沙湾拿吉省教育机构毒品预防与整治协议
ຂໍ້ຕົກລົງວ່າດ້ວຍ ການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາທົ່ວແຂວງ ສະຫວັນນະເຂດ
Agreement on Drug Prevention and Remediation in Educational Institutions in Savannakhet Province
简介
该协议调整老挝沙湾拿吉省教育机构内毒品预防与整治活动,核心是通过教育宣传、法律普及和多方参与,明确毒品定义及分类,规范学生、教师等群体的责任,以实现教育机构无毒目标。
Summary
This agreement regulates drug prevention and rehabilitation activities in educational institutions in Savannakhet Province, Laos, aiming for drug-free institutions through education, legal awareness, and multi-stakeholder participation, defining drug types and responsibilities of students and teachers.
ບົດສະຫຼຸບ
ສັນຍາສະບັບນີ້ກຳນົດກິດຈະກຳປ້ອງກັນ ແລະ ແກ້ໄຂບັນຫາຢາເສບຕິດພາຍໃນສະຖານການສຶກສາຂອງແຂວງສະຫວັນນະເຂດ, ເນື້ອໃນຫຼັກແມ່ນຜ່ານການສຶກສາເຜີຍແຜ່, ການເຜີຍແຜ່ກົດໝາຍ ແລະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ, ກຳນົດຄຳນິຍາມ ແລະ ການຈຳແນກປະເພດຢາເສບຕິດ, ກຳນົດບົດບາດຂອງນັກຮຽນ, ຄູອາຈານ ແລະ ອື່ນໆ ເພື່ອບັນລຸເປົ້າໝາຍສະຖານການສຶກສາປອດຢາເສບຕິດ.
条文
第ມາດຕາ 1条
第2条 预防和解决教育机构中的毒品问题
预防和解决教育机构中的毒品问题是通过教育、宣传、普及法律法规、培养意识,使学生、大学生、教师和教育工作人员认识、理解并采取措施应对涉及毒品的人员。
ພາສາລາວ (老挝语原文)
ມາດຕາ 2 ການສະກັດກັນ ແລະ ການແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາ
ການສະກັດກັນ ແລະ ການແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາ ແມ່ນວິທີການສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ກົດໝາຍ, ລະບຽບການຕ່າງໆ, ປູກຈິດສຳນຶກໃຫ້ນັກຮຽນ, ນັກສຶກສາ, ຄູ ແລະ ບຸກຄະລາກອນການສຶກສາ ຮັບຮູ້, ເຂົ້າໃຈ ແລະ ມີມາດຕະການແກ້ໄຂຕໍ່ຜູ້ທີ່ພົວພັນຢາເສບຕິດ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 毒品 指来自致瘾植物或化学合成的对神经系统有刺激或抑制作用的精神活性物质,吸食后会对健康和精神产生严重影响,并会逐渐产生依赖。
2. 违禁毒品 指法律禁止种植、生产、加工、买卖、分销、持有、进口、出口、运输、过境老挝人民民主共和国、使用或吸食的毒品。
3. 毒品预防 指通过各种方法防止毒品存在于教育机构。
4. 学生 指在学前教育、普通教育、初级职业教育和中级职业教育中学习的人。
5. 大学生 指在高等教育、本科、硕士和博士层次学习的人。
6. 教师 指履行教学、传授知识、教育、研究、促进和以多种形式帮助学习者职责的人。
7. 教育工作者 指在教育机构中履行管理、行政、监督、指导、协助和便利教学职责的人。
8. 个人 指具有完全行为能力、在社会中生活、享有宪法规定的权利和义务的人。
9. 法人 指依法设立的企业或组织,拥有名称、办公地点、自有财产,并享有法律规定的权利和义务。
10. 家庭 指社会的基本单元,由丈夫、妻子、子女或其他有相互关系的家庭成员组成,共同生活并有合法户籍。
11. 社会 指共同生活、人与人之间、群体、社区或组织之间的社会关系。
12. 村级和乡级教育发展委员会 指由乡、村行政委员会协调的非常设组织。
13. 教育机构 指进行教学、研究、培训、实践活动的场所,包括校内和校外、公立和私立,包括:中心、学校、学院、研究所。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
1. ຢາເສບຕິດ ໝາຍເຖິງ ສານກະຕຸ້ນ ຫຼື ອອກລົດຕໍ່ຈິດປະສາດ ທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະສານເຄມີ ເມື່ອເສບແລ້ວ ຈະມີຜົນກະທົບຢ່າງຮຸນແຮງຕໍ່ສຸຂະພາບ ຈິດປະສາດ ແລະ ຈະມີຄວາມຕ້ອງການເສບເພີ່ມຂຶ້ນເລື້ອຍໆ.
