ຂໍ້ຕົກລົງວ່າດ້ວຍ ການປະກອບທຶນຈົດທະບຽນວິສາຫະກິດ
企业注册资本出资协议
Agreement on Capital Contribution for Enterprise Registered Capital
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຊຳລະທຶນຈົດທະບຽນຂອງວິສາຫະກິດໃນລາວ, ຂໍ້ກຳນົດຫຼັກຄືການຊຳລະຕ້ອງເປັນຈິງ, ຫ້າມກູ້ຢືມໃນນາມວິສາຫະກິດ, ແລະກຳນົດໄລຍະເວລາ ແລະ ຂັ້ນຕອນສະເພາະສຳລັບການຊຳລະເປັນເງິນສົດ ແລະ ຊັບສິນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການປະກອບທຶນຈົດທະບຽນວິສາຫະກິດ
ການປະກອບທຶນຈົດທະບຽນວິສາຫະກິດ ແມ່ນການປະກອບທຶນຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນ, ການຖອກຮຸ້ນຂອງຂາຮຸ້ນວິສາຫະກິດຮຸ້ນສ່ວນ ແລະ ຜູ້ຖືຮຸ້ນບໍລິສັດ ທີ່ເປັນເງິນ ແລະ ວັດຖຸຂອງຕົນ ເຂົ້າເປັນທຶນຂອງວິສາຫະກິດ ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດ ຊຶ່ງທຶນດັ່ງກ່າວ ຕ້ອງມີຈິງ ແລະ ປະກອບໃຫ້ຄົບຖ້ວນ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ.
ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດສ່ວນບຸກຄົນ, ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ຕ້ອງບໍ່ແມ່ນເງິນກູ້ຢືມໃນນາມວິສາຫະກິດນັ້ນ ເພື່ອມາປະກອບເປັນທຶນຈົດທະບຽນວິສາຫະກິດ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທຶນຈົດທະບຽນວິສາຫະກິດທີ່ເປັນເງິນ ໝາຍເຖິງ ເງິນຕາຂອງ ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ແລະ ຜູ້ຖືຮຸ້ນ;
2. ທຶນຈົດທະບຽນວິສາຫະກິດທີ່ເປັນວັດຖຸ ໝາຍເຖິງ ສັງຫາລິມະຊັບ (ຊັບເຄື່ອນທີ່) ແລະ ອະສັງຫາລິມະຊັບ (ຊັບຄົງທີ່) ທີ່ເປັນກຳມະສິດຂອງ ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ແລະ ຜູ້ຖືຮຸ້ນ;
3. ການບໍ່ປະກອບທຶນຈົດທະບຽນວິສາຫະກິດ ໝາຍເຖິງ ການທີ່ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ປະກອບທຶນ, ບໍ່ຖອກຮຸ້ນ ຕາມສັດສ່ວນທີ່ຕົນເອງຖື ເຂົາເປັນທຶນຈົດທະບຽນຂອງວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ ຕາມທີ່ກຳນົດເວລາໃນຂໍ້ຕົກລົງສະບັບນີ້.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ວິສາຫະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