. 赛雅佩村;
9. 乍伦苏村;
10. 西本淮村;
11. 萨南赛村。

1. 区域特征
- 是用于种植业、畜牧业和渔业等农业活动的土地利用区;
- 是农业生产区:为农业生产目的而保留的区域,主要用于稻田,部分农业区域为园地;
- 是与建设区相邻的稻田区域。上述稻田禁止建设任何服务于公共或一般居住的活动。

2. 特殊情况可批准土地用于
- 宗教、社会文化、体育和休闲场所的建筑;
- 与种植业、畜牧业和渔业生产直接相关的建筑。

ພາສາລາວ (老挝语原文)

ມາດຕາ 10 ເຂດກະສິກຳ
ເຂດກະສິກຳ ກວມເອົາ 11 ບ້ານ ປະກອບມີ:
1. ບ້ານ ໄຊອຸດົມ;
2. ບ້ານ ວົງພັນສີ;
3. ບ້ານ ອຸດົມມີໄຊ;
4. ບ້ານ ຈັນທະລັງສີ;
5. ບ້ານ ຈອມເພັດ;
6. ບ້ານ ໄຊສົມບູນ;
7. ບ້ານ ມະນີວົງໄຊ;
8. ບ້ານ ໄຊຍະເພັດ;
9. ບ້ານ ຈະເລີນສຸກ;
10. ບ້ານ ສີບູນເຮືອງ;
11. ບ້ານ ສະໜາມໄຊ.

1. ລັກສະນະຂອງເຂດ
- ເປັນເຂດນຳໃຊ້ທີ່ດິນ ເພື່ອການກະສິກຳປູກຝັງ-ລ້ຽງສັດ ແລະ ການປະມົງ ເປັນຕົ້ນ;
- ເປັນເຂດທີ່ມີການຜະລິດກະສິກຳ: ເປັນເຂດທີ່ສະຫງວນໄວ້ ເພື່ອຈຸດປະສົງຜະລິດກະສິກຳ ເຮັດນາ ເປັນສ່ວນໃຫຍ່, ບາງພື້ນທີ່ກະສິກຳເປັນສວນ;
- ເປັນພື້ນທີ່ທົ່ງນາທີ່ຕິດພັນກັບເຂດການບຸກສ້າງ. ທົ່ງນາດັ່ງກ່າວນີ້ຫ້າມການປູກສ້າງທຸກກິດຈະການທີ່ຮັບໃຊ້ສາທາລະນະ ຫຼື ທີ່ພັກອາໄສທົ່ວໄປ.

2. ກໍລະນີພິເສດສາມາດອານຸຍາດທີ່ດິນເພື່ອ
- ອາຄານສະຖານທີ່ສຳລັບສາດສະໜາ, ວັດທະນະທຳສັງຄົມ, ການກິລາ ແລະ ພັກຜ່ອນ;
- ອາຄານທີ່ມີການພົວພັນກັບການຜະລິດທາງດ້ານການກະສິກຳປູກຝັງ-ລ້ຽງສັດ ແລະ ການປະມົງ ໂດຍກົງ.

第ມາດຕາ 11条

第11条 森林和自然区
森林和自然区涵盖的村庄包括:
1. 赛乌敦村;
2. 赛雅蒙昆村;
3. 乌敦米赛村;
4. 占佩村。
区域特征
- 是为保护森林、天然水源和自然环境而使用的土地区域;
- 是环绕城市的森林自然区域,具有与自然融为一体的特征,包括保护该区域的森林和森林山地。

ພາສາລາວ (老挝语原文)

ມາດຕາ 11 ເຂດປ່າໄມ້ ແລະ ທຳມະຊາດ
ເຂດປ່າໄມ້ ແລະ ທຳມະຊາດ ກວມເອົາ ບ້ານ ປະກອບມີ:
1. ບ້ານ ໄຊອຸດົມ;
2. ບ້ານ ໄຊຍະມຸງຄຸນ;
3. ບ້ານ ອຸດົມມີໄຊ;
4. ບ້ານ ຈອມເພັດ.
ລັກສະນະຂອງເຂດ
- ເປັນເຂດນຳໃຊ້ທີ່ດິນເພື່ອການອະນຸລັກ ແລະ ປົກປັກຮັກສາປ່າໄມ້, ແຫຼ່ງນ້ຳທຳມະຊາດ ແລະ ສະພາບແວດລ້ອມທຳມະຊາດ;
- ເປັນເຂດພື້ນທີ່ທຳມະຊາດປ່າໄມ້ ອ້ອມແອ້ມຕົວເມືອງ, ມີລັກສະນະກົມກືນກັບທຳມະຊາດ ລວມທັງການຮັກສາປ່າໄມ້ ແລະ ພື້ນພູທີ່ດິນປ່າໄມ້ໃນເຂດດັ່ງກ່າວ.

第ມາດຕາ 12条

第12条 规划文件
规划文件包括:
1. 完整报告;
2. 现状图和新城市规划设计图;
3. 关于乌图姆蓬城市规划管理的批准条件;
4. 城市用地规划条例;
5. 优先项目的确定。

ພາສາລາວ (老挝语原文)

ມາດຕາ 12 ເອກະສານແຜນຜັງ
ເອກະສານກ່ຽວກັບແຜນຜັງປະກອບມີ:
1. ບົດລາຍງານສະບັບສົມບູນ;
2. ບັນດາແຜນຜັງສະພາບປະຈຸບັນ ແລະ ອອກແບບແຜນຜັງເມືອງໃໝ່;
3. ເງື່ອນໄຂການຕົກລົງວ່າດ້ວຍການຄຸ້ມຄອງແຜນຜັງເມືອງ ອຸທຸມພອນ;
4. ກົດລະບຽບວ່າດ້ວຍການນຳໃຊ້ທີ່ດິນຜັງຕົວເມືອງ;
5. ການກຳນົດໂຄງການບູລິມະສິດ.

本页展示前 12 条,全文共 24 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译