2. ຢາເສບຕິດເກືອດຫ້າມ ໝາຍເຖິງ ຢາເສບຕິດທີ່ກົດໝາຍບໍ່ອະນຸຍາດໃຫ້ປູກ ຜະລິດ ປຸງແຕ່ງ ຊື້-ຂາຍ ຈຳໜ່າຍ ມີໄວ້ໃນຄອບຄອງ ນຳເຂົ້າ ສົ່ງອອກ ຂົນສົ່ງ ນຳຜ່ານ ສປປ ລາວ ນຳໃຊ້ ຫຼື ເສບຢ່າງເດັດຂາດ.
3. ການສະກັດກັ້ນຢາເສບຕິດ ໝາຍເຖິງ ການປ້ອງກັນບໍ່ໃຫ້ຢາເສບຕິດມີຢູ່ໃນສະຖານການສຶກສາ ດ້ວຍວິທີການຕ່າງໆ.
4. ນັກຮຽນ ໝາຍເຖິງ ຜູ້ຮຽນໃນຊັ້ນການສຶກສາກ່ອນໄວຮຽນ ສາມັນສຶກສາ ວິຊາຊີບຊັ້ນຕົ້ນ ແລະ ວິຊາຊີບຊັ້ນກາງ.
5. ນັກສຶກສາ ໝາຍເຖິງ ຜູ້ຮຽນໃນລະດັບຊັ້ນສູງ ປະລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ.
6. ຄູ ໝາຍເຖິງ ຜູ້ປະຕິບັດໜ້າທີ່ສິດສອນ ຖ່າຍທອດຄວາມຮູ້ ສຶກສາອົບຮົມ ຄົ້ນຄວ້າວິໄຈ ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອ ຜູ້ຮຽນດ້ວຍຫຼາຍຮູບການ.
7. ບຸກຄະລາກອນການສຶກສາ ໝາຍເຖິງ ຜູ້ເຮັດໜ້າທີ່ຄຸ້ມຄອງ ບໍລິຫານ ກວດກາ ແນະນຳ ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຮຽນ-ການສອນ ຢູ່ສະຖານການສຶກສາ.
8. ບຸກຄົນ ໝາຍເຖິງ ຜູ້ທີ່ມີສຳປະສັນຍະສົມບູນທີ່ເຄື່ອນໄຫວດຳລົງຊີວິດໃນສັງຄົມທີ່ມີສິດ ແລະ ພັນທະຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ.
9. ນິຕິບຸກຄົນ ໝາຍເຖິງ ຫົວໜ່ວຍທຸລະກິດ ຫຼື ການຈັດຕັ້ງທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຊຶ່ງມີຊື່ ສະຖານທີ່ຕັ້ງສຳນັກງານ ມີຊັບສົມບັດເປັນຂອງຕົນເອງ ມີສິດ ແລະ ພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
10. ຄອບຄົວ ໝາຍເຖິງ ຈຸລັງໜຶ່ງຂອງສັງຄົມ ຊຶ່ງປະກອບມີ ຜົວ ເມຍ ລູກ ຫຼື ສະມາຊິກອື່ນ ໃນຄອບຄົວທີ່ມີສາຍພົວພັນກັນ ແລະ ກັນ ແລະ ດຳລົງຊີວິດຮ່ວມກັນ ໂດຍມີສຳມະໂນຄົວປະຈຳຢູ່ຢ່າງຖືກຕ້ອງ.
11. ສັງຄົມ ໝາຍເຖິງ ການຢູ່ຮ່ວມກັນ ການພົວພັນລະຫວ່າງຄົນກັບຄົນ ກຸ່ມຄົນ ຊຸມຊົນ ຫຼື ການຈັດຕັ້ງຢູ່ໃນສັງຄົມ.
12. ຄະນະພັດທະນາການສຶກສາຂັ້ນຕາແສງ ຂັ້ນບ້ານ ໝາຍເຖິງ ການຈັດຕັ້ງໃດໜຶ່ງທີ່ບໍ່ປະຈຳການ ໂດຍມີຄະນະກຳມະການປົກຄອງຕາແສງ ບ້ານ ເປັນຜູ້ປະສານງານ.
13. ສະຖານການສຶກສາ ໝາຍເຖິງ ບ່ອນດຳເນີນການຮຽນ-ການສອນ ການຄົ້ນຄວ້າວິໄຈ ການຝຶກອົບຮົມ ການຝຶກປະຕິບັດຕົວຈິງ ທັງໃນໂຮງຮຽນ ແລະ ນອກໂຮງຮຽນ ພາກລັດ ແລະ ພາກເອກະຊົນ ເຊິ່ງປະກອບດ້ວຍ: ສູນ ໂຮງຮຽນ ວິທະຍາໄລ ສະຖາບັນ.
第ມາດຕາ 3条
第4条 国家政策
国家注重宣传、普及法律、法规和教育工作,使学生、大学生、教师、教育工作者认识到毒品的危害和毒害。制定政策,鼓励和支持个人、家庭及各部门组织参与预防和解决毒品问题。提供预算、车辆和物资进入上述工作,以使教育机构无毒。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
ລັດສຸມໃສ່ວຽກງານໂຄສະນາ, ເຜີຍແຜ່ກົດໝາຍ, ລະບຽບການຕ່າງໆ ແລະ ສຶກສາອົບຮົມ ເຮັດໃຫ້ນັກຮຽນ, ນັກສຶກສາ, ຄູ, ບຸກຄະລາກອນການສຶກສາ ເຫັນໄດ້ເຖິງຜົນຮ້າຍ ແລະ ພິດໄພຂອງຢາເສບຕິດ. ມີນະໂຍບາຍ, ຊຸກຍູ້ສົ່ງເສີມບຸກຄົນ, ຄອບຄົວ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃຫ້ເຂົ້າຮ່ວມໃນການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ. ສະໜອງງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນ ເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະຖານການສຶກສາປອດຢາເສບຕິດ.
第ມາດຕາ 4条
第4条 关于预防和解决毒品问题的基本原则
关于在教育机构中预防和解决毒品问题的基本原则如下:
1. 符合法律、法规、规章、人力资源开发计划;
2. 符合政府的指导方针:实干、真做、严格、坚决、公正、透明;
3. 提高责任感和组织及社会的参与;
4. 确保对有功人员执行政策。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການພື້ນຖານກ່ຽວກັບການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ
ຫຼັກການພື້ນຖານກ່ຽວກັບການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາໃຫ້ປະຕິບັດດັ່ງນີ້:
1. ສອດຄ້ອງກັບກົດໝາຍ, ນິຕິກຳໃຕ້ກົດໝາຍ, ລະບຽບການ, ແຜນພັດທະນາຊັບພະຍາກອນມະນຸດ;
2. ສອດຄ້ອງກັບທິດນຳຂອງລັດຖະບານ: ເຮັດແທ້, ທຳຈິງ, ເຂັ້ມງວດ, ເດັດຂາດ, ຍຸຕິທຳ ແລະ ໂປ່ງໃສ;
3. ຍົກສູງຄວາມຮັບຜິດຊອບ, ການມີສ່ວນຮ່ວມຂອງການຈັດຕັ້ງ ແລະ ສັງຄົມ;
4. ຮັບປະກັນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ.
第ມາດຕາ 5条
第5条 适用范围
本协议适用于个人、法人、学生、学员、教师和教育人员,包括公立和私立部门,以及所有组织和社会的各个部门,涉及全省教育机构中毒品预防和解决工作。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ນັກຮຽນ, ນັກສຶກສາ, ຄູ ແລະ ບຸກຄະລາກອນການສຶກສາ ທັງພາກລັດ ແລະ ເອກະຊົນ, ການຈັດຕັ້ງ ແລະ ສັງຄົມທຸກພາກສ່ວນ ກ່ຽວກັບວຽກງານການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາທົ່ວແຂວງສະຫວັນນະເຂດ.
第ມາດຕາ 6条
第6条 毒品类型
毒品分为以下两类:
1. 禁止的毒品;
2. 受管制的毒品和化学品。
ພາສາລາວ (老挝语原文)
ມາດຕາ 6 ປະເພດຢາເສບຕິດ
ຢາເສບຕິດແບ່ງອອກເປັນສອງປະເພດ ດັ່ງນີ້:
1. ຢາເສບຕິດເກືອດຫ້າມ;
2. ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນຳໃຊ້.
第ມາດຕາ 7条
第7条 违禁毒品
违禁毒品是指具有强烈刺激或严重影响精神的毒品,例如:海洛因、冰毒、可卡因、摇头丸、冰毒等,以及刑法典和毒品法规中规定的其他毒品。
ພາສາລາວ (老挝语原文)
ມາດຕາ 7 ຢາເສບຕິດເກືອດຫ້າມ
ຢາເສບຕິດເກືອດຫ້າມ ແມ່ນຢາເສບຕິດເຊິ່ງມີທັງຊະນິດກະຕຸ້ນ ຫຼື ອອກລິດຕໍ່ຈິດປະສາດຢ່າງຮ້າຍແຮງ ເຊັ່ນ: ເຮໂຣອິນ, ຢາບ້າ, ໂຄເຄນ, ຢາອີ, ຢາໄອສ໌ ແລະ ອື່ນໆ ທີ່ໄດ້ລະບຸໄວ້ໃນປະມວນກົດໝາຍອາຍາ ແລະ ນິຕິກຳຢາເສບຕິດ.
第ມາດຕາ 8条
第8条 麻醉药品和精神药物
麻醉药品和精神药物是指具有兴奋或抑制神经作用的麻醉药品和精神药物,具体规定在专门文件中,如:吗啡、鸦片、可待因、美沙酮、喷他佐辛、咪达唑仑、异戊巴比妥、乙酸酐、乙酰氯等。上述麻醉药品和精神药物用于医学科学、工业、农业等领域,并受到严格控制。
ພາສາລາວ (老挝语原文)
ມາດຕາ 8 ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນຳໃຊ້
ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນຳໃຊ້ ແມ່ນຢາເສບຕິດເຊິ່ງມີທັງຊະນິດກະຕຸ້ນ ຫຼື ອອກລິດຕໍ່ຈິດປະສາດທີ່ໄດ້ກຳນົດໄວ້ໃນເອກະສານສະເພາະເຊັ່ນ: ມອກຟີນ, ຢາຝີນ, ໂກເດອິນ, ເມຕາໂດນ, ແພນຕາມິນ, ມີດາໂຊລຳ, ອາໂມບາກບີຕານ, ອາເຊຕິກແອນຮາຍໄດ, ອາເຊຕິກກລໍຣາຍ ແລະ ອື່ນໆ ເຊິ່ງຢາເສບຕິດ ແລະ ສານເຄມີດັ່ງກ່າວ ຖືກນຳໃຊ້ເຂົ້າໃນວິທະຍາສາດການແພດ, ອຸດສາຫະກຳ, ກະສິກຳ ແລະ ອື່ນໆ ໂດຍມີການຄວບຄຸມຢ່າງເຂັ້ມງວດ.
第ມາດຕາ 9条
第9条 对吸毒者的危害
吸毒者遭受危害健康、身体、生命和大脑的损害,变成疯子,精神错乱,导致丧失角色、尊严、前途低落,使用暴力破坏自己和他人的生命。
ພາສາລາວ (老挝语原文)
ມາດຕາ 9 ຜົນຮ້າຍຕໍ່ຜູ້ເສບ
ຜູ້ເສບຢາເສບຕິດໄດ້ຮັບຜົນຮ້າຍທີ່ເປັນອັນຕະລາຍຕໍ່ສຸຂະພາບ, ຮ່າງກາຍ, ຊີວິດ ແລະ ສະໝອງຖືກທຳລາຍກາຍເປັນບ້າ, ເສຍຈິດ, ເຮັດໃຫ້ເສຍບົດບາດ, ກຽດສັກສີ, ອະນາຄົດຂອງຕົນຕົກຕໍ່າ, ໃຊ້ຄວາມຮຸນແຮງທຳລາຍຊີວິດຂອງຕົນ ແລະ ຜູ້ອື່ນ.
第ມາດຕາ 10条
第10条 对学生、大学生、教师和教育人员的危害
学生、大学生、教师和教育人员吸毒成瘾,通过吸食、嗅闻、注射或咀嚼或其他方式,对健康、身体、生命、大脑造成危害,导致精神错乱、失去理智,使其丧失作用、尊严、职业和未来,情绪激烈,伤害自己和他人的身体和生命。
ພາສາລາວ (老挝语原文)
ມາດຕາ 10 ຜົນຮ້າຍຕໍ່ນັກຮຽນ, ນັກສຶກສາ, ຄູ ແລະ ບຸກຄະລາກອນການສຶກສາ
ນັກຮຽນ, ນັກສຶກສາ, ຄູ ແລະ ບຸກຄະລາກອນການສຶກສາ ທີ່ເສບຕິດຢາເສບຕິດ ດ້ວຍການສູບ, ດົມ, ສັກ ຫຼື ກ້ຽວ ວິທີການອື່ນ ເປັນອັນຕະລາຍຕໍ່ສຸຂະພາບ, ຮ່າງກາຍ, ຊີວິດ, ສະໝອງ ຖືກທຳລາຍ ກາຍເປັນບ້າ, ເສຍຈິດ ເຮັດໃຫ້ເສຍບົດບາດ, ກຽດສັກສີ, ອາຊີບການງານ ແລະ ອະນາຄົດ, ໃຊ້ອາລົມທີ່ຮຸນແຮງ, ທຳຮ້າຍ ຮ່າງກາຍ, ຊີວິດຂອງຕົນ ແລະ ຜູ້ອື່ນ.
第ມາດຕາ 11条
第11条 对家庭和社会的危害
会造成动乱、争吵、分裂,导致家庭和家族丧失名誉、健康、身体、生命和财产,并引发丑恶现象、犯罪行为、破坏、威胁、盗窃、抢劫、抢夺、超速驾驶噪音以及社会上的无序混乱。
ພາສາລາວ (老挝语原文)
ມາດຕາ 11 ຜົນຮ້າຍຕໍ່ຄອບຄົວ ແລະ ສັງຄົມ
ຈະເຮັດໃຫ້ມີຄວາມລຸ້ນວາຍ, ຜິດຖຽງກັນ, ແຕກແຍກ, ພາໃຫ້ຄອບຄົວ ແລະ ວົງຕະກຸນເສຍຊື່ສຽງ, ສຸຂະພາບ, ຮ່າງກາຍ, ຊີວິດ ແລະ ຊັບສິນຂອງຄອບຄົວ ແລະ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້, ກໍ່ອາດຊະຍາກຳ, ທຳລາຍ, ຂົ່ມຂູ່, ຂີ້ລັກ, ບຸກຈີ້, ຊິງຊັບ, ຂັບລົດໄວມີສຽງດັງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.
第ມາດຕາ 12条
第12条 预防和解决毒品问题的方法
预防和解决毒品问题的方法如下:
1. 宣传:
2. 教育:
3. 加强各级负责委员会:
4. 创建无毒单位和教育机构。
ພາສາລາວ (老挝语原文)
ມາດຕາ 12 ວິທີການສະກັດກັນ ແລະ ການແກ້ໄຂບັນຫາຢາເສບຕິດ
ການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ ມີວິທີການ ດັ່ງນີ້:
1. ການໂຄສະນາ:
2. ການສຶກສາອົບຮົມ:
3. ການສ້າງຄວາມເຂັມແຂງໃຫ້ຄະນະຮັບຜິດຊອບທຸກຂັ້ນ:
4. ການສ້າງກົມກອງ ແລະ ສະຖານການສຶກສາປອດຢາເສບຕິດ.
本页展示前 12 条,全文共 48 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读